ຄວາມສໍາຄັນ ຂອງການເຂົ້າໃຈຄວາມຫຼາກຫຼາຍ ທາງວັດທະນະທັມ ໃນບັນດາຊົນເຜົ່າພື້ນເມືອງ.

Portrait of three generation Aboriginal family

Portrait of three generation Aboriginal family Credit: JohnnyGreig/Getty Images

ຄວາມເຂົ້າໃຈ ຄວາມແຕກຕ່າງພາຍໃນ First Nations ຂອງອອສເຕຣເລັຍແມ່ນສິ່ງສໍາຄັນ ເມື່ອມີສ່ວນຮ່ວມ ກັບຊາວພື້ນເມືອງ ແລະ Torres Strait Islander ແລະການສ້າງ ຄວາມສໍາພັນທີ່ມີຄວາມຫມາຍ.


ຈຸດສໍາຄັນ
  • ຊົນເຜົ່າພື້ນເມືອງຂອງ ອອສເຕຣເລັຍ ບໍ່ແມ່ນກຸ່ມ ທີ່ເປັນເຜົ່າດຽວ.
  • ມີປະມານ 500 ເຜົ່າ, ແຕ່ລະເຜົ່າ ມີວັດທະນະທັມ, ພາສາ, ວິທີການດໍາລົງຊີວິດ ແລະ ໂຄງສ້າງ ການເປັນຍາດພີ່ນ້ອງ ທີ່ແຕກຕ່າງກັນ.
  • ການທຳຄວາມເຂົ້າໃຈຄວາມແຕກຕ່າງນີ້ ແມ່ນສໍາຄັນຫລາຍ ຕໍ່ການສ້າງຄວາມສໍາພັນ ທີ່ມີຄວາມຫມາຍ ກັບປະຊາຊົນຊາວພື້ນເມືອງ.
ຄວາມຫຼາກຫຼາຍ ທີ່ອຸດົມສົມບູນພາຍໃນປະຊາກອນ ຊົນຊາວພື້ນເມືອງ ຂອງອອສເຕຣເລັຍ ແມ່ນແງ່ມຸມທີ່ຫນ້າຈັບໃຈ, ການຕໍ່ຕ້ານຄວາມເຂົ້າໃຈຜິດທົ່ວໄປ ວ່າປະຊາຊົນຊາວຊາວພື້ນເມືອງ ແລະ Torres Strait Islander ທັງຫມົດເປັນຂອງກຸ່ມດຽວກັນ.

ຊົນຊາວພື້ນເມືອງ ເປັນຄວາມສຳພັນລະຫວ່າງ ວັດທະນະທັມ, ພາສາ, ວິຖີການດໍາລົງຊີວິດ ແລະໂຄງສ້າງການເປັນຍາດພີ່ນ້ອງ.

ຫນຶ່ງໃນວິທີ ທີ່ດີທີ່ສຸດທີ່ຈະລວມເອົາຄວາມຫຼາກຫຼາຍນີ້ ແມ່ນການເບິ່ງ ແຜນທີ່ ຊາວພື້ນເມືອງຂອງອອສເຕຣເລັຍ, ປ້າ Munya Andrews ຜູ້ອາວຸໂສ ຈາກເຜົ່າ Bardi ໃນເຂດ Kimberley ຂອງ Western Australia ອະທິບາຍ.

"ພວກເຮົາຂໍເຊີນຊວນຜູ້ຄົນມາເບິ່ງ ເພາະວ່າມີປະມານ 500 ເຜົ່າທີ່ຢູ່ໃນແຜນທີ່ນັ້ນ. ແຕ່ລະເຜົ່າ ມີພາສາຂອງຕົນເອງ ຫຼືໃຊ້ພາສາຮ່ວມກັບອີກເຜົ່າຫນຶ່ງ."

ປ້າ Munya ກ່າວຕື່ມວ່າ ມີພາສາພື້ນເມືອງ ຫລາຍກວ່າ 250 ພາສາລວມເຖິງ800 ພາສາ ແລະວັດທະນະທັມ ຂອງເຂົາເຈົ້າ, ວິຖີຊີວິດ, ແລະໂຄງສ້າງສາຍພົວພັນ ທັງຫມົດລ້ວນແຕກຕ່າງກັນທົ່ວປະເທດ-ແມ່ນແຕ່ສິລະປະ.

"ຂ້າພະເຈົ້າສາມາດບອກໄດ້ ຈາກການເບິ່ງສິລະປະ ຂອງຊາວພື້ນເມືອງ, ຂ້າພະເຈົ້າຮູ້ຢ່າງແນ່ນອນວ່າ ມັນມາຈາກເຂດໃດຂອງອອສເຕຣເລັຍ ໂດຍສະເພາະ. ຄົນສ່ວນຫລາຍ ຄຶດວ່າການຮູບແຕ້ມຈຸດ (dot painting) ແມ່ນວັດທະນະທັມ ຂອງຊາວພື້ນເມືອງ, ນັ້ນເປັນພຽງແຕ່ເຂດດຽວ.

"ເມື່ອທ່ານເບິ່ງຄົນເຜົ່າ Bardi, ຄົນຂອງຂ້າພະເຈົ້າ, ພວກເຮົາແມ່ນຄົນນ້ຳເຄັມ, ສິລະປະຂອງພວກເຮົາ ແມ່ນຄ້າຍຄືກັນກັບສິລະປະຊາວເກາະອື່ນໆທົ່ວໂລກ ຊຶ່ງເປັນຮູບແຕ້ມທາງ ແບບເສັ້ນ (geometric) ຊຶ່ງສະແດງເຖິງຄື້ນ ແລະມັນບໍ່ແມ່ນຮູບແຕ້ມຈຸດເລີຍ," ລາວກ່າວ.

ປ້າ Munya, ນັກປະພັນ, ທະນາຍຄວາມ ແລະ ຜູ້ອໍານວຍການຮ່ວມຂອງ Evolve Communities ກ່າວວ່າ ຜູ້ຄົນຕ້ອງເຂົ້າໃຈວ່າ 'ຂນາດດຽວ ບໍ່ແມ່ນສຳລັບທຸກຄົນ' ເມື່ອມີສ່ວນຮ່ວມກັບຊົນຊາວພື້ນເມືອງ.

ມັນເປັນບາດກ້າວທີ່ສໍາຄັນ ໃນການສະແດງຄວາມນັບຖື ຕໍ່ຮີດຄອງ ແລະປະເພນີຂອງຊຸມຊົນ, ຊ່ອຍໃຫ້ທ່ານສ້າງຄວາມສໍາພັນທີ່ມີຄວາມຫມາຍຫຼາຍຂຶ້ນ.

Carla Rogers ເຮັດວຽກຮ່ວມກັບ ຊາວພື້ນເມືອງ ທີ່ເຮັດວຽກຮ່ວມກັບປ້າ Munya ກ່າວຕື່ມວ່າ ຄວາມຮູ້ດັ່ງກ່າວ ເປັນສິ່ງສໍາຄັນ ທີ່ຈະເຂົ້າໃຈປວັດສາດຮ່ວມກັນ ຂອງອອສເຕຣເລັຍ ແລະເປັນຫຍັງຊ່ອງວ່າງ ລະຫວ່າງຊາວພື້ນເມືອງ ແລະຄົນທີ່ບໍ່ແມ່ນຊາວພື້ນເມືອງ ຈຶ່ງຍັງມີຢູ່ໃນທຸກວັນນີ້.

"ເມື່ອອອສເຕຣເລັຍ ເປັນຫົວເມືອງຂຶ້ນເທື່ອທໍາອິດ ແລະ [ກຳລັງ] ດໍາເນີນຕໍ່ໄປ,ມັນເປັນການ ຂາດຄວາມຮັບຮູ້ ເຖິງຄວາມແຕກຕ່າງນີ້ ທີ່ໄດ້ເປັນຈຸດສໍາຄັນ ຂອງບັນຫາຂອງພວກເຮົາ. ນາງກ່າວວ່າ ບັນຫາຫລາຍຢ່າງ ຂອງພວກເຮົາທີ່ມີຢູ່ໃນເວລານີ້ [ແມ່ນຍ້ອນ] ການເຫັນຊາວພື້ນເມືອງ ແລະຊາວ Torres Strait Islander ເປັນກຸ່ມດຽວກັນ ແລະບໍ່ຍອມຮັບ ຄວາມແຕກຕ່າງທີ່ຫຼາກຫຼາຍນີ້."

Multigenerational Aboriginal Family spends time together in the family home
The Indigenous peoples of Australia are not one homogenous group. - Belinda Howell/Getty Source: Moment RF / Belinda Howell/Getty Images

ອອສເຕຣເລັຍ ເຄີຍມີຫຼາຍວັດທະນະທັມ ມາໂດຍຕລອດ.

ຊົນເຜົ່າພື້ນເມືອງແມ່ນ "ຜູ້ຊ່ຽວຊານ" ໃນລັດທິຫຼາຍວັດທະນະທັມ, ປ້າ Munya ກ່າວ.

"ຊົນເຜົ່າຂອງຂ້າພະເຈົ້າ ໄດ້ພົວພັນກັບລັດທິຫຼາຍວັດທະນະທັມ ມາຫຼາຍພັນປີແລ້ວ. ພວກເຮົາ ໄດ້ຮຽນຮູ້ທີ່ຈະຕິດຕໍ່ພົວພັນກັບກຸ່ມຊາວພື້ນເມືອງກຸ່ມອື່ນໆ, ຮຽນຮູ້ ທີ່ຈະເວົ້າບາງພາສາທີ່ແຕກຕ່າງກັນ." ນາງອະທິບາຍ.

ມັນເປັນສິ່ງສໍາຄັນ ທີ່ຈະຮັບຮູ້ ບຸກຄົນຢ່າງ Dr Mariko Smith, ຜູ້ທີ່ມີມໍລະດົກແລະວັດທະນະທັມ ພື້ນເມືອງ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຄວາມແຕກຕ່າງຂອງຊາວອອສເຕຣເລັຍທໍາອິດ ມີຄວາມຫຼາກຫຼາຍຕື່ມຂຶ້ນ.

ພໍ່ຂອງນາງແມ່ນມາຈາກ Yuin Nation, ຢູ່ຝັ່ງທະເລທາງໃຕ້ຂອງຣັດ New South Wales, ໃນຂນະທີ່ແມ່ຂອງນາງ ມາຈາກເມືອງ Kokura ໃນເກາະ Kyushu, ປະເທດຍີ່ປຸ່ນ.

" ຍ້ອນມໍລະດົກຂອງຍີ່ປຸ່ນ ແລະຊາວພື້ນເມືອງຂອງຂ້ອຍ ບາງຄົນຄຶດວ່າ ຂ້ອຍມາຈາກພາກເຫນືອ ແລະພາກຕາເວັນຕົກສ່ຽງເຫນືອ ຂອງອອສເຕຣເລັຍ, ບ່ອນທີ່ມີອຸດສາຫະກັມໄຂ່ມຸກຍີ່ປຸ່ນ,

"ແຕ່ພໍ່ແມ່ຂອງຂ້ອຍໄດ້ພົບກັນ ຢູ່ຮ້ານກາເຟແຫ່ງຫນຶ່ງ ໃນເກາະ Kyushu ຕອນທີ່ພໍ່ຂອງຂ້ອຍ ເດີນທາງໃນປະເທດຍີ່ປຸ່ນ. ເຂົາເຈົ້າໄດ້ແຕ່ງງານກັນຢູ່ຍີ່ປຸ່ນ ແລ້ວລາວກໍພານາງ ມາອອສເຕຣເລັຍ."

ເມື່ອເຕີບໃຫຍ່ຂຶ້ນ, Dr Smith ໄດ້ປະສົບກັບ "ການດູຖູກທາງເຊື້ອຊາດ" ດ້ວຍວ່າມີໜ້າຕາຄົນເອເຊັຍ ແຕ່ເວົ້າວ່າ ຄໍາເຫັນເຫຼົ່ານັ້ນໄດ້ຂຶ້ນໄປສູ່ "ລະດັບຕໍ່ໄປ" ເມື່ອຜູ້ຄົນໄດ້ຮູ້ວ່າ ທ່ານນາງຍັງເປັນຊາວພື້ນເມືອງນຳອີກເຊັ່ນກັນ.

ມັນເປັນຍ້ອນແນວຄວາມຄິດ ແລະຄວາມເຂົ້າໃຈທີ່ແຄບ ທີ່ຜູ້ຄົນມີກ່ຽວກັບຄົນພື້ນເມືອງ, ເຊັ່ນສີຜິວ ຫຼືລະດັບຂອງ ອາຣິຍະທັມ, ຊຶ່ງຮຽນຮູ້ຈາກປວັດສາດ ທີ່ເປັນລາຍລັກອັກສອນ, Dr Smith ອະທິບາຍ.

"ຜູ້ຄົນອາດຄິດວ່າ ເຂົາເຈົ້າບໍ່ເຄີຍພົບກັບຄົນພື້ນເມືອງ ໃນຊີວິດຂອງພວກເຂົາມາກ່ອນ, ແຕ່ພວກເຂົາອາດຈະເຄີຍ, ພຽງແຕ່ວ່າ ພວກເຂົາຈະບໍ່ຢືນຢັນຕໍ່ແນວຄິດ ແລະແນວຄວາມຄາດໝາຍຂອງຜູ້ຄົນ."

Dr Smith ກ່າວວ່າ ອອສເຕຣເລັຍສມັຍໃໝ່, ຊຶ່ງມີຫຼາຍວັດທະນະທັມ, ຕ້ອງຮັບຮູ້ແລະຮັບເອົາຄວາມແຕກຕ່າງ ພາຍໃນປະຊາຊົນຊາວພື້ນເມືອງ ໃຫ້ມີສ່ວນຮ່ວມຢ່າງແທ້ຈິງ.

"ຖ້າຫາກວ່າ ທ່ານກໍາລັງຄິດເຖິງຄົນພື້ນເມືອງ ໃນວິທີການແບບງ່າຍໆ, ແລ້ວກໍມີແຕ່ວິທີແກ້ໄຂທີ່ງ່າຍໆເທົ່ານັ້ນ. ມັນເປັນແນວຄວາມຄິດທີ່ສລັບຊັບຊ້ອນ, ມີຄວາມແຕກຕ່າງກັນ, ທີ່ຕ້ອງມີການແກ້ໄຂຢ່າງຮອບດ້ານ ແລະ ມີຄວາມແຕກຕ່າງກັນ, ແລະຄວາມຄິດກໍເຊັ່ນກັນ."

Carla Rogers ອະທິບາຍວ່າ ຜູ້ຄົນສາມາດເຮັດຜິດພາດໄດ້ ເມື່ອຄົນທີ່ບໍ່ແມ່ນຊາວພື້ນເມືອງ ບໍ່ເຂົ້າໃຈຄວາມຫຼາກຫຼາຍນີ້.

"ພວກເຮົາ ສາມາດເວົ້າບາງສິ່ງ ທີ່ອາດເຮັດໃຫ້ເຈັບປວດຫລາຍ ຊຶ່ງເປັນອາດສິ່ງທີ່ຢຽດເຊື້ອຊາດໄດ້. ນັ້ນແມ່ນອຸບປະສັກ ໃນການເຂົ້າໃຈ."

ເນື້ອເລື່ອງໂດຍ  Yumi Oba ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Thirteen Aboriginal and Torres Strait Islander people from across Australia taking part in the inaugural Mob in Fashion initiative.
Thirteen Aboriginal and Torres Strait Islander people from across Australia are taking part in the inaugural Mob in Fashion initiative. Credit: Thirteen Aboriginal and Torres Strait Islander people from across Australia are taking part in the inaugural Mob in Fashion initiative.

ເຮົາຈະຮຽນຮູ້ເພີ່ມເຕີມ ກ່ຽວກັບຄວາມແຕກຕ່າງ ຂອງຊາວພື້ນເມືອງ ໄດ້ຢູ່ໃສ?

ເຊັ່ນດຽວກັບທ່ານ ຈະເດີນທາງຜ່ານຢູໂຣບ, ເລີ່ມຕົ້ນດ້ວຍແຜນທີ່, ລະບຸປະເທດທີ່ທ່ານຢູ່, ແລະຮຽນຮູ້ກ່ຽວກັບວັດທະນະທັມ ແລະພາສາຂອງປະເທດນັ້ນ.

Carla Rogers ກ່າວວ່າ "ຖ້າທ່ານເດີນທາງ ມາເປັນເວລາຫລາຍກວ່າສອງຊົ່ວໂມງ, ເຊັ່ນຈາກ Sydney, ແລ້ວທ່ານຈະຜ່ານປະເທດຕ່າງໆ.

ເພື່ອຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບທ້ອງຖິ່ນ, ລວມທັງເຈົ້າຂອງ ແລະປວັດສາດດັ້ງເດີມ, ສະພາທີ່ດິນ ແລະເທດສະບານທ້ອງຖິ່ນ ແມ່ນຈຸດເລີ່ມຕົ້ນທີ່ດີ.

ປ້າ Munya ກ່າວວ່າ ມັນກ່ຽວກັບ "ການສຶກສາດ້ວຍຕົນເອງ."

"ຮຽນຮູ້ໃຫ້ຫຼາຍ ເທົ່າທີ່ຈະເຮັດໄດ້, ມີສ່ວນຮ່ວມ ໂດຍສະເພາະກັບຊົນຊາດທໍາອິດ. ບໍ່ຕ້ອງຢ້ານ ,ພຽງແຕ່ແນະນໍາຕົວທ່ານເອງ, ໄປຮ່ວມໃນກິດຈະການຊຸມຊົນ."

ມັນກ່ຽວກັບການມີຄວາມກ້າຫານພໍ ທີ່ຈະກ້າວໄປຮູ້ຈັກກັບ First Nations.


Share