Key Points
- ການສຶກສາສະແດງໃຫ້ເຫັນວ່າ ຊາວອອສເຕຣເລັຍ ແມ່ນຫນຶ່ງໃນກຸ່ມທີ່ຂີ້ຮ້າຍທີ່ສຸດໃນໂລກ ໃນການແບ່ງປັນບົດຄວາມທີ່ບໍ່ໜ້າເຊື່ອຖື.
- ຄວາມກ້າວຫນ້າທາງດ້ານເທັກໂນໂລຢີເຮັດໃຫ້ຂ່າວປອມ ຄ້າຍກັບຂ່າວແທ້ໄດ້ງ່າຍຂຶ້ນ ເມື່ອປາກົດທາງອອນໄລນ໌.
- ຂ່າວປອມ ສາມາດສົ່ງຜົນກະທົບຕໍ່ພຶດຕິກັມຂອງມະນຸດໄດ້ຫຼາຍ ເມື່ອຢືນຢັນຄວາມເຊື່ອ ຫຼືຄວາມສົງສັຍທີ່ມີຢູ່ກ່ອນ.
ຂໍ້ມູນທີ່ຜິດ ໄດ້ກາຍເປັນບັນຫາສໍາຄັນ ໃນຍຸກດິຈິຕອລຂອງເຮົາ.
Sushi Das, ຮອງຜູ້ອໍານວຍການໃຫຍ່ຂອງ RMIT Fact Lab, ຫນ່ວຍງານກວດສອບຄວາມຈິງ ໃນມະຫາວິທະຍາໄລ RMIT, ອະທິບາຍວ່າ ຂໍ້ມູນທີ່ຜິດຫມາຍເຖິງຂໍ້ມູນທີ່ບໍ່ຖືກຕ້ອງ ທີ່ປະຊາຊົນແບ່ງປັນໂດຍບໍ່ຮູ້ວ່າມັນບໍ່ຖືກຕ້ອງ.
ໃນທາງກົງກັນຂ້າມ, ຂໍ້ມູນບິດເບືອນແມ່ນຂໍ້ມູນທີ່ບໍ່ຖືກຕ້ອງທີ່ຜູ້ຄົນຕັ້ງໃຈສ້າງຂຶ້ນງເພື່ອຫຼອກລວງຄົນອື່ນ. ນີ້ສາມາດເຮັດໄດ້ດ້ວຍເຫດຜົນຕ່າງໆເຊັ່ນ: ເພື່ອເວົ້າຫຼິ້ນ, ຫຼືພວກເຂົາອາດຈະເຮັດ ເພື່ອຊຸກຍູ້ແຜນການການເມືອງ, ຫຼືພວກເຂົາອາດຈະເຮັດ ເພື່ອຫາເງິນໂດຍຜ່ານການຄລິກ.
ຜູ້ກວດສອບຄວາມຈິງ (Fact-checker) ຢ່າງ Sushi Das ແລະທີມງານຂອງນາງ ກວດສອບເນື້ອຫາ ທີ່ແພ່ໄວໃນສື່ສັງຄົມອອນລາຍ ເພື່ອລະບຸຂໍ້ຄວາມ (Posts) ທີ່ອາດມີຂໍ້ມູນທີ່ຜິດ ຫຼືຂໍ້ມູນບິດເບືອນ.
ຈາກນັ້ນ ພວກເຂົາທຳການວິຈັຍຢ່າງລະອຽດ ເພື່ອຢັ້ງຢືນຄວາມຖືກຕ້ອງຂອງເນື້ອຫາ. ນີ້ໃຫ້ແນ່ໃຈວ່າ ຂໍ້ມູນທີ່ຖືກຕ້ອງ ຖືກແບ່ງປັນກັບສາທາຣະນະ.
Ms Das ໄດ້ລະບຸເຖິງຂໍ້ມູນທີ່ຜິດ ແລະຂໍ້ມູນບິດເບືອນ ໃນອອສເຕຣເລັຍ. ລາວກ່າວວ່າ ຫົວຂໍ້ຂ່າວໃນປະຈຸບັນ ມັກຈະເຮັດໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງໃນສື່ມວນຊົນ.
"ຍົກຕົວຢ່າງເຊັ່ນ, ໃນຕອນນີ້, ມີສົງຄາມລະຫວ່າງ ຣັສເຊັຍ ແລະ Ukraine. ດັ່ງນັ້ນ, ຈຶ່ງມີຂໍ້ມູນທີ່ຜິດ ແລະ ຂໍ້ມູນບິດເບືອນກ່ຽວກັບສົງຄາມນັ້ນ. ຍັງມີສົງຄາມອີກບ່ອນນຶ່ງ ຢູ່ໃນຕາເວັນອອກກາງ. ດັ່ງນັ້ນ, ພວກເຮົາມີສະຖານະການ ປາແລສໄຕນ໌ ແລະອິດສະຣາເອລ, ແລະມີຂໍ້ມູນທີ່ຜິດ ແລະຂໍ້ມູນບິດເບືອນຫຼາຍ ກ່ຽວກັບສິ່ງນັ້ນເຊັ່ນກັນ. ພວກເຮົາຍັງເຫັນການຫຼອກລວງ (Scams) ທາງດ້ານການເງິນເປັນປະຈໍາ, ຂໍ້ມູນທີ່ຜິດກ່ຽວກັບສຸຂະພາບ." Ms Das ກ່າວ.

Left to right: Dr Timothy Graham, RMIT FactLab Sushi Das, Dr Darren Coppin.
ຜົນກະທົບຂອງສື່ສັງຄົມອອນລາຍ
ຖານ (Platforms) ສື່ມວນຊົນ ຖືກສ້າງຂຶ້ນ ເພື່ອເປັນເຄື່ອງມືໃນການໂຄສະນາ.. ພວກເຂົາຖືກນໍາໃຊ້ຢ່າງກວ້າງຂວາງສໍາລັບການສື່ສານ ແລະແລກປ່ຽນຄວາມຄິດ ແລະພວກເຂົາໃຊ້ Algorithms ເພື່ອປັບແຕ່ງເນື້ອຫາ ຕາມການເລືອກຂອງຜູ້ໃຊ້, ແນໃສ່ເພື່ອສົ່ງເສີມການມີສ່ວນຮ່ວມ ແລະຄວາມກ່ຽວຂ້ອງ.
ຢ່າງໃດກໍຕາມ, ດຣ Timothy Graham, ຮອງສາສດາຈານຝ່າຍ Digital Mediaທີ່ ອະທິບາຍວ່າ Algorithms ເຫຼົ່ານີ້ ສາມາດເຜີຍແຜ່ຂ່າວປອມ ແລະຂໍ້ມູນທີ່ຜິດ ໂດຍບໍ່ໄດ້ຕັ້ງໃຈໄດ້ແນວໃດ.
"ເນື້ອຫາ (Content) ຈະພົບການຕອບຂອງຜູ້ຄົນ ທີ່ພວກເຂົາພົບວ່າ ບໍ່ສາມາດປະຕິເສດຫຼື ຕ້ານທານໄດ້ ເພາະມະນຸດມີຄວາມຢາກຮູ້ຢາກເຫັນ ໃນທາງສັງຄົມ ແລະທາງອາລົມ ເຊັ່ນສື່ທີ່ມີເນື້ອຫາ ທີ່ອັດເຕັມດ້ວຍສື່ທາງຄວາມຮູ້ສຶກ ອາດບໍ່ຈໍາເປັນທີ່ຈະເປັນຄວາມຈິງ." Dr Graham ກ່າວ.
ລາວກ່າວຕື່ມວ່າ ຖານ (Platforms) ຂຍາຍ ແລະສົ່ງເສີມເນື້ອຫາ ແລະສ້າງປະຕິກິຣິຍາຈາກຜູ້ໃຊ້. ແລະຜູ້ຄົນທີ່ຈະແບ່ງປັນ ສິ່ງຂອງທີ່ເຮັດໃຫ້ເຂົາເຈົ້າຮູ້ສຶກບາງຢ່າງຢ່າງໄວ ບໍ່ວ່າມັນເປັນສິ່ງທີ່ເປັນທາງບວກ ຫຼືລົບກໍຕາມ.
ຂໍ້ມູນທີ່ຜິດ ອາດເກີດຈາກແຫຼ່ງຕ່າງໆເຊັ່ນ: ຄວາມຜິດພາດທີ່ແທ້ຈິງ, ການລາຍງານດ້ວຍຄວາມລໍາອຽງ, ລາຍງານເກີນຄວາມຈິງ, ແລະການຈົງໃຈທາງດ້ານການເມືອງ, ອຸດົມການ, ຫຼືການຄວບຄຸມເສດຖະກິດ ໂດຍເຈດຕະນາ.
ທິດສະດີການສົມຮູ້ຮ່ວມຄິດ (Conspiracy theories) ມັກກ່ຽວຂ້ອງກັບການເລົ່າເລື່ອງທີ່ຊັບຊ້ອນ ກ່ຽວກັບແຜນການລັບ.ໃນທາງກົງກັນຂ້າມ, ຂໍ້ມູນທີ່ຜິດ ຮວມເອົາຂໍ້ມູນທີ່ບໍ່ຖືກຕ້ອງ ຫລືເຮັດໃຫ້ເຂົ້າໃຈຜິດ ໃນວົງກວ້າງ ທີ່ອາດກ່ຽວຂ້ອງກັບການສົມຮູ້ຮ່ວມຄິດ (Conspiracy theories) ຫຼືບໍ່ ກໍເປັນໄປໄດ້.
ຕົວຢ່າງຫນຶ່ງ ຂອງທິດສະດີການສົມຮູ້ຮ່ວມຄິດ (Conspiracy theories) ທີ່ທີມງານ RMIT Fact Lab ກວດສອບແມ່ນຣະຫັດ QR (QR codes) ທີ່ນຳມາໃຊ້ແທນປ້າຍ (Tags) ເຄື່ອງນຸ່ງຫົ່ມ
ທິດສະດີອ້າງວ່າຂໍ້ລິເລີ່ມນີ້, ແນໃສ່ເຮັດໃຫ້ອຸດສາຫະກັມເສື້ອຜ້າມີຄວາມຍືນຍົງຫຼາຍຂຶ້ນ, ເປັນອຸບາຍ ຂອງ, ທະນາຄານ, ແລະ ເພື່ອຕິດຕາມ ແລະ ຄວບຄຸມປະຊາຊົນ.
"ນີ້ມັນຜິດ.....ມັນບໍ່ຖືກຕ້ອງ. ຣະຫັດເຫຼົ່ານີ້ ບອກລາຍລະອຽດກ່ຽວກັບສິ່ງຂອງ, ບ່ອນຜລິດ, ບໍ່ວ່າຈະຖືກຜລິດຢ່າງມີຈັນຍາບັນ, ຄໍາແນະນໍາໃນການຊັກ, ລາຍລະອຽດຂອງຜ້າ. ແຕ່ແນ່ນອນວ່າ ມີຄົນໂຕ້ຖຽງວ່າ ສິ່ງເຫຼົ່ານີ້ແມ່ນກ່ຽວກັບການຕິດຕາມທ່ານ." Ms Das ກ່າວ.
ຜົນກະທົບຂອງຂໍ້ມູນທີ່ຜິດ
Dr Darren Coppin ນັກວິທະຍາສາດ ດ້ານພຶດຕິກັມໃນ Sydney ກ່າວວ່າ ຂໍ້ມູນທີ່ຜິດ ໄດ້ມີມາຕັ້ງແຕ່ການເລີ້ມຕົ້ນຂອງພາສາ.
ເຖິງຢ່າງໃດກໍຕາມ, ປັດຈຸບັນມັນເປັນບັນຫາທີ່ແຜ່ຫຼາຍຂື້ນທີ່ມີຜົນກະທົບທີ່ສໍາຄັນຕໍ່ສັງຄົມ.
ໃນອະດີດ, ຜູ້ຄົນໄດ້ຮັບຂໍ້ເທັດຈິງ, ຄວາມຈິງ, ແລະຄວາມເຊື່ອຈາກຊຸມຊົນທ້ອງຖິ່ນ, ຄອບຄົວ, ແລະວັດທະນະທັມຂອງພວກເຂົາ. ໃນປັດຈຸບັນ, ພວກເຮົາໄດ້ຮັບຂໍ້ມູນຈາກທົ່ວໂລກແລະແຫຼ່ງຂໍ້ມູນຕ່າງໆ.
"ຕາມການສຶກສາ ຂອງມະຫາວິທະຍາໄລ Canberra (, ຊາວອອສເຕຣເລັຍ ແມ່ນຫນຶ່ງໃນບັນດາ ກຸ່ມທີ່ຮ້າຍແຮງທີ່ສຸດໃນໂລກ ສໍາລັບການແບ່ງປັນບົດຄວາມທີ່ບໍ່ມີຄວາມຈິງ. 80 ເປີເຊັນ ຈະແບ່ງປັນບົດຄວາມ ທີ່ເຂົາເຈົ້າຄິດວ່າ ເປັນເລື່ອງທີ່ຫນ້າສົງສັຍ. ດັ່ງນັ້ນ ເຫັນໄດ້ຢ່າງຊັດເຈນວ່າ ມັນເຮັດໃຫ້ບັນຫາ ທີ່ພວກເຮົາກໍາລັງປະເຊີນຫນ້າ ກັບຂ່າວປອມ ແລະຂໍ້ມູນທີ່ຜິດນັ້ນຫຼາຍຂຶ້ນ." Dr Coppin ກ່າວ.
ລາວອະທິບາຍວ່າ ຂໍ້ມູນຜິດ ຫຼືຂ່າວປອມ ຢືນຢັນຄວາມເຊື່ອ ຫຼືຄວາມສົງສັຍທີ່ມີຢູ່ກ່ອນ, ມັນສາມາດສົ່ງຜົນກະທົບ ຕໍ່ພຶດຕິກັມໄດ້ແທ້ໆ. ມັນຍັງມີຜົນກະທົບ ຕໍ່ການລົງຄະແນນສຽງຂອງພວກເຮົາ, ແລະນະໂຍບາຍສາທາຣະນະ ເລີ່ມສະທ້ອນໃຫ້ເຫັນ ທັດສະນະຂອງຜູ້ຄົນ ແລະສິ່ງທີ່ໄດ້ຮັບອິດທິພົນ ຈາກຂ່າວປອມແມ່ນ ນັກການເມືອງພະຍາຍາມ ທີ່ຈະເຮັດຕາມຄວາມຕ້ອງການຂອງຜູ້ລົງຄະແນນສຽງ.
“ໂດຍສະເພາະໃນລະຊ່ວງ COVID, ພວກເຮົາໄດ້ເຫັນ ຫຼາຍບັນຫາ ທີ່ມີຂໍ້ມູນທີ່ຜິດ ໃນທຸກໆດ້ານຂອງ COVID. ແລະຜູ້ອໍານວຍການໃຫຍ່ ຂອງອົງການອະນາມັຍໂລກ (World Health Organisation) ກ່າວວ່າ ພວກເຮົາບໍ່ພຽງແຕ່ຕໍ່ສູ້ກັບການລະບາດເທົ່ານັ້ນ-ແຕ່ພວກເຮົາກໍາລັງຕໍ່ສູ້ກັບ 'infodemic'." Dr Coppin ກ່າວ.
Dr Coppin ຍັງລະບຸເຫດຜົນຕໍ່ໄປນີ້ ທີ່ມະນຸດສາມາດເຜີຍແພ່ຂ່າວປອມ ໂດຍເຈດຕະນາ ຫຼືໂດຍບໍ່ຕັ້ງໃຈ.
ຂ່າວປອມ ກະທົບກັບຄວາມກຽດຊັງຕໍ່ຄວາມບໍ່ແນ່ນອນຂອງມະນຸດ. ພວກເຮົາ ຕ້ອງການຄວາມປອດພັຍ ແລະຄວາມຮູ້ສຶກ ທີ່ສາມາດຄວບຄຸມໄດ້. ພວກເຮົາຖືກຊຸກຍູ້ ໃຫ້ກຳຈັດຄວາມບໍ່ແນ່ນອນນັ້ນ. ດັ່ງນັ້ນ, ພວກເຮົາຈຶ່ງຄົ້ນຫາຄໍາຕອບ. ແລະຖ້າຫາກວ່ າບໍ່ພົບຄຳຕອບເຫຼົ່ານັ້ນ, ພວກເຮົາຈະຕື່ມຊ່ອງວ່າງໃຫ້ເຕັມ. ດັ່ງນັ້ນ, ພວກເຮົາ ຕ້ອງການຂໍ້ມູນ ໃນຂນະທີ່ຂໍ້ມູນນັ້ນບໍ່ມີ.Behavioural Scientist, Dr Darren Coppin
ຕາມທີ່ລາວກ່າວ ມະນຸດມີທ່າອ່ຽງທີ່ຈະມີທັດສະນະໃນແງ່ລົບ ທີ່ຝັງເລິກໃນອະດີດວິວັດທະນາການຂອງເຮົາ. ສັນຊາດຕະຍານຄວາມຢູ່ລອດຂອງເຮົາ ເຮັດໃຫ້ເຮົາມີທ່າອ່ຽງ ທີ່ຈະເບິ່ງໂລກໃນແງ່ຮ້າຍຕາມທັມມະຊາດ - ຜູ້ທີ່ລະວັງອັນຕະຣາຍຢູ່ສເມີ ມັກຈະຢູ່ລອດໃນສະພາບແວດລ້ອມທີ່ບໍ່ເປັນມິດ.
"ຖ້າທ່ານ ເຄີຍລົມກັບຄົນອອສເຕຣເລັຍ ແລະທ່ານຢູ່ຕ່າງປະເທດມາກ່ອນ, ພວກເຂົາ ມັກຈະເວົ້າກັບຄົນຕ່າງປະເທດ ແຕ່ເລື້ອງແມງມຸມ, ແລະປາສລາມ ທີ່ມີຢູ່ຢ່າງຫຼວງຫຼາຍ ໃນອອສເຕຣເລັຍ ແທນທີ່ຈະເປັນຄວາມງາມ ແລະໂອກາດຂອງທີ່ນີ້." Dr Coppin ກ່າວ.
ເຫດຜົນອີກຢ່າງຫນຶ່ງ ທີ່ເຮົາມັກຈະເຜີຍແພ່ຂ່າວປອຫຼືຂໍ້ມູນທີ່ຜິດແມ່ນ "ຄວາມລໍາອຽງໃນການຢືນຢັນ"ຂອງພວກເຮົາ.
ອີງຕາມ Dr Coppin, ຖ້າພວກເຮົາເປັນຂອງກຸ່ມທີ່ຕໍ່ຕ້ານການສັກຢາວັກຊີນ, ພວກເຮົາມັກຈະຊອກຫາຂໍ້ມູນທີ່ສອດຄ່ອງກັບຄວາມເຊື່ອຂອງພວກເຮົາ, ແລະນັ້ນແມ່ນສິ່ງທີ່ພວກເຮົາຈື່.
ທ່ານກ່າວວ່າ ພວກເຮົາມີຄວາມເປັນໄປໄດ້ ທີ່ຈະຈື່ຈໍາຂໍ້ມູນ ທີ່ຢືນຢັນຄວາມເຊື່ອທີ່ມີຢູ່ກ່ອນ ຂອງພວກເຮົາຊຶ່ງພາໃຫ້ມີການຂຍາຍຕົວ ແລະລັດທິຫົວຮຸນແຮງຕື່ມອີກ.
Dr Coppin ຍັງຊີ້ໃຫ້ເຫັນວ່າ ຄວາມກ້າວຫນ້າຂອງເທັກໂນໂລຢີ ເຊິ່ງເຮັດໃຫ້ຂ່າວປອມປາກົດຄ້າຍກັບຂ່າວຈິງໄດ້ງ່າຍຂຶ້ນ ເມື່ອຢູ່ໃນອອນໄລນ໌ ເຊິ່ງເປັນອີກສາເຫດຫນຶ່ງ ທີ່ເຮັດໃຫ້ ຂໍ້ມູນທີ່ຜິດຢ່າງ ສາມາດແພ່ໄດ້ໂດຍໄວ.
"ເມື່ອທ່ານຢູ່ຕໍ່ໜ້າໃຜຜູ້ນຶ່ງ, ທ່ານສາມາດບອກໄດ້ ຈາກການເຊື່ອງສີໜ້າ ຫຼືຈາກທ່າທາງທີ່ແປກຂອງເຂົາເຈົ້າ ຫຼືເຫື່ອອອກຕາມມື, ມັນອາດຈະແຈ້ງໃຫ້ພວກເຮົາຮູ້ວ່າ ພວກເຂົາບໍ່ຫນ້າເຊື່ອຖື ຫຼືສິ່ງທີ່ພວກເຂົາກໍາລັງເວົ້ານັ້ນ ບໍ່ຄວນເຊື່ອ." Dr Coppin ອະທິບາຍຕື້່ມ

Misinformation can come from various sources, such as genuine mistakes, biased reporting, sensationalism, and intentional political, ideological, or economic manipulation. Source: iStockphoto / nicoletaionescu/Getty Images
ການລະບຸ ແລະ ຕໍ່ຕ້ານຂ່າວປອມ
ເນື່ອງການແຜ່ລາມ ຂອງຂໍ້ມູນທີ່ຜິດຢູ່ໃນໂລກໃນປະຈຸບັນ, ການແຍກຄວາມແຕກຕ່າງ ລະຫວ່າງຄວາມຈິງແລະຄວາມຕົວະ ຈຶ່ງມີຄວາມສໍາຄັນຫຼາຍຂຶ້ນ.
ການພັດທະນາທັກສະໃນການລະບຸ ແລະກວດສອບຂ່າວຈຶ່ງສໍາຄັນ.
Sushi Das ແບ່ງປັນຍຸດທະສາດຂອງນາງ ສໍາລັບການໄຈ້ແຍກຂ່າວແທ້ຈາກຂ່າວປອມ.
"ທ່ານພຽງແຕ່ສາມາດມີຄໍາສັບຫຼັກບາງຢ່າງ, ເປີດແທັບ (tab) ໃຫມ່ ,ໃສ່ຄໍາສັບຫຼັກເຫຼົ່ານັ້ນເຂົ້າໄປໃນແທັບໃຫມ່, ແລະຊອກຫາສິ່ງອື່ນໆ ທີ່ທ່ານສາມາດຊອກຫາ ໂດຍໃຊ້ຄໍາສັບສໍາຄັນເຫຼົ່ານັ້ນ. ທ່ານຍັງສາມາດເອົາຄໍາສັບຫຼັກບາງຄໍາ ໃສ່ກັບການກວດສອບຄວາມຈິງ ເພື່ອເບິ່ງວ່າມີຜູ້ໃດຜູ້ຫນຶ່ງ ໄດ້ຂຽນບົດຄວາມທີ່ເປັນບົດຄວາມ ກວດສອບຄວາມຈິງ ກ່ຽວກັບຫົວຂໍ້ນັ້ນແລ້ວຫຼືບໍ່. "
ທ່ານນາງ Das ຍັງແນະນໍາວ່າ ຖ້າຫາກວ່າ ທ່ານກໍາລັງເບິ່ງຮູບພາບ ແລະກໍາລັງສົງໄສວ່າມັນຖືກຕ້ອງຫຼືບໍ່, ທ່ານສາມາດຄລິກຂ້າງຂວາໃນ Google ເພື່ອໃຫ້ໄດ້ຮັບທາງເລືອກໃນການຄົ້ນຫາຮູບພາບກັບ Google.
ທ່ານນາງກ່າວອີກວ່າ ວິທີທີ່ມີປະສິດທິພາບ ໃນການຕໍ່ສູ້ກັບການແພ່ລະບາດ ຂອງຂໍ້ມູນທີ່ບໍ່ຖືກຕ້ອງ ແມ່ນການມີການສົນທະນາຢ່າງສຸພາບ, ຫຼີກເວັ້ນ ການຫມິ່ນປມາດ, ແລະສເນີຂໍ້ມູນຕົວຈິງ ຢ່າງສມໍ່າສເມີ.
ມັນເປັນສິ່ງສໍາຄັນ ທີ່ຈະຮູ້ວ່າການປ່ຽນແປງຕ່າງໆ ເປັນຂັ້ນຕອນຊ້າໆ ທີ່ຕ້ອງໃຊ້ຄວາມອົດທົນ.
Dr Coppin ແນະນໍາວ່າ ກ່ອນທີ່ຈະແບ່ງປັນອອນໄລນ໌ ຢ່າເຊື່ອຂ່າວແລະຂໍ້ມູນນັ້ນ ຮ້ອຍເປີເຊັນ.
"ໃຫ້ຢຸດຄຶດກ່ອນວ່າ ເຮົາຄວນຈະບອກຄົນອື່ນຕໍ່ຫຼືບໍ່, ຫຼືເຮົາຈະເວົ້າຕໍ່ໜ້າຄົນອື່ນ ໃນທີ່ສາທາຣະນະຫຼືບໍ່? ແລະຖ້າວ່າທ່ານບໍ່ແນ່ໃຈ, ແລ້ວກະຣຸນາຢ່າສົ່ງຕໍ່ ແລະແບ່ງປັນສິ່ງຕ່າງໆ ເພາະວ່າທ່ານພຽງແຕ່ມີສ່ວນ ໃນການເພີ່ມຂຶ້ນຂອງຂໍ້ມູນທີ່ຜິດ. ແລະຢ່າງທີສອງ, ຈົ່ງລະວັງຄວາມລໍາອຽງ ຂອງຄໍາສັບທີ່ໃຊ້ໃນການຄົ້ນຫາຂອງທ່ານເອງ."

Experts believe the challenges of combating misinformation is set to grow with AI. Credit: We Are/Getty Images
ແນວໂນ້ມໃນອະນາຄົດ
ເມື່ອເຕັກໂນໂລຊີກ້າວຫນ້າ, ການແພ່ລະບາດຂອງຂໍ້ມູນທີ່ຜິດກໍພັດທະນາຂຶ້ນນຳ.
ສາດສະດາຈານ Timothy Graham ອະທິບາຍວ່າ ສິ່ງທ້າທາຍໃນອະນາຄົດ ທີ່ເຮົາຄວນຄາດການໄວ້ໃນໂລກດິຈິຕອນ ທີ່ປ່ຽນແປງຕລອດເວລານີ້.
ທ່ານກ່າວວ່າ ຫນຶ່ງໃນສິ່ງທ້າທາຍທີ່ຍິ່ງໃຫຍ່ທີ່ສຸດຈາກ Artificial Intelligence (AI) ແມ່ນວ່າ AI ເຫຼົ່ານີ້ ສາມາດ ຜລິດເນື້ອຫາ, ຢ່າງຫນ້ອຍໃນຕອນທໍາອິດ, ທີ່ປາກົດວ່າຖືກຂຽນໂດຍມະນຸດ ແລະເປັນທີ່ຫນ້າເຊື່ອຖືຫຼາຍ ຕອນເຫັນເທື່ອທໍາອິດ.
"ແລະນີ້ ບໍ່ພຽງແຕ່ເປັນຂໍ້ຄວາມເທົ່ານັ້ນ, ແມ່ນແຕ່ຮູບພາບກໍເຊັ່ນກັນ. ແລະສະນັ້ນ, ສິ່ງທ້າທາຍທີ່ເກີດຂຶ້ນ ແມ່ນພວກເຮົາມີເນື້ອຫາທີ່ສ້າງຂຶ້ນດ້ວຍ AI, ມັນປະສົມເຂົ້າກັນ, ແລະມັນກໍນັບມື້ນັບຊັບຊ້ອນຫຼາຍຂຶ້ນ ທີ່ຕິດຕາມວ່າ ນີ້ແມ່ນຮູບພາບຈິງ ຫຼືເປັນຂໍ້ຄວາມຈິງ ເມື່ອທຽບກັບບາງສິ່ງບາງຢ່າງ ທີ່ບໍ່ແມ່ນຂອງຈິງ." Dr Graham ກ່າວ.
ເນື້ອເລື່ອງໂດຍ Maram Ismail ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌