Key Points
- ພາຍໃຕ້ໂຄງການພູມຕ້ານທານແຫ່ງຊາດ ຂອງປະເທດອອສເຕຣເລັຍ, ມີການມອບວັກຊີນທີ່ຈຳເປັນ ໃຫ້ເດັກອ່ອນ ແລະ ເດັກນ້ອຍຟຣີ ເພື່ອຊ່ວຍຫລຸດຜ່ອນ ໂຣກທີ່ສາມາດປ້ອງກັນໄດ້.
- ນະໂຍບາຍ 'No Jab, No Pay' ຂອງຣັຖບານກາງ ແລະ 'No Jab, No Play' ໃນລະດັບຣັດ ກຳໜົດໃຫ້ເດັກນ້ອຍ ໄດ້ຮັບການສັກວັກຊີນ ຢ່າງຄົບຖ້ວນ ເພື່ອຈະໄດ້ຮັບເງິນຊ່ອຍເຫລືອຄອບຄົວ ຫລືເຂົ້າເຖິງການດູແລເດັກ.
- ການເວົ້າລົມ ກັບຜູ້ຊ່ຽວຊານເລື່ອງສຸຂະພາບ ເປັນວິທີ ທີ່ຈະເຮັດຖ້າຫາກທ່ານເປັນຫ່ວງ ກ່ຽວກັບການສັກວັກຊີນພູມຕ້ານທານຂອງລູກ.
ອີງຕາມການຄົ້ນຄວ້າທີ່ນໍາໂດຍອົງການອະນາມັຍໂລກ ໃນໄລຍະ 50 ປີທີ່ຜ່ານມາ ວັກຊີນ ໄດ້ປ້ອງກັນການຕາຍຂອງເດັກນ້ອຍອາຍຸຕໍ່າກວ່າຫ້າປີ ຈຳນວນ 146 ລ້ານຄົນ.
ເຖິງແມ່ນວ່ານະໂຍບາຍ ການສ້າງພູມຕ້ານທານ ຂອງເດັກນ້ອຍອາດແຕກຕ່າງກັນ, ແຕ່ເຫດຜົນທາງການແພດຍັງສອດຄ່ອງກັນທົ່ວໂລກ: ໂຄງການພູມຕ້ານທານ ຖືກອອກແບບເພື່ອປົກປ້ອງເດັກນ້ອຍ ຈາກຜົນກະທົບທີ່ຮ້າຍແຮງ ຂອງໂຣກຕິດເຊື້ອ.
ການສ້າງພູມຕ້ານທານ ກາຍເປັນນະໂຍບາຍຂອງຣັຖບານ ແລະ 'ບັນຫາຮີບດ່ວນ' ສໍາລັບຊຸມຊົນ ເພາະຜົນກະທົບຕໍ່ການຕິດໂຣກ, Katie Attwell, ສາດສະດາຈານ ຂອງມະຫາວິທະຍາໄລ University of Western Australia ອະທິບາຍ.
“ເພາະສະຖານະພາບ ຂອງການສັກວັກຊີນຂອງຄົນອື່ນ ມີຜົນກະທົບ ຕໍ່ຄວາມສ່ຽງຂອງເຮົາຕໍ່ ການຕິດໂຣກ..”

Measles is the most transmissible childhood infection. But when a community has high vaccination coverage, herd immunity can be achieved. Source: Moment RF / Witthaya Prasongsin/Getty Images
“ຖ້າຫາກທ່ານມີອັດຕາການສັກວັກຊີນ 95 ເປີເຊັນ ຂອງຈໍານວນພົນລະເມືອງ ຈາກໂຣກໝາກສຸກ ຫລືມີການສັກວັກຊີນອື່ນໆ, ແລ້ວທ່ານກໍຈະບໍ່ມີໂຣກ ໝາກສຸກໃນຊຸມຊົນເຫລົ່ານັ້ນ. ແຕ່ການປົກປ້ອງ ທີ່ຕ່ຳກວ່ານັ້ນ ແລະໂຣກໝາກສຸກ ກໍສາມາດເລີ່ມແພ່ລາມໄດ້..”
ຮອງສາດສະດາຈານ Philip Britton ທໍາງານກ່ຽວກັບສຸຂະພາບຂອງເດັກນ້ອຍ ແລະໄວລຸ້ນ ທີ່ມະຫາວິທະຍາໄລ Sydney.
ລາວເວົ້າວ່າ ໂຄງການພູມຕ້ານທານຂອງອອສເຕຣເລັຍ ເປັນໂຄງການທີ່ຄອບຄຸມກວ້າງຂວາງທີ່ສຸດ ເພື່ອປ້ອງກັນການຕິດເຊື້ອ ໃນວັຍເດັກ ທີ່ເຄີຍເຮັດໃຫ້ເກີດໂຣກຮ້າຍແຮງໃນອະດີດ ຫຼືຍັງມີຢູ່ໃນບາງສ່ວນຂອງໂລກ.
"ໂຣກຕ່າງໆເຊັ່ນໂຣກຫັດ (Measles), ໂຣກຄໍຕີບ (Diphtheria), ບາດທະຍັກ (Tetanus), ໄອຫອບ (Whooping cough). ບາງໂຣກເຊັ່ນ ໂຣກໝາກສຸກ (Chickenpox) ທີ່ເດັກນ້ອຍທຸກຄົນ ເຄີຍຕິດເຊື້ອ, ບາງຄົນກໍຮັບຜົນກະທົບ ຢ່າງຮ້າຍແຮງ ຈາກການຕິດເຊື້ອນັ້ນ.
"ແມ່ນແຕ່ເມື່ອ 20 ປີກ່ອນ, ມີໄວຣັສ ທີ່ເຮັດໃຫ້ເດັກນ້ອຍຖອກທ້ອງຢ່າງຮ້າຍແຮງ ທີ່ເອີ້ນວ່າ Rotavirus. ບັດນີ້ ພວກເຮົາໄດ້ມີການສັກວັກຊີນ ສໍາລັບສິ່ງນັ້ນ ໃນອອສເຕຣເລັຍ."

Portrait of Aboriginal schoolteacher and boys and girls sitting at picnic table on lunch break Credit: JohnnyGreig/Getty Images
ຄຳອະທິບາຍກ່ຽວກັບ 'No Jab, No Pay', 'No Jab, No Play'
ກະຊວງສາທາຣະນະສຸກແລະການດູແລຜູ້ສູງອາຍຸ (the Department of Health and Aged Care) ໄດ້ກໍານົດຕາຕະລາງ ຄຳແນະນໍາການສັກວັກຊີນ ສໍາລັບເດັກນ້ອຍ ແລະຄົນຫນຸ່ມສາວ ຈົນເຖິງ 20 ປີ ຟຣີ.
ພາຍໃຕ້ນະໂຍບາຍ 'No Jab, No Pay' ຂອງຣັຖບານກາງ, ພໍ່ແມ່ຕ້ອງໃຫ້ລູກຂອງເຂົາເຈົ້າ ໄດ້ຮັບການສັກວັກຊີນ ຕາມຕາຕະລາງ ເພື່ອຈະໄດ້ຮັບເງິນຊ່ອຍເຫລືອຄອບຄົວ.
ບໍຣິຫານໂດຍ Services Australia, ເງິນຊ່ອຍເຫຼືອ ແມ່ນຮວມເຖິງຜົນປໂຍດພາສີຄອບຄົວ (Family Tax Benefit) ແລະຄ່າບໍາລຸງລ້ຽງລູກ (Childcare Subsidies).
"ນັ້ນຫມາຍຄວາມວ່າ ພວກເຮົາບໍ່ສາມາດຈ່າຍເງິນໃຫ້ທ່ານ ເມື່ອທ່ານສມັກ, ຫລືຖ້າຫາກທ່ານ ບໍ່ເຮັດຕາມຕາຕະລາງ, ທ່ານອາດພົບວ່າ ການຈ່າຍເງິນຊ່ອຍເຫຼືອຂອງທ່ານຢຸດ ຫລືການສນັບສນູນຢຸດ ເພາະລູກຂອງທ່ານ ຍັງບໍ່ທັນໄດ້ຮັບການສັກວັກຊີນ." Justin Bott, ເຈົ້າຫນ້າທີ່ຂໍ້ມູນຊຸມຊົນ (the Community Information Officer) ຂອງ Services Australia ອະທິບາຍ.
ເມື່ອທ່ານຂໍເງິນຊ່ອຍເຫຼືອ, Services Australia ຈະສາມາດເຂົ້າເຖິງຂໍ້ມູນກ່ຽວກັບສະຖານະພາບ ການສັກວັກຊີນພູມຕ້ານທານຂອງລູກຂອງທ່ານ.
"ເມື່ອທ່ານສມັກ ຂໍຜົນປໂຍດ ຈາກການເສັຍພາສີຄອບຄົວ (Family Tax Benefit) ຫລືຄ່າບໍາລຸງລ້ຽງລູກ (Childcare Subsidies) ,ພວກເຮົາຈະຂໍລາຍລະອຽດຂອງ Medicare ຂອງລູກຂອງທ່ານ," Mr Bott ອະທິບາຍ.
Australian Immunisation Register ເປັນຖານຂໍ້ມູນແຫ່ງຊາດ ທີ່ບັນທຶກການສັກວັກຊີນທັງຫມົດ ໃນອອສເຕຣເລັຍ ບໍ່ວ່າຈະຜ່ານໂຄງການພູມຕ້ານທານແຫ່ງຊາດ, ໂຄງການໂຮງຮຽນ ຫຼືຜູ້ໃຫ້ບໍຣິການສັກວັກຊີນເອກກະຊົນ.
ການຈົດທະບຽນ ຈະເຊື່ອມຕໍ່ກັບ Medicare ຂອງທ່ານໂດຍອັດຕະໂນມັດ ແລະສາມາດປັບແປງໄດ້ ໂດຍຜູ້ໃຫ້ການສັກວັກຊີນ ທີ່ໄດ້ຮັບການຍອມຮັບເທົ່ານັ້ນ, ເຊັ່ນນາຍໝໍທົ່ວໄປ (General Practitioner-GP) ຫຼືສູນສຸຂະພາບຊຸມຊົນ.
ຖ້າຫາກລູກຂອງທ່ານ ໄດ້ຮັບການສັກວັກຊີນໃນຕ່າງປະເທດ ແຕ່ທ່ານບໍ່ມີເອກະສານ ການສັກວັກຊີນ, ທ່ານຕ້ອງເວົ້າລົມກັບຜູ້ຊ່ຽວຊານ ດ້ານສຸຂະພາບ ຜູ້ທີ່ຈະໃຫ້ຄໍາແນະນໍາແກ່ທ່ານ ກ່ຽວກັບຂັ້ນຕອນຕໍ່ໄປ, Mr Bott ກ່າວ.
"ຖ້າຫາກວ່າ ທ່ານມີເອກກະສານໃນມືແລ້ວ, ສິ່ງທີ່ທ່ານຕ້ອງເຮັດ ແມ່ນເອົາຫລັກຖານນັ້ນ ໄປຫາຜູ້ຊ່ຽວຊານ ເລື່ອງສຸຂະພາບຂອງທ່ານ, ໄປຫາຄົນ ທີ່ທ່ານຈະໄດ້ຮັບການສັກວັກຊີນຕາມປົກກະຕິ, ແລະແລ້ວເຂົາເຈົ້າ ຈະເອົາຂໍ້ມູນນັ້ນໄປໃສ່ໃນບັນທຶກການສັກວັກຊີນ ຂອງອອສເຕຣເລັຍໃຫ້ທ່ານ."
ຖ້າຫາກເອກະສານການສັກວັກຊີນຂອງລູກທ່ານ ຈາກຕ່າງປະເທດ ແລະເປັນພາສາອື່ນ ທີ່ບໍ່ແມ່ນພາສາອັງກິດ, Services Australia ສາມາດແປໃຫ້ທ່ານໄດ້.

Child immunisation also protects vulnerable members of the child’s environment, including newborn babies and immune-compromised patients. Source: Moment RF / Alan Rubio/Getty Images
ພໍ່ແມ່ ຄວນກວດກາເບິ່ງສິ່ງທີ່ມີຜົນບັງຄັບໃຊ້ ໃນຣັດຫລືເຂດທີ່ເຂົາເຈົ້າອາສັຍຢູ່, ເພາະນະໂຍບາຍເຫລົ່ານີ້ ອາດແຕກຕ່າງກັນ.
ໃນ Western Australia, Victoria, New South Wales ແລະ South Australia, ນະໂຍບາຍ 'No Jab, No Play' ກໍນໍາໃຊ້ຄືກັນ, Prof Atwell ອະທິບາຍ.
"ທ່ານຕ້ອງສະແດງປວັດການສັກວັກຊີນພູມຕ້ານທານ ເພື່ອລົງທະບຽນສມັກ, ແລະແບບຟອມນັ້ນ ຕ້ອງສະແດງວ່າລູກຂອງທ່ານ ໄດ້ຮັບວັກຊີນພູມຕ້ານທານຄົບຖ້ວນ ຫຼືໄດ້ຮັບການຍົກເວັ້ນ ດ້ວຍເຫດຜົນທາງແພດ ຫຼືຕາມກຳໜົດເວລາຂອງຕາຕະລາງ, ຫຼືປະຕິບັດຕາມຂໍ້ຍົກເວັ້ນ ທີ່ມີຢູ່ໃນຣັດຕ່າງໆ"
Prof Britton ກ່າວວ່າ ມີເຫດຜົນສອງຢ່າງ ທີ່ເດັກນ້ອຍ ຈະໄດ້ຮັບການຍົກເວັ້ນ ຈາກການສັກວັກຊີນ.
ປະຕິກິຣິຍາທີ່ຜິດປົກກະຕິ ຕໍ່ວັກຊີນໃນອະດີດ, ຕາມປົກກະຕິແລ້ວເປັນປະຕິກິຣິຍາ Anaphylactic ຫຼືມີລະບົບພູມຕ້ານທານຕ່ຳ.
"ວັກຊີນບາງຊະນິດ ຖືກສ້າງຂຶ້ນດ້ວຍ ໄວຣັສ ບ່ອນທີ່ໄວຣັສ ຖືກເຮັດໃຫ້ອ່ອນແອ ແຕ່ບໍ່ຕາຍ. ເຮົາເອີ້ນວັກຊີນນີ້ວ່າ ວັກຊີນທີ່ມີຊີວິດອ່ອນແອ.
"ແລະຜູ້ທີ່ລະບົບພູມຕ້ານທານຕ່ຳ ບໍ່ຄວນໄດ້ຮັບວັກຊີນນີ້ ເພາະລະບົບພູມຕ້ານທານຂອງເຂົາເຈົ້າ ບໍ່ສາມາດຕອບຮັບໄດ້ຢ່າງປອດພັຍ," Prof Britton ອະທິບາຍ.

If your child has a complex medical condition, you can discuss their immunisation options with a trusted medical professional. Credit: The Good Brigade/Getty Images
Prof Attwell ກ່າວວ່າ ພໍ່ແມ່ທີ່ເປັນຫ່ວງ ກ່ຽວກັບການສັກວັກຊີນ ໃຫ້ລູກຂອງເຂົາເຈົ້າ ຫລືມີຄໍາຖາມ, ສາມາດເບິ່ງແຫລ່ງຂໍ້ມູນ ທີ່ອີງຕາມຫລັກຖານດັ່ງ ເຊັ່ນເວບໄຊ້ຕ໌ , ທີ່ດໍາເນີນງານພາຍໃຕ້ .
"ແຕ່ແນ່ນອນ, ບໍ່ມີຫຍັງຈະດີໄປກວ່າ ການນັ່ງລົມກັບຜູ້ຊ່ຽວຊານດ້ານສຸຂະພາບ."
ທ່ານຍັງສາມາດຂໍໃຫ້ GP ສົ່ງທ່ານໄປຫາ ຄລີນິກພູມຕ້ານທານພິເສດ ຂອງຣັດຂອງທ່ານ.
ທ້າຍສຸດແລ້ວ, Prof Atwell ກ່າວວ່າ, ຜູ້ຊ່ຽວຊານດ້ານສຸຂະພາບ ທີ່ທ່ານໄວ້ວາງໃຈ ເປັນຄົນທີ່ດີທີ່ສຸດ ທີ່ຈະສົນທະນາ ກ່ຽວກັບຄວາມເປັນຫ່ວງກ່ຽວ ກັບສະຖານະການສັກວັກຊີນ ຂອງລູກຂອງທ່ານ.
"ສະນັ້ນ, ມັນກ່ຽວກັບການຊອກຫາຜູ້ຊ່ຽວຊານ ທີ່ທ່ານມີຄວາມສໍາພັນທີ່ດີ, ທີ່ທ່ານຮູ້ສຶກປອດພັຍ ທີ່ຈະຖາມຄໍາຖາມ ແລະໄດ້ຮັບຄໍາຕອບທີ່ເຮັດໃຫ້ທ່ານຫມັ້ນໃຈ."
ຊອກຫາກ່ຽວກັບກົດຫມາຍຂອງປະເທດ ແລະຣັດຂອງອອສເຕຣເລັຍ ທີ່ກ່ຽວຂ້ອງ ກັບຂໍ້ກຳໜົດ ເລື່ອງການວັກຊີນພູມຕ້ານທານ ສໍາລັບການດູແລລູກ ຢູ່ທີ່ນີ້ ().
ເຂົ້າໄປເບິ່ງເວັບໄຊ ສໍາລັບຂໍ້ມູນທີ່ອີງຕາມຫຼັກຖານ ກ່ຽວກັບໂຣກທີ່ສາມາດປ້ອງກັນໄດ້ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບການສ້າງພູມຕ້ານທານຂອງເດັກນ້ອຍ.
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.
ເນື້ອເລື່ອງໂດຍ Zoe Thomaidou ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌