ຈຸດສຳຄັນ:
- ການລົ້ມລະລາຍ ດໍາເນີນໄປເປັນເວລາສາມປີ ແຕ່ຜົນທີ່ຕາມມາ ອາດຍາວກວ່ານັ້ນຫຼາຍ.
- ການລົ້ມລະລາຍ ຈະບໍ່ເຮັດໃຫ້ທ່ານ ຫຼຸດອອກຈາກຫນີ້ ທັງຫມົດຂອງທ່ານ.
- ຂໍຄໍາແນະນໍາ ຈາກທີ່ປຶກສາ ທາງດ້ານການເງິນສເມີ.
ການລົ້ມລະລາຍ ແມ່ນຂະບວນການທາງກົດຫມາຍ ທີ່ສາມາດຊ່ວຍໃຫ້ທ່ານຄວບຄຸມທາງການເງິນ ໄດ້ອີກເທື່ອນຶ່ງ ໂດຍການປ່ອຍທ່ານຈາກຫນີ້ສ່ວນໃຫຍ່ຂອງທ່ານ, ແລະຊ່ວຍໃຫ້ທ່ານ ສາມາດເລີ່ມຕົ້ນໃຫມ່.
ທ່ານສາມາດ ລົ້ມລະລາຍດ້ວຍຄວາມສມັກໃຈ, ຫຼືທ່ານສາມາດຖືກສານປະກາດໃຫ້ລົ້ມລະລາຍ ຕາມຄໍາຮ້ອງຂໍຂອງເຈົ້າຫນີ້ຂອງທ່ານ – ຜູ້ທີ່ທ່ານຕິດຫນີ້ເງິນ.
ມັນອາດເປັນບາດກ້າວ ໃນທາງບວກ. ເຖິງຢ່າງໃດກໍຕາມ, ການລົ້ມລະລາຍ ມາພ້ອມກັບຜົນສະທ້ອນ ທີ່ຮ້າຍແຮງ ແລະຄວາມອັບອາຍ.
Clare Corrigan, Trustee ທີ່ຈົດທະບຽນ ໃນການລົ້ມລະລາຍ(Registered Trustee in Bankruptcy) ແນະນໍາ ໃຫ້ເບິ່ງຂ້າມຄວາມອັບອາຍນັ້ນ ແລະການບັນເທົາທາງການເງິນ ທີ່ມອບໃຫ້ ຜູ້ທີ່ປະເຊີນກັບຄວາມຫຍຸ້ງຍາກ ອັນໃຫຍ່ຫຼວງນີ້.
"ສິ່ງສໍາຄັນ ທີ່ມັນເກີດເລື້ອຍໆກໍແມ່ນ ຜູ້ທີ່ກໍາລັງຍື່ນຂໍການລົ້ມລະລາຍ ນັ້ນ ເຮັດໂດຍບໍ່ແມ່ນຄວາມຜິດຂອງຕົນເອງ ແຕ່ເພາະປັນຫາດ້ານການເງິນ ຊຶ່ງສາເຫດແມ່ນມາຈາກພາຍນອກ." ນາງກ່າວ.
ຖືວ່າເປັນບາດກ້າວທີ່ກ້າຫານ ສູ່ອະນາຄົດທາງການເງິນໃຫມ່ ໂດຍສະເພາະ ຈາກການສນັບສນູນຈາກຜູ້ຊ່ຽວຊານ ທີ່ເຂົ້າໃຈວ່າ ມັນບໍ່ແມ່ນພຽງແຕ່ ການກະທໍາທີ່ຖືກຕ້ອງຕາມກົດຫມາຍເທົ່ານັ້ນ, ແຕ່ຍັງຖືວ່າເປັນການເດີນທາງ ທາງຈິດໃຈນໍາອີກ.Clare Corrigan, Registered Trustee in Bankruptcy
ກ່ອນທີ່ຈະຮ້ອງຂໍລົ້ມລະລາຍ
ໃຫ້ເບິ່ງທາງເລືອກທາງກົດຫມາຍອື່ນໆ ທີ່ຢູ່ພາຍໃຕ້ກົດຫມາຍ ວ່າດ້ວຍການລົ້ມລະລາຍ.
ຂໍ້ຕົກລົງຫນີ້ສິນ.
ຂໍ້ຕົກລົງຫນີ້ສິນ ຊ່ອຍໃຫ້ທ່ານຊໍາລະຫນີ້ຂອງທ່ານໄດ້, ໂດຍປົກກະຕິແລ້ວ, ຈະໃຊ້ເວລາສາມ ຫາຫ້າປີ ແລະຫຼີກເວັ້ນການລົ້ມລະລາຍ.
ຜູ້ດູແລການລົ້ມລະລາຍ ຈະເຈລະຈາກັບທ່ານ ແລະເຈົ້າຫນີ້ຂອງທ່ານ, ຜູ້ທີ່ອາດຈະຕົກລົງ ທີ່ຈະຫຼຸດຫນີ້ຂອງທ່ານ ແລະ ວາງແຜນການຊໍາລະເງິນ.

For many, bankruptcy brings feelings of financial shame and stigma, but it’s sometimes the only course of action to relieve financial distress. Credit: gahsoon/Getty Images
PIA ແມ່ນຂໍ້ຕົກລົງ ທີ່ມີຜົນຜູກມັດທາງກົດຫມາຍ ລະຫວ່າງທ່ານກັບເຈົ້າຫນີ້ຂອງທ່ານ. ທ່ານກໍາລັງເຈລະຈາແຜນການຊໍາລະຄືນ ທີ່ຍືດຍຸ່ນເພື່ອຊໍາລະຫນີ້ຂອງທ່ານ, ໂດຍທົ່ວໄປແລ້ວ ຫຼາຍກວ່າສາມຫາຫ້າປີ.
ຕາມປົກກະຕິແລ້ວ ນັ້ນແມ່ນກ່ຽວກັບການແຕ່ງຕັ້ງ ຜູ້ຈັດການເລື້ອງເງິນ (Trustee). ທ່ານຕ້ອງຈ່າຍຄ່າທໍານຽມ ເພື່ອຈັດໂຄງສ້າງແຜນການຊໍາລະຄືນ.
ຂໍຄໍາປຶກສາທາງການເງິນ.
Sarah Megginson ຜູ້ຊ່ຽວຊານດ້ານເງິນອະວຸໂສຈາກ Finder ແນະ ນໍາວ່າ ການຍື່ນຂໍລົ້ມລະລາຍ ມາພ້ອມກັບຜົນສະທ້ອນທີ່ຮ້າຍແຮງ. ດັ່ງນັ້ນ, ຄວນໄປລົມກັບ ທີ່ປຶກສາດ້ານການເງິນ ກ່ອນທີ່ຈະຕັດສິນໃຈໃດໆ.
ສາຍຊ່ອຍເຫຼືອຫນີ້ສິນແຫ່ງຊາດ (The ) ໃຫ້ບໍຣິການ ວັນຈັນ ຫາວັນສຸກ ທີ 1800 007 007. ມີຄໍາແນະນໍາ ທາງດ້ານການເງິນ ໂດຍທີ່ປຶກສາ ທີ່ມີປະສົບການ ຜູ້ທີ່ຈະສົນທະນາກັບທ່ານ ກ່ຽວກັບທາງເລືອກຂອງທ່ານ.
Ms Megginson ກ່າວວ່າ "ພວກເຂົາ ເປັນບໍຣິການ ທີ່ບໍ່ສແວງຜົນກໍາໄລ, ຟຣີ, ເປັນຄວາມລັບສເມີ, ແລະຂ້າພະເຈົ້າ ຂໍແນະນໍາພວກເຂົາຢ່າງສູງ."
ຂະບວນການ
ໜ່ວຍງານຄວາມໝັ້ນຄົງທາງການເງິນ ອອສເຕຣເລັຍ (The (AFSA)) ຈັດການຂະບວນການລົ້ມລະລາຍ.
ໃບສມັກແມ່ນຍື່ນທາງ ອອນໄລນ໌ ຜ່ານເວັບໄຊທ໌ AFSA. ແລ້ວພວກເຂົາເຈົ້າປະເມີນໃບສມັກ.
"ຖ້າຫາກວ່າໃບສມັກນັ້ນຜ່ານ, ແລ້ວບຸກຄົນນັ້ນກໍຖືກປະກາດລົ້ມລະລາຍ ແລະຕໍ່ຈາກນັ້ນ, ພວກເຂົາເຈົ້າໄດ້ຮັບການປົກປ້ອງບາງຢ່າງຈາກເຈົ້າຫນີ້ ເຊິ່ງຊ່ອຍໃຫ້ພວກເຂົາເລີ່ມຕົ້ນທາງດ້ານການເງິນໃໝ່." Ms Corrigan ກ່າວ.
ຈາກນັ້ນ ກໍຈະມີການແຕ່ງຕັ້ງ ຜູ້ດູແລການລົ້ມລະລາຍ ໃຫ້ຜູ້ລົ້ມລະລາຍ ທີ່ຮັບປະກັນຜົນປໂຍດຂອງທຸກຝ່າຍ ລວມທັງຜົນປໂຍດຂອງເຈົ້າຫນີ້.
ນອກຈາກນັ້ນ ຜູ້ດູແລການລົ້ມລະລາຍ ຍັງປະເມີນການເງິນຂອງຜູ້ລົ້ມລະລາຍ ແລະ ກວດສອບການປະພຶດຂອງເຂົາເຈົ້າ, ແລະ ຍັງສາມາດຂາຍຊັບສິນເພື່ອຊໍາລະຫນີ້.
Ms Corrigan ກ່າວວ່າ "ພວກເຮົາຍັງໃຫ້ຂໍ້ມູນ ແກ່ບຸກຄົນ ທີ່ລົ້ມລະລາຍ ເພື່ອຊ່ວຍຊີ້ນໍາໃຫ້ເຂົາເຈົ້າ ກ່ຽວກັບສິດ ແລະຄວາມຮັບຜິດຊອບທີ່ກ່ຽວຂ້ອງ ໃນໄລຍະການລົ້ມລະລາຍ”

Bankruptcy lasts for three years and one day, but the consequences can last for much longer. Credit: Vladimir Vladimirov/Getty Images
ການລົ້ມລະລາຍສົ່ງຜົນກະທົບແນວໃດຕໍ່ຊີວິດຂອງທ່ານ?
ການລົ້ມລະລາຍ ດໍາເນີນໄປເປັນເວລາສາມປີ ແລະຫນຶ່ງມື້, ແຕ່ຜົນທີ່ຕາມມາອາດຈະຍາວນານກວ່ານັ້ນ.
ທ່ານຈະໄດ້ຖືກເພີ່ມໃສ່ ໃນດັດຊະນີບຸກຄົນລົ້ມລະລາຍ ແຫ່ງຊາດ (the National Personal Insolvency Index) ຊຶ່ງສົ່ງຜົນກະທົບ ຕໍ່ອັນດັບສິນເຊື່ອ (Credit Rating) ແລະຄວາມສາມາດຂອງທ່ານ ໃນການຮັບເງິນທຸນ ຫຼືການກູ້ຢືມ ເຖິງແມ່ນວ່າ ຫຼັງຈາກທີ່ການລົ້ມລະລາຍຂອງທ່ານໄດ້ສິ້ນສຸດລົງແລ້ວກໍຕາມ.
ອິດສຣະພາບບາງຢ່າງຂອງທ່ານ ກໍໄດ້ຮັບຜົນກະທົບເຊັ່ນກັນ.
Matthew, ເຈົ້າຂອງທຸຣະກິດຂນາດນ້ອຍ ພົບວ່າການລົ້ມລະລາຍ ເປັນອຸບປະສັກ ໃນການເດີນທາງໄປຕ່າງປະເທດຂອງລາວ.
"ຄວາມກັງວົນຂອງຂ້ອຍ ຕອນທີ່ຂ້ອຍໄດ້ຖືກປະກາດວ່າ ລົ້ມລະລາຍ ຕອນທໍາອິດ ແມ່ນຄວາມສາມາດທີ່ຈະໄປຢ້ຽມຢາມລູກສາວຂອງຂ້ອຍ ທີ່ອາສັຍຢູ່ທີ່ຟີລິບປິນ." ລາວກ່າວ.
ເມື່ອທ່ານຖືກປະກາດລົ້ມລະລາຍ, ທ່ານບໍ່ສາມາດເດີນທາງໄປຕ່າງປະເທດໄດ້ຢ່າງອິດສຣະ ຕາມທີ່ທ່ານຕ້ອງການອີກຕໍ່ໄປ. ທ່ານຕ້ອງຂໍອະນຸຍາດຈາກຜູ້ດູແລການລົ້ມລະລາຍເສັຍກ່ອນ.Matthew, small business owner
ການລົ້ມລະລາຍ ຈະບໍ່ສົ່ງຜົນກະທົບຕໍ່ຄວາມສາມາດຂອງທ່ານໃນການເຮັດວຽກ ແລະ ນາຍຈ້າງຂອງທ່ານກໍບໍ່ຈໍາເປັນຕ້ອງຮູ້.
ຢ່າງໃດກໍຕາມ, ຖ້າຫາກວ່າ ທ່ານເຮັດວຽກໃນການຄ້າ ຫຼືອຸດສາຫະກັມ ເຊັ່ນ: ບັນຊີ ຫຼືກົດຫມາຍ, ທ່ານຈະຕ້ອງຕິດຕໍ່ຫາຫນ່ວຍງານຂອງ ຫຼືສະມາຄົມວິຊາຊີບທີ່ກ່ຽວຂ້ອງ ເພື່ອຫາລືກ່ຽວກັບໃບອະນຸຍາດ ແລະການເປັນສະມາຊິກ.
ຜູ້ລົ້ມລະລາຍ ບໍ່ສາມາດຈັດການບໍຣິສັດ ໂດຍບໍ່ໄດ້ຮັບອະນຸຍາດຈາກສານ ຫຼືດໍາລົງຕໍາແຫນ່ງສາທາຣະນະບາງຢ່າງໄດ້.
ແລະດັ່ງທີ່ Matthew ໄດ້ພໍ້ດ້ວຍຕົວເອງ, ທ່ານຈະປະເຊີນກັບ ຂໍ້ຈໍາກັດບາງຢ່າງ ຖ້າຫາກວ່າທ່ານ ດໍາເນີນທຸຣະກິດ.
" ຂ້ອຍບໍ່ສາມາດໄດ້ເຮັດປະກັນພັຍ ຄວາມຮັບຜິດຊອບສາທາຣະນະ (Public Liability Insurance) ໄດ້, ຫຼືເປີດບັນຊີ ແລະສາຍສິນເຊື່ອ ກັບຜູ້ໃຫ້ບໍຣິການ. ຂ້ອຍຕ້ອງຈ່າຍທຸກຢ່າງລ່ວງຫນ້າ ແລະເປັນເງິນສົດ. " ລາວກ່າວ.
ຫນ່ວຍງານລາຍງານສິນເຊື່ອ ຈະເກັບປວັດການລົ້ມລະລາຍຂອງທ່ານເປັນເວລາຫ້າປີ ນັບແຕ່ວັນ ທີ່ທ່ານລົ້ມລະລາຍ, ຫຼືສອງປີນັບແຕ່ເວລາທີ່ມັນສິ້ນສຸດລົງ. ນີ້ສົ່ງຜົນກະທົບຕໍ່ຄວາມສາມາດຂອງທ່ານໃນການໄດ້ຮັບສິນເຊື່ອ ຫຼືການກູ້ຢືມ, ແລະອັດຕາດອກເບັ້ຍຂອງທ່ານຈະສູງກວ່າ.

Bankruptcy lasts for three years and one day, but the consequences can last for much longer. Credit: courtneyk/Getty Images
ການລົ້ມລະລາຍລ້າງຫນີ້ທັງຫມົດຂອງທ່ານຫຼືບໍ?
ຄຳຕອບງ່າຍໆກໍຄື....ບໍ່.
ທ່ານຈະຖືກປ່ອຍ ອອກຈາກຫນີ້ສິນ ທີ່ບໍ່ມີຫຼັກປະກັນຂອງທ່ານ ເຊັ່ນ:ບັດເຄຣດິດ, ຄ່າໃຊ້ຈ່າຍທາງການແພດ ແລະເງິນກູ້.
ຈາກນັ້ນຜູ້ດູແລການລົ້ມລະລາຍຂອງທ່ານ ອາດຈະຂາຍຊັບສິນຂອງທ່ານ ເພື່ອຈ່າຍໃຫ້ເຈົ້າຫນີ້ຂອງທ່ານ. ຕາມປົກກະຕິແລ້ວ, ທ່ານໄດ້ຮັບອະນຸຍາດໃຫ້ເກັບສິ່ງຂອງໃນຄົວເຮືອນ, ເຄື່ອງມືຫາລາຍໄດ້ ຫຼື ຍານພາຫະນະ ຕາມຈໍານວນລາຄາທີ່ກໍານົດ
"ແຕ່ຜູ້ດູແລການລົ້ມລະລາຍ ຂອງທ່ານ ສາມາດຂາຍຊັບສິນອື່ນໆ ຮວມທັງ ເຮືອນທີ່ທ່ານອາສັຍຢູ່. Ms Megginson ກ່າວ.
"ພ້ອມກັນນັ້ນ ຢ່າຮີບກໍາຈັດຊັບສິນໃດໆ. ທ່ານຕ້ອງແຈ້ງ ເພາະວ່າມີຜົນຮ້າຍແຮງ ຖ້າຫາກທ່ານ ພະຍາຍາມຫລອກລວງ ຜູ້ດູແລການລົ້ມລະລາຍຂອງທ່ານ."
Free National Debt Helpline ໃຫ້ບໍຣິການຟຣີ ຕັ້ງແຕ່ ວັນຈັນ ຫາ ວັນສຸກທີ່ 1800 007 007.
ເນື້ອເລື່ອງໂດຍ Melissa Compagnoni ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌