ທຳຄວາມເຂົ້າໃຈ ກ່ຽວກັບເຮືອນທີ່ອາສັຍຮ່ວມກັນ ໃນອອສເຕຣເລັຍ

GettyImages-1483478739.jpg

Tenants already living in a house can also sublet their residence to share rent but they need prior approval from the landlord.

ເຮືອນທີ່ອາສັຍຮ່ວມກັນ (Shared housing) ກໍາລັງກາຍເປັນທີ່ນິຍົມຫລາຍຂຶ້ນ ໃນອອສເຕຣເລັຍ ເພາະຫລາຍຄົນ ຢາກປະຢັດຄ່າເຊົ່າ.ດັ່ງນັ້ນປັດຈັຍສໍາຄັນອັນໃດ ທີ່ທ່ານຄວນພິຈາຣະນາ ເມື່ອຊອກຫາບ່ອນເຊົ່າ ແລະທ່ານຈະຫຼີກລ່ຽງ ການສໍ້ໂກງ ທີ່ອາດເກີດຂຶ້ນໄດ້ແນວໃດ?


ຈຸດສຳຄັນ
  • ເຮືອນທີ່ອາສັຍຮ່ວມກັນ (Shared housing) ແມ່ນຄົວເຮືອນ ທີ່ຜູ້ຄົນທີ່ບໍ່ມີສ່ວນກ່ຽວຂ້ອງກັນ ອາສັຍຢູ່.
  • ຄ່າຄອງຊີບທີ່ເພີ່ມຂຶ້ນ ໄດ້ບັງຄັບໃຫ້ຫລາຍຄົນ ຕ້ອງຊອກຫາບ່ອນພັກຮ່ວມກັນ.
  • ຄ່າຄອງຊີບທີ່ເພີ່ມຂຶ້ນ ໄດ້ບັງຄັບໃຫ້ຫລາຍຄົນ ຕ້ອງຊອກຫາບ່ອນພັກຮ່ວມກັນ.
ທ່າມກາງວິກິດການ ດ້ານຄ່າຄອງຊີບທີ່ເພີ່ມຂຶ້ນ, ຫລາຍຄົນ ກໍາລັງຊອກຫາບ່ອນພັກອາສັຍຮ່ວມກັນ. ຄຳກຳໜົດ ຂອງເຮືອນທີ່ອາສັຍຮ່ວມກັນ (Shared housing) ຂອງສຳນັກງານສະຖິຕິ ຂອງອອສເຕຣເລັຍ (ABS) ວ່າ ເປັນຄົວເຮືອນ ທີ່ມີສອງຄົນຂຶ້ນໄປ ທີ່ບໍ່ມີຄວາມກ່ຽວຂ້ອງກັນ, ອາຍຸ 15 ປີຂຶ້ນໄປ, ອາສັຍຢູ່ນໍາກັນ.

Claudia Conley ເປັນຜູ້ຈັດການຊຸມຊົນ ຂອງ Flatmates, ຊຶ່ງເປັນຖານອິນເຕີເນັດ ໃນການຕິດຕໍ່ກັບບຸກຄົນ ທີ່ຊອກຫາບ່ອນພັກຮ່ວມກັນ ໂດຍສະເພາະ.

ເຮືອນທີ່ອາສັຍຮ່ວມກັນ (Shared housing) ແມ່ນເຮືອນທີ່ປະກອບດ້ວຍຜູ້ຄົນທີ່ບໍ່ມີຄວາມສໍາພັນ ແລະບໍ່ແມ່ນ ຜົວເມັຍ ທີ່ອາສັຍຢູ່ນໍາກັນ ພາຍໃຕ້ຫລັງຄາດຽວກັນ ແລະແບ່ງປັນຄ່າເຊົ່າ, ແບ່ງຄ່າໃຊ້ຈ່າຍຕ່າງໆໃນບ້ານ," ນາງອະທິບາຍ.
Young women arriving at hostel room with bunk beds
It's not only younger people who are seeking shared accommodation. Credit: Klaus Vedfelt/Getty Images
ເຖິງແມ່ນ ຈະມີຄວາມເຊື່ອທົ່ວໄປວ່າ ຄົນຫນຸ່ມມັກຈະແບ່ງເຊົ່າເຮືອນຕອນຍ້າຍຈາກອອກບ້ານ ໄປເຮັດວຽກ ຫລືສຶກສາ, ແຕ່ Claudia ກ່າວວ່າ ມັນບໍ່ໄດ້ເປັນເຊັ່ນນັ້ນ ອີກຕໍ່ໄປ.

"ຄວາມເຊື່ອທີ່ວ່າ ເຮືອນທີ່ອາສັຍຮ່ວມກັນ (Shared housing) ແມ່ນສຳລັບຄົນຫນຸ່ມສາວ, ອາຍຸຕໍ່າກວ່າ 35 ປີ, ທີ່ຈິງແລ້ວ ຈໍານວນປະຊາກອນກຸ່ມນີ້ ຫລຸດລົງ 10 ເປີເຊັນ ໃນປີທີ່ຜ່ານມາ ແລະພວກເຮົາເຫັນສະມາຊິກຂອງເຮົາ ທີ່ມີອາຍຸຫຼາຍກວ່າ 55 ປີ ເພີ່ມຂຶ້ນ 10 ເປີເຊັນໃນໄລຍະ 12 ເດືອນທີ່ຜ່ານມາ ແລະນີ້ ເປັນເພາະວ່າ ພວກເຮົາກໍາລັງມີເຈົ້າຂອງເຮືອນ ທີ່ເປີດຫ້ອງວ່າງໃນເຮືອນຂອງເຂົາໃຫ້ເຊົ່າ ເພື່ອຊ່ວຍຄ່າໃຊ້ຈ່າຍ ທີ່ເພີ່ມຂຶ້ນ ທີ່ເຮົາປະສົບເມື່ອບໍ່ດົນມານີ້"

ຄວາມຫຍຸ້ງຍາກທາງການເງິນ

ຄ່າຄອງຊີບທີ່ເພີ່ມຂຶ້ນ ໄດ້ບັງຄັບໃຫ້ ຊາວອອສເຕຣເລັຍຫຼາຍຄົນ ຕ້ອງຫລຸດຜ່ອນຄ່າໃຊ້ຈ່າຍ ແລະ ຊອກຫາທາງເລືອກທີ່ເຫມາະສົມກັບງົບປະມານຫຼາຍຂຶ້ນ. ຍ້ອນອັດຕາດອກເບັ້ຍທີ່ເພີ່ມຂຶ້ນ, Claudia ກ່າວ ວ່າ, ເຮືອນທີ່ອາສັຍຮ່ວມກັນ (Shared housing) ໄດ້ມີຄວາມນິຍົມຫລາຍ ໃນສອງປີທີ່ຜ່ານມາ.

"ໃນສອງປີທີ່ຜ່ານມາ, ຂ້ອຍຄິດວ່າ ຄວາມຕ້ອງການ ຂອງເຮືອນທີ່ອາສັຍຮ່ວມກັນ (Shared housing) ໄດ້ເພີ່ມຂຶ້ນ ແລະນັ້ນເປັນເພາະ ຄ່າຄອງຊີບທີ່ເພີ່ມຂຶ້ນ ແລະເພາະວິກິດການຄ່າເຊົ່າເຮືອນ. ການຢູ່ໃນເຮືອນທີ່ອາສັຍຮ່ວມກັນ (Shared housing) ອາດຍັງມີລາຄາແພງ ສໍາລັບຜູ້ຄົນ ແລະຍັງມີຄ່າໃຊ້ຈ່າຍອື່ນໆ, ແຕ່ມັນກໍຖືກກວ່າຫລາຍ ເມື່ອທຽບໃສ່ກັບການເຊົ່າເຮືອນທົ່ວໄປ. 85 ເປີເຊັນ ຂອງລູກຄ້າຂອງເຮົາອາສັຍຢູ່ໃນເຮືອນທີ່ອາສັຍຮ່ວມກັນ (Shared housing) ເພາະເຫດຜົນທາງການເງິນ ແລະນີ້ ແມ່ນເພື່ອການເກັບທ້ອນເງິນ ໃນການຊື້ເຮືອນຫລືວິຖີຊີວິດ ຂອງເຂົາເອງ," ນາງກ່າວ.

ບໍ່ພຽງແຕ່ຜູ້ທີ່ປະສົບກັບປັນຫາ ທາງດ້ານການເງິນເທົ່ານັ້ນ, ແຕ່ຜູ້ຍ້າຍຖິ່ນຖານທີ່ຫາກໍມາເຖິງ ໂດຍບໍ່ເຄີຍມີປວັດການເຊົ່າເຮືອນ, ມັກຈະຊອກຫາເຮືອນພັກຮ່ວມກັນ.
Adult woman packing documents and items into moving boxes
Rising cost of living means that more people are seeking to share a house with others. Credit: Rafael Ben-Ari/Getty Images
Verindar Kaindal, ຜູ້ຊ່ຽວຊານ ດ້ານທີ່ຢູ່ອາສັຍຢູ່ໃນ Victoria, ກ່າວວ່າ ຜູ້ອົບພະຍົບໃຫມ່ ປະເຊີນກັບການທ້າທາຍ ໃນການຊອກຫາເຮືອນເຊົ່າແບບປົກກະຕິ ແລະສ່ວນຫລາຍ ຈະຫັນໄປຫາບ່ອນພັກຮ່ວມກັນແທນ.

"ຖ້າຫາກເຂົາເຈົ້າ ບໍ່ມີປວັດການເຊົ່າ ເຂົາເຈົ້າຈະຕ້ອງດີ້ນລົນ (ເພື່ອຊອກຫາບ່ອນພັກອາສັຍ) ແລະເຂົາເຈົ້າ ກໍາລັງອວ່າຍໜ້າໄປຫາ ເຮືອນທີ່ອາສັຍຮ່ວມກັນ (Shared housing)," Mr Kaindal ກ່າວຕື່ມ.

Mr Kaindal ກ່າວວ່າ, ຈຳນວນເຮືອນໃຫ້ເຊົ່າ ແລະຄວາມຕ້ອງການ ຍັງມີບົດບາດສໍາຄັນ ໃນການເຮັດໃຫ້ ເຮືອນທີ່ອາສັຍຮ່ວມກັນ (Shared housing) ເປັນທາງເລືອກ ທີ່ເປັນໄປໄດ້ຫລາຍຂຶ້ນ ສໍາລັບຜູ້ທີ່ຊອກຫາບ່ອນພັກອາສັຍ ໃນຕລາດເຊົ່າ ທີ່ມີການແຂ່ງຂັນສູງ.

" ຖ້າເຮົາມີເຮືອນໃຫ້ເຊົ່າ, ຕາມປົກກະຕິແລ້ວ ເຮົາຈະໄດ້ຮັບໃບສມັກ 40 ເຖິງ 100 ໃບ ໃນອາທິດທໍາອິດ ແລະນັ້ນ ເຮັດໃຫ້ສິ່ງຕ່າງໆຍາກຫລາຍ ສໍາລັບຜູ້ອົບພະຍົບໃຫມ່ ແລະຜູ້ທີ່ກໍາລັງຂາຍເຮືອນ ແລະຍ້າຍໄປຢູ່ເຮືອນເຊົ່າ ເພາະບໍ່ມີຄວາມສາມາດໃນການຈ່າຍໄດ້."
GettyImages-1327561956.jpg
Navigating the shared housing market can be challenging, especially with the increasing prevalence of scams targeting potential tenants.

ແບ່ງປັນເຮືອນ ໃນຕລາດການເຊົ່າທົ່ວໄປ

ຜູ້ທີ່ເຊົ່າເຮືອນຢູ່ແລ້ວ ກໍສາມາດ ແບ່ງເຮືອນຂອງເຂົາ ເພື່ອແບ່ງເບົາຄ່າເຊົ່າເຮືອນ ແຕ່ເຂົາເຈົ້າຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງເຮືອນກ່ອນ, Mr Kaindal ອະທິບາຍ.

“ອາດຈະມີຜູ້ເຊົ່າເຮືອນຫຼັກ ຄົນນຶ່ງຫຼືຫຼາຍຄົນ, ແລະເຂົາເຈົ້າມີຫນ້າທີ່ຮັບຜິດຊອບ ທີ່ຈະຈ່າຍຄ່າເຊົ່າເຮືອນຕາມເວລາ ແລະນັ້ນຄື ວິທີທໍາງານຂອງການແບ່ງເຊົ້່າ (Sublease). ຫົວຫນ້າຜູ້ເຊົ່າເຮືອນ ຕ້ອງຮັບຜິດຊອບທຸກຢ່າງ, ແລະເຂົາເຈົ້າ ເປັນຜູ້ທີ່ຈະສື່ສານ ກັບເຈົ້າຂອງເຮືອນ ຫຼືໂຕແທນ (Real Estate Agent).

ເມື່ອເຈົ້າຂອງເຮືອນ ແບ່ງເຮືອນໃຫ້ເຊົ່າ ໃນຂນະທີ່ອາສັຍຢູ່ໃນເຮືອນ, ເຂົາມີຫນ້າທີ່ຮັບຜິດຊອບ ໃນການຈັດຫາສິ່ງອໍານວຍຄວາມສະດວກພື້ນຖານທັງຫມົດ.

"ເຂົາເຈົ້າ ຄວນມີເຮືອນຄົວທີ່ແຍກກັນ, ມີຫ້ອງນ້ຳຕ່າງຫາກ ແລະມີຂໍ້ຈໍາກັດບາງຢ່າງ ກ່ຽວກັບການທໍາຄວາມສະອາດ. ນັ້ນຄື ການຕົກລົງກັນ ທີ່ເຂົາເຈົ້າຕ້ອງເຮັດ ເພື່ອເຮັດໃຫ້ເຮືອນຫລັງນັ້ນ ໜ້າຢູ່," Mr Kaindal ກ່າວ.

ການແກ້ໄຂຂໍ້ຂັດແຍ່ງ

ການແກ້ໄຂຂໍ້ຂັດແຍ່ງ ໂດຍທັນທີ ເປັນສິ່ງສໍາຄັນ ສໍາລັບການຮັກສາເຮືອນ ທີ່ອາສັຍຮ່ວມກັນ (Shared housing) ໃຫ້ຢູ່ຢ່າງສງົບ ແລະສະບາຍໃຈສໍາລັບທຸກຄົນ ທີ່ມີສ່ວນກ່ຽວຂ້ອງ. Ms Conley ແນະນໍາວ່າ ຜູ້ເຊົ່າເຮືອນ ແລະເຈົ້າຂອງເຮືອນ ຄວນເຮັດທຸກຢ່າງ ລະຫວ່າງເຂົາເຈົ້າ ເປັນລາຍລັກອັກສອນ ເພື່ອຫລີກເວັ້ນ ຈາກການຂັດແຍ່ງ.

"ເຮົາຊຸກຍູ້ ໃຫ້ທັງສອງຝ່າຍແນ່ໃຈວ່າ ທ່ານມີທຸກຢ່າງທີ່ຂຽນໄວ້ ກ່ຽວກັບການຈັດການຂອງທ່ານ ວ່າທ່ານຈະອາສັຍຢູ່ໃນບ້ານດົນປານໃດ? ທ່ານຈະຈ່າຍຄ່າເຊົ່າເຮືອນຫຼາຍປານໃດ? ຄ່າມັດຈຳ (Bond) ແມ່ນຫຍັງ? ຖ້າຫາກສິ່ງຕ່າງໆແຕກເສັຍຫາຍເດ? ໃຫ້ຂຽນຂໍ້ມູນທີ່ສໍາຄັນໄວ້ແລະໃຫ້ທັງສອງຝ່າຍລົງນາມ."

Serious couple receive professional advice
Serious mature couple receive professional advice Credit: JohnnyGreig/Getty Images

ການສໍ້ໂກງ ໃນເຮືອນທີ່ອາສັຍຮ່ວມກັນ (Shared housing)

ການຊອກຫາເຮືອນທີ່ອາສັຍຮ່ວມກັນ (Shared housing) ອາດເປັນເລື່ອງທ້າທາຍ, ໂດຍສະເພາະ ກັບການສໍ້ໂກງ ທີ່ເພີ່ມຂຶ້ນເລື້ອຍໆ ສຳລັບຜູ້ທີ່ກຳລັງຊອກຫາເຮືອນເຊົ່າ.

Ms Conley ກ່າວວ່າ ການສໍ້ໂກງອາດເກີດຂຶ້ນໄດ້, ແຕ່ເຮົາກໍສາມາດຫລີກເວັ້ນມັນໄດ້.

"ຖ້າຫາກທ່ານຕິດຕໍ່ໃຜຜູ້ຫນຶ່ງ ທາງອິນເຕີເນັດ ຫຼືມີຜູ້ສເນີ Penthouse ທີ່ສວຍງາມຢູ່ Melbourne ພ້ອມດ້ວຍວິວຂອງເມືອງ ແລະມີການຕົບແຕ່ງຢ່າງເຕັມທີ່. ທ່ານມີສິ່ງອໍານວຍຄວາມສະດວກ ແລະເຄື່ອງໃຊ້ໄຟຟ້າໃຫມ່ ແລະລາຄາພຽງແຕ່ $200 ຕໍ່ອາທິດ. ຟັງເບິ່ງແລ້ວ ມັນດີເກີນກວ່າຈະເປັນຄວາມຈິງ ແລະນັ້ນ ອາດເປັນການຫຼອກລວງສໍ້ໂກງ."

ທາງທີ່ດີຄວນໃຊ້ຄວາມລະມັດລະວັງ ເມື່ອຕິດຕໍ່ກັບບຸກຄົນທີ່ສເນີສິນຄ້າ ຫຼືບໍຣິການທາງອິນເຕີເນັດ ທີ່ບໍ່ສາມາດພົບດ້ວຍຕົນເອງ.

"ຖ້າຫາກມີຂໍ້ແກ້ຕົວຫລາຍຢ່າງ ຈາກບາງຄົນ ວ່າເປັນຫຍັງ ເຂົາຈຶ່ງບໍ່ສາມາດພົບກັບທ່ານ. ນັ້ນອາດເປັນການສໍ້ໂກງ ແລະນັ້ນ ເປັນສິ່ງທີ່ຕ້ອງລະວັງ."

ມັນຈໍາເປັນ ທີ່ຈະຢືນຢັນທັງຄວາມຖືກຕ້ອງຂອງບ່ອນໃຫ້ເຊົ່າ ແລະຕົວຕົນ ຂອງຜູ້ທີ່ທ່ານກໍາລັງສື່ສານນໍາ, ໂດຍສະເພາະ ຜູ້ທີ່ວາງແຜນຈະຍ້າຍໄປຢູ່.

ມັນຈໍາເປັນ ທີ່ຈະຢືນຢັນທັງຄວາມຖືກຕ້ອງຂອງບ່ອນໃຫ້ເຊົ່າ ແລະຕົວຕົນ ຂອງຜູ້ທີ່ທ່ານກໍາລັງສື່ສານນໍາ, ໂດຍສະເພາະ ຜູ້ທີ່ວາງແຜນຈະຍ້າຍໄປຢູ່.

ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ [email protected]

ເນື້ອເລື່ອງໂດຍ  Afnan Malik ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share