ທຳຄວາມເຂົ້າໃຈລະບົບກົດຫມາຍຂອງອອສເຕຣເລັຍ: ກົດຫມາຍ, ສານ ແລະ ການຊ່ວຍເຫຼືອທາງກົດຫມາຍ

Australia Explained: Australian Legal System

Equality before the law and fairness are two of the basic principles observed in the Australian legal system. Source: Moment RF / Rae Allen/Getty Images

ທ່ານຄຸ້ນເຄີຍກັບລະບົບກົດຫມາຍຂອງອອສເຕຣເລັຍ ຫຼືບໍ່? ໃນຖານະເປັນສະຫະພັນ ຂອງຫົກຣັດ ແລະສອງເຂດປົກຄອງ, ອອສເຕຣເລັຍ ມີກົດຫມາຍທີ່ບັງຄັບໃຊ້ໃນລະດັບຊາດ, ລວມທັງກົດຫມາຍສະເພາະຕໍ່ແຕ່ລະເຂດອຳນາດສານ. ນອກນັ້ນ, ຍັງມີໂຄງຮ່າງຄ້າຍຄືກັນຂອງສານຣັຖບານກາງ ແລະ ຣັດ. ຮຽນຮູ້ພື້ນຖານກ່ຽວກັບວິທີການເຮັດວຽກຂອງລະບົບກົດຫມາຍ, ຕັ້ງແຕ່ການເຂົ້າໃຈກົດຫມາຍຂອງອອສເຕຣເລັຍ ເຖິງການເຂົ້າເຖິງການຊ່ວຍເຫຼືອດ້ານກົດຫມາຍ.


ຈຸດສໍາຄັນ
  • ກົດຫມາຍປະເພດຕ່າງໆທີ່ບັງຄັບໃຊ້ໃນອອສເຕຣເລັຍ ໄດ້ເເກ່ 'ກົດຫມາຍທັມມະນູນ (Statute Law) ທີ່ຜ່ານໂດຍຣັຖສະພາ, ກົດຫມາຍ 'ມອບຫມາຍ (Delegated Law) ຜ່ານໂດຍຣັຖບານ, ແລະກົດຫມາຍທົ່ວໄປໂດຍແມ່ນສານເຮັດ.
  • ລະບົບກົດຫມາຍຂອງພວກເຮົາທີ່ມີສອງຊຸດ ຂອງກົດຫມາຍ ແລະສານທີ່ຄ້າຍຄືກັນ, ສະທ້ອນໃຫ້ເຫັນຄວາມຈິງທີ່ວ່າ Commonwealth ຂອງອອສເຕຣເລັຍ ແມ່ນ ສະຫະພັນຂອງຣັດແລະເຂດປົກຄອງ.
  • ມີທາງເລືອກຕ່າງໆ ສໍາລັບການເຂົ້າເຖິງຄໍາແນະນໍາ ແລະການສນັບສນູນດ້ານກົດຫມາຍ, ບໍ່ວ່າສະຖານະການທາງການເງິນຂອງທ່ານຈະເປັນແນວໃດກໍຕາມ.
ຜູ້ມີບົດບາດ ແລະສະຖາບັນທັງຫມົດ ທີ່ກ່ຽວຂ້ອງກັບລະບົບກົດຫມາຍຂອງອອສເຕຣເລັຍ ດໍາເນີນການໃນວິທີການທີ່ຮັບໃຊ້ຫຼັກນິຕິທັມ (ກົດລະບຽບຂອງກົດຫມາຍ).

"ຫຼັກນິຕິທັມ (ກົດລະບຽບຂອງກົດຫມາຍ) ມີຜົນບັງຄັບໃຊ້ກັບທຸກຄົນຢ່າງເທົ່າທຽມກັນ, ມັນຖືກນໍາໃຊ້ໂດຍສານອິດສຣະ, ບໍ່ລໍາອຽງ, ຍຸຕິທັມ ແລະມັນໄດ້ຜ່ານໄປຕາມຂັ້ນຕອນ." ທ່ານ William Partlett, ຮອງສາດສະດາຈານທີ່ the University of Melbourne Law School ອະທິບາຍ.
Australia Explained: Australian Legal System
The Constitution is Australia’s fundamental legal document, that sets up the structures of our government, including parliamentary procedures for creating legislation, Dr Partlett explains. Credit: Kokkai Ng/Getty Images
ກົດຫມາຍທີ່ຜ່ານໂດຍ ຣັຖສະພາ, ທີ່ຮູ້ກັນໃນນາມ Acts of Parliament, ແມ່ນຖືກກ່າວເຖິງວ່າເປັນ 'ກົດຫມາຍທັມມະນູນ (Statute Law)'' ແຕ່ບາງກົດຫມາຍຍັງຖືກເຮັດໂດຍຜ່ານການຕີຄວາມຫມາຍຂອງສານຂອງທັມມະນູນ.

"ອອສເຕຣເລັຍ ກໍຄືອັງກິດ, ຮົງກົງ, ນິວຊີແລນ ແລະອີກຫຼາຍສ່ວນຂອງອະດີດຈັກກະພັດອັງກິດ ຊຶ່ງມີລະບົບກົດຫມາຍທົ່ວໄປ. ນີ້ຫມາຍຄວາມວ່າ ແຫລ່ງທີ່ມາຂອງຫຼັກກົດຫມາຍ ແມ່ນກົດຫມາຍ ຊຶ່ງເປັນກົດຫມາຍທັມມະນູນ ທີ່ຜ່ານໂດຍຣັຖສະພາ.. ສານສາມາດ ສ້າງສິ່ງທີ່ເອີ້ນວ່າ ກົດຫມາຍຄະດີ (Case Law) ຊຶ່ງສາມາດກາຍເປັນສິ່ງທີ່ເຮົາຮູ້ວ່າເປັນກົດຫມາຍທົ່ວໄປ (Common Law) ແລະກົດຫມາຍທົ່ວໄປສາມາດຖືກລົບລ້າງໄດ້ສເມີ ໂດຍທັມມະນູນ." Dr Partlett ກ່າວ.

"ສະນັ້ນ, ມັນເປັນຄວາມສຳພັນ ລະຫວ່າງຕຸລາການອິດສຣະ ທີ່ນໍາໃຊ້ກົດຫມາຍ ແລະສາມາດສ້າງກົດຫມາຍ ຄະດີ (Case Law) ໄດ້. ແຕ່ວ່າແຫຼ່ງຫລັກຂອງພື້ນຖານ ຂອງມາດຕະຖານ ກໍຄືຣັຖສະພາ ແລະການສ້າງກົດເກນ."
Australia Explained: Australian Legal System
In Australia, when a court decision is made, this is binding on future lower courts in the application of that law, unless Parliament changes it Credit: RUNSTUDIO/Getty Images
ນອກນັ້ນຍັງມີ ກົດໝາຍ 'ມອບຫມາຍ' ຫຼື ກົດໝາຍຮອງ, ຊຶ່ງເປັນກົດໝາຍທີ່ເຮັດໂດຍຣັຖບານບໍຣິຫານ.

ຕົວຢ່າງ: ຣັຖມົນຕີ ອອກກົດຫມາຍໃນຮູບແບບຂອງຂໍ້ບັງຄັບພາຍໃນ ພາຍໃຕ້ສິດອໍານາດຂອງບັນຍັດຣັຖສະພາ (Act of Parliament).

ກົດຫມາຍ ແລະ ສານຂອງຣັຖບານກາງ ແລະ ຂອງຣັດ.

ໃນອອສເຕຣເລັຍ, ກົດຫມາຍບາງສະບັບ ມີຜົນບັງຄັບໃຊ້ ທົ່ວປະເທດ,ໃນຂນະທີ່ ບາງກົດຫມາຍຕ່າງກັນໄປຕາມເຂດອຳນາດສານ.

ທ່ານ Chris Stone ຈາກ South Australia’s Lega lServices Commissionກ່າວວ່າ "ມີບາງເຂດ ທີ່ຣັຖບານກາງໄດ້ຮັບອໍານາດແຕ່ພຽງຜູ້ດຽວ ທີ່ຈະອອກກົດຫມາຍ ພາຍໃຕ້ຣັຖທັມມະນູນ ເຊັ່ນ: ການແຕ່ງງານ ແລະການຢ່າຮ້າງ, ການເກັບພາສີ, ການປ້ອງກັນປະເທດ, ບັນຫາທີ່ກ່ຽວຂ້ອງກັບກິດຈະການຕ່າງປະເທດ, ການຍົກຍ້າຍຖິ່ນຖານ."

"ເພາະສະນັ້ນ ຖ້າຫາກວ່າທ່ານຈັດການກັບສິ່ງຕ່າງໆ ເຊັ່ນການຂໍວີຊາ ເພື່ອຢ້ຽມຢາມ ຫຼືຍ້າຍຖິ່ນຖານມາຢູ່ອອສເຕຣເລັຍ, ນັ້ນແມ່ນກົດຫມາຍຂອງ Commonwealth ທີ່ຈະມີສ່ວນກ່ຽວຂ້ອງ, ແທນທີ່ຈະເປັນກົດຫມາຍຂອງຣັດ."

ຕົວຢ່າງທົ່ວໄປ ຂອງກົດຫມາຍທີ່ປ່ຽນແປງໃນແຕ່ລະຣັດ ຫຼືເຂດປົກຄອງຂອງທ່ານ ແມ່ນກົດຫມາຍການຈະຣາຈອນທາງຖນົນ.

"ຢູ່ South Australia, ມີກົດຫມາຍວ່າດ້ວຍການຈະຣາຈອນທາງຖນົນ, ແຕ່ວ່າມັນໃຊ້ໄດ້ແຕ່ກັບ South Australia ເທົ່ານັ້ນ. ຖ້າຫາກຜູ້ໃດຢູ່ໃນ Victoria ແລ້ວເຂົາເຈົ້າກໍຕ້ອງປະຕິບັດຕາມກົດຫມາຍທີ່ກ່ຽວຂ້ອງ ກ່ຽວກັບການຂັບຣົດໃນຣັດ Victoria ນີ້ແມ່ນກົດຫມາຍຂອງຣັດ." ທ່ານ Stone ກ່າວ.
Australia Explained: Australian Legal System
Most criminal cases are dealt with by state and territory courts in Australia. Credit: Light Bulb Works/Getty Images
ລະບົບຂອງຣັຖບານ ຍັງສະທ້ອນໃຫ້ເຫັນໂຄງສ້າງຂອງສານ ທີ່ດໍາເນີນງານໃນລະບົບລຳດັບຊັ້ນ (Hierarchical System), ແລະ ສານສູງ (High Court) ແມ່ນບ່ອນສູງສຸດຂອງການອຸທອນໃນທຸກລະດັບ.

Dr Partlett ໃຫ້ຕົວຢ່າງບາງສ່ວນ.

"ໃນສ່ວນທີ່ແຍກຕ່າງຫາກພາຍໃນເຂດອຳນາດສານຣັຖບານການ ຍັງມີ ສານຄອບຄົວ (the Family Court) ເພາະວ່າ ກົດຫມາຍຄອບຄົວ ໃນອອສເຕຣເລັຍ ແມ່ນຢູ່ໃນເຂດອຳນາດສານຂອງປະເທດ.

"ໃນລະດັບຣັດ, ພວກເຮົາມີຫຼາຍລະດັບທີ່ແຕກຕ່າງກັນ ຕລອດຈົນຮອດສານປົກຄອງ, ສານປະຈໍາເຂດ, ສານສູງສຸດ, ສານອຸທອນ, ແລະສານອື່ນໆ, ເຊິ່ງກ່ຽວກັບການບັງຄັບໃຊ້ກົດໝາຍຂອງຣັດ. ດັ່ງນັ້ນ, ສານສູງ ຈຶ່ງດູແລທັງສານຣັຖບານກາງ, ຊຶ່ງຢູ່ໃນເຂດອຳນາດສານລະດັບຊາດ ແລະ ສານໃນລະດັບຣັດ."

ເມື່ອເວົ້າເຖິງກົດຫມາຍອາຍາ, ເລື່ອງສ່ວນໃຫຍ່ແມ່ນຖືກຈັດການພາຍໃນລະດັບຣັດ ຫຼືເຂດປົກຄອງ. ຕາມປົກກະຕິແລ້ວ ການດໍາເນີນຄະດີທາງກົດຫມາຍ ແມ່ນເລີ່ມຕົ້ນໂດຍຣັດ ໃນຄະດີອາຍາ. ດັ່ງທີ່ Greg McIntyre SC, ປະທານຂອງ the Law Council of Australia ອະທິບາຍ.

"ປົກກະຕິແລ້ວ ຫນ່ວຍງານຕໍາຣວດຈະສືບສວນອາຊະຍາກັມ, ຈາກນັ້ນ ກໍສົ່ງເລື້ອງໄປຫາຜູ້ອຳນວຍການຝ່າຍອັຍຍະການ (Director of Public Prosecutions) ແລະຜູ້ອໍານວຍການ ຈະຕັດສິນວ່າ ຈະດໍາເນີນຄະດີກັບບຸກຄົນນັ້ນຫຼືບໍ່."

ນີ້ບໍ່ແມ່ນກໍຣະນີ ໃນບັນຫາທາງກົດຫມາຍ ກ່ຽວກັບຂໍ້ຂັດແຍ່ງລະຫວ່າງບຸກຄົນ ແລະ/ຫຼືອົງກອນຕ່າງໆ.
Australia Explained: Australian Legal System
Disputes including breach of contract, motor vehicle accidents, worker’s compensation cases and property disputes are examples of civil law cases. Credit: Lighthousebay/Getty Images
"ລະບົບແພ່ງ ບໍ່ໄດ້ກ່ຽວຂ້ອງກັບຣັຖບານ ວ່າເປັນຜູ້ລິເລີ້ມການດໍາເນີນຄະດີ. ຜູ້ຟ້ອງຮ້ອງ ຫຼືໂຈດ ນໍາຄະດີໄປຂຶ້ນສານ ບ່ອນທີ່ຜົນຂອງການຕັດສິນ ແມ່ນການຊົດເຊີຍຄວາມເສັຍຫາຍ ຫຼືຄ່າທົດແທນ."

ການເຂົ້າເຖິງການຊ່ວຍເຫຼືອ ດ້ານກົດຫມາຍ.

ແຕກຕ່າງກັບຄະດີແພ່ງ, ຄະດີອາຍາ ໄດ້ຮັບການຈັດອັນດັບຄວາມສໍາຄັນ ໃນການບໍຣິການຊ່ວຍເຫຼືອ ທາງດ້ານກົດຫມາຍ () ທີ່ໄດ້ຮັບເງິນຊ່ວຍເຫຼືອຈາກຣັຖບານ, ເຊິ່ງລວມເຖິງຄນະກັມມະການ ຊ່ວຍເຫຼືອທາງດ້ານກົດຫມາຍ (Legal Aid Commissions)ໃນແຕ່ເຂດອຳນາດສານ ແລະແຜນການຊ່ວຍເຫຼືອ ທາງດ້ານການເງິນທາງກົດຫມາຍຂອງ Commonwealth.

"ໃນກໍຣະນີ ທີ່ຜູ້ຄົນມີຄວາມສ່ຽງ ຕໍ່ການຖືກຈໍາຄຸກ, ຈະໄດ້ຮັບຄວາມສໍາຄັນສູງກວ່າ ໃນການໄດ້ຮັບການຊ່ວຍເຫຼືອ ດ້ານກົດຫມາຍ. ຫຼືໃນກໍຣະນີ ກົດຫມາຍຄອບຄົວ ບ່ອນທີ່ຜູ້ຄົນມີຊັບພະຍາກອນຈໍາກັດ, ການທວງຄ່າຊົດເຊີຍ ສໍາລັບບາງສິ່ງບາງຢ່າງ, ໂດຍທົ່ວໄປແລ້ວ ມັນເປັນເລື່ອງທີ່ຍາກ ທີ່ຈະໄດ້ຮັບການຊ່ວຍເຫຼືອ ທາງດ້ານກົດຫມາຍ."

ເມື່ອຈ້າງທະນາຍຄວາມ ເພື່ອເປັນຕົວແທນຂອງທ່ານໃນຄະດີ, ມັນເປັນການດີ ທີ່ຈະກວດສອບຄວາມຖືກຕ້ອງ ຂອງຂໍ້ມູນດ້ານອາຊີບຂອງເຂົາເຈົ້າ.

ທ່ານ McIntyre ກ່າວວ່າ "ຜູ້ປະກອບອາຊີບທາງກົດຫມາຍທຸກຄົນ ມີໜ້າທີ່ ຈະຕ້ອງມີໃບຢັ້ງຢືນ ການປະຕິບັດງານປະຈຸບັນ ພາຍໃຕ້ລະບຽບການທີ່ນໍາໃຊ້ ໃນແຕ່ລະຣັດ ແລະເຂດປົກຄອງ."

ໃບຢັ້ງຢືນການປະຕິບັດ ແມ່ນອອກໂດຍໜ່ວຍງານ ຕາມກົດຫມາຍໃນແຕ່ລະເຂດອຳນາດສານ.

"ທ່ານສາມາດກວດສອບເວັບໄຊທ໌ຂອງພວກເຂົາ ວ່າບຸກຄົນທີ່ທ່ານກໍາລັງສື່ສານ ມີໃບຢັ້ງຢືນການປະຕິບັດງານ ແລະບໍ່ມີການຍົກເລີກການປະຕິບັດງານໃດໆ. ນອກຈາກນີ້, ທ່ານສາມາດຊອກຫາຂໍ້ມູນ ປະເພດນັ້ນ ຈາກ Bar Associations ແລະ the Law Societies ໃນແຕ່ລະຣັດແລະເຂດປົກຄອງ"
Australia Explained: Australian Legal System
There are law firms who deal with cases on a no win - no fee basis, particularly in matters of personal injuries, motor vehicle accident cases and workers compensation cases, says Mr McIntyre. Credit: Jacobs Stock Photography/Getty Images
ທະນາຍຄວາມ ແລະສຳນັກງານກົດຫມາຍບາງແຫ່ງ ໃຫ້ການຊ່ວຍເຫຼືອຟຣີ (pro bono) ສໍາລັບບາງເລື່ອງ ເມື່ອຜູ້ຄົນບໍ່ມີສິດໄດ້ຮັບການຊ່ວຍເຫຼືອທາງດ້ານກົດຫມາຍ ທີ່ໄດ້ຮັບທຶນຈາກຣັດ.

ນອກນັ້ນ ຍັງມີສູນກາງກົດຫມາຍຂອງຊຸມຊົນ (Community Legal Centres) ທົ່ວປະເທດ ຮວມທັງການບໍຣິການດ້ານກົດຫມາຍ ຂອງແມ່ຍິງ () ໃນແຕ່ລະຣັດ ແລະເຂດປົກຄອງ, ທີ່ຊ່ຽວຊານ ໃນການໃຫ້ການສນັບສນູນທາງກົດຫມາຍ ສໍາລັບກໍຣະນີຄວາມຮຸນແຮງໃນຄອບຄົວ.

ຄນະກັມມະການ ຊ່ວຍເຫຼືອດ້ານກົດຫມາຍ (Legal Aid Commissions) ມີເງິນຊ່ວຍເຫຼືອຈໍາກັດ ເພື່ອກວມເອົາຄ່າໃຊ້ຈ່າຍ ໃນການເປັນຕົວແທນທາງກົດຫມາຍ ສໍາລັບກໍຣະນີທີ່ມີສິດ ຂອງຜູ້ທີ່ບໍ່ສາມາດຈ່າຍຄ່າທະນາຍຄວາມສ່ວນໂຕໄດ້.

ເຖິງຢ່າງໃດກໍຕາມ, Mr Stone ຈາກຄນະກັມມະການບໍຣິການກົດຫມາຍ SA (SA Legal Services Commission) ກ່າວວ່າ ສ່ວນຫລາຍແລ້ວ ການຊ່ວຍເຫຼືອດ້ານກົດຫມາຍ ແມ່ນບໍ່ກ່ຽວກັບການເປັນຕົວແທນ ແລະຍັງມີບໍຣິການອື່ນ ທີ່ຜູ້ຄົນສາມາດເຂົ້າເຖິງໄດ້.

"ຄນະກັມມະການຊ່ວຍເຫຼືອດ້ານກົດຫມາຍ (Legal Aid Commissions)ໃນອອສເຕຣເລັຍ ສ່ວນໃຫຍ່ ຈະໃຫ້ການຊ່ວຍເຫຼືອດ້ານອື່ນໆ ເຊັ່ນ :ຄໍາແນະນໍາ ແກ່ຜູ້ທີ່ບໍ່ໄດ້ອາສັຍການຊ່ວຍເຫຼືອທາງດ້ານກົດຫມາຍ ທີ່ມີເງິນຊ່ອຍເຫຼືອຈາກຣັຖບານ."
Australia Explained: Australian Legal System
Everyone has access to advice and information on their legal matter from the Legal Aid Commission in their place of residence, free of charge Credit: Thurtell/Getty Images
ໃນຄະດີອາຍາ ຫຼືຄະດີແພ່ງເລັກນ້ອຍ ເຊັ່ນ: ເມື່ອມີການໂຕ້ຖຽງເລື່ອງຄ່າປັບໃຫມໃນສານ ຫຼືຂໍ້ຂັດແຍ່ງ ທາງແພ່ງ ກ່ຽວກັບເງິນຈໍານວນຫນ້ອຍ, ຜູ້ຄົນສາມາດ ເລືອກທີ່ຈະມາປາກົດຕົວໃນສານ ດ້ວຍຕົນເອງໂດຍບໍ່ມີທະນາຍຄວາມ.

"ແຕ່ຂ້າພະເຈົ້າ ຈະຊຸກຍູ້ໃຫ້ຜູ້ຄົນຂໍຄໍາແນະນໍາບາງຢ່າງສເມີ ກ່ອນທີ່ຈະຈັດການກັບຄະດີ ຫຼືໄປສານດ້ວຍຕົນເອງ."

Mr Stone ກ່າວວ່າ, ຄວນຂໍຮັບຄໍາແນະນໍາ ທາງດ້ານກົດຫມາຍສເມີ, ໂດຍສະເພາະ ຖ້າຫາກທ່ານບໍ່ຄຸ້ນເຄີຍ ກັບລະບົບກົດຫມາຍ ຂອງອອສເຕຣເລັຍ.

"ສິ່ງທີ່ຂ້າພະເຈົ້າຮູ້ ຈາກປະສົບການຫຼາຍຢ່າງ ໃນການພົວພັນກັບຄົນທີ່ຍ້າຍມາຢູ່ອອສເຕຣເລັຍ ຈາກປະເທດແລະວັດທະນະທັມທີ່ແຕກຕ່າງກັນຄື ພວກເຂົາເຈົ້າ ອາດມີຄວາມເຂົ້າໃຈທີ່ແຕກຕ່າງກັນ ກ່ຽວກັບວິທີການເຮັດວຽກຂອງລະບົບກົດຫມາຍ.

"ບາງຄັ້ງ ຜູ້ຄົນມີປະສົບການທີ່ບໍ່ດີຈາກບ່ອນອື່ນ, ແລະນັ້ນ ຈະມີແນວໂນ້ມ ທີ່ຈະມີອິດທິພົນຕໍ່ເຂົາເຈົ້າ ໃນແງ່ຂອງທັດສະນະຄະຕິ ທີ່ມີຕໍ່ກົດຫມາຍ ແລະຂະບວນການຍຸດຕິທັມ. ດັ່ງນັ້ນ, ການໄດ້ຮັບຄໍາແນະນໍາ ກ່ຽວກັບວິທີ ທີ່ລະບົບກົດຫມາຍເຮັດວຽກໃນອອສເຕຣເລັຍ ແມ່ນຄວາມຄິດທີ່ດີສເມີ."

ການບໍຣິການ ທີ່ໄດ້ຮັບທຶນຈາກຣັຖບານຫຼາຍປະເພດ ສາມາດຊ່ວຍໃຫ້ຜູ້ທີ່ມີບັນຫາທາງດ້ານກົດຫມາຍ.

ໄປທີ່: ສໍາລັບລາຍຊື່ ຜູ້ໃຫ້ການຊ່ວຍເຫຼືອທາງດ້ານກົດຫມາຍ ລວມທັງຄນະກັມມະການ ຊ່ວຍເຫຼືອທາງດ້ານກົດຫມາຍ ແລະການບໍຣິການທີ່ຊ່ຽວຊານ ທາງດ້ານຄວາມຮຸນແຮງໃນຄອບຄົວ.

ເນື້ອເລື່ອງໂດຍ  Zoe Thomaidou  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share