ການທ່ອງທ່ຽວໄທ ແລະ ກັນຊາ

Cannabis

ກັນຊາ ອາດຈະເປັນວິທີການໃຫມ່ທີ່ປະເທດໄທຈະດຶງດູດ ນັກທ່ອງທ່ຽວຕ່າງຊາດ Credit: Wikimedia

ການທ່ອງທ່ຽວໄດ້ນຳເງິນຈາກຕ່າງປະເທດມາສູ່ປະເທດໄທປີລະມະຫາສານ ແຕ່ ຜົນກະທົບຂອງໂຄວິດຕໍ່ໄດ້ທຳລາຍຣາຍໄດ້ນັ້ນ. ຕອນນີ້ການທ່ອງທ່ຽວຂອງປະເທດໄທ ໄດ້ອະນຸຍາດໃຫ້ມີການສູບກັນຊາເພື່ອຈະດຶງດູດນັກທ່ອງທ່ຽວໃຫ້ກັບມາຄືນ.


ປະເທດໄທ ໄດ້ມີວິທີການໃຫມ່ ທີ່ຈະດຶງດູດ ນັກທ່ອງທ່ຽວ ທີ່ຕົນສູນເສັຍໄປ ຍ້ອນການລະບາດຂອງພະຍາດ ໂຄໂຣນາໄວຣັສ ໃນທົ່ວໂລກ.

ເມື່ອທຽບກັບຕົວເລກປີ 2019 ແລ້ວ, ຈໍານວນນັກທ່ອງທ່ຽວ ປີນີ້ໄດ້ຫຼຸດລົງຫຼາຍສິບລ້ານຄົນ.

ແຕ່ເນື່ອງຈາກວ່າໄທໄດ້ເລີກກົດໝາຍ ກັນຊາໃນເດືອນມິຖຸນາ, ຜູ້ປະກອບການທີ່ໃຈກ້າໃນບາງກອກ ກໍກຳລັງດໍາເນີນການຕາມກົດລະບຽບ ເພື່ອສເນີ ສິ່ງທີ່ແຕກຕ່າງໃຫ້ນັກທ່ອງທ່ຽວ.. Allan Lee... ລາຍງານ

ກ່ອນທີ່ ພະຍາດໂຄໂຣນາໄວຣັສ ລະບາດ, ປະເທດໄທໄດ້ຕ້ອນ ຮັບ ນັກທ່ອງທ່ຽວເກືອບ 40 ລ້ານ ຄົນໃນ ປີ 2019, ແລະ ສ້າງລາຍໄດ້ປະມານ 74 ພັນລ້ານໂດລາ ອອສເຕຣເລັຍ- ຫຼື ປະມານ 12 ເປີເຊັນ ຂອງ ຜົນຜລິດຕະພັນພາຍໃນປະ ເທດ (Gross Domestic Product).

ໃນ 6 ເດືອນທຳອິດຂອງປີ 2022, ໄທໄດ້ ມີນັກ ທ່ອງທ່ຽວພຽງແຕ່ 2 ລ້ານຄົນ.

ແຕ່ຫນຶ່ງໃນຮ້ານໃຫມ່ ທີ່ເປີດຢູ່ ບາງກອກ ແມ່ນນຳສເນີປະສົບການໃຫມ່:

"ມັນເປັນຄືຄວາມແປກໃຈທີ່ຫນ້າພໍໃຈຖ້າຮູ້ວ່າຂ້ອຍຫມາຍເຖິງຫຍັງ, ເພາະຂ້ອຍມາປະເທດໄທ, ຂ້ອຍກໍບໍ່ໄດ້ຄາດຫວັງ, ດັ່ງນັ້ນຂ້ອຍຈຶ່ງຄິດວ່າມັນເປັນການຕື່ມໃສ່ທີ່ຄັກແທ້ໆ, ຂ້ອຍມັກພຽງແຕ່ມີການສູບ, ມີເຄື່ອງດື່ມ... ມັນກໍແມ່ນຄວາມມ່ວນແລ້ວ"

ນັ້ນແມ່ນຄຳເວົ້າຂອງ Malik Khan ຈາກ ອັງກິດ.

ລາວຫາກໍຮຳກອກກັນຊາແລ້ວ ໃນ RG420, ຮ້ານທີ່ເປັນເຈົ້າຂອງໂດຍ Ong-ard Panyachatiraksa ແລະ Netnapa Singsatit, ເຊິ່ງຖືກເອີ້ນວ່າເປັນ ສະຖານທີ່ທໍາອິດ ທີ່ມີຫ້ອງສໍາລັບການສູບ ກັນຊາ ເພື່ອການພັກຜ່ອນຢ່ອນໃຈ.

ສະຖານທີ່ດັ່ງ ກ່າວໄດ້ເກີດຂຶ້ນທົ່ວໄປຢູ່ໃນ ບາງກອກ ນັບຕັ້ງແຕ່ປະເທດໄທ ໄດ້ເລີກໂທດກັນຊາໃນ ເດືອນມິຖຸນາ, ເຖິງແມ່ນວ່າເຈົ້າຫນ້າທີ່ ຂອງຣັຖບານ ໄດ້ພະຍາຍາມ ກີດກັນບໍ່ໃຫ້ເປັນການໃຊ້ເພື່ອການພັກຜ່ອນ.

ຮ້ານນີ້ເປີດບໍ່ຮອດຫນຶ່ງອາທິດ, Ong-ard ໄດ້ກ່າວວ່າ RG420 ກໍໄດ້ມີລູກຄ້າຫຼາຍຮ້ອຍຄົນແລ້ວໃນແຕ່ລະມື້.

Malik Khan ເຊື່ອວ່າ ມັນຈະດຶງດູດກັບຄືນປະເທດໄທ. ລາວກ່າວວ່າ ນັກທ່ອງທ່ຽວຊາວຕາເວັນຕົກ ເດີນທາງໄປ ເພື່ອສູບກັນຊາ ຖ້າປະເທດໄທອະນຸຍາດໃຫ້ສູບ ກໍຈະສາມາດດຶງດູດນັກທ່ອງທ່ຽວໄດ້ຫຼາຍຂຶ້ນ.

"ຂ້າພະເຈົ້າຄິດວ່າ, ໂດຍສະເພາະນັກທ່ອງທ່ຽວຊາວຕາເວັນຕົກ ເຊັ່ນຂ້ອຍ ມາຈາກລອນດອນ. ທຸກຄົນເດີນທາງໄປ Amsterdam ເພື່ອສູບຢາ, ດັ່ງນັ້ນຂ້າພະເຈົ້າຄິດວ່າ ມັນຈະດຶງດູດຜູ້ຄົນຈໍານວນຫຼາຍ. ແຕ່ວ່າປະເທດນີ້ກໍສວຍງາມ ແລະມີຫຼາຍຢ່າງຢູ່ທີ່ນີ້ ທີ່ຈະໃຫ້ເຮັດເຊັ່ນດຽວກັນ, ສະນັ້ນຂ້າພະເຈົ້າຄິດວ່າມັນຈະເພີ່ມສິ່ງຕ່າງໆຢ່າງແນ່ນອນ."

ລູກຄ້າອີກທ່ານນຶ່ງ Rawand Hussein ກ່າວວ່າປະສົບການ ຂອງ Amsterdam ໃນປະເທດ Netherlands ຈະເບິ່ງຄືວ່າ ນີ້ອາດ ຈະເປັນການເຄື່ອນໄຫວ ທີ່ປະສົບຄວາມສໍາເລັດສໍາລັບ ອຸດສາຫະກັມການທ່ອງທ່ຽວ ຂອງ ໄທ.

"ຂ້າພະເຈົ້າເຫັນໃນ Amsterdam ວ່າຫຼາຍຄົນໃນ Holland, ທັງຫມົດ Holland, ຫຼາຍຄົນມາ Holland ເພື່ອການສູບຢາ. ສະນັ້ນຂ້າພະເຈົ້າຄິດວ່າມັນເປັນທຸລະກິດທີ່ດີສໍາລັບໄທ ທີ່ຈະເຮັດ ແລະມັນກໍຈະດຶງດູດນັກທ່ອງທ່ຽວໄດ້ຫຼາຍຂຶ້ນ."

ເຖິງແມ່ນວ່າ ກັນຊາ ຈະບໍ່ຖືກຕ້ອງຕາມກົດຫມາຍໃນປະເທດ Netherlandsແຕ່ກໍມີ 'ນະໂຍບາຍການຜ່ອນຜັນ', ເຊິ່ງຫມາຍຄວາມວ່າກົດຫມາຍ ບໍ່ໄດ້ຖືກບັງຄັບໃຊ້ ກ່ຽວກັບການ ຂາຍຍ່ອຍ ຂອງປະລິມານຂນາດນ້ອຍ ສໍາລັບການນໍາໃຊ້ສ່ວນບຸກຄົນ ໃນຮ້ານ ສູບກັນຊາ ທີ່ຮູ້ກັນໃນນາມ 'coffeeshops'.

ກົດລະບຽບໃນໄທກໍບໍ່ໄດ້ມີຄວາມແຕກຕ່າງກັນໃນເວລານີ້.

ການທ່ອງທ່ຽວຂອງໄທ ກ່າວວ່າ ນະໂຍບາຍ ກັນຊາ ຂອງຕົນ ແມ່ນເພື່ອຈຸດປະສົງທາງການແພດ ແລະ ບໍ່ມີເຈດຕະນາ ໃຫ້ຄົນສູບນັ້ນເມົາ.

ພວກນັກການເມືອງ ຍັງກຳລັງພິຈາລະນາ ຮ່າງກົດຫມາຍ ວ່າດ້ວຍ ກັນຊາ ທີ່ຈະຄວບຄຸມການນໍາໃຊ້ ຢ່າງເຕັມທີ່. 

ໃນລະຫວ່າງນີ້, ເຈົ້າຫນ້າທີ່ໄດ້ໃຊ້ຂໍ້ກໍານົດໃຫມ່ ເພື່ອຈໍາກັດການນໍາໃຊ້, ເຊັ່ນ: ການຫ້າມການສູບຢາ ໃນບ່ອນສາທາລະນະ ເຊິ່ງເຮັດໃຫ້ເກີດຄວາມສັບສົນ.

Netnapa Singsatit ກ່າວວ່າ ຮ້ານຂອງນາງ ໄດ້ ເອົາຂໍ້ກໍານົດໃຫມ່ນັ້ນມາໃຊ້ແລ້ວ. 

"ມັນເປັນບ່ອນທໍາອິດໃນໄທທີ່ມີຫ້ອງສູບກັນຊາ ທີ່ມີເຄື່ອງດື່ມຕ້ອນຮັບ, ຄຸນນະພາບອາກາດທີ່ຄວບຄຸມໄດ້ ແລະ ສະແດງເຖິງຄວາມເປັນໄທ."

ຄູ່ຮ່ວມງານຂອງນາງ Ong-ard Panyachatiraksa ວາງແຜນທີ່ຈະເປີດຮ້ານຕື່ມອີກໃນເຂດທ່ອງທ່ຽວແລະເຊື່ອວ່າກັນຊາ ຈະດຶງດູດນັກທ່ອງທ່ຽວຫຼາຍຂຶ້ນ.

"ຊາວຢູໂຣບ, ຍີ່ປຸ່ນ, ຊາວອາເມຣິກັນ – ພວກເຂົາ ກໍາລັງ ຊອກຫາ sativa ຂອງໄທ ເພາະວ່າພວກເຂົາໄດ້ຍິນກ່ຽວກັບມັນ. ກັນຊາ ແລະ ການທ່ອງທ່ຽວ ແມ່ນເຂົ້າກັນໄດ້ດີ."

ນັກທ່ອງທ່ຽວອັງກິດ Kevin Adeymi ກໍເຫັນດີນຳ.

"ມັນເປັນພຽງແຕ່ຄວັນ. ມັນເປັນປະສົບການ ທີ່ຫນ້າອັດສະຈັນ, ຄືກັນກັບປະເທດນັ້ນເອງ, ແຕ່ກັນຊາໄດ້ເພີ່ມສິ່ງພິເສດໃສ່, ແຕ່ມັນບໍ່ແມ່ນເຫດຜົນຫຼັກທີ່ພວກເຮົາມາທີ່ນີ້, ແຕ່ມັນກໍໃຫ້(ເພີ່ມ) ການສໍາຜັດທີ່ດີກັບມັນ." 

ຄາດວ່າຮ່າງກົດຫມາຍຂອງຣັຖບານ ຈະຜ່ານໃນເດືອນກັນຍາ ແລະ ມັນສາມາດເຮັດໃຫ້ຂໍ້ບັງຄັບ ສໍາລັບຮ້ານກັນຊານັ້ນເຂັ້ມງວດຂຶ້ນ.
 
ເຈົ້າຂອງ RG420 ກ່າວວ່າ ພວກເຂົາຈະປະຕິບັດ ຕາມກົດຫມາຍໃຫມ່, ແຕ່ຫວັງວ່າເສດຖະກິດການທ່ອງທ່ຽວກັນຊາ ໃຫມ່ຂອງໄທ ທີ່ພົບໃໝ່ຈະສາມາດເຕີບໂຕໄດ້. 

ເນື້ອເລື່ອງໂດຍ Allan Lee ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share