ເຄືອຂ່າຍໂທຣະສັບມືຖື 3G ກໍາລັງຈະປິດລົງ

TELSTRA MOBILE STOCK

ປ້າຍຂອງ TELSTRA ໃນຈຸດເຮັດວຽກແຫ່ງນຶ່ງ. Credit: JOEL CARRETT/AAPIMAGE

ເຄືອຂ່າຍໂທຣະສັບມືຖື 3G ຂອງອອສເຕຣເລັຍ ກໍາລັງຈະປິດລົງໃນເດືອນຈະມາເຖິງນີ້ ຊຶ່ງຫມາຍຄວາມວ່າ ຜູ້ຄົນຈະຕ້ອງໃຊ້ເຄືອຂ່າຍ 4Gຫຼື 5G ໃນຂນະທີ່ ຍັງມີຊາວອອສເຕຣເລັຍເຖິງ 530,000 ຄົນ ຍັງໃຊ້ອຸປະກອນທີ່ເຂົ້າກັນບໍ່ໄດ້ ກັບເຄືອຂ່າຍໃຫມ່ຢູ່.


ເຄືອຂ່າຍໂທຣະສັບມືຖື 3G ກໍາລັງຈະປິດລົງ.

ເຄືອຂ່າຍໂທຣະສັບມືຖື 3G ຂອງ ກໍາລັງຈະປິດລົງໃນເດືອນຈະມາເຖິງນີ້ ຊຶ່ງຫມາຍຄວາມວ່າ ຜູ້ຄົນຈະຕ້ອງໃຊ້ເຄືອຂ່າຍ 4G ຫຼື 5G.

ໃນຂນະນີ້ ມີຊາວອອສເຕຣເລັຍເຖິງ 530,000 ຄົນ ຍັງໃຊ້ອຸປະກອນທີ່ເຂົ້າກັນບໍ່ໄດ້ ກັບເຄືອຂ່າຍໃຫມ່ ຕາມ Peggy Giakoumelos ລາຍງານ.

ເຄືອຂ່າຍ  3G ຂອງປະເທດ ແມ່ນຢູ່ໃນຊ່ວງເດືອນສຸດທ້າຍ ຂອງການດໍາເນີນງານ ໂດຍ Telstra ຊຶ່ງຈະຖືກປິດ ໃນວັນທີ 31 ສິງຫາ, ຫຼັງຈາກບໍ່ດົນມານີ້ ໄດ້ເລື່ອນເວລາການປິດເຄືອຂ່າຍ.

Optus ແມ່ນຈະປິດລົງແຕ່ເດືອນກັນຍາ, ໃນຂນະທີ່ TPG Telecom/Vodafone ໄດ້ເລີ່ມຕົ້ນການປິດ ຕັ້ງແຕ່ເດືອນມັງກອນ.

ເຖິງແມ່ນວ່າ ການປິດການບໍຣິການ ຂອງເຄືອຂ່າຍ 3G ໄດ້ຖືກປະກາດມາເປັນເວລາຫລາຍປີ, ຕົວເລກອຸດສາຫະກັມຫຼ້າສຸດ ຊີ້ໃຫ້ເຫັນວ່າ ມີຊາວອອສເຕຣເລັຍ ຫຼາຍກວ່າເຄິ່ງລ້ານ (530,000) ທີ່ຍັງໃຊ້ອຸປະກອນທີ່ເຂັ້າກັນບໍ່ໄດ້ ກັບເຄືອຂ່າຍ 4G ແລະ 5G.

ທີ່ປຶກສາ ດ້ານໂທຣະຄົມມະນາຄົມ ແລະທຸຣະກິດ, Paul Budde, ກ່າວວ່າ ເຄືອຂ່າຍ 3G ກໍາລັງປິດລົງ ເພາະຜູ້ປະກອບການ-ເຊັ່ນ Telstra, Optus, ແລະ TPG-ຕ້ອງການປະສິດທິພາບຂອງເຄືອຂ່າຍຫຼາຍຂຶ້ນ.

"ພວກເຮົາ ເຫັນການເພີ່ມຂຶ້ນຂອງການນໍາໃຊ້ໂທຣະສັບມືຖື ແລະໃນມືຖື, ການນໍາໃຊ້ຂໍ້ມູນ ວິດີໂອ ແລະອື່ນໆ. ແລະເທັກໂນໂລຈີໃຫມ່, 4G ແລະ 5G ມີປະສິດທິພາບຫຼາຍກວ່າ ໃນນໍາໃຊ້ເຄືອຂ່າຍ. ດັ່ງນັ້ນ, Telstra, Optus ແລະອື່ນໆ ສາມາດຮອງຮັບ ການໃຊ້ໂທຣະສັບ ແລະຂໍ້ມູນ ທີ່ເຮົາໃຊ້ໃນໂທຣະສັບມືຖື ເຂົ້າໃນເຄືອຂ່າຍ ໂດຍໃຊ້ Versions ທີ່ທັນສມັຍກວ່າຂອງເຄືອຂ່າຍ. ສະນັ້ນ, ເພື່ອຜົນປໂຍດຂອງເຂົາເຈົ້າ ທີ່ຈະເຮັດໃຫ້ ການນໍາໃຊ້ຄື້ນຄວາມຖີ່ 3G ທີ່ເຂົາເຈົ້າສາມາດນໍາໃຊ້ສິ່ງນັ້ນ ສໍາລັບ 4G ແລະ 5G ແທນທີ່ຈະເປັນ 3G. ການໃຊ້ເຄືອຂ່າຍ ແມ່ນບໍ່ມີປະສິດທິພາບອີກຕໍ່ໄປ ເນື່ອງຈາກການປ່ຽນແປງ ຂອງເຕັກໂນໂລຈີ."

ທັງ Telstra ແລະ Optus ໄດ້ເປີດບໍຣິການ ໃຫ້ລູກຄ້າກວດສອບສະຖານະພາບ ຂອງອຸປະກອນຂອງເຂົາເຈົ້າ ໂດຍສົ່ງຂໍ້ຄວາມ "3" ໄປເບີ 3-4-9-8.

Michael Marom ເປັນ Regional General Manager ຂອງ Telstra, New South Wales ກ່າວວ່າ Telstra ກໍາລັງມອບມືຖືຟຣີ ໃຫ້ແກ່ລູກຄ້າທີ່ມີສິດ ເຊັ່ນ:ຜູ້ທີ່ຕົກຢູ່ໃນສະຖານະລຳບາກ, ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ, ຜູ້ໃຊ້ຊີວິດຢູ່ກັບສະພາບທາງການແພດ ທີ່ເປັນອັນຕະຣາຍຕໍ່ຊີວິດ ຫຼືຟື້ນຕົວຈາກພັຍທັມມະຊາດ.

ກຸ່ມອື່ນໆ ແມ່ນຜູ້ທີ່ມີອາຍຸຫຼາຍກວ່າ 80ປີ ຫຼືຜູ້ທີ່ອາສັຍຢູ່ໃນເຂດຫ່າງໄກ ທີ່ອາດພົບວ່າ ເປັນການຍາກ ທີ່ຈະໄປຮ້ານ Telstra ເພາະວ່າພວກເຂົາເຈົ້າ ຈໍາເປັນຕ້ອງຍົກລະດັບອຸປະກອນຂອງເຂົາເຈົ້າ.

"ສະນັ້ນກ່ອນອື່ນ, ກ່ຽວກັບອຸປະກອນ, ພວກເຮົາ ໄດ້ເບິ່ງສິ່ງທີ່ ຜູ້ໃນກຸ່ມລູກຄ້າປະຈຸບັນນັ້ນ ມີອຸບປະກອນແນວໃດ ແລະເທົ່າທີ່ຈະເປັນໄປໄດ້ ພວກເຮົາ ກໍຈັດຫາສິ່ງທີ່ຄ້າຍຄືກັນໃຫ້ພວກເຂົາ: ດັ່ງນັ້ນ, ຖ້າຫາກວ່າພວກເຂົາມີໂທຣະສັບປຸ່ມໃຫຍ່, ພວກເຮົາກໍຈະຈັດຫາໂທຣະສັບປຸ່ມໃຫຍ່ ຫຼືຖ້າຫາກວ່າ ມັນເປັນໂທຣະສັບແບບພັບໄດ້, ພວກເຮົາກໍເຮັດສຸດຄວາມສາມາດ ເພື່ອຈັດຫາໂທຣະສັບແບບພັບໄດ້ໃຫ້ເຂົາ; ດັ່ງນັ້ນ, ພວກເຂົາເຈົ້າ ບໍ່ມີປະສົບການ ໃນການໃຊ້ອຸບປະກອນ ທີ່ແຕກຕ່າງກັນຫຼາຍ ກັບສິ່ງທີ່ພວກເຂົາໄດ້ຮັບໃນຕອນນີ້. ແຕ່ສິ່ງອື່ນແມ່ນວ່າ ຖ້າພວກເຂົາ ຕ້ອງການຄວາມຊ່ວຍເຫຼືອ ແລະພວກເຂົາ ບໍ່ມີສະມາຊິກໃນຄອບຄົວ ທີ່ພວກເຂົາສາມາດຊ່ອຍເຂົາເຈົ້າໄດ້, ພວກເຮົາຈະແນະນຳ ໃຫ້ພວກເຂົາ ມາຫາພວກເຮົາທີ່ຮ້ານ Telstra, ຕິດຕໍ່ພວກເຮົາ ຜ່ານ telstra.com ຫຼືຕິດຕໍ່ພວກເຮົາ ໂດຍທາງໂທຣະສັບກໍໄດ້. ພວກເຮົາຄິດວ່າມັນສໍາຄັນຫຼາຍ."

ບໍຣິສັດໂທຣະຄົມມະນາຄົມ ໄດ້ຕິດຕໍ່ຫາລູກຄ້າ ແລະຜູ້ໃຊ້ ທີ່ໄດ້ຮັບຜົນກະທົບ ກ່ຽວກັບການດຳເນີນການນີ້.

ມີຄວາມສ່ຽງທີ່ປະຊາຊົນ ຈະບໍ່ສາມາດຕິດຕໍ່ ຫາບໍຣິການສຸກເສີນໄດ້ ຖ້າພວກເຂົາບໍ່ຍົກລະດັບໂທຣະສັບຂອງເຂົາເຈົ້າ ກ່ອນການປິດເຄືອຂ່າຍ.

ຜູ້ໃຊ້ ອາດຈະບໍ່ຮູ້ວ່າ ໂທຣະສັບຂອງເຂົາເຈົ້າ ຖືກຕັ້ງຄ່າດ້ວຍວິທີນີ້ ຈົນກວ່າ 3G ຈະຖືກປິດ.

Graeme Hughes ຈາກ Griffith Business School ທີ່ມະຫາວິທະຍາໄລ Griffith ກ່າວວ່າ ບໍຣິສັດໂທຣະຄົມມະນາຄົມ ແລະກາງ ບໍ່ໄດ້ເຮັດພຽງພໍ ທີ່ຈະແຈ້ງໃຫ້ລູກຄ້າຮູ້ ກ່ຽວກັບການປ່ຽນແປງນັ້ນ.

"ຂ້າພະເຈົ້າສົງສັຍແທ້ໆວ່າ ຈັງຫວະເວລານັ້ນ ເໝາະສົມຫຼືບໍ່ໃນເລື່ອງນີ້,ໂດຍສະເພາະ ແມ່ນຄ່າໃຊ້ຈ່າຍຂອງວິກິດຄ່າຄອງຊີບ ແລະຄວາມສາມາດຂອງຜູ້ຄົນ ທີ່ຈະມາປ່ຽນອຸບປະກອນໃໝ່ເຫຼົ່ານີ້. ມັນຈະສ້າງພາລະທາງການເງິນຢ່າງຫນັກ ຕໍ່ຜູ້ຄົນ ທີ່ບໍ່ສາມາດຈ່າຍເງິນເພີ່ມເຕີມ ສໍາລັບອຸປະກອນເຫຼົ່ານີ້. ແລະຂ້າພະເຈົ້າ ຍັງຄິດວ່າ ມັນເຮັດໃຫ້ມີພັນທະຫຼາຍ ຕໍ່ຜູ້ບໍຣິໂພກ ທີ່ຈະກວດສອບອຸປະກອນເຫຼົ່ານັ້ນ. ແລະຂ້າພະເຈົ້າບໍ່ຄິດວ່າ ບໍຣິສັດໂທຣະຄົມມະນາຄົມ ໄດ້ເຮັດວຽກດີພໍ ໃນການໃຫ້ຄໍາແນະນໍາ ແກ່ຜູ້ບໍຣິໂພກ."

ໃນເດືອນພຶດສະພາປີນີ້ ຜູ້ບໍຣິຫານຂອງ Optus, Harvey Wright, ໄດ້ກ່າວວ່າ ບໍຣິສັດໄດ້ເພີ່ມຄວາມພະຍາຍາມຂອງຕົນ ທີ່ຈະຮັກສາການເຊື່ອມຕໍ່ ຂອງຜູ້ໃຊ້ບໍຣິການ, ໄດ້ເປີດການບໍຣິການຂໍ້ຄວາມ ເພື່ອແຈ້ງໃຫ້ຜູ້ທີ່ອາດຈະໄດ້ຮັບຜົນກະທົບ.

ນອກນັ້ນ ທ່ານຍັງຮັບຮອງ ກັບລູກຄ້າ ວ່າ 3G ຈະບໍ່ຖືກປິດ ໃນບ່ອນທີ່ມັນເປັນເຄືອຂ່າຍທີ່ມີຢູ່ພຽງຢ່າງດຽວ ຈົນກ່ວາ 4G ແລະ 5G ຈະສາມາດໃຊ້ໄດ້.

ທ່ານ Paul Budde ກ່າວວ່າ ບໍຣິສັດໂທຣະຄົມມະນາຄົມ ໄດ້ສັນຍາວ່າເຂດພູມີພາກ ທີ່ມີແຕ່ສັນຍານຂອງ 3G ນັ້ນ ອາດຈະມີການຍົກລະດັບ.

ແຕ່ອາດຈະບໍ່ມີການປ່ຽນແປງໃດໆ ສໍາລັບເຂດທີ່ມີສັນຍານຈໍາກັດໃນປັດຈຸບັນ.

"ຕອນນີ້ ມີຄຳວ່າ 'ຖ້າ' ຢູ່ຢ່າງຫນຶ່ງຕໍ່ສິ່ງນັ້ນ, ແລະນັ້ນແມ່ນ ສະຖານະການ ທີ່ຜູ້ຄົນຮູ້ວ່າ ຖ້າຫາກວ່າທ່ານຢືນຢູ່ເທິງຂາຫນຶ່ງ ຢູ່ເທິງເນີນພູແລະຫັນຫົວຂອງທ່ານໄປທາງຂວາ, ແລ້ວທ່ານອາດຈະໄດ້ຮັບສັນຍານມືຖື. ສະພາບການທີ່ແປກປລາດແບບນັ້ນ ທີ່ທ່ານສາມາດໄດ້ຮັບສັນຍານໃນບ່ອນທີ່,ແທ້ຈິງແລ້ວ,ບໍ່ມີສັນຍານ. ສະນັ້ນ ຈະເປັນບັນຫາສເມີໄປວ່າຖ້າຫາກ ທ່ານຢູ່ນອກເຂດສັນຍານຂອງທ່ານ ໃນເຄືອຂ່າຍມືຖື, ແລ້ວ ບາງຄັ້ງທ່ານອາດໂຊກດີ ແລະສາມາດໄດ້ຮັບສັນຍານ ຖ້າຫາກວ່າທ່ານເຮັດສິ່ງທີ່ຕລົກບາງຢ່າງ ແລະໄປອີກດ້ານຫນຶ່ງຂອງເຮືອນ ຫຼືຢືນຢູ່ເທິງບາງສິ່ງບາງຢ່າງ. ນັ້ນແມ່ນບັນຫາ ທີ່ອາດສົ່ງຜົນກະທົບຕໍ່ສະຖານະການສເມີ."

ອຸປະກອນອື່ນໆເຊັ່ນ: ກ້ອງວົງຈອນປິດ (Security cameras), ເຄື່ອງໂອນເງິນອັດຕະໂນມັດ (eftpos) ແລະແທັບເລັດ, ກໍອາດຈະໄດ້ຮັບຜົນກະທົບເຊັ່ນກັນ.

ລາຍງານໂດຍ Peggy Giakoumelos ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share