ນັກເຄື່ອນໄຫວຊາວອອສເຕຣເລັຍຄົນນຶ່ງກ່າວວ່າ ລາວອາດຖືກໂທດຕິດຄຸກເຈັດປີ ຫຼັງຈາກລາວຖືກຈັບຍ້ອນຖືກກ່າວຫາວ່າທຳການຂົ່ມຂູ່ວາງລະເບີດຕໍ່ສະຖານທູດຈີນທີ່ກຸງລອນດອນ.
Drew Pavlou ອາຍຸ 23 ປີ ປະຕິເສດການຂົ່ມຂູ່ທາງອີເມລຕໍ່ສະຖານທູດຈີນ. Tina Quinn and Ben Lewis ຣາຍງານ
"ມັນເປັນພຽງຝັນຮ້າຍ.ຂ້ອຍບໍ່ເຄີຍຕົກຢູ່ໃນສະພາບທີ່ຮ້າຍແຮງກວ່ານີ້ໃນຊີວິດຂອງຂ້ອຍ."
ນັ້ນແມ່ນ Drew Pavlou ນັກເຄື່ອນໄຫວດ້ານສິດທິມະນຸດຂອງອອສເຕຣເລັຍ ກ່າວຈາກປະເທດ ອັງກິດ ຫຼັງຈາກໄດ້ຖືກຈັບກຸມໃນຂໍ້ຫາ ວ່າສົງໄສບຸກຣຸກສະຖານທູດ, ສື່ສານຂໍ້ມູນທີ່ບໍ່ຖືກຕ້ອງ ເພື່ອສ້າງການຫລອກລວງດ້ວຍລະເບີດ ແລະ ສ້າງຄວາມເສັຍຫາຍທາງອາຍາ.
ລາວຖືກຈັບກຸມໃນວັນພະຫັດທີ່ຜ່ານມາ ຢູ່ນອກສະຖານທູດຂອງຈີນ ທີ່ກຸງລອນດອນ ໃນຂນະທີ່ລາວ ປະທ້ວງຕໍ່ຕ້ານການປະຕິບັດຕໍ່ຊາວ Uyghur, ທິເບດ ແລະ ໄຕ້ຫວັນ.
ຫຼັງຈາກພະຍາຍາມໃຊ້ກາວຕິດມືຂອງລາວແລະທຸງຊາດໄຕ້ຫວັນໃສ່ປະຕູແລ້ວ, ຊາຍວັຍ 23 ປີກໍໄດ້ຖືກຕໍາຫຼວດກັກຕົວໄວ້ຍ້ອນຖືກກ່າວຫາວ່າຂົ່ມຂູ່ວ່າຈະວາງລະເບີດຕຶກນັ້ນ.
"ດ້ວຍທີ່ວ່າ ຕອນນີ້ມີຫົວຂໍ້ຂ່າວວ່າ Drew Pavlou ໄດ້ຖືກກ່າວຫາວ່າຂົ່ມຂູ່ຈະວາງລະເບີດ. ຢ່າລືມຄວາມຈິງທີ່ວ່າມັນເປັນການຕົວະຢ່າງສົມບູນ. ເປັນການປະດິດສ້າງຂຶ້ນຢ່າງຄົບຖ້ວນ. ພຽງແຕ່ ຄວາມຈິງທີ່ວ່າ ທ່ານມີຊື່ຂອງທ່ານຢູ່ ຂ້າງຂອງການຂົ່ມຂູ່ລະເບີດເທົ່ານັ້ນ. ຂ້າພະເຈົ້າຫມາຍຄວາມວ່າ ມັນເປັນພຽງເຄື່ອງຫມາຍສີດໍາໃນຊື່ສຽງຂອງຂ້າພະເຈົ້າຕລອດໄປ. ມັນເປັນສິ່ງທີ່ມືດມົວທີ່ສຸດທີ່ເຄີຍເກີດຂຶ້ນກັບຂ້າພະເຈົ້າ.ຂ້າພະເຈົ້າ ບໍ່ເຄີຍຄິດວ່າເຂົາເຈົ້າຈະເຮັດປານນັ້ນ."
ກ່າວວ່າຄຳວ່າ “ເຂົາເຈົ້າ” ນັ້ນໝາຍເຖິ້ງຣັຖບານຈີນ.
ລາວເວົ້າວ່າລາວເຊື່ອວ່າລາວຕົກເປັນເປົ້າຫມາຍແລະຖືກໃສ່ຮ້າຍໂດຍຄົນອື່ນ, ເຊິ່ງອາດຈະເປັນຜູ້ ສນັບສນູນຣັຖບານຈີນ, ກ່ຽວກັບການຣົນນະຣົງເພື່ອສິດທິຂອງ ຊາວ Uyghur. ລາວເວົ້າວ່າ ມີຄົນສ້າງທີ່ຢູ່ອີເມລປອມ ແລະ ດ້ວຍເຫດນີ້ຈຶ່ງບໍ່ມີທາງທີ່ຈະເຊື່ອມຣະຫວ່າງໂຕລາວແລະອີເມລນັ້ນໃສ່ກັນ.
"ຂ້າພະເຈົ້າຫມາຍຄວາມວ່າເຂົາເຈົ້າບໍ່ມີຫລັກຖານຢ່າງແໜ້ນໜາວ່າມັນແມ່ນຂ້າພະເຈົ້າ. ມີຄົນສ້າງທີ່ຢູ່ອີເມລປອມ. ພວກເຂົາເຈົ້າໃຊ້proton mail, ເຊິ່ງມັນກໍຈະ scramble ທີ່ຢູ່ IP ຂອງທ່ານ. ດັ່ງນັ້ນ ພວກເຂົາຈຶ່ງບໍ່ມີທາງໃດ ທີ່ຈະເຊື່ອມຕໍ່ອີເມລກັບຂ້າພະເຈົ້າ. - ມັນເປັນໄປບໍ່ໄດ້ແທ້ໆ."
ການປະທ້ວງຂອງ Drew Pavlou ໄດ້ມີຄວາມໂດດເດັ່ນຂຶ້ນເປັນຄັ້ງທໍາອິດ ທີ່ມະຫາວິທະຍາລັຍ Queensland ບ່ອນທີ່ລາວເປັນນັກສຶກສາ, ແລະບ່ອນທີ່ລາວໄດ້ສະແດງ ໃຫ້ເຫັນຕໍ່ອິດທິພົນຂອງສະຖາບັນ Confucius (Confucius Institute) ທີ່ມະຫາວິທະຍາລັຍໄດ້ຮັບທຶນສນັບສນູນຈາກຣັຖບານຈີນ.
ລາວ ໄດ້ລົງສມັກເລືອກຕັ້ງໃນສະພາສູງ (The Senate) ໃນ ຣັຖ Queensland ໃນການເລືອກຕັ້ງຣັຖບານໃນປີນີ້ ແຕ່ບໍ່ໄດ້ຖືກເລືອກຕັ້ງ.
Drew Pavlou ໄດ້ປະນາມ ການກະທໍາຂອງຕໍາຫຼວດ ໃນການກັກຂັງລາວເປັນເວລາ 23 ຊົ່ວໂມງ ຮວມທັງອຸປສັກ ທີ່ລາວກ່າວວ່າ ລາວໄດ້ປະເຊີນໃນການເຂົ້າເຖິງການຊ່ອຍເຫຼືອ ທາງດ້ານກົດຫມາຍ ແລະ ດ້ານກົງສຸນ. ລາວກ່າວວ່າ ມີຄົນສ້າງອີເມລຂຶ້ນມາແລະໃສ່ຊື່ຂອງລາວ ແລ້ວຕຳຫຼວດກໍໃຊ້ອີເມລນັ້ນເປັນຫຼັກຖານໃນການຈັບກຸມໂຕລາວ. ນີ້ແມ່ນສິ່ງທີ່ຊົ່ວຮ້າຍທີ່ສຸດທີ່ໄດ້ເກີດຂຶ້ນກັບໂຕລາວ.
"ບາງຄົນໄດ້ສ້າງທີ່ຢູ່ອີເມລ, ຂຽນວ່າ ນີ້ແມ່ນ Drew Pavlou. ແລະ ນັ້ນແມ່ນຫລັກຖານຂອງເຂົາເຈົ້າ (ຕໍາຫຼວດ). ເມື່ອມີຫລັກຖານນັ້ນ, ເຂົາເຈົ້າຈຶ່ງໄດ້ຈັບຂ້າພະເຈົ້າໄວ້ໃນຫ້ອງຂັງເປັນເວລາ 23 ຊົ່ວ ໂມງ. ຂ້າພະເຈົ້າໄດ້ຖືກກັກຂັງໂດຍບໍ່ມີການສື່ສານໃນເວລານັ້ນ. ຂ້າພະເຈົ້າບໍ່ສາມາດລົມກັບພວກທະນາຍຄວາມໄດ້. ຂ້າພະເຈົ້າບໍ່ສາມາດໂອ້ລົມກັບສໍານັກງານກົງສຸນ (Australian) ໄດ້. ສິດທິທາງກົດຫມາຍຂອງຂ້າພະເຈົ້າຖືກລ່ວງລະເມີດ.ຂ້າພະເຈົ້າຖືກຈັບ ແລະ ຖືກໃສ່ກະແຈມື ໃນ ຕໍາແຫນ່ງທີ່ເຈັບປວດແລະຢາກຖາມວ່າ: ໃຜມີແຮງຈູງໃຈທີ່ຈະຂຽນອີເມລຫຼອກລວງໃນນາມຂອງ Drew Pavlou ເພື່ອໃຫ້ລາວຖືກຈັບ? ທ່ານສາມາດເຫັນໄດ້ຢ່າງຊັດເຈນວ່າ ທຸກໆ ຄົນ ທີ່ກໍາລັງສເລີມສລອງ ຢູ່ໃນເວລານີ້ຢູ່ໃນ Twitter. ເຂົາເຈົ້າແມ່ນພວກສນັບສນຸນຮັຖບານ ຈີນ. ຂ້າພະເຈົ້າບໍ່ເຄີຍຖືກກ່າວຫາໃນສິ່ງທີ່ຊົ່ວຮ້າຍແບບນີ້. ນີ້ເປັນພຽງສິ່ງທີ່ຮ້າຍແຮງທີ່ສຸດທີ່ເຄີຍເກີດຂຶ້ນກັບຂ້າພະເຈົ້າ ."
Pavlou ກ່າວວ່າ ລາວໄດ້ຂໍລົມກັບທີ່ປຶກສາທາງກົດຫມາຍ ຫລາຍເທື່ອໃນຂນະທີ່ຖືກກັກຂັງ ແຕ່ກໍບໍ່ເປັນຜົນສຳເຣັດ ຈົນກວ່າລາວໄດ້ເຊັນເອກກະສານວ່າລາວສລະສິດກັບການທີ່ຈະມີທະນາຍຄວາມມາຮ່ວມໃນການສຳພາດກັບຕຳຣວດ
ແຕ່ລາວເວົ້າວ່າ ມັນຍັງເປັນເວລາອີກດົນນານ ກ່ອນຈະມີການສໍາພາດ ເຊິ່ງລາວເວົ້າວ່າ ແມ່ນຕອນທີ່ລາວໄດ້ເຫັນ ອີເມລນັ້ນ ແລະລາວກໍບໍ່ຢາກເຊື່ອວ່າຈະມີຄົນເຊື່ອອີເມລທີ່ຂຽນແບບໂງ່ໆ ແບບນັ້ນ.
ໂຄສົກ ຂອງ ສຳນັກງານຕໍາຫຼວດນະຄອນຫລວງ ກ່າວວ່າ ຕົນບໍ່ໄດ້ຢືນຢັນ ຫລື ອອກຄວາມເຫັນກ່ຽວ ກັບຕົວຂອງຜູ້ທີ່ຖືກຈັບກຸມທີ່ບໍ່ໄດ້ຖືກກ່າວຫາວ່າ ມີຄວາມຜິດທາງອາຍາ.
ຕໍ່ມາ Drew Pavlou ໄດ້ຮັບການປະກັນໂຕ, ຫລັງຈາກທີ່ໄດ້ຖືກກັກຂັງເປັນເວລາ 23 ຊົ່ວໂມງ. ລາວຕ້ອງລາຍງານໂຕກັບຕໍາຫຼວດອີກເທື່ອໜຶ່ງໃນວັນທີ 14 ສິງຫາ.
ໃນຖແລງການສະບັບຫນຶ່ງ, ຣັຖບານກາງອອສເຕຣເລັຍກ່າວວ່າ ພວກເຂົາເຈົ້າໄດ້ສເນີໃຫ້ການຊ່ວຍເຫຼືອທາງກົງສຸນແກ່ທ່ານ Pavlou, ໂດຍມີໂຄສົກຂອງກະຊວງການຕ່າງປະເທດແລະການຄ້າໄດ້ບອກກັບ ຂ່າວ SBS ວ່າມັນຍັງຈະຍົກຂຶ້ນມາສອບຖາມກັບເຈົ້າຫນ້າທີ່ ອັງກິດກ່ຽວກັບທ່ານ Pavlou ອ້າງວ່າທ່ານຖືກປະຕິເສດການເຂົ້າເຖິງສໍານັກງານກົງສຸນ.
ເນື້ອເລື່ອງໂດຍ Tina Quinn and Ben Lewis ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ