Donald Trump ໄດ້ຖືກພົບວ່າ ມີຄວາມຜິດໃນ 34 ຂໍ້ຫາ

Former US President Trump Returns Trump Tower After Guilty Verdicts

ອະດີດປະທານາທິບໍດີ ຢູ່ນອກສານນິວຢອກ ບ່ອນທີ່ທ່ານ ຫາກໍໄດ້ກາຍມາເປັນປະທານາທິບໍດີຄົນທໍາອິດ-ໃນປະຈຸບັນຫລືອະດີດ-ທີ່ຖືກຕິດສິນວ່າ ມີຄວາມຜິດທາງອາຍາ. ທ່ານໄດ້ທໍາການໂຈມຕີ ກ່ຽວກັບການດໍາເນີນຄະດີ. Source: EPA / PETER FOLEY/EPA

ອະດີດປະທານາທິບໍດີ Donald Trump ໄດ້ຖືກພົບວ່າ ມີຄວາມຜິດໃນ 34 ຂໍ້ຫາ ໃນການປອມແປງ ບັນທຶກທຸຣະກິດ ເພື່ອປິດບັງການຈ່າຍເງິນ ກ່ອນການເລືອກຕັ້ງປີ 2016 ໃຫ້ແກ່ດາຣາ ໜັງໂປ້ (Porn star) Stormy Daniels ຫຼັງຈາກທີ່ຄນະລູກຂຸນ (Jury) ໃນ New York ພົບວ່າທ່ານມີຄວາມຜິດໃນທຸກຂໍ້ຫາ ໃນການພິຈາຣະນາຄະດີ ເງິນອັດປາກ.


Donald Trump ໄດ້ຖືກພົບວ່າ ມີຄວາມຜິດໃນ 34 ຂໍ້ຫາ.

Donald Trump ໄດ້ກາຍເປັນ ປະທານາທິບໍດີສະຫະຣັດຄົນທໍາອິດ ທີ່ຖືກຕັດສິນວ່າມີຄວາມຜິດທາງອາຍາ ຫຼັງຈາກທີ່ຄນະລູກຂຸນ (Jury) ໃນ New York ພົບວ່າທ່ານມີຄວາມຜິດໃນທຸກຂໍ້ຫາ ໃນການພິຈາຣະນາຄະດີ ເງິນອັດປາກ.

ອະດີດປະທານາທິບໍດີ ໄດ້ຖືກພົບວ່າ ມີຄວາມຜິດໃນ 34 ຂໍ້ຫາ ເລື່ອງຂອງການປອມແປງ ບັນທຶກທຸຣະກິດ ເພື່ອປິດບັງການຈ່າຍເງິນ ກ່ອນການເລືອກຕັ້ງປີ 2016 ໃຫ້ແກ່ດາຣາ ໜັງໂປ້ (Porn star) Stormy Daniels.

ຜູ້ສມັກປະທານາທິບໍດີ ສັງກັດພັກ Republican ອາຍຸ 77 ປີ ຜູ້ທີ່ສາມາດປະເຊີນຫນ້າ ກັບການຖືກຄຸກນັ້ນ ບໍ່ໄດ້ຖືກຫ້າມ ບໍ່ໃຫ້ສມັກຕໍາແຫນ່ງ ແລະຄາດວ່າຈະຍື່ນອຸທອນ.

ແຕ່ດັ່ງທີ່ Penry Buckley ລາຍງານ, ຄໍາຕັດສິນດັ່ງກ່າວ ອາດມີຜົນກະທົບຢ່າງເດັດຂາດ ຕໍ່ຄວາມພະຍາຍາມ ຂອງທ່ານ ທີ່ຈະຊນະທໍານຽບຂາວກັບຄືນ ຈາກປະທານາທິບໍດີ ຂອງພັກ Democrat ທ່ານ Joe Biden ໃນການເລືອກຕັ້ງ ເດືອນພະຈິກ.

Penry Buckley ລາຍງານ.

Donald Trump ທີ່ບໍ່ສະແດງຄວາມຮູ້ສຶກ ບໍ່ສົນໃຈຕໍ່ຄໍາຖາມ ຂອງນັກຂ່າວ ໃນ ຂນະທີ່ ທ່ານອອກຈາກສານອາຍາ Manhattan (Manhattan Criminal Court) ຫຼັງຈາກການຕັດສິນ ໃນຄະດີເງິນອັດປາກຂອງທ່ານ.

ສະມາຊິກ 12 ຄົນຂອງຄນະລູກຂຸນ (Jury) ໄດ້ພິຈາລະນາ ເປັນເວລາຫລາຍກວ່າ 11 ຊົ່ວໂມງໃນສອງມື້-ຫລັງຈາກໄດ້ພັກເຄິ່ງຊົ່ວໂມງ ເພື່ອຂຽນຟອມ-ໄດ້ໃຫ້ຄໍາຕັດສິນ ພາຍໃນຫນຶ່ງນາທີ.

ມີລາຍງານວ່າ ອະດີດປະທານາທິບໍດີ ໄດ້ນັ່ງງຽບຢູ່ ໃນຂນະທີ່ຜູ້ພິພາກສາ ທ່ານ Juan Merchan ໄດ້ຂໍໃຫ້ເຈົ້າຫນ້າທີ່ ອ່ານຄໍາຕັດສິນ ໃນຂໍ້ຫາທໍາອິດ ຂອງການປອມແປງເອກະສານຕ່າງໆ ດ້ານເງິນ ທີ່ຈ່າຍເພື່ອອັດປາກ ອະດີດນັກສະແດງຜູ້ໃຫຍ່ Stormy Daniels.

ແລ້ວ Donald Trump ກໍຍັງບໍ່ເຄື່ອນໄຫວ ໃນຂນະທີ່ເຂົາເຈົ້າ ໃຫ້ຄໍາຕອບອັນດຽວກັນ-"ຜິດ"-ສໍາລັບທັງ 34 ຂໍ້ຫາ.

ແຕ່ການກ່າວ ຢູ່ນອກສານນິວຢອກ ບ່ອນທີ່ທ່ານ ຫາກໍໄດ້ກາຍມາເປັນປະທານາທິບໍດີຄົນທໍາອິດ-ໃນປະຈຸບັນຫລືອະດີດ-ທີ່ຖືກຕິດສິນວ່າ ມີຄວາມຜິດທາງອາຍາ. ທ່ານໄດ້ທໍາການໂຈມຕີ ກ່ຽວກັບການດໍາເນີນຄະດີ.

"ມັນເປັນການພິຈາຣະນາ ຢ່າງບໍ່ຍຸດຕິທັມ, ມັນເປັນຄວາມອັບອາຍ. ພວກເຂົາບໍ່ໃຫ້ພວກເຮົາປ່ຽນສະຖານທີ່. ພວກເຮົາ ມີຫ້າເປີເຊັນຫລືຫົກເປີເຊັນ ໃນເຂດນີ້. ນີ້ແມ່ນການພິຈາຣະນາຄະດີ ທີ່ຖືກບົ່ງໄວ້ແລ້ວ ແລະຫນ້າອັບອາຍ. ຄໍາຕັດສິນທີ່ແທ້ຈິງ ຈະແມ່ນວັນທີ 5 ພະຈິກ ໂດຍປະຊາຊົນ, ແລະພວກເຂົາຮູ້ວ່າ ມີຫຍັງເກີດຂຶ້ນຢູ່ທີ່ນີ້, ທຸກຄົນຮູ້ວ່າມີຫຍັງເກີດຂຶ້ນຢູ່ທີ່ນີ້."

Donald Trump ອາຍຸ 77 ປີທີ່ຖືກສເນີ ເປັນຜູ້ສມັກຊິງຕຳແໜ່ງ ປະທານາທິບໍດີຂອງພັກຣີພັບບລິກັນ ຜູ້ທີ່ຖືກປ່ອຍໂຕ ໂດຍບໍ່ມີການປະກັນ ໄດ້ບັນລະຍາຍວ່າຕົວເອງເປັນ "ຄົນທີ່ບໍຣິສຸດຫຼາຍ"-ແຕ່ຕອນນີ້ ລາວເປັນອາດຊະຍາກອນ ທີ່ຖືກຕັດສິນວ່າຜິດ.

ໃນຣັດ Florida ບ່ອນທີ່ Donald Trump ໄດ້ລົງຄະແນນສຽງ ໃນປີ 2020, ຕາມປົກກະຕິແລ້ວ ພວກນັກໂທດ ແມ່ນຈະໄດ້ຮັບອະນຸຍາດໃຫ້ລົງຄະແນນສຽງໄດ້ ຫລັງຈາກພົ້ນໂທດແລ້ວເທົ່ານັ້ນ.

ແຕ່ທີ່ສໍາຄັນຄື ການຖືກຕັດສິນ ບໍ່ໄດ້ກີດກັນລາວ ຈາກການລົງສມັກຕໍາແຫນ່ງປະທານາທິບໍດີ ກັບປະທານາທິບໍດີ Joe Biden ໃນການເລືອກຕັ້ງໃນເດືອນພະຈິກ.

ໃນຖແລງການສະບັບຫນຶ່ງ, ການໂຄສະນາຫາສຽງຂອງປະທານາທິບໍດີ Biden ໄດ້ກ່າວວ່າ ຜົນຂອງຄະດີ ສະແດງໃຫ້ເຫັນວ່າ ບໍ່ມີໃຜຢູ່ເຫນືອກົດຫມາຍ ແລະ "ວິທີດຽວ" ທີ່ຈະເຮັດໃຫ້ Trump ອອກຈາກທໍານຽບຂາວ ແມ່ນ "ຢູ່ໃນກ່ອງປ່ອນບັດ".

ໃນຄໍາເວົ້າ ທີ່ໄດ້ຢ້ອນຄືນໄປສູ່ການກ່າວຄໍາປາໄສ ທີ່ສ້າງຄວາມແຕກແຍກ ຂອງທ່ານ ກ່ອນໄຊຊະນະ ໃນການເລືອກຕັ້ງປີ 2016ນັ້ນ, Donald Trump ໄດ້ກ່າວຫາຄູ່ປໍຣະປັກຂອງທ່ານວ່າ ເປັນຜູ້ກໍ່ເລື້ອງຄະດີຕໍ່ທ່ານ.

"ປະເທດເຮົາໄດ້ໄປນາຮົກ, ພວກເຮົາ ບໍ່ແມ່ນປະເທດດຽວກັນອີກຕໍ່ໄປ. ພວກເຮົາ ມີຄວາມແຕກແຍກກັນ, ພວກເຮົາ ເປັນຊາດທີ່ຕົກຕ່ຳ, ຕົກຕ່ຳຢ່າງຮ້າຍແຮງ. ຫຼາຍລ້ານຄົນ ພາກັນຫຼັ່ງໄຫຼ ເຂົ້າມາໃນປະເທດເຮົາໃນເວລານີ້, ຈາກຄຸກ ແລະຈາກສະຖາບັນໂຣກຈິດ ,ພວກກໍ່ການຮ້າຍ, ແລະພວກເຂົາເຈົ້າ ກໍາລັງຄອບຄອງປະເທດເຮົາ. ພວກເຮົາ ມີປະເທດທີ່ມີບັນຫາທີ່ຍິ່ງໃຫຍ່. ແຕ່ນີ້ ແມ່ນການຕັດສິນທີ່ບົ່ງໄວ້ຕັ້ງແຕ່ມື້ທຳອິດ, ໂດຍຜູ້ພິພາກສາທີ່ຂັດແຍ້ງ ເຊິ່ງບໍ່ຄວນພິຈາລະນາຄະດີນີ້ໄດ້ເລີຍ. ແລະພວກເຮົາ ຈະຕໍ່ສູ້ ເພື່ອຣັຖທັມມະນູນຂອງພວກເຮົາ, ນີ້ບໍ່ແມ່ນການສິ້ນສຸດ, ຂອບໃຈຫຼາຍ."

ສານໄດ້ສອບພະຍານ 22 ຄົນ ເປັນເວລາຫົກອາທິດ ຮວມທັງ Stormy Daniels ຊື່ແທ້ແມ່ນ Stephanie Clifford ຜູ້ທີ່ກ່າວຫາວ່າ ໄດ້ມີຄວາມສຳພັນທາງເພດ ກັບ Trump ໃນປີ 2006 ຊຶ່ງແມ່ນຈຸດສຳຄັນຂອງຄະດີ.

Donald Trump ຜູ້ທີ່ໄດ້ແຕ່ງງານກັບນາງ Melania ພັນລະຍາຄົນປະຈຸບັນ ໃນ ຂນະນັ້ນ ໄດ້ປະຕິເສດວ່າ ບໍ່ເຄີຍມີເພດສໍາພັນກັບ Ms Daniels.

ທ່ານຍັງໄດ້ປະຕິເສດ ເລື້ອງການປອມແປງ ການບັນທຶກ ເພື່ອຊໍາລະເງິນ ໃຫ້ແກ່ Michael Cohen, ທະນາຍຄວາມຂອງທ່ານ ໃນເວລານັ້ນ, ຊຶ່ງເປັນພະຍານສຳຄັນໃນການດໍາເນີນຄະດີອີກຄົນນຶ່ງ-ສໍາລັບການຈ່າຍເງິນຈໍານວນ130,000 ໂດລາສະຫະຣັດ ເພື່ອອັດປາກ Ms Daniels ກ່ອນການເລືອກຕັ້ງປີ 2016.

ຕາມປົກກະຕິແລ້ວ, ການຈ່າຍເງິນອັດປາກບໍ່ໄດ້ຜິດກົດຫມາຍ, ແຕ່ໄອຍະການໄດ້ໂຕ້ຖຽງວ່າ ການຈ່າຍເງິນ ຊຶ່ງເຂົາເຈົ້າໄດ້ກ່າວວ່າ Trump ໄດ້ລະບຸວ່າ ເປັນ "ຄ່າໃຊ້ຈ່າຍທາງກົດຫມາຍ" ເພື່ອປິດບັງຄວາມຈິງ, ເປັນອາຊະຍາກັມທາງດ້ານການເງິນ ໃນການຫາສຽງ.

Michael Cohen, ຜູ້ພິພາກສາ ທ່ານ Juan Merchan ແລະໄອຍະການເຂດຂອງ New York, ທ່ານ Alvin Bragg, ໄດ້ຖືກໂຈມຕີດ້ວຍຄໍາເວົ້າໃນສື່ ຈາກ Trump ແລະຜູ້ສນັບສນຸນ.

Alvin Bragg ກ່າວພາຍຫຼັງການຕັດສິນ, ໄດ້ເຂົ້າຮ່ວມ ກັບຜູ້ພິພາກສາ ໃນການຂອບໃຈຄນະລູກຂຸນ, ເຊິ່ງຂໍ້ມູນສ່ວນຕົວ ໄດ້ຖືກເກັບຮັກສາໄວ້ ເປັນຄວາມລັບ, ແລະໄດ້ສະແດງຄວາມຊົມເຊີຍ ຕໍ່ວຽກງານຂອງເພື່ອນຮ່ວມງານລາວ ຊຶ່ງເປັນຜູ້ນໍາການຟ້ອງຮ້ອງ ທາງອາຍາຄັ້ງທໍາອິດ ຂອງອະດີດປະທານາທິບໍດີ ໃນປວັດສາດ ອາເມຣິກາ.

"ຂ້າພະເຈົ້າໄດ້ເຮັດຕາມໜ້າທີ່ຂອງຂ້າພະເຈົ້າ. ຫນ້າທີ່ຂອງເຮົາ ແມ່ນການເຮັດຕາມຄວາມຈິງ ແລະກົດຫມາຍ ໂດຍບໍ່ມີຄວາມຢ້ານກົວ ຫລືການເອື້ອຜົນປໂຍດ.ແລະນັ້ນ ຄືສິ່ງທີ່ພວກເຮົາໄດ້ເຮັດຢູ່ນີ້. ແລະສິ່ງທີ່ຂ້າພະເຈົ້າ ຮູ້ສຶກກໍຄື ຄວາມຂອບໃຈ ທີ່ໄດ້ເຮັດວຽກຮ່ວມກັບເຈົ້າໜ້າທີ່ ທີ່ເຮັດສິ່ງນັ້ນທຸກມື້. ຂ້າພະເຈົ້າ ໄດ້ເຮັດວຽກຂອງຂ້າພະເຈົ້າ, ພວກເຮົາ ໄດ້ເຮັດວຽກຂອງພວກເຮົາ ,ມີສຽງຫລາຍສຽງຢູ່ທີ່ນັ້ນ. ສຽງດຽວ ທີ່ສໍາຄັນ ແມ່ນສຽງຂອງຄນະລູກຂຸນ, ແລະຄນະລູກຂຸນ ກໍໄດ້ຕັດສິນແລ້ວ."

ຜູ້ພິພາກສາ ໄດ້ກໍານົດການພິຈາຣະນາໂທດ ໃນວັນທີ 11 ກໍລະກົດ ສີ່ມື້ກ່ອນກອງປະຊຸມແຫ່ງຊາດ ຂອງພັກຣີພັບບລິກັນ ໃນເມືອງ Milwaukee ບ່ອນທີ່ທ່ານTrump ຈະໄດ້ຮັບການສເນີຊື່ຢ່າງເປັນທາງການຂອງພັກ.

ທ່ານ Bragg ໄດ້ປະຕິເສດ ຕໍ່ການອອກຄວາມເຫັນ ວ່າທີມງານຂອງທ່ານ ຈະຂໍໃຫ້ສານສັ່ງ Trump ຈໍາຄຸກຫຼືບໍ່ ຫລືວ່າກ່ຽວກັບສຳນວນ ຂອງການຂໍອຸທອນຂອງທະນາຍຄວາມຂອງ Trump.

ຕາມທິດສະດີ, Donald Trump ອາດຈະຖືກຕັດສິນ ໃຫ້ຕິດຄຸກສີ່ປີ ສໍາລັບແຕ່ລະຂໍ້ຫາ, ຊຶ່ງສູງສຸດ 136 ປີ, ເຖິງແມ່ນວ່າ ການຝາກໂທດ ຫຼືການຄວາມຄຸມຄວາມປະພຶດ ຈະມີຄວາມເປັນໄປໄດ້ ສຳລັບຄວາມຜິດເທື່ອທໍາອິດ.

ອະດີດປະທານາທິບໍດີ ທີ່ປະຕິເສດຂໍ້ຫາ ຄາດວ່າຈະຍື່ນອຸທອນ ແລະໄດ້ຂໍລະດົມທຶນທີ່ມີຊື່ວ່າ "ຂ້ອຍເປັນນັກໂທດການເມືອງ" ແລະປະກາດວ່າ ລາວຈະກ່າວ ຖແລງການ ຕໍ່ສາທາຣະນະໃນວັນສຸກ (ວັນທີ 1 ມິຖຸນາ).

Robert Mintz ອະດີດໄອຍະຣັຖບານກາງກ່າວວ່າ ເຫດຜົນທີ່ເປັນໄປໄດ້ ຂອງການອຸທອນ ຮວມທັງຄວາມແປກໃຫມ່ ຂອງວິທີການດໍາເນີນຄະດີ ທີ່ໃຊ້ກົດຫມາຍນັ້ນ.

"ພວກເຮົາ ຈະເຫັນການອຸທອນ ແຕ່ມັນຈະບໍ່ຖືກຕັດສິນ ເປັນເວລາຫລາຍເດືອນ, ບາງທີອາດຈະເປັນຫລາຍປີ. ດັ່ງນັ້ນ, ເມື່ອຮອດປີເລືອກຕັ້ງນີ້, ອະດີດປະທານາທິບໍດີ ກໍຍັງຈະເປັນຜູ້ຖືກຕັດສິນລົງໂທດ ແລະຈະບໍ່ມີການຂໍອຸທອນໃດໆ ທີ່ຈະໄດ້ຮັບການແກ້ໄຂ ກ່ອນການເລືອກຕັ້ງ. ຂ້າພະເຈົ້າຄິດວ່າ ພວກເຮົາຈະເຫັນ ການຖືກຄຸກ ແຕ່ຂ້າພະເຈົ້າຄິດວ່າ ມັນຈະຈໍາກັດຫຼາຍ. ມັນຈະເປັນສັນຍາລັກ ຫຼາຍກວ່າການລົງໂທດ, ແຕ່ຂ້າພະເຈົ້າຈະແປກໃຈ ຖ້າຫາກວ່າ ມັນເປັນການຝາກໂທດໂດຍກົງ. ຂ້າພະເຈົ້າຄິດວ່າ ມັນຈະໃຊ້ເວລາຫນ້ອຍທີ່ສຸດໃນຄຸກ, ເຊິ່ງມັນຈະເປັນຜົນທີ່ຫນ້າຕົກໃຈ ທີ່ປະເທດນີ້ ຈະພົບກັບສະຖານະການທີ່ ພວກເຮົາບໍ່ເຄີຍເຫັນມາກ່ອນ."

ແຕ່ຄໍາຕັດສິນ-ແລະການຈຳຄຸກອາດຈະເກີດຂຶ້ນນັ້ນ-ຈະບໍ່ເປັນໄປໄດ້ ທີ່ຈະເຮັດໃຫ້ຜູ້ສນັບສນູນ Trump ນັ້ນປ່ຽນໃຈ, ຫລື Democrats ທີ່ໄດ້ເຊື່ອຫມັ້ນແລ້ວ ໃນຄວາມຜິດຂອງ Trump.

ເພື່ອນສະມາຊິກພັກ Republican ຂອງ Trump ໄດ້ປະນາມ ການຕັດສິນລົງໂທດຢ່າງທັນທີ ໂດຍໂຄສົກ ຂອງສະມາຊິກສະພາ Mike Johnson ໄດ້ກ່າວ ໃນຖແລງການສະບັບນຶ່ງຢູ່ທີ່ X (ເມື່ອກ່ອນແມ່ນ Twitter) ນັ້ນ ເປັນ "ມື້ທີ່ຫນ້າອັບອາຍ ໃນປວັດສາດ ຂອງຊາວອາເມຣິກັນ".

ປະຕິກິຣິຍາ ຕໍ່ຄໍາຕັດສິນ ຂອງຜູ້ລົງຄະແນນສຽງເຫຼົ່ານີ້ ຢູ່ນອກທີ່ພັກ Mar-a-Lago ຂອງ Trump ໃນຣັດ Florida, ກ່າວວ່າ ມັນບໍ່ມີຫຍັງປ່ຽນແປງ.

ຜູ້ຍິງ: "ມັນບໍ່ໄດ້ສົ່ງຜົນກະທົບຫຍັງເລີຍ. ບໍ່ມີຫຍັງ, ບໍ່ຈຳເປັນຕ້ອງຄຶດ ພວກເຮົາຈະລົງຄະແນນສຽງ ໃຫ້ປະທານາທິບໍດີ Trump ເທົ່ານັ້ນ"

ຜູ້ຊາຍ: "ບໍ່, ມັນບໍ່ໄດ້ສົ່ງຜົນກະທົບຕໍ່ຫຍັງເລີຍ. ຂ້ອຍບໍ່ໄດ້ລົງຄະແນນສຽງ ໃຫ້ລາວ. ຂ້ອຍບໍ່ໄດ້ເລືອກເອົາລາວໃນອະດີດ. ຂ້ອຍຄິດວ່າ ລາວເປັນມະນຸດທີ່ຫນ້າລັງກຽດ. ຄນະລູກຂຸນພົບວ່າ ລາວມີຄວາມຜິດ. ລາວຈະຂໍອຸທອນ. ແລະ ຂ້ອຍບໍ່ຄິດວ່າ ນີ້ແມ່ນຄວາມຜິດ ທີ່ຕ້ອງຕິດຄຸກ, ຕາມຄວາມຄິດຂອງຂ້ອຍ.ແຕ່ວ່າ ມັນເປັນໄປໄດ້ ທີ່ເຂົາເຈົ້າ ຈະສົ່ງລາວເຂົ້າຄຸກໄດ້."

ນອກນັ້ນ Donald Trump ຍັງຕ້ອງປະເຊີນກັບຂໍ້ຫາ ຂອງຣັຖບານກາງ ແລະຣັຖບານຂອງຣັດ ທີ່ຮ້າຍແຮງກວ່າ ກ່ຽວກັບການຄົບຄິດ ເພື່ອລົບລ້າງຜົນຂອງການເລືອກຕັ້ງປີ 2020 ທີ່ປະທານາທິບໍດີ Biden ໄດ້ຮັບໄຊຊະນະ, ແລະຂໍ້ຫາ ການຍຶດເອກະສານລັບຫຼັງຈາກອອກຈາກທໍານຽບຂາວແລ້ວ-ຄະດີເຫລົ່ານັ້ນຄົງຈະບໍ່ໄດ້ດໍາເນີນໄປ....ກ່ອນການເລືອກຕັ້ງ.

Elaine Kamarck ເປັນ Senior Fellow ທີ່ສະຖາບັນ Brookings ໃນ Washington.

ລາວກ່າວວ່າ ການສຳຫລວດຄວາມຄິດເຫັນ ສະແດງໃຫ້ເຫັນວ່າ ການຕັດສິນຄະດີໃນ New York ສາມາດໂນ້ມນ້າວ ຄະແນນສຽງສ່ວນນ້ອຍ ແຕ່ສຳຄັນ ຕໍ່ທັງ Trump ແລະປະທານາທິບໍດີ Biden.

"ການເລືອກຕັ້ງຄັ້ງນີ້ ຢູ່ທີ່ຄົນຈຳນວນນ້ອຍ. ແມ່ນຂຶ້ນກັບຄົນຈຳນວນໜ້ອຍ ແລະຈາກການສຳຫຼວດ ມີການກ່າວວ່າ ເຂົາມີທ່າອຽງ ທີ່ຈະບໍ່ປ່ອນບັດໃຫ້ ຖ້າຫາກເຂົາຖືກຕັດສິນວ່າຜິດ..ສະນັ້ນ ຂ້າພະເຈົ້າຈຶ່ງຄິດວ່າ ເມື່ອທ່ານເບິ່ງໄປທີ່ຜູ້ຄົນຈໍານວນຫນ້ອຍຫນຶ່ງ ທີ່ອາດມີຜົນກະທົບອັນໃຫຍ່ຫລວງ ຕໍ່ການເລືອກຕັ້ງ."

ເນື້ອເລື່ອງໂດຍ  Penry Buckley ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share