ປວັດການອະພັຍໂທດ ຂອງອາເມຣິກາ.
ການຕັດສິນໃຈ ຂອງປະທານາທິບໍດີ ສະຫະຣັດອາເມຣິກາ Joe Biden ທີ່ຈະໃຫ້ອະພັຍໂທດ Hunter ລູກຊາຍຂອງລາວ ສໍາລັບຄວາມຜິດ ທີ່ກ່ຽວກັບຢາເສບຕິດ ແລະພາສີ ໄດ້ດຶງດູດການຖົກຖຽງກັນ ຢ່າງຫລວງຫລາຍ ທັງໃນບັນດາພັກ Democrats ແລະພັກ Republican.
ແຕ່ນີ້ ບໍ່ແມ່ນການໃຫ້ອະພັຍໂທດ ໂດຍປະທານາທິບໍດີ ທີ່ກໍ່ໃຫ້ເກີດການໂຕ້ຖຽງກັນ ເປັນເທື່ອທໍາອິດ.
ດັ່ງທີ່ Deborah Groarke ອະທິບາຍ, ຜູ້ນໍາຕລອດປວັດສາດ ຂອງສະຫະຣັດອາເມຣິກາ ມັກຈະໃຊ້ອໍານາດ ການໃຫ້ອະພັຍໂທດ ຂອງເຂົາເຈົ້າ ເພື່ອໃຫ້ອະພັຍຍະໂທດຄວາມຜິດ ຂອງບຸກຄົນ ແລະຜູ້ຄົນທີ່ໃກ້ຊິດກັບເຂົາເຈົ້າ ແລະກໍ່ໃຫ້ເກີດການໂຕ້ຖຽງກັນ.
ທຸກໆປີໃ ນເທດສະການ Thanksgiving ໃນສະຫະຣັດອາເມຣິກາ, ປະທານາທິບໍດີ ທີ່ດຳຣົງຕຳແໜ່ງ ຈະໃຫ້ອະພັຍໂທດແກ່ໄກ່ງວງ ທີ່ຖືກເລືອກມາເປັນພິເສດ.
"ໃນສີ່ປີທີ່ຜ່ານມາ, ຂ້າພະເຈົ້າໄດ້ຮັບກຽດ ທີ່ຈະສືບຕໍ່ປະເພນີນັ້ນ ໂດຍການໃຫ້ອະພັຍໂທດ Peanut Butter ແລະ Jelly, Chocolate ແລະ Chip, Liberty ແລະ Bell. ແລະມື້ນີ້, Peach ແລະ Blossom ຈະເຂົ້າຮ່ວມກັບນົກອິດສຣະ ຂອງສະຫະຣັດອາເມຣິກາ."
ປະທານາທິບໍດີ ຂອງສະຫະຣັດອາເມຣິກາ ຍັງມີອໍານາດ ທີ່ຈະໃຫ້ອະພັຍໂທດມະນຸດ ພາຍໃຕ້ຣັຖທັມມະນູນ ຂອງສະຫະຣັດອາເມຣິກາ-ແລະສິດທິພິເສດນັ້ນ ໄດ້ກາຍເປັນຫົວຂໍ້ຂ່າວເມື່ອບໍ່ດົນມານີ້.
NBC: "ສະບາຍດີ. ພວກເຮົາກຳລັງອອກອາກາດ ພ້ອມກັບຂ່າວດ່ວນໃນຄືນນີ້. Biden ໄດ້ຕັດສິນໃຈ ທີ່ຈະໃຫ້ອະພັຍໂທດHunter ຜູ້ເປັນລູກຊາຍ."
ALJAZEERA: "ການຕັດສິນໃຈທີ່ ຈະໃຫ້ອະພັຍໂທດ Hunter ລູກຊາຍຂອງລາວ ທີ່ກຳລັງເປັນຫົວຂໍ້ຂ່າວ ໃນອາເມຣິກາ."
ການໃຫ້ອະພັຍໂທດຂອງ Hunter Biden ບໍ່ໄດ້ເປັນເທື່ອທໍາອິດທີ່ ປະທານາທິບໍດີ ຂອງສະຫະຣັດອາເມຣິກາ ໄດ້ຕັດສິນໃຈ ທີ່ກໍ່ໃຫ້ເກີດການໂຕ້ຖຽງກັນ-ແລະການຕັດສິນບາງຢ່າງ ກໍຢ້ອນກັບໄປເປັນເວລາຫລາຍຮ້ອຍປີ.
ໃນປີ 1862, ປະທານາທິບໍດີ Abraham Lincoln ໄດ້ໃຫ້ອະພັຍໂທດ ແກ່ຊາວອິນເດັຍແດງຫລາຍຮ້ອຍຄົນ ສໍາລັບການໂຈມຕີ ແລະຂ້າຜູ້ຕັ້ງຖິ່ນຖານຜິວຂາວ ໃນຣັດ Minnesota-ໃນຂນະທີ່ ໃນປີ 1868 , Andrew Johnson ໄດ້ໃຫ້ອະພັຍໂທດ ອະດີດທະຫານສະມາພັນ (Confederate Soldiers) ຫລາຍກວ່າ 13,000 ຄົນ.
ກວ່າສັດຕະວັດຈາກນັ້ນ, ຫນຶ່ງເດືອນ ຫລັງຈາກເຂົ້າຮັບຕໍາແຫນ່ງ, Gerald Ford ໄດ້ໃຫ້ອະພັຍໂທດ Richard Nixon ປະທານາທິບໍດີ ວາຣະກ່ອນໜ້າລາວ ທີ່ມີສ່ວນຮ່ວມ ໃນຄະດີ Watergate.
"ໃນທີ່ສຸດ ຂ້າພະເຈົ້າຮູ້ສຶກວ່າ Richard Nixon ແລະຄົນທີ່ເພິ່ນຮັກ ໄດ້ທົນທຸກທໍຣະມານຫລາຍພໍແລ້ວ ແລະຍັງຈະທົນທຸກທໍຣະມານຕໍ່ໄປ ບໍ່ວ່າຂ້າພະເຈົ້າຈະເຮັດຫຍັງກໍຕາມ."
ໃນປີ 1977, ປະທານາທິບໍດີ Jimmy Carter ໄດ້ໃຫ້ອະພັຍໂທດ ຜູ້ທີ່ຫຼົບຫລີກ ຈາກການເກນທະຫານ ໃນສມັຍສົງຄາມຫວຽດນາມ ຢ່າງບໍ່ມີເງື່ອນໄຂ.
"ພວກເຮົາໄປຫວຽດນາມ ໂດຍບໍ່ມີຄວາມປາຖນາ ທີ່ຈະຍຶດເອົາດິນແດນ ຫລືຍັດຍຽດຄວາມຕ້ອງການ ຂອງຊາວອາເມຣິກາ ໃຫ້ແກ່ຄົນອື່ນ. ພວກເຮົາໄປທີ່ນັ້ນ ເພື່ອປົກປ້ອງເສຣີພາບ ຂອງຊາວຫວຽດນາມໃຕ້."
ສາມສິບປີຕໍ່ມາ, ໃນປີ 2001, ປະທານາທິບໍດີ Bill Clinton ໄດ້ໃຫ້ອະພັຍໂທດທັງ Marc Rich ແລະ Roger Clinton ນ້ອງຊາຍຄົນລະແມ່ ຄົນຫນຶ່ງຂອງລາວ, ຜູ້ທີ່ໄດ້ຖືກຄຸກ ດ້ວຍຄະດີເລື່ອງຢາເສບຕິດ.
ໃນປີ 2017, Barack Obama ໄດ້ຫລຸດໂທດຈຳຄຸກ ຂອງ Chelsea Manning, ທະຫານຂອງກອງທັບບົກ ທີ່ໄດ້ເປີດເຜີຍຄວາມລັບທາງທະຫານ ຕໍ່ Wikileaks.
"ມັນມີເຫດຜົນ ທີ່ຈະຫລຸດໂທດຂອງນາງ - ແລະບໍ່ແມ່ນການໃຫ້ອະພັຍໂທດ-ແລະຂ້າພະເຈົ້າຮູ້ສຶກສະບາຍໃຈຫລາຍ ທີ່ຄວາມຍຸດຕິທັມ ໄດ້ຮັບການປະຕິບັດ ແລະຄຳເຕືອນນີ້ ກໍຍັງຖືກສົ່ງອອກໄປ."
ມີການອ້າງວ່າ George Bush ໄດ້ໃຫ້ອະພັຍໂທດ Neil ລູກຊາຍຂອງລາວ, ຜູ້ທີ່ເຄີຍເປັນ ຜູ້ອໍານວຍການ ຂອງສະມາຄົມທ້ອນເງິນ ແລະເງິນກູ້ ທີ່ລົ້ມເຫລວ ຊຶ່ງຜູ້ຄວບຄຸມຂອງຣັຖບານກາງ ໄດ້ທຳການກວດສອບໃນຊ່ວງທົດສະວັດ 1980.
ລາວບໍ່ເຄີຍຖືກຂໍ້ຫາທາງອາຍາ, ແລະບໍ່ໄດ້ປາກົດຢູ່ໃນລາຍຊື່ ຂອງການໃຫ້ອະພັຍຍະໂທດໂດຍ Bush.
ແຕ່ບັນທຶກນັ້ນ ແມ່ນຊັດເຈນ ກ່ຽວກັບປະທານາທິບໍດີ Donald Trumpຂອງພັກ Republican ອີກຄົນຫນຶ່ງ, ຜູ້ທີ່ໄດ້ໃຫ້ອະພັຍໂທດ ຫລືຫລຸດໂທດ ຂອງຜູ້ຈົງຮັກພັກດີຫລາຍຄົນ ໃນວາຣະທໍາອິດຂອງເພິ່ນ, ເຊັ່ນນັກຍຸດທະສາດທາງການເມືອງ, Roger Stone.
Stone ໄດ້ຖືກຕັດສິນລົງໂທດ ໂດຍຄນະກັມມະການຕັດສິນ ຂອງຣັຖບານກາງ ວ່າມີຄວາມຜິດທາງອາຍາ ເຈັດຂໍ້ຫາ, ຮວມທັງການຕົວະຕໍ່ Congress ແລະຂັດຂວາງການສອບສວນ ຂອງຣັຖສະພາ.
"ຂອບໃຈຫລາຍໆ ທີ່ຊ່ວຍຊີວິດຂອງຂ້ອຍ."
Eric Tucker, ຈາກ Associated Press, ກ່າວວ່າ Steve Bannon ກໍໄດ້ຮັບການໃຫ້ອະພັຍໂທດ, ຜູ້ທີ່ຖືກກ່າວຫາວ່າ ໄດ້ສໍ້ໂກງຜູ້ບໍຣິຈາກ ໃນການສ້າງກໍາແພງຊາຍແດນ, Paul Manafort ຜູ້ຈັດການ ການຣົນນະຣົງຂອງ Trump, ຜູ້ທີ່ຖືກລົງໂທດ ເລື່ອງຄວາມຜິດ ຖານອາຊະຍາກັມເລື່ອງການເງິນ, ແລະ Charles Kushner ອີກຄົນຫນຶ່ງ.
Kushner ຖືກຕັດສິນວ່າ ມີຄວາມຜິດໃນການຫຍຸ້ງກ່ຽວ ກັບພະຍານ ແລະບໍຣິຈາກເງິນ ຕໍ່ການຣົນນະຣົງຢ່າງຜິດກົດຫມາຍ.
"ແນ່ນອນວ່າ ທ່ານຄົງຈື່ໄດ້ ວ່າໃນເດືອນທັນວາ ປີ 2020, ປະທານາທິບໍດີ Donald Trump ໄດ້ໃຫ້ອະພັຍໂທດ ພໍ່ຂອງລູກເຂີຍຂອງຕົນເອງ. ສະນັ້ນ Trump ຈຶ່ງໄດ້ໃຫ້ອະພັຍໂທດແກ່ Charles Kushner, ຜູ້ຊຶ່ງລູກຊາຍຂອງລາວ Jared ໄດ້ແຕ່ງງານ ກັບລູກສາວຂອງTrump, ທີ່ຊື່ວ່າ Ivanka. ແລະນັ້ນໄດ້ກໍ່ໃຫ້ເກີດຄວາມສົນໃຈ. Trump ຍັງໄດ້ໃຫ້ອະພັຍໂທດ ແກ່ພັນທະມິດທີ່ໃກ້ຊິດຫລາຍຄົນ ທີ່ຖືກຕັດສິນວ່າ ຜິດໃນການສອບສວນ ຂອງທີ່ປຶກສາພິເສດ Robert Mueller ກ່ຽວກັບປະເທດຣັສເຊັຍ.
ປວັດສາດນີ້ ຍັງໃຫມ່ຢູ່ໃນຄວາມຄຶດ ຂອງຄົນພາຍໃນຂອງ Washington, ຊຶ່ງກໍ່ໃຫ້ເກີດການຖົກຖຽງກັນ ຢ່າງກວ້າງຂວາງ ໃນກຸ່ມການເມືອງ.
Kimberly Wehle ສາດສະດາຈານ ທີ່ມະຫາວິທະຍາໄລ Baltimore ເຄີຍກ່າວວ່າ ການໃຫ້ອະພັຍໂທດ ມັກເປັນການໄຕ່ເຊືອກ ລະຫວ່າງການຍື່ນມື ແຫ່ງຄວາມຍຸດຕິທັມ ແລະຄວາມເຫັນອົກເຫັນໃຈ, ແລະອັນຕະຣາຍ ຈາກການກໍ່ໃຫ້ເກີດການສໍ້ໂກງ.
ໃນຄວາມຄິດນັ້ນ, ສໍາລັບບາງຄົນເຊັ່ນ Mark Geragos ທະນາຍຄວາມຂອງ Hunter Biden, ການໃຫ້ອະພັຍຍະໂທດນີ້ ເປັນການກະທຳທີ່ຖືກຕ້ອງ.
"ມີຄຳໃຫ້ການຕໍ່ສານ ໂດຍອັຍຍະການຄົນປັດຈຸບັນ ຂອງສະຫະຣັດອາເມຣິກາ ໃນເຂດກາງ ກ່ຽວກັບຄະດີເລື່ອງພາສີ ວ່າລາວໄດ້ຖືກສເນີຄະດີ ນີ້ ແລະລາວຈະບໍ່ດຳເນີນຄະດີ. ແລ້ວເຂົາເຈົ້າ ກໍໄດ້ແຕ່ງຕັ້ງທະນາຍພິເສດ ແລະທີ່ປຶກສາພິເສດ ພາຍໃນບໍ່ເທົ່າໃດອາທິດ ທີ່ຖືກຟ້ອງໃນເຂດກາງນີ້. ເຫັນໄດ້ຢ່າງຊັດແຈ້ງວ່າ ມັນເປັນເລື່ອງການເມືອງ. ຂ້າພະເຈົ້າ ບໍ່ຮູ້ວ່າຄົນໃດ ທີ່ສາມາດບອກໄດ້ດ້ວຍຫນ້າຊື່ໆ ແລະໂຕ້ຖຽງວ່າ ມັນບໍ່ໄດ້ເປັນການກ່າວຫາ ທີ່ມີຈຸດປະສົງທາງການເມືອງ."
ຄົນອື່ນໆ-ເຊັ່ນ Daniel Farber ສາດສະດາຈານ ດ້ານກົດຫມາຍຂອງUniversity of California Berkeley-ກ່າວວ່າ ມັນສົ່ງສັນຍານທີ່ບໍ່ຖືກຕ້ອງ ,ໂດຍສະເພາະຕອນທີ່ Donald Trump ກັບຄືນໄປ White House ໃນເດືອນມັງກອນ.
"ໃນການອ້າງເຖິງ ແຮງກະຕຸ້ນທາງການເມືອງ ຕໍ່ການຟ້ອງຮ້ອງ ແລະກ່າວວ່າ ການໃຫ້ອະພັຍໂທດ ແມ່ນຖືກຕ້ອງ ໂດຍພື້ນຖານນັ້ນ,ຂ້າພະເຈົ້າຄິດວ່າ ລາວໄດ້ກະທໍາຢ່າງບໍ່ສລາດຫຼາຍ, ເພາະການຄຸກຄາມ ທາງການເມືອງ ຕໍ່ກະຊວງຍຸດຕິທັມ ແລະລະບົບກົດຫມາຍ ພາຍໃຕ້ Trump."
ສາດສະດາຈານ Farber ເປັນຜູ້ຫນຶ່ງໃນບັນດາ ຜູ້ຊ່ຽວຊານ ທີ່ເຊື່ອວ່າ ການໃຫ້ອະພັຍຍະໂທດຂອງ Hunter Biden ກໍາລັງເປັນການສ້າງໂອກາດ ໃຫ້ Trump ໃນການເຄື່ອນໄຫວ ຂອງຕົນເອງ.
"ຂ້າພະເຈົ້າຄິດວ່າ Trump ບໍ່ໄດ້ຊັກຊ້າເລີຍ ທີ່ຈະຮັບເອົາຄວາມຄິດ ທີ່ວ່າສິ່ງນີ້ ຈະຊ່ວຍໃນການແກ້ຕົວ ໃຫ້ແກ່ຜູ້ກໍ່ການຈະຣາຈົນ ໃນວັນທີ 6 ເດືອນມັງກອນ. ຂ້າພະເຈົ້າ ບໍ່ແນ່ໃຈວ່າ ນັ້ນເປັນການສລຸບ ທີ່ຖືກຕ້ອງໃນສ່ວນຂອງ Trump. ຂ້າພະເຈົ້າຄິດວ່າ ມັນເປັນສະພາບການ ທີ່ແຕກຕ່າງຫລາຍ. ແຕ່ຢ່າງໃດກໍຕາມ, ຂ້າພະເຈົ້າຄິດວ່າ ການກະທໍາຂອງ Biden ທໍາລາຍຄວາມເຊື່ອຫມັ້ນບາງຢ່າງ ໃນລະບົບຍຸດຕິທັມ ໃນເວລາທີ່ມັນສາມາດ ສ້າງຄວາມເສັຍຫາຍແທ້ໆ."
ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌