ຄົບຮອບຊາວປີຂອງ Tsunami.

Indonesia Tsunami Debris

ຊາກຄວາມເສັຍຫາຍໃນ Banda Aceh ຫຼັງຈາກ Tsunami ໄດ້ຜ່ານໄປ. Credit: AAP

ໃນວັນທີ 26 ເດືອນທັນວາ ປີ 2004, ແຜ່ນດິນໄຫວໃຕ້ທະເລ ຂນາດ 9.1 ຊຶ່ງໄດ້ກໍ່ໃຫ້ເກີດຄື້ນ Tsunami ແລະໄດ້ແຜ່ຂຍາຍໄປທົ່ວມະຫາສມຸດອິນເດັຍ, ດ້ວຍຄວາມໄວ 800 ກິໂລແມັດ ຕໍ່ຊົ່ວໂມງ. ມັນໄດ້ນໍາພັຍທັມມະຊາດ ມາສູ່ 14 ປະເທດ, ໄດ້ກວາດລ້າງຊຸມຊົນ ທັງຫມົດໃນເອເຊັຍຕາເວັນອອກສ່ຽງໃຕ້ ແລະເອເຊັຍໃຕ້ ແລະສົ່ງຜົນກະທົບ ຕໍ່ເຂດແຄມຝັ່ງທະເລ ຈົນເຖິງອາຟຣິກາ ຕາເວັນອອກ. ລວມແລ້ວ ມີຜູ້ເສັຍຊີວິດ ຢ່າງຫນ້ອຍ 225,000 ຄົນ.


ຄົບຮອບຊາວປີຂອງ Tsunami.

ມັນເປັນເວລາຊາວປີແລ້ວ ນັບຕັ້ງແຕ່ ຄື້ນ Tsunami ທີ່ຮ້າຍແຮງທີ່ສຸດໃນປວັດສາດ (26 ທັນວາ 2004)

ໃນວັນທີ 26 ເດືອນທັນວາ ປີ 2004, ແຜ່ນດິນໄຫວໃຕ້ທະເລ ຂນາດ 9.1ໄດ້ເກີດຂຶ້ນ 240 ກິໂລແມັດ ຫ່າງຈາກຝັ່ງທະເລ ຂອງເກາະ Sumatraຂອງອິນໂດເນເຊັຍ.

ໃນຫລາຍຊົ່ວໂມງຫລັງຈາກນັ້ນ, ຄື້ນ Tsunami ທີ່ເກີດຈາກແຜ່ນດິນໄຫວ ໄດ້ແຜ່ຂຍາຍໄປທົ່ວມະຫາສມຸດອິນເດັຍ, ດ້ວຍຄວາມໄວ 800 ກິໂລແມັດ ຕໍ່ຊົ່ວໂມງ.

ມັນໄດ້ນໍາພັຍທັມມະຊາດ ມາສູ່ 14 ປະເທດ, ໄດ້ກວາດລ້າງຊຸມຊົນ ທັງຫມົດໃນເອເຊັຍຕາເວັນອອກ ແລະເອເຊັຍໃຕ້ ແລະສົ່ງຜົນກະທົບ ຕໍ່ເຂດແຄມຝັ່ງທະເລ ຈົນເຖິງອາຟຣິກາ ຕາເວັນອອກ.

ລວມແລ້ວ ມີຜູ້ເສັຍຊີວິດ ຢ່າງຫນ້ອຍ 225,000 ຄົນ.

Aaron Fernandes ນັກຂ່າວ SBS News Asia ເດີນທາງໄປພື້ນທີ່ ທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ, ນັ້ນແມ່ນ Banda Aceh ຂອງອິນໂດເນເຊັຍ,ເພື່ອພົບກັບຜູ້ທີ່ລອດຊີວິດ.

ເມື່ອຊາວປີກ່ອນ, Razali ທີ່ເປັນຊາວປະມົງ ກໍາລັງຕຽມພ້ອມສໍາລັບການອອກທະເລ, ເມື່ອລາວໄດ້ຍິນສຽງ ທີ່ຄ້າຍກັບສຽງລະເບີດ.

ຫລັງຈາກນັ້ນບໍ່ດົນ, ລາວໄດ້ຫລຽວອອກໄປໃນທະເລໃນ Banda Aceh ແລະໄດ້ເຫັນກໍາແພງນ້ຳ ທີ່ກໍາລັງມຸ້ງຫນ້າ ເຂົ້າມາຫາລາວ.

"ເມື່ອຂ້ອຍອອກມາຈາກເຮືອນ, ຂ້ອຍເຫັນຄື້ນທະເລໃຫຍ່. ຂ້ອຍໄດ້ແລ່ນໄປທັນທີ ແລະບໍ່ໄດ້ຫຼຽວຫຼັງ. ຂ້ອຍໄດ້ຮ້ອງບອກທຸກຄົນ ໃຫ້ອອກໄປ ແລະຂຶ້ນໄປເທິງພູ. ເພາະວ່າຄື້ນທະເລໃຫຍ່ ກໍາລັງມາຫາຫມູ່ບ້ານຂອງພວກເຮົາ."

ສຽງທີ່ Razali ໄດ້ຍິນ ແມ່ນແຜ່ນດິນໄຫວຢູ່ໃຕ້ທະເລ.
Tsunami ໄດ້ເຮັດໃຫ້ຫລາຍກວ່າ 60,000 ຄົນໃນ Banda Aceh ເສັຍຊີວິດ
ຈາກນັ້ນບໍ່ດົນ, ກໍາແພງນ້ຳ ກໍມາຮອດຝັ່ງ, ຄື້ນ Tsunami ໄດ້ນໍາຄວາມຕາຍ ແລະຄວາມພິນາດ ມາສູ່ແຂວງ Aceh ໃນເກາະທີ່ໃຫຍ່ທີ່ສຸດຂອງອິນໂດເນເຊັຍ.

ໃນຖານະທີ່ເປັນຄົນຫນຶ່ງ ໃນຈໍານວນບໍ່ຫຼາຍຄົນ ທີ່ຮູ້ເຖິງອັນຕະຣາຍ, Razali ໄດ້ແລ່ນກັບໄປຫາເມັຍຂອງລາວ ທີ່ກຳລັງຖືພາຢູ່ບ້ານ.

ທັງສອງ ໄດ້ອອກເດີນທາງໄປຫາບ່ອນສູງກວ່າ ທັນທີ.

Nadiah ເມັຍຂອງລາວ ອອກລູກໃນຄືນນັ້ນ ຢູ່ເທິງຈອມພູ, ໃນຂນະທີ່ຫມູ່ບ້ານທັງຫມົດຂອງເຂົາເຈົ້າ ຖືກທໍາລາຍ.

"ເມື່ອຄື້ນ Tsunami ເກີດຂຶ້ນ, ຂ້ອຍຖືພາໄດ້ 9 ເດືອນ ແລະການຂຶ້ນພູແມ່ນຍາກຫລາຍ. ເມື່ອຂ້ອຍໄປເຖິງຈອມພູ, ມັນເປັນເວລາ 7 ໂມງແລງ. ລູກຊາຍຂອງຂ້ອຍ, Mohamed, ໄດ້ເກີດມາ ບໍ່ດົນຫລັງຈາກນັ້ນ.ຂ້ອຍບໍ່ມີຫຍັງເລີຍ, ບໍ່ມີນາຍແພດ ຫລືຜູ້ໃດຊ່ອຍເຫລືອຂ້ອຍ."

ເມື່ອນ້ຳບົກລົງ, ທັງສອງໄດ້ຍ່າງກັບລົງກັບມາ ພ້ອມກັບລູກຊາຍທີ່ຫາກໍເກີດໃຫມ່.

ເຂົາເຈົ້າອຸ້ມຊີວິດນຶ່ງ ແຕ່ຖືກອ້ອມຮອບໄປດ້ວຍຄວາມຕາຍ.

"ໃນຂນະທີ່ພວກເຮົາ ຍ່າງໄປຫາບ່ອນຫລົບພັຍສຸກເສີນ, ຂ້ອຍໄດ້ເຫັນສົບຂອງຫລາຍຄົນ ທີ່ວາງຢູ່ຕາມຖນົນ. ຂ້ອຍຕ້ອງຍ່າງຂ້າມເຂົາເຈົ້າ, ມີຫລາຍສົບ. ບໍ່ມີທາງອື່ນ ທີ່ຈະຫຼີກໄປໄດ້. ເມື່ອຂ້ອຍເຫັນສົບເຫຼົ່ານັ້ນ,ຂ້ອຍກໍສົງສັຍວ່າ ຄົນໃນຄອບຄົວຂອງຂ້ອຍ ຈະຢູ່ໃນບັນດາສົບເຫຼົ່ານັ້ນຫລືບໍ່."

Tsunami ໄດ້ເຮັດໃຫ້ຫລາຍກວ່າ 60,000 ຄົນໃນ Banda Aceh ເສັຍຊີວິດ,ຫລືເກືອບຫນຶ່ງສ່ວນສີ່ ຂອງຈໍານວນປະຊາກອນ ໃນເມືອງ.

ແລະ 170,000 ຄົນໄດ້ເສັຍຊີວິດ ໃນແຂວງ Aceh, ເຮັດໃຫ້ອິນໂດເນເຊັຍເປັນປະເທດ ທີ່ມີຄົນຕາຍຫລາຍທີ່ສຸດ.

ແຕ່ Sri Lanka, ປະເທດອິນເດັຍ ແລະປະເທດໄທ ກໍໄດ້ຮັບຄວາມເສັຍຫາຍຢ່າງຫລວງຫລາຍຄືກັນ. (ມີຜູ້ເສັຍຊີວິດໃນ Sri Lanka 35,322ຄົນ, ອິນເດັຍ 16,269 ຄົນ ແລະປະເທດໄທ 8212ຄົນ).

ມີຜູ້ເສັຍຊີວິດ ຫລາຍພັນຄົນ ຢູ່ເກາະ PhiPhi ທີ່ໂດ່ງດັງຂອງປະເທດໄທ, ຮວມທັງນັກທ່ອງທ່ຽວຕ່າງຊາດ.

"ທ່ານສາມາດໄດ້ຍິນຜູ້ຄົນຮ້ອງວ່າ 'ໄປ,ໄປ,ໄປ' ແລະບາງຄົນກໍຮ້ອງໄຫ້. ຄື້ນທະເລຮ້າຍແຮງຫລາຍ. ພວກເຮົາບໍ່ເຄີຍມີສິ່ງແບບນັ້ນ ຢູ່ເກາະ PhiPhi ແລະມີຜູ້ຄົນຈຳນວນຫຼາຍ ໄດ້ເສັຍຊີວິດ."

ຄວາມເສັຍຫາຍທາງເສດຖະກິດ ແມ່ນຫລາຍພັນລ້ານໂດລາ.

ຕ້ອງໃຊ້ເວລາຫລາຍປີ ໃນການຟື້ນຟູນ້ຳ ແລະໄຟຟ້າ ແລະໃຫ້ການຈັດຫາບ່ອນພັກ ແກ່ຜູ້ຂາດບ່ອນພັກ ຈຳນວນ 1.7 ລ້ານຄົນ.

ຂນາດຂອງຄວາມເສັຍຫາຍ ໄດ້ຮັບບໍຣິຈາກຢ່າງຖ້ວມລົ້ນ ຈາກ World Vision ຊຶ່ງເປັນເງິນຫລາຍກວ່າ 100 ລ້ານໂດລາ ຈາກຜູ້ບໍຣິຈາກໃນ ພຽງແຫ່ງດຽວ.

ສ່ວນຫນຶ່ງ ຖືກໃຊ້ເພື່ອສ້າງບ້ານເຮືອນ 12,000 ຫລັງສໍາລັບຜູ້ທີ່ລອດຊີວິດ, ຕລອດຈົນໂຮງຮຽນ ແລະສູນສຸຂະພາບ.

ຜົນງານໃນຊີວິດຂອງ Asanga Guruge ສິລປິນທ້ອງຖິ່ນ ໄດ້ຖືກທໍາລາຍເມື່ອ Tsunami ໄດ້ມາເຖິງເຂດ Kalutara ຂອງ Sri Lanka.

"ຫລາຍຄົນ ໄດ້ສູນເສັຍຢ່າງຫຼວງຫລາຍ ໃນ Tsunami, ແລະສໍາລັບຂ້າພະເຈົ້າແລ້ວ ນັ້ນເປັນພິພິດທະພັນຂອງຂ້າພະເຈົ້າ. ຂ້າພະເຈົ້າ ໄດ້ສູນເສັຍຮູບແຕ້ມຫລາຍຢ່າງ ທີ່ຂ້າພະເຈົ້າຮັກ, ຮວມທັງຮູບແຕ້ມຕອນຂ້າພະເຈົ້າຍັງນ້ອຍ."

ດ້ວຍເງິນຊ່ອຍເຫຼືອຈາກ World Vision, studio ຂອງລາວ ໄດ້ຖືກສ້າງຂຶ້ນໃຫມ່ ແລະ Asanga ໄດ້ເລີ່ມຕົ້ນ ໃຫ້ການບຳບັດດ້ວຍສິລປະ ເພື່ອຊ່ອຍໃຫ້ເດັກນ້ອຍ ໃຫ້ເອົາຊນະຄວາມເຈັບປວດທາງຈິດໃຈ.

"ພວກເຮົາຮູ້ວ່າ ການຮຽນຮູ້ສິລປະ ແລະການແຕ້ມຮູບ ສາມາດຊ່ວຍເຂົາເຈົ້າ ໃຫ້ເຂົ້າໃຈຄວາມຄິດຂອງຕົນເອງ ແລະສົ່ງຜົນກະທົບທີ່ດີ."

ແຕ່ຊາວປີຜ່ານໄປ, ຜູ້ທີ່ລອດຊີວິດ ກໍມີຄວາມຊົງຈໍາທີ່ເຈັບປວດ.

ກັບມາທີ່ເມືອງ Banda Aceh, ພິທີຈະຖືກຈັດຂຶ້ນໃນມື້ນີ້ ຢູ່ທີ່ອານຸສາວະຣີ Tsunami ຫລາຍແຫ່ງໃນເຂດນັ້ນ.
ຂ້ອຍໄດ້ເຫັນສົບຫລາຍຄົນ ນອນຢູ່ຕາມຖນົນ, ລໍຖ້າການລະບຸຕົວ.
Sabari ຜູ້ລອດຊີວິດຈາກ Tsunami ໂດຍການຈັບຢູ່ກັບຕົ້ນໄມ້ ເປັນເວລາ 12 ຊົ່ວໂມງກ່ອນທີ່ຈະໄດ້ຮັບຄວາມຊ່ອຍເຫຼືອ.

"ຂ້ອຍໄດ້ລອຍໄປໃນກະແສນ້ຳ, ຂ້ອຍຈັບຕົ້ນກ້ວຍໄວ້ (ເພື່ອຈະລອຍຢູ່).ໃນທີ່ສຸດ ຕົ້ນກ້ວຍກໍໄປຄ້າງຢູ່ຕົ້ນໄມ້ອີກຕົ້ນຫນຶ່ງ. ຂ້ອຍກໍຈ່ອງຕົ້ນໄມ້ຢູ່ບ່ອນນັ້ນ ຈົນເຖິງ 8 ໂມງແລງ."

ລາວໄດ້ຢູ່ກັບເມັຍຂອງລາວ ໃນເວລາກ່ອນ Tsunami ຈະມາຮອດ, ແຕ່ນາງໄດ້ຖືກນ້ຳພັດໄປ, ພ້ອມກັບລູກສາວຂອງລາວ.

"ມື້ຕໍ່ມາ, ຜູ້ຄົນໃນທ້ອງຖິ່ນ ໄດ້ບອກຂ້ອຍວ່າ ເຂົາເຈົ້າໄດ້ພົບເຫັນສົບຂອງຜູ້ຍິງ ແລະເດັກນ້ອຍຄົນຫນຶ່ງ. ຂ້ອຍໄດ້ເຫັນສົບຫລາຍຄົນ ນອນຢູ່ຕາມຖນົນ, ລໍຖ້າການລະບຸຕົວ. ແລະຂ້ອຍເຫັນເມັຍ ແລະລູກສາວຂອງຂ້ອຍ"

ມື້ຂອງການສູນເສັຍ ແລະການທໍາລາຍ ເກືອບທຸກຢ່າງ ທີ່ບໍ່ເຄີຍມີມາກ່ອນ, ໄດ້ຖືກລະນຶກເຖິງ ໂດຍຜູ້ທີ່ລອດຊີວິດ.

ເນື້ອເລື້ອງໂດຍ Aaron Fernandes ຜູ້ສື່ຂ່າວ SBS News Asia,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share