Kamala Harris ແມ່ນໃຜ?

Vice President Harris Delivers Remarks Celebrating NCAA Championship Teams

ຮອງປະທານາທິບໍດີສະຫະຣັດ, ທ່ານນາງ Kamala Harris, ໄດ້ເລີ້ມການຣົນນະຣົງຫາສຽງຂອງນາງ ເພື່ອຊິງຕຳແໜ່ງປະທານາທິບໍດີ ຢ່າງເຕັມກຳລັງ. Credit: Andrew Harnik/Getty Images

Kamala Harris ແມ່ນໃຜແທ້? ລາວແມ່ນຜູ້ຍິງຊາວອັຟຣິກັນ/ອາເມຣິກັນ ແລະເອເຊັຍ ຄົນທໍາອິດ ທີ່ດຳຣົງຕຳແໜ່ງຮອງປະທານາທິບໍດີ ແລະຕອນນີ້ກຳລັງຈະລົງແຂ່ງຂັນຕຳແໜ່ງ ກັບ Donald Trump. ໄຊຊນະກໍຄື: ຕຳແໜ່ງປະທານາທິບໍດີອາເມຣິກາ. ຂ່າວ SBS ຈະມາເບິ່ງວ່າ Kamala Harris ນັ້ນແມ່ນໃຜແທ້ ແລະໂອກາດຂອງນາງ ໃນການເລືອກຕັ້ງເດືອນພະຈິກ ເປັນແນວໃດ.


Kamala Harris ແມ່ນໃຜ?

ການຣົນນະຣົງຫາສຽງ ປະທານາທິບໍດີ ຂອງຮອງປະທານາທິບໍດີ ສະຫະຣັດ, Kamala Harris, ໃນເວລານີ້ ກໍາລັງດໍາເນີນໄປດ້ວຍດີ ດ້ວຍການສຸ່ມສຽງໃຫມ່ ທີ່ສະແດງໃຫ້ເຫັນວ່າ ການແຂ່ງຂັນກັບ Donald Trump ນັ້ນໃກ້ຄຽງພຽງໃດ.

ຫລັງຈາກທ່ານ Joe Biden ໄດ້ປະກາດວ່າທ່ານກໍາລັງຖອນໂຕ ອອກຈາກການແຂ່ງຂັນເລືອກຕັ້ງ ແລະຮັບຮອງເອົາຮອງປະທານາທິບໍດີຂອງທ່ານແລ້ວ, ບັດນີ້ ມັນໄດ້ຂັດຂວາງແຜນການ ຂອງ Trump ຜູ້ທີ່ປາກົດວ່າ ຈະຊນະການແຂ່ງຂັນ.

ຂ່າວ SBS ຈະມາເບິ່ງວ່າ Kamala Harris ນັ້ນແມ່ນໃຜແທ້ ແລະໂອກາດຂອງນາງ ໃນການເລືອກຕັ້ງເດືອນພະຈິກ ເປັນແນວໃດ.

Sam Dover ລາຍງານ.

ຮອງປະທານາທິບໍດີສະຫະຣັດ, ທ່ານນາງ Kamala Harris, ໄດ້ເລີ້ມການຣົນນະຣົງຫາສຽງຂອງນາງ ເພື່ອຊິງຕຳແໜ່ງປະທານາທິບໍດີ ຢ່າງເຕັມກຳລັງ.

"ພວກເຮົາ ເຊື່ອໃນຄໍາສັນຍາຂອງອາເມຣິກາ ແລະພວກເຮົາ ພ້ອມທີ່ຈະຕໍ່ສູ້ເພື່ອມັນຫຼືບໍ່? ແລະເມື່ອພວກເຮົາຕໍ່ສູ້, ພວກເຮົາກໍຊນະ. ພຣະເຈົ້າອວຍພອນທ່ານ ແລະພຣະເຈົ້າອວຍພອນສະຫະຣັດອາເມຣິກາ."

ຫລັງຈາກປະທານາທິບໍດີ Joe Biden ໄດ້ຕັດສິນໃຈຖອນໂຕ ອອກຈາກການແຂ່ງຂັນ ການເລືອກຕັ້ງໃນວັນຈັນ (22 ກໍລະກົດ) ຫລັງຈາກໄດ້ຮັບຄວາມກົດດັນ ຈາກພັກຂອງທ່ານ, ທ່ານໄດ້ສນັບສນູນ ທ່ານນາງHarris ເປັນຜູ້ສືບທອດຕໍາແຫນ່ງແທນທ່ານ.

ໃນຂນະທີ່ ໃນທາງເຕັກນິກແລ້ວ ນາງບໍ່ທັນໄດ້ເປັນຜູ້ຖືກສເນີຊື່ ໃນເລືອກຕັ້ງ ຂອງພັກເດໂມແຄຣັດ (Democratic party) ຢ່າງເປັນທາງການເທື່ອ, ແຕ່ບັນດາຜູ້ແທນ ຂອງພັກເດໂມແຄຣັດ ທີ່ມີຊື່ສຽງໄດ້ໃຫ້ການໜູນຫລັງນາງ ແລະການຣົນນະຣົງຫາສຽງຂອງນາງ ໄດ້ລະດົມທຸນຈໍານວນ 124 ລ້ານໂດລາ ພາຍໃນ 24 ຊົ່ວໂມງ, ຊຶ່ງທີມງານຂອງນາງອ້າງວ່າ ເປັນການລະດົມທຸນ ໃນເວລານຶ່ງມື້ ທີ່ໃຫຍ່ທີ່ສຸດ ສໍາລັບຜູ້ສມັກທຸກຄົນທີ່ເຄີຍມີມາ.

ດັ່ງນັ້ນ, Kamala  Harris ແມ່ນໃຜແທ້ ແລະໂອກາດຂອງນາງ ທີ່ຈະ ຊນະຕຳແໜ່ງສູງສຸດນີ້ ເປັນແນວໃດ?

Ms Harris ແມ່ນອະດີດສະມາຊິກສະພາສູງສະຫະຣັດ ອາຍຸ 59 ປີ ແລະເປັນອັຍຍະການ ຣັດຄາລິຟໍເນັຍ. ຈະເປັນແມ່ຍິງຄົນທໍາອິດ ທີ່ເປັນປະທານາທິບໍດີ ສະຫະຣັດ ຖ້າທ່ານນາງໄດ້ກາຍເປັນຜູ້ສເນີຊື່ ຈາກພັກເດໂມແຄຣັດ (Democratic party) ແລະຊນະການເລືອກຕັ້ງໃນເດືອນພະຈິກ.

ນາງໄດ້ລົງສມັກຮັບເລືອກຕັ້ງຂັ້ນຕົ້ນ ຂອງພັກເດໂມແຄຣຕ (Democratic party) ໃນປີ 2020 ກົງກັນຂ້າມກັບຜູ້ສມັກ ຢ່າງທ່ານ Joe Biden ຊຶ່ງໃນທີ່ສຸດ ທ່ານນາງໄດ້ປ່ຽນມາຮ່ວມມືກັນ ແລ້ວກາຍເປັນຄົນ ອັຟຣິກັນ/ອາເມຣິກັນ ແລະເອເຊັຍ ຄົນທໍາອິດ ທີ່ດຳຣົງຕຳແໜ່ງຮອງປະທານາທິບໍດີ.

ທ່ານ Bruce Wolpe, ນັກວິຈັຍອາວຸໂສ ຂອງສູນສຶກສາສະຫະຣັດອາເມຣິກາ ກ່າວວ່າ Kamala Harris ໄດ້ຊ່ອຍປະທານາທິບໍດີ Biden ໃຫ້ໄດ້ຮັບໄຊຊນະ ໃນການເລືອກຕັ້ງຂອງທ່ານ.

"A, ຍ້ອນຄວາມສາມາດຂອງນາງ, B, ຍ້ອນພູມຫຼັງຂອງນາງ, ແລະວ່ານາງຈະໄດ້ນໍາເອົາແຮງຊຸກຍູ້ ມາທີ່ການແຂ່ງຂັນ ທີ່ຈະຊ່ວຍ Joe Biden ໃນການເປັນປະທານາທິບໍດີ. ໃນດ້ານການເມືອງແບບພື້ນຖານ, ຜູ້ຊາຍຜິວຂາວຜູ້ສູງອາຍຸ, ຜູ້ຍິງຜິວສີ ທີ່ອາຍຸນ້ອຍກວ່າ, ແມ່ນການປະສົມປະສານທີ່ດີຫຼາຍ."

ທ່ານນາງ Kamala Harris ໄດ້ກ່າວເຖິງ ນະໂຍບາຍການເມືອງຂອງລາວ ໂດຍກ່າວວ່າ ບັນຫາການແທ້ງລູກ, ການຄວບຄຸມປືນ ແລະສິດທິການລົງຄະແນນສຽງ ຈະຢູ່ໃນວາຣະສຳຄັນທີ່ສຸດ ຂອງລາວ.

ແລະທ່ານ Wolpe ກ່າວວ່າ ປວັດຂອງນາງໃນຖານະ ເປັນອັຍຍະການ ກໍຈະມີປໂຍດເຊັ່ນກັນ ເມື່ອປະເຊີນຫນ້າກັບຄູ່ແຂ່ງທາງການເມືອງ ຂອງທ່ານນາງ, ອະດີດປະທານາທິບໍດີ Donald Trump, ຜູ້ທີ່ຖືກຕັດສິນວ່າ ມີຄວາມຜິດທາງອາຍາ 34 ຂໍ້ ໃນການປອມແປງບັນເອກກະສານ ທາງທຸຣະກິດໃນການພິຈາຣະນາຄະດີ ເງິນອັດປາກ ຂອງລາວໃນເດືອນພຶດສະພາ.

"ນາງຈະເປັນຫົວຫນ້າອັຍຍະການ. ແລະຂ້າພະເຈົ້າຄິດວ່າ ນາງເກືອບຈະລໍຖ້າບໍ່ໄດ້ ທີ່ຈະໂຕ້ວາທີກັບລາວ. ຂ້າພະເຈົ້າຕົກໃຈຫລາຍ ທີ່ Donald Trump ຢາກໂຕ້ວາທີກັບນາງເພາະນາງຢາກເນັ້ນຢ້ຳຄວາມຜິດຂອງ Trump ໃນການໂຕ້ວາທີກັນນັ້ນ ແລະຢືນຢັນວ່າ Trump ມີຄວາມຜິດໃນສານ ແຫ່ງຄວາມຄິດເຫັນຂອງສັງຄົມ."

ແຕ່ເຖິງແມ່ນວ່າ ນາງຈະມີປະສົບການທາງດ້ານກົດຫມາຍ ແລະການເມືອງກໍຕາມ, ແຕ່ການດໍາລົງຕໍາແຫນ່ງ ຢູ່ທໍານຽບຂາວ ເປັນເວລາສາມປີເຄິ່ງຂອງນາງ ສ່ວນຫລາຍແລ້ວ ແມ່ນບໍ່ມີເຫດການໂດດເດ່ນຫຼາຍ ແລະການຈັດການ ກັບນະໂຍບາຍໃນຕອນຕົ້ນຂອງນາງ ຮວມເຖິງການຍົກຍ້າຍຖິ່ນຖານ ຈາກອາເມຣິກາກາງ ກໍເປັນທີ່ຖົກຖຽງກັນ.

ນີ້ແມ່ນສິ່ງທີ່ອະດີດປະທານາທິບໍດີ Donald Trump ໄດ້ຍົກເອົາມາໂຈມຕີ Ms Harris.

"Kamala ໄດ້ເປີດຊາຍແດນຂອງພວກເຮົາ ແລະອະນຸຍາດໃຫ້ຄົນຕ່າງດ້າວຜິດກົດຫມາຍ 20 ລ້ານຄົນ ຢຽບຍັດເຂົ້າມາໃນປະເທດຂອງພວກເຮົາຈາກທົ່ວໂລກ. ແຕ່ເດືອນພະຈິກນີ້, ຊາວອາເມຣິກັນ ຈະບອກນາງວ່າ, 'ບໍ່. ຂອບໃຈ, Kamala, ເຈົ້າໄດ້ເຮັດວຽກຜິດພາດຫຼາຍ. ເຈົ້າເຮັດຜິດໃນທຸກສິ່ງທີ່ເຈົ້າໄດ້ເຮັດ. ເຈົ້າເປັນເສຣີນິຍົມຢ່າງຮຸນແຮງ. ພວກເຮົາບໍ່ຢາກໃຫ້ເຈົ້າຢູ່ທີ່ນີ້. ພວກເຮົາບໍ່ຕ້ອງການເຈົ້າຢູ່ໃສທັງນັ້ນ. Kamala, ເຈົ້າໄດ້ຖືກໄລ່ອອກ. ອອກໄປຈາກບ່ອນນີ້. ເຈົ້າຖືກໄລ່ອອກ'."

ຄວາມຄິດເຫັນຂອງ Trump ມີຂຶ້ນຫລັງຈາກການເປີດເຜີຍວ່າ Donald Trump ໄດ້ບໍຣິຈາກສອງເທື່ອ ໃຫ້ແກ່ການເລືອກຕັ້ງຂອງ Kamala Harris ສໍາລັບບົດບາດຂອງອັຍຍະການທົ່ວໄປ ໃນຣັດຄາລິຟໍເນັຍ ທັງໃນປີ 2011 ແລະ 2013.

Bruce Wolpe ຜູ້ທີ່ເຮັດວຽກຮ່ວມກັບພັກ Democrats ໃນສະພາCongress ໃນລະຫວ່າງການດໍາລົງຕໍາແຫນ່ງຄັ້ງທໍາອິດ ຂອງປະທານາທິບໍດີ Barack Obama ຍອມຮັບວ່າ ການເຂົ້າເມືອງ ແລະເສດຖະກິດ ຈະເປັນບັນຫາທີ່ຫຍຸ້ງຍາກ ໃນການໂນ້ມນ້າວຜູ້ລົງຄະແນນສຽງ.

"ບ່ອນທີ່ນາງມີຄວາມອ່ອນແອ ກໍແມ່ນບ່ອນທີ່ Biden ມີຄວາມອ່ອນແອ: ເສດຖະກິດ ແລະເງິນເຟີ້. ມັນຄ້າຍຄືກັນຫຼາຍ ກັບສິ່ງທີ່ກໍາລັງເກີດຂຶ້ນໃນອອສເຕຣເລັຍ. ຄວາມກົດດັນຂອງຄ່າຄອງຊີບ, ອັດຕາດອກເບັ້ຍສູງ. ທ່ານຈະໂຍນຄວາມຜິດໄປໃຫ້ຜູ້ທີ່ມີຕໍາແຫນ່ງສູງສຸດຂອງແຜ່ນດິນ. ແລະກ່ຽວກັບການເຂົ້າເມືອງ, ເຂດຊາຍແດນທາງໃຕ້, ນັ້ນແມ່ນບັນຫາປຸ່ມຮ້ອນອັນດັບນຶ່ງຂອງ Trump. ລາວໂຈມຕີ Biden ໃນເລື່ອງນັ້ນ. ລາວກໍຈະໂຈມຕີ Kamala Harris ໃນເລື່ອງນັ້ນ. ດັ່ງນັ້ນ,ສິ່ງເຫຼົ່ານັ້ນຈຶ່ງເປັນການໂຈມຕີອັນຍິ່ງໃຫຍ່ ທີ່ຈະເຮັດໃຫ້ນາງເຈັບປວດ.ດັ່ງນັ້ນ ຄໍາຖາມກໍຄື ນາງສາມາດເອົາຊນະມັນໄດ້ບໍ?"

ວາຣະປະທານາທິບໍດີຂອງ Joe Biden ໄດ້ເປັນທີ່ຖົກຖຽງກັນ ສໍາລັບຫລາຍຄົນ.

ໃນຂນະທີ່ລາວມີຄວາມກ້າວຫນ້າຢ່າງຫລາຍ ໃນການຮັບມືກັບເງິນເຟີ້ຫລັງຈາກການລະບາດ ພ້ອມທັງວິກິດການດ້ານດິນຟ້າອາກາດ ແລະໄດ້ຣົນນະຣົງ ໃນນາມພວກຄົນງານ ແລະສະຫະພາບງານຕ່າງໆ, ແຕ່ລາວ ກໍຖືກວິພາກວິຈານຢ່າງໜັກ ໃນການສນັບສນູນ ອິສຣາແອລ ແລະສົງຄາມໃນເຂດ Gaza, ໂດຍສະເພາະ ຈາກຜູ້ມີສິດເລືອກຕັ້ງທີ່ອາຍຸນ້ອຍກວ່າ.

ໃນວັນສຸກ ທີ 26 ກໍລະກົດ, ທ່ານນາງ Kamala Harris ໄດ້ພົບປະກັບນາຍົກຣັຖມົນຕີ ອິສຣາແອລ ທ່ານ Benjamin Netanyahu ແລະໄດ້ຊຸກຍູ້ ໃຫ້ທ່ານຮັບຂໍ້ຕົກລົງຢຸດຍິງ ແລະຍຸດຕິການສົງຄາມ.

ທ່ານ Wolpe ກ່າວວ່າ ນະໂຍບາຍຂອງ Kamala Harris ແມ່ນບໍ່ແຕກຕ່າງເກີນໄປ ຈາກຂອງທ່ານ Joe Biden ແຕ່ວ່າທ່ານນາງ ພວມພະຍາຍາມ ທີ່ຈະເຮັດໃຫ້ມີຄວາມສົມດຸນ ແລະເຫັນອົກເຫັນໃຈຫລາຍຂຶ້ນ ໃນການກ່າວຄໍາປາໄສຂອງລາວ

"ຂ້າພະເຈົ້າຄິດວ່າ ພວກເຮົາໄດ້ເຫັນໃນມື້ນີ້ ຢູ່ໃນການປະຊຸມກັບທ່ານ Netanyahu ໃນ Washington ບ່ອນທີ່ນາງເຂັ້ມແຂງຫລາຍ. ນາງເວົ້າວ່າ ,ເຊັນຂໍ້ຕົກລົງ, ຮັບຂໍ້ຕົກລົງ, ສິ້ນສຸດສົງຄາມ, ນໍາຕົວປະກັນກັບບ້ານ. ແລະທ່ານນາງໄດ້ກ່າວ ກ່ຽວກັບສະຖານະການ ດ້ານມະນຸດສະທັມໃນເຂດ Gaza ຫລາຍກວ່າທ່ານ Biden ແລະນາງຢາກໃຫ້ Netanyahu ຮັບໃນສິ່ງນັ້ນ. ສ້າງຄວາມກົດດັນຫລາຍຂຶ້ນ ໃນເລື້ອງນັ້ນ."

"ມັນເຖິງເວລາແລ້ວ ທີ່ສົງຄາມນີ້ຈະສິ້ນສຸດລົງ, ແລະສິ້ນສຸດລົງ ໃນວິທີທີ່ Israel ປອດພັຍ, ຕົວປະກັນທັງຫມົດຖືກປ່ອຍໂຕ. ຄວາມທຸກທໍຣະມານຂອງຊາວ Palestinians ໃນ Gaza ສິ້ນສຸດລົງ ແລະປະຊາຊົນPalestinian ສາມາດໃຊ້ສິດເສຣີພາບ, ສັກສີ ແລະການຕັດສິນໃຈດ້ວຍຕົວເອງ. ໄດ້ມີການເຄື່ອນໄຫວ ທີ່ມີຄວາມຫວັງ ໃນການເຈຣະຈາເພື່ອໃຫ້ໄດ້ຂໍ້ຕົກລົງ ກ່ຽວກັບການຕົກລົງນີ້, ແລະດັ່ງທີ່ຂ້າພະເຈົ້າ ຫາກໍໄດ້ບອກນາຍົກຣັຖມົນຕີ Netanyahu, ມັນເຖິງເວລາແລ້ວ ທີ່ຈະເຮັດຂໍ້ຕົກລົງນີ້ໃຫ້ສໍາເລັດ."

ການສຸ່ມສໍາຫຼວດເບື້ອງຕົ້ນ ສອງອັນ ຈາກ Reuters/Ipsos ແລະTimes/Siena ສະແດງໃຫ້ເຫັນວ່າ ທ່ານນາງ Harris ແມ່ນໄດ້ຮັບຄວາມນິຍົມຫຼາຍກວ່າ Joe Biden ຫຼາຍຄະແນນ ແລະບັດນີ້ ກໍາລັງເທົ່າໆກັບ Trump.

ດ້ວຍການຣົນນະຣົງຫາສຽງເລືອກຕັ້ງ ຍັງມີເວລາອີກສາມເດືອນ, Bruce Wolpe ຈາກສູນສຶກສາ U-S ກ່າວວ່າ ມີເສັ້ນທາງອີກຍາວໄກ ຢູ່ຂ້າງຫນ້າ ແຕ່ເບິ່ງຄືວ່າ ຮອງປະທານາທິບໍດີ ມີໂອກາດຊນະການແຂ່ງຂັນນັ້ນຢ່າງແທ້ຈິງ.

"ຖ້າຫາກວ່າການເລືອກຕັ້ງ ໄດ້ຖືກຈັດຂຶ້ນໃນມື້ນີ້, Trump ຈະຊນະ. ແຕ່ທ່ານໄດ້ເບິ່ງການສໍາຫຼວດ New York Times/Siena ທີ່ອອກໄປເມື່ອສອງສາມຊົ່ວໂມງຜ່ານມານີ້ ແລະສະແດງໃຫ້ເຫັນວ່າ ທ່ານນາງມີ ຫ້າຄະແນນ ຈາກ Trump ເມື່ອທຽບກັບ Biden. ແລະຄະແນນຄວາມຊື່ນຊອບຂອງນາງ ແມ່ນຢູ່ໃນໄລຍະ ສີ່ສິບກາງໆ ຊຶ່ງແມ່ນດີຫລາຍ. ຊຶ່ງມັນຢູ່ໃນລະຫວ່າງສາມສິບສູງໆ ເມື່ອສອງສາມອາທິດຜ່ານມາ.... ກ່ອນສິ່ງນີ້ຈະເກີດຂຶ້ນ. ແຕ່ສິ່ງທີ່ຕົວເລກເຫລົ່ານີ້ ສະແດງໃຫ້ເຫັນ ຄືນາງມີຄວາມສາມາດ ທີ່ຈະປິດຊ່ອງວ່າງໄດ້, ແຕ່ວ່າ ນາງຈະສາມາດເອົາຊນະ Trump ໄດ້ຫລືບໍ່, ຂ້າພະເຈົ້າຫມາຍຄວາມວ່າ, ເຮົາຈະຕ້ອງລໍຖ້າເບິ່ງຕໍ່ໄປ"

ເນື້ອເລື່ອງໂດຍ    Sam Dover  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share