ການລອບສັງຫານ Trump ເທື່ອທີສອງ.

Assassination attempt on Donald Trump in West Palm Beach, Florida

Ronald Rowe, ຮັກສາການຜູ້ອໍານວຍການ ໃນການຖແລງຂ່າວຫຼັງຈາກການລອບສັງຫານ ອະດີດປະທານາທິບໍດີ Donald Trump ເປັນເທື່ອທີສອງ. Source: EPA / CRISTOBAL HERRERA-ULASHKEVICH/EPA

ການລອບສັງຫານ Donald Trump ເທື່ອທໍາອິດໄດ້ເກີດຂຶ້ນໃນວັນທີ 13 ເດືອນກໍລະກົດ, ໃນລະຫວ່າງການຫາສຽງ ທີ່ເມືອງ Butler, ຣັດ Pennsylvania. ໃນວັນອາທິດ, ຄວາມພະຍາຍາມຄັ້ງທີສອງ ໄດ້ເກີດຂຶ້ນ ຢູ່ສນາມ Golfຂອງອະດີດປະທານາທິບໍດີ ໃນຣັດ Florida. ທາງຣັຖບານກ່າວວ່າ ຈະໃຫ້ຊັບພະຍາກອນທຸກຢ່າງແກ່ໜ່ວຍສືບຣາຊການລັບ (the Secret Service) ກ່ຽວກັບເລື້ອງນີ້.


ການລອບສັງຫານ Trump ເທື່ອທີສອງ.

ເຈົ້າຫນ້າທີ່ຂອງອາເມຣິກາ ໄດ້ສະແດງຄວາມເປັນຫ່ວງ ຫລັງຈາກມີຄວາມສົງໄສວ່າ ມີຄວາມພະຍາຍາມ ລອບສັງຫານອະດີດປະທານາທິບໍດີ Donald Trump ເປັນເທື່ອທີສອງ.

ປະທານາທິບໍດີ ສະຫະຣັດອາເມຣິກາ, ຫນ່ວຍບໍຣິການຄວາມປອດພັຍແລະສະພາ Congress ກ່າວວ່າ ຈະມີການໃຊ້ມາດຕະຖານຕື່ມອີກ ເພື່ອຢຸດຄວາມຮຸນແຮງທາງການເມືອງ ທີ່ເຮັດໃຫ້ປະເທດວຸ້ນວາຍ.

Adriana Wainstok ລາຍງານ.

ນີ້ແມ່ນການພະຍາຍາມລອບສັງຫານຄັ້ງທີສອງ ໃນຊີວິດຂອງອະດີດປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ.

ເທື່ອທໍາອິດໄ ດ້ເກີດຂຶ້ນໃນວັນທີ 13 ເດືອນກໍລະກົດ, ໃນລະຫວ່າງການຫາສຽງ ທີ່ເມືອງ Butler, ຣັດ Pennsylvania.

ໃນວັນອາທິດ, ຄວາມພະຍາຍາມຄັ້ງທີສອງ ໄດ້ເກີດຂຶ້ນ ຢູ່ສນາມ Golfຂອງອະດີດປະທານາທິບໍດີ ໃນຣັດ Florida.

FBI ໄດ້ຕັ້ງຂໍ້ຫາ Ryan Wesley Routh, ອາຍຸ 58 ປີ ໃນຄວາມຜິດ ກ່ຽວກັບອາວຸດສອງຂໍ້ຫາ, ມື້ຫນຶ່ງ ຫລັງຈາກຜູ້ຕ້ອງສົງສັຍ ໄດ້ຖືກພົບວ່າ ລີ້ຢູ່ໃນພຸ່ມໄມ້ ພ້ອມກັບປືນ Rifle ເປັນເວລາ 12 ຊົ່ວໂມງ.

ເຫດການນັ້ນ ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຄວາມປອດພັຍ ຂອງຜູ້ລົງສມັກຕຳແໜ່ງ ປະທານາທິບໍດີ ສະຫະຣັດອາເມຣິກາ.

ປະທານາທິບໍດີອາເມຣິກາ, Joe Biden, ກ່າວວ່າ ເພິ່ນຈະບໍ່ຍອມຮັບຄວາມຮຸນແຮງ ທາງການເມືອງໃດໆ.

“ບໍ່ມີບ່ອນ ສໍາລັບຄວາມຮຸນແຮງ ທາງການເມືອງ ໃນອາເມຣິກາ. ບໍ່ມີ. ບໍ່ມີ. ຂ້າພະເຈົ້າ ເຄີຍປະນາມຄວາມຮຸນແຮງ ທາງການເມືອງສເມີ ແລະຂ້າພະເຈົ້າຈະປະນາມສເມີ. ໃນອາເມຣິກາ, ເຮົາແກ້ໄຂ ຄວາມແຕກຕ່າງຂອງເຮົາ ຢ່າງສັນຕິວິທີ ຢູ່ໃນກ່ອງບັດລົງຄະແນນ, ບໍ່ແມ່ນຈາກປາຍປືນ. ອາເມຣິກາ ໄດ້ທົນທຸກທໍລະມານມາຫລາຍເທື່ອ, ໂສກນາດຕະກັມ ທີ່ມາຈາກລູກປືນ ຂອງຄາດຕະກອນ. ມັນບໍ່ແກ້ປັນຫາຫຍັງເລີຍ ແລະພຽງແຕ່ເຮັດໃຫ້ ປະເທດແຕກແຍກກັນ. ເຮົາຕ້ອງເຮັດທຸກສິ່ງທຸກຢ່າງ ທີ່ເຮົາສາມາດເຮັດໄດ້ ເພື່ອປ້ອງກັນມັນ ແລະບໍ່ໃຫ້ໂອກາດມັນເລີຍ."

ເບິ່ງຄືວ່າ ຈະມີການຕັ້ງຂໍ້ຫາຕໍ່ Routh ຕື່ມອີກ, ແຕ່ຂໍ້ກ່າວຫາເບື້ອງຕົ້ນ-ການຄອບຄອງອາວຸດປືນ ໃນຖານະອາດຊະຍາກອນ ທີ່ຖືກຕັດສິນວ່າ ມີຄວາມຜິດ ແລະການຄອບຄອງອາວຸດປືນ ທີ່ເລກລໍາດັບ (Serial Number) ຖືກລຶບອອກ-ຈະອະນຸຍາດໃຫ້ເຈົ້າຫນ້າທີ່ ສາມາດຄວບຄຸມໂຕລາວໄວ້ ໃນຂນະທີ່ດຳເນີນການສອບສວນຕໍ່ໄປ.

Mark LaPointe ອັຍການສູງສຸດ ຂອງຂອງ Florida ອະທິບາຍຂໍ້ກ່າວຫາ.

"ຕາມຂໍ້ກ່າວຫາໃນຄໍາຟ້ອງ, ເຈົ້າຫນ້າທີ່ສືບຣາຊການລັບ (the Secret Service) ຂອງສະຫະຣັດອາເມຣິກາ ທີ່ຍ່າງໄປຕາມຂອບເຂດຂອງສນາມ Golf ໄດ້ເຫັນສິ່ງທີ່ປາກົດວ່າ ເປັນປືນທີ່ເດ່ອອກມາຈາກແຖວຕົ້ນໄມ້ ຫລັງຈາກຕໍາຫລວດໄດ້ຍິງ ຫລືໃຊ້ອາວຸດຂອງລາວ ໄປທິດທາງຂອງປືນ.ມີພະຍານ ໄດ້ເຫັນຊາຍຄົນຫນຶ່ງ ຊຶ່ງຕໍ່ມາລະບຸວ່າເປັນ Routh ກໍາລັງຫນີໄປຈາກເຂດຕົ້ນໄມ້ນັ້ນ. ຕໍ່ມາ Routh ຖືກຈັບໂດຍຕໍາຫລວດ. ອີງຕາມຄໍາຟ້ອງ, Routh ເຄີຍຖືກຕັດສິນວ່າມີຄວາມຜິດທາງອາຍາ ໃນຣັດ North Carolina ໃນເດືອນທັນວາປີ 2002 ແລະເດືອນມິນາປີ 2010."

ຢ່າງໃດກໍຕາມ, ເຈົ້າຫນ້າທີ່ບໍ່ຮູ້ວ່າ Routh ດຳເນີນການໂດຍລໍາພັງຫລືບໍ່.

Jeffrey Veltri ເປັນເຈົ້າຫນ້າທີ່ພິເສດ ທີ່ຮັບຜິດຊອບຫ້ອງການຂອງ FBI Miami.

“ໃນຈຸດນີ້, ພວກເຮົາຍັງສຳຫຼວດ ແລະສືບສວນເລື່ອງນັ້ນຢູ່. ການສືບສວນຂອງພວກເຮົາ ຈະກໍານົດສິ່ງນັ້ນ. ພວກເຮົາ ບໍ່ມີຂໍ້ມູນວ່າ ລາວໄດ້ມີການຮ່ວມມື ກັບຄົນອື່ນຫຼືບໍ່ ໃນເວລານີ້.

ໃນຂນະດຽວກັນ, ຫນ່ວຍງານລັບ (the Secret Service) ຂອງສະຫະຣັດອາເມຣິກາອ້າງວ່າ ມີການຄຸ້ມຄອງທີ່ເຄັ່ງຄັດ ຫລາຍກວ່າເກົ່າ.

Ronald Rowe, ຮັກສາການຜູ້ອໍານວຍການກ່າວວ່າ ລາວໄດ້ກ່າວກັບ Mr Trump ແລະຢືນຢັນວ່າ ອະດີດປະທານາທິບໍດີ ຂອງສະຫະຣັດອາເມຣິກາ "ຮູ້ວ່າເພິ່ນໄດ້ຮັບການປົກປ້ອງ ໃນລະດັບສູງສຸດ" ຈາກໜ່ວຍງານ.

ຫນ່ວຍງານລັບ (the Secret Service) ຂອງສະຫະຣັດອາເມຣິກາອ້າງວ່າ "ການກະທໍາຢ່າງວ່ອງໄວ" ຂອງເຈົ້າຫນ້າທີ່ຣັຖບານກາງ ໄດ້ກີດກັນຊາຍຄົນນັ້ນ ຈາກການເບິ່ງເຫັນ ອະດີດປະທານາທິບໍດີ ຂອງສະຫະຣັດອາເມຣິກາ.

ລາວເວົ້າວ່າ ຕໍາຫລວດໄດ້ເຮັດວຽກຂອງເຂົາເຈົ້າ ຕາມທີ່ເຂົາເຈົ້າຄວນເຮັດ ໃນລະຫວ່າງເຫດການເຊັ່ນນັ້ນ.

"ປະທານາທິບໍດີ ບໍ່ຄວນໄປທີ່ນັ້ນ. ມັນບໍ່ໄດ້ຢູ່ໃນກຳໜົດການ ທີ່ເປັນທາງການຂອງລາວ. ສະນັ້ນ, ພວກເຮົາຈຶ່ງໄດ້ວາງແຜນ ຮັກສາຄວາມປອດພັຍ. ແລະແຜນຮັກສາຄວາມປອດພັຍນັ້ນ ໄດ້ຜົນ."

ເຖິງຢ່າງໃດກໍຕາມ, Ronald Rowe ກ່າວວ່າ ລາວຈະສົນທະນາກັບສະມາຊິກຂອງສະພາ Congress ເພື່ອໃຫ້ແນ່ໃຈວ່າ ໜ່ວຍສືບຣາຊການລັບ (the Secret Service) ມີທຸກສິ່ງທີ່ຈໍາເປັນ ຕໍ່ການປະສົບຄວາມສໍາເລັດ.

"ຜູ້ຄົນຂອງພວກເຮົາ ເຮັດວຽກໄດ້ດີໃນເລື້ອງແບບນີ້, ແຕ່ມັນຮຽກຮ້ອງ ໃຫ້ເຮົາທຸກຄົນ ສາມາດສົນທະນາກັນໄດ້ດີ ແລະໃຫ້ແນ່ໃຈວ່າ ພວກເຮົາມີໜ່ວຍສືບຣາຊການລັບ (the Secret Service) ໃນບ່ອນທີ່ມັນຄວນຈະເປັນ. ແລະຂ້າພະເຈົ້າຫມັ້ນໃຈວ່າ ເຮົາຈະບັນລຸເປົ້າໝາຍນັ້ນ ເພາະເຮົາບໍ່ມີທາງເລືອກອື່ນ. ຄວາມສໍາເລັດ, ເຮົາຕ້ອງມີທຸກມື້. ເຮົາບໍ່ສາມາດລົ້ມເຫລວໄດ້. ແລະເພື່ອຈະເຮັດສິ່ງນັ້ນ, ພວກເຮົາຈະມີການສົນທະນາຢ່າງໜັກ ກັບສະພາ Congress ແລະພວກເຮົາຈະບັນລຸໃນສິ່ງນັ້ນ."

Chuck Schumer ຜູ້ນໍາສຽງສ່ວນໃຫຍ່ ຂອງສະພາສູງກ່າວວ່າ ສະພາ Congress ມຸ່ງໝັ້ນ ທີ່ຈະຕໍ່ສູ້ກັບຄວາມຮຸນແຮງທາງການເມືອງ ໃນສະຫະຣັດອາເມຣິກາ.

"ເຮົາທຸກຄົນຕ້ອງເຮັດໃນສ່ວນຂອງເຮົາ ເພື່ອໃຫ້ແນ່ໃຈວ່າ ເຫດການເຊັ່ນນີ້ ຈະບໍ່ເກີດຂຶ້ນອີກ. ນີ້ຫມາຍຄວາມວ່າ ສະພາ Congress ມີຫນ້າທີ່ຮັບຜິດຊອບ ທີ່ຈະໃຫ້ແນ່ໃຈວ່າ ໜ່ວຍສືບຣາຊການລັບ (the Secret Service) ແລະເຈົ້າຫນ້າທີ່ຮັກສາກົດຫມາຍທຸກຄົນມີຊັບພະຍາກອນທີ່ຈໍາເປັນໃນການເຮັດວຽກງານຂອງເຂົາເຈົ້າ. ສະນັ້ນ, ໃນຂນະທີ່ພວກເຮົາດໍາເນີນຂັ້ນຕອນຈັດຫາງົບປະມານ, ຖ້າໜ່ວຍສືບຣາຊການລັບ (the Secret Service) ຕ້ອງການຊັບພະຍາກອນເພີ່ມຕື່ມ, ພວກເຮົາກໍພ້ອມທີ່ຈະຈັດຫາໃຫ້."

ເຫຼືອເວລາອີກບໍ່ເຖິງ 50 ມື້ກ່ອນການເລືອກຕັ້ງ ໃນວັນທີ 5 ເດືອນພະຈິກ ແລະການອອກສຽງປ່ອນບັດລ່ວງໜ້າ ກໍຖືກສົ່ງອອກໄປແລ້ວ, ຜູ້ມີສິດເລືອກຕັ້ງບາງຄົນ ກໍເປັນຫ່ວງ ກ່ຽວກັບຄວາມປອດພັຍ ຂອງລະບອບປະຊາທິປະໄຕ ຂອງອາເມຣິກາ.

John Hunt, ຜູ້ທີ່ກະສຽນແລ້ວຈາກເຂດ Bucks, ໄດ້ກ່າວວ່າ ລາວຕົກໃຈກັບເຫດການນັ້ນ.

"ມັນເປັນໂລກທີ່ເປັນບ້າ ທີ່ເຮົາອາສັຍຢູ່ໃນເວລານີ້. ແລະສິ່ງທໍາອິດ ທີ່ຂ້າພະເຈົ້າຄິດຄືວ່າ ເປັນຫຍັງລາວຈຶ່ງມີປືນ? ເປັນຫຍັງ? ລາວປ່ວຍທາງຈິດຫຼືບໍ່? ແລະລາວສາມາດເຮັດໄດ້ແນວໃດ? ໃນ Florida, ຂ້າພະເຈົ້າຄິດວ່າ ມັນງ່າຍກວ່າ ທີ່ຈະເຮັດເຊັ່ນນັ້ນ. ແຕ່ຢູ່ທີ່ນີ້ໃນເຂດ Bucks County ພວກເຮົາ ໄດ້ເຝົ້າເບິ່ງ ແລະສິ່ງຕ່າງໆແບບນັ້ນ. ມັນເປັນຫນ້າເສົ້າໃຈ ທີ່ເຮົາຕ້ອງຢູ່ໃນສັງຄົມແບບນີ້."

ເນື້ອເລື່ອງໂດຍ Adriana Wainstok ຂ່າວ SBSNews,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share