ກຳລັງຄິດທີ່ຈະຕິດຕັ້ງ ແຜງພະລັງແສງຕາເວັນບໍ່? ນີ້ຄື ສິ່ງທີ່ທ່ານຕ້ອງຮູ້.

Young family with dog on a walk through the meadow near their family home with solar panels on the roof.

Solar energy is becoming increasingly popular in Australia, with 30 per cent of homes now utilizing it. Source: Moment RF / Halfpoint Images/Getty Images

ອາກາດທີ່ອົບອຸ່ນ ຂອງອອສເຕຣເລັຍ ມີພະລັງແສງຕາເວັນ ຢ່າງຫລວງຫລາຍຕລອດປີ, ເຮັດໃຫ້ພະລັງແສງຕາເວັນ ເປັນສ່ວນທີ່ສໍາຄັນຫລາຍຂຶ້ນ ໃນການຈັດຫາໄຟຟ້າ ຂອງປະເທດ. ມາຮຽນຮູ້ວ່າ ມີຂໍ້ກຳ ໜົດຫຍັງແດ່ ສໍາລັບການຕິດຕັ້ງລະບົບພະລັງງານ ແສງຕາເວັນໃນເຮືອນຂອງທ່ານ.


ຈຸດສຳຄັນ
  • ພະລັງງານແສງງຕາເວັນ ກໍາລັງກາຍເປັນທີ່ນິຍົມຫຼາຍຂຶ້ນ ໃນອອສເຕຣເລັຍ ໂດຍຂນະນີ້ ມີ 30 ເປີເຊັນຂອງເຮືອນ ທີ່ໃຊ້ພະລັງງານນີ້.
  • ທັງເຈົ້າຂອງເຮືອນ ແລະຜູ້ເຊົ່າເຮືອນ ມີທາງເລືອກ ທີ່ຈະຕິດຕັ້ງພະລັງງານແສງຕາເວັນ; ເຖິງຢ່າງໃດກໍຕາມ, ຜູ້ເຊົ່າ ອາດພົບວ່າ ມັນບໍ່ມີປໂຍດ ເພາະຄ່າໃຊ້ຈ່າຍ ເປັນສິ່ງຍາກ ທີ່ຈະໄດ້ຄືນ ພາຍໃນໄລຍະເວລາສັ້ນໆ.
  • ເງິນຊ່ອຍເຫຼືອ (Rebates) ແລະໂຄງການ ມີໃຫ້ໃນຣັດ ແລະເຂດປົກຄອງ ຕ່າງໆ ຂອງອອສເຕຣເລັຍ.
ໃນໄລຍະປີ 2021-22, ການຜລິດພະລັງງານແສງຕາເວັນ ແລະລົມ ໃນປະເທດອອສເຕຣເລັຍ ໄດ້ຫຼາຍເກີນກວ່າການໃຊ້ໄຟຟ້າ ໃນຄອບຄົວເປັນຄັ້ງທໍາອິດ, ຕາມການລາຍງານ ຂອງສຳນັກງານສະຖິຕິ ຂອງອອສເຕຣເລັຍ (ABS)

ສິ່ງນີ້ ເນັ້ນເຖິງຄວາມສໍາຄັນທີ່ເພີ່ມຂຶ້ນ ຂອງແຫຼ່ງພະລັງງານທົດແທນ ໃນການຕອບສນອງຄວາມຕ້ອງການ ດ້ານພະລັງງານ ຂອງປະເທດ ແລະ ສະທ້ອນເຖິງການປ່ຽນແປງ ທີ່ກວ້າງຂວາງໄປສູ່ ການປະຕິບັດດ້ານພະລັງງານທີ່ຍືນຍົງ.

ຜົນປໂຍດ

ພະລັງງານແສງຕາເວັນ ຍັງຖືກລະບຸວ່າ ເປັນທາງເລືອກທີ່ກຸ້ມຄ່າກວ່າ ເມື່ອທຽບກັບໄຟຟ້າທົ່ວໄປ.

Dr Archie Chapman, ຮອງສາດສະດາຈານ ທີ່ School of Electrical Engineering and Computer Science ຂອງ ມະຫາວິທະຍາ ໄລ Queensland, ເປັນຜູ້ຊ່ຽວຊານໃນດ້ານນີ້. ລາວເວົ້າວ່າ ມັນບໍ່ພຽງແຕ່ລາຄາຖືກກວ່າເທົ່ານັ້ນ, ແຕ່ຍັງລົດຄວາມກົດດັນ ໃນການສົ່ງໄຟຟ້ານໍາອີກ.

"ພະລັງງານແສງຕາເວັນ ມີຜົນປໂຍດຫຼາຍຢ່າງ. ມັນເປັນປໂຍດ ສໍາລັບຜູ້ທີ່ຕິດຕັ້ງ ພະລັງແສງຕາເວັນ ຢູ່ໃນບ້ານຂອງເຂົາເຈົ້າ ເພາະເຂົາເຈົ້າສາມາດປະຢັດເງິນໄດ້. ມັນສາມາດ ໃຫ້ໄຟຟ້າແກ່ບ້ານຂອງທ່ານ, ນັ້ນຄືເຄື່ອງໃຊ້ໃນບ້ານຂອງທ່ານ ທີ່ໃຊ້ໄຟຟ້າ ແທນທີ່ທ່ານຕ້ອງຊື້ໄຟຟ້າຈາກຜູ້ໃຫ້ບໍຣິການ."

Mr Chapman ອະທິບາຍເຖິງຜົນປໂຍດຢ່າງອື່ນ ຂອງການປ່ຽນໄປໃຊ້ພະລັງງານແສງຕາເວັນ.

"ມີຜົນປໂຍດອີກສອງຢ່າງ, ຫນຶ່ງຄື ເຄືອຂ່າຍການແຈກຢາຍໄຟຟ້າໃນທ້ອງຖິ່ນ, ນັ້ນຄືເສົາໄຟ ແລະສາຍໄຟ ທີ່ແລ່ນໄປຕາມຖນົນໃນເມືອງໃນ. ເຂົາເຈົ້າ ສ້າງຄວາມແອອັດ ແລະການມີພະລັງງານທີ່ຜລິດໃນທ້ອງຖິ່ນຫລາຍກວ່າເກົ່າ ຈະຊ່ອຍຫລຸດຜ່ອນຄວາມແອອັດ ໂດຍສະເພາະໃນມື້ທີ່ຮ້ອນຫຼາຍ ຫລືມື້ທີ່ຕ້ອງການພະລັງງານຫລາຍ"
ຢ່າງທີສອງ, ພະລັງງານແສງຕາເວັນ ບໍ່ພຽງແຕ່ຫລຸດຜ່ອນຄ່າໃຊ້ຈ່າຍເທົ່ານັ້ນ ແຕ່ຍັງສົ່ງເສີມ ວິທີການຜລິດໄຟຟ້າທີ່ສະອາດກວ່າ. Energy Australia ກ່າວວ່າ 60 ເປີເຊັນ ຂອງຖ່ານຫີນ ຍັງເປັນບ່ອນຜລິດພະລັງງານ ຂອງອອສເຕຣເລັຍຢູ່.

"ການຜລິດພະລັງງານ ໃນອອສເຕຣເລັຍ ສ່ວນໃຫຍ່ຍັງມາຈາກໂຮງງານໄຟຟ້າຖ່ານຫີນ ແລະ ສິ່ງໃດກໍຕາມ ທີ່ເຮົາສາມາດເຮັດໄດ້ ເພື່ອຊົດເຊີຍການໃຊ້ພະງານຈາກຖ່ານຫີນ ກໍຈະເປັນສິ່ງດີ ໃນດ້ານຜົນກະທົບ ຂອງການປ່ອຍອາຍກາກບອນ ຕໍ່ການປ່ຽນແປງດິນຟ້າອາກາດ"

Stan Krpan, CEO ຂອງ Solar Victoria, ກ່າວວ່າ ຫຼັງຈາກທີ່ເພິ່ງພາຖ່ານຫີນ ເປັນເວລາດົນນານ, ບັດນີ້ ອອສເຕຣເລັຍກໍາລັງປ່ຽນແປງໄປສູ່ພະລັງງານແສງຕາເວັນ.

"ພວກເຮົາກໍາລັງຢູ່ໃນລະຫວ່າງ ການປ່ຽນແປງໄປສູ່ ພະລັງງານທົດແທນ. ອອສເຕຣເລັຍ ໄດ້ສັນຍາວ່າ 82 ເປີເຊັນ ຂອງພະລັງງານຂອງເຮົາ ຈະມາຈາກແຫລ່ງພະລັງງານທົດແທນ ພາຍໃນປີ 2035. ສະນັ້ນພຽງແຕ່ 10 ປີນັບຈາກນີ້."

ການນໍາໃຊ້(Panel) ແສງຕາເວັນ ຢູ່ເທິງຫລັງຄາ ໄດ້ເພີ່ມຂຶ້ນ, ເຮັດໃຫ້ພະລັງງານແສງຕາເວັນ ເປັນສ່ວນສໍາຄັນ ໃນດ້ານພະລັງງານຂອງປະເທດ..

"ຕອນນີ້ ມີແຜງ (Panel) ແສງຕາເວັນ ຢູ່ເທິງຫລັງຄາ ຂອງເຮືອນ 4ລ້ານຫຼັງ, ຊຶ່ງເປັນປະມານ 30 ເປີເຊັນຂອງບ້ານເຮືອນ ໃນອອສເຕຣເລັຍ." ລາວອະທິບາຍ.

Engineer on roof controlling solar panels
Both landlords and tenants have the option to install solar power; however, tenants may find it less advantageous, as the costs are difficult to recoup within a shorter timeframe. Credit: Cavan Images / Robert Niedring p/Getty Images/Cavan Images RF

ໃຜສາມາດຕິດຕັ້ງແຜງ Solar?

Mr Krpan ກ່າວວ່າ ຕາມປົກກະຕິແລ້ວ ແມ່ນເຈົ້າຂອງເຮືອນ ເປັນຜູ້ຕິດຕັ້ງ (Panel) ແສງຕາເວັນ, ເຮັດໃຫ້ຜູ້ເຊົ່າ ໄດ້ຮັບຜົນປໂຍດ ຈາກພະລັງງານທົດແທນ.

"ໃນກໍຣະນີສ່ວນໃຫຍ່, ຜູ້ທີ່ເປັນເຈົ້າຂອງເຮືອນ ເປັນຜູ້ຕິດຕັ້ງແຜງພະລັງງານແສງຕາເວັນ, ແຕ່ມີເງິນຊ່ອຍເຫຼືອ (Rebates) ແລະສິ່ງຈູງໃຈ(Incentives). ແນ່ນອນ ໃນຣັດ Victoria ແລະບາງຣັດ ກໍມີສິ່ງຈູງໃຈໃຫ້ເຈົ້າຂອງບ້ານ. ສະນັ້ນ, ຜູ້ທີ່ເປັນເຈົ້າຂອງເຮືອນ ແຕ່ອາດໃຫ້ຄົນອື່ນເຊົ່າ ແລ້ວຕິດຕັ້ງພະລັງແສງຕາເວັນຢູ່ເທິງຫລັງຄາ ແລະແລ້ວເຫັນໄດ້ວ່າ ຜູ້ເຊົ່າເຮືອນ ຈະໄດ້ຜົນຜົນປໂຍດຈາກໄຟຟ້າທີ່ຜລິດ."

Mr Krpan ກ່າວຕື່ມວ່າ, ເນື່ອງຈາກວ່າ ຄ່າຂອງແຜງ (Panel) ແສງຕາເວັນ ບໍ່ສາມາດທົດແທນໄດ້ ໃນໄລຍະສັ້ນໆ, ໂດຍທົ່ວໄປແລ້ວ ບໍ່ແນະນໍາໃຫ້ຜູ້ເຊົ່າ ຕິດຕັ້ງມັນ.

"ຕາມປົກກະຕິແລ້ວ ມັນບໍ່ໄດ້ເປັນສິ່ງ ທີ່ຜູ້ເຊົ່າຈະຕິດຕັ້ງ ດ້ວຍຄ່າໃຊ້ຈ່າຍຂອງຕົນເອງ. ແລະນັ້ນກໍເປັນເພາະ ມັນຈະໃຊ້ເວລາສອງສາມປີ ສໍາລັບພະລັງງານ ທີ່ຖືກສ້າງຂຶ້ນ ເພື່ອຈ່າຍຄ່າລະບົບນັ້ນເອງ ແລະຂຶ້ນກັບການຕົກລົງຂອງຜູ້ເຊົ່າ; ບໍ່ຈໍາເປັນຕ້ອງຮັບປະກັນວ່າ ຜູ້ເຊົ່າ ຈະເຊົ່າ ເຮືອນນັ້ນເປັນເວລາດົນນານ ເພື່ອວ່າເຂົາເຈົ້າ ຈະໄດ້ຮັບຜົນປໂຍດຈາກໄຟຟ້າຢ່າງເຕັມທີ່."
Solar Panels on home rooftop
Rebates and schemes are available in different Australian states and territories. Source: Moment RF / owngarden/Getty Images

ມີເງິນຊ່ອຍເຫຼືອ (Rebates) ຫຍັງແດ່?

ຂໍແນະນໍາ ໃຫ້ທ່ານຄົ້ນຄວ້າ ຫາເວັບໄຊ້ຂອງຣັຖບານ ເພື່ອຊອກຫາເງິນຊ່ອຍເຫຼືອ (Rebates) ແລະສິ່ງຈູງໃຈ (Incentive) ສໍາລັບການຕິດຕັ້ງພະລັງແສງຕາເວັນ ທີ່ບ້ານຂອງທ່ານ. ຣັຖບານ Commonwealth ມີເວບໄຊຕ໌ ທີ່ຈະຊ່ອຍທ່ານ ຊອກຫາເງິນຊ່ອຍເຫຼືອ(Rebates) ທີ່ເໝາະສົມ.

ຍົກຕົວຢ່າງ, Solar Victoria ສເນີເງິນຊ່ອຍເຫຼືອ (Rebates) ຈໍານວນ 1,400 ໂດລາ ສໍາລັບແຜງແສງຕາເວັນເທິງຫຼັງຄາ. ເຂົາເຈົ້າຍັງໃຫ້ເງິນກູ້ ໂດຍບໍ່ຕ້ອງເສັຍດອກເບັ້ຍເປັນເວລາສີ່ປີ ແລະນັ້ນບໍ່ວ່າ ທ່ານຈະເປັນເຈົ້າຂອງເຮືອນຫຼືຜູ້ເຊົ່າ. ເຂົາເຈົ້າ ຍັງໃຫ້ເງິນກູ້ຢືມ ທີ່ບໍ່ຕ້ອງຈ່າຍດອກເບັ້ຍ ຈຳນວນ $8,800 ເພື່ອຊື້ຫມໍ້ໄຟ ໃນບ້ານ (Home battery).

Mr Krpan ອະທິບາຍວ່າ ຣັດອື່ນໆຂອງອອສເຕຣເລັຍ ກໍມີໂຄງການທີ່ຄ້າຍຄືກັນ.

"ໃນ New South Wales... South Australia ແລະ Queensland ກໍມີ ໂຄງການຈູງໃຈ ທີ່ເທົ່າໆກັນ, ແຕ່ທ່ານ ຕ້ອງເຮັດການຄົ້ນຄວ້າຂອງທ່ານເອງ ໃນແຕ່ລະຣັດ."

ໃນຂນະທີ່ໂລກກ້າວໄປສູ່ການຫລຸດຜ່ອນກາກບອນ (Decarbonisation), ເປົ້າຫມາຍ ທີ່ຈະບັນລຸການຫລຸດຜ່ອນ ການປ່ອຍອາຍກາກບອນ ພາຍໃນປີ 2050 ໄດ້ກາຍເປັນຈຸດສໍາຄັນ ສໍາລັບຫຼາຍປະເທດ, ຮວມທັງອອສເຕຣເລັຍ.

ຄວາມມຸ່ງຫມັ້ນນີ້, ສອດຄ່ອງ ກັບຂໍ້ຕົກລົງຂອງ Paris Agreement, ຊຶ່ງກຳໜົດ ໃຫ້ຫລຸດຜ່ອນການປ່ອຍກາກບອນ ໃນຫລາຍໆພາກສ່ວນຂອງເສດຖະກິດ.

"ໃນດ້ານໄຟຟ້າ, ມີການປ່ຽນແປງທີ່ສໍາຄັນໃນໄລຍະ 10 ຫຼື 15 ປີທີ່ຜ່ານມາ ຈາກຖ່ານຫີນ ແລະ ແຫຼ່ງພະລັງງານອື່ນໆ ລວມທັງແກັສສໍາລັບໄຟຟ້າ ໄປສູ່ແຫຼ່ງພະລັງງານທົດແທນ. ປະຈຸບັນນີ້ ພວກເຮົາມີປະມານ30 ເປີເຊັນທົ່ວປະເທດ ແລະຈະເພີ່ມຂຶ້ນເຖິງ 82 ເປີເຊັນ ຂອງໄຟຟ້າທີ່ມາຈາກແຫລ່ງພະລັງງານທົດແທນ ພາຍໃນປີ 2035 ພາຍໃຕ້ຄໍາຫມັ້ນສັນຍາ ຂອງຣັຖບານ Commonwealth," Mr Krpan ອະທິບາຍ.

ສໍາລັບຣັດຂອງທ່ານ, ກະຣຸນາເຂົ້າໄປທີ່ລິ້ງທາງລຸ່ມນີ້:


ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ [email protected]

ເນື້ອເລື່ອງໂດຍ Afnam Malik ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່



Share