ກົດໝາຍໃໝ່ກ່ຽວກັບກອກຢາໄຟຟ້າ (Vapes)

E cigarette

ກອກຢາໄຟຟ້າ (Vapes) Credit: VICTOR DE SCHWANBERG/Getty Images/Science Photo Libra

ໃນກົດໝາຍໃໝ່, ຜູ້ໃຫຍ່ຈະສາມາດຊື້ ກອກຢາໄຟຟ້າ (Vapes) ໄດ້ ຈາກຮ້ານຂາຍຢາ ໂດຍບໍ່ຕ້ອງມີໃບສັ່ງຢາ ຈາກນາຍແພດ, ຫຼັງຈາກພັກແຮງງານ ໄດ້ມີຂໍ້ຕົກລົງ ກັບພັກ Greens ແຕ່ກໍຍັງມີມາດຕະການ ທີ່ຈະບໍ່ໃຫ້ ຜລິດຕະພັນເຫຼົ່ານີ້ ໄປເຖິງມື ເຍົາວະຊົນ.


ກົດໝາຍໃໝ່ກ່ຽວກັບກອກຢາໄຟຟ້າ (Vapes).

ຜູ້ໃຫຍ່ຈະສາມາດຊື້ ກອກຢາໄຟຟ້າ (Vapes) ໄດ້ ຈາກຮ້ານຂາຍຢາ ໂດຍບໍ່ຕ້ອງມີໃບສັ່ງຢາ ຈາກນາຍແພດ, ຫຼັງຈາກພັກແຮງງານ ໄດ້ມີຂໍ້ຕົກລົງ ກັບພັກ Greens ເພື່ອແປງທາງ ສໍາລັບການຜ່ານຮ່າງກົດ ໝາຍ.

ພວກນັກເພສັດຊະກອນກ່າວວ່າ ພວກເຂົາເຈົ້າ ບໍ່ໄດ້ຮັບແຈ້ງ ກ່ຽວກັບການປ່ຽນແປງນັ້ນ, ແລະໄດ້ວິພາກວິຈານ ວິທີການດັ່ງກ່າວ.

Rania Yallop ລາຍງານ.

ດ້ວຍວັນເສັ້ນຕາຍໃນວັນທີ 1 ກໍລະກົດ ທີ່ໃກ້ເຂົ້າມາ- ໄດ້ທໍາການຕົກລົງ ກັບພັກ Greens ເພື່ອຊຸກຍູ້ຮ່າງກົດຫມາຍ ວ່າດ້ວຍກອກຢາໄຟຟ້າ (Vapes) ຂອງຕົນຜ່ານສະພາສູງ.

ກົດຫມາຍສະບັບນີ້ ຍົກເລີກຂໍ້ກຳໜົດ ທີ່ຜູ້ໃຫຍ່ຈະຕ້ອງມີໃບສັ່ງ ຈາກນາຍແພດ ເພື່ອເຂົ້າເຖິງອຸປະກອນ-ແຕ່ຫ້າມການຂາຍ ນອກຮ້ານຂາຍຢາ, ມີຂໍ້ຈໍາກັດດ້ານຣົດຊາດທີ່ເຄັ່ງຄັດ ແລະຂໍ້ກໍານົດການ ຫຸ້ມຫໍ່ແບບທັມມະດາ.

ຜູ້ນໍາພັກ Greens, ທ່ານ Adam Bandt ກ່າວວ່າ ການປ່ຽນແປງນີ້ ເຮັດໃຫ້ມີຄວາມສົມດຸນທີ່ເໝາະສົມ.

"ພັກ Greens ໄດ້ເຮັດໃຫ້ມີຄວາມສົມດຸນທີ່ເຫມາະສົມ ເພື່ອໃຫ້ແນ່ໃຈວ່າ ການສູບຢາໄຟຟ້າ (Vapes) ຈະບໍ່ຜິດກົດໝາຍ, ແຕ່ວ່າ, ພວກເຮົາໄດ້ເອົາກອກຢາໄຟຟ້າ (Vapes) ອອກຈາກມືຂອງເດັກນ້ອຍ."

ແລະປະທານສະມາຄົມການແພດ ຂອງ ທ່ານ Steve Robson ກໍເຫັນພ້ອມ.

"ການປະນີປະນອມ ທີ່ໄດ້ບັນລຸ ລະຫວ່າງຣັຖບານ ແລະພັກ Greensແມ່ນການປະນີປະນອມ ທີ່ສົມເຫດສົມຜົນ. ແລະຂ້າພະເຈົ້າຄິດວ່າ ໃນສະພາບການແບບນີ້, ເຮົາບໍ່ສາມາດ ປ່ອຍໃຫ້ຄວາມສົມບູນແບບ ເປັນສັດຕູຂອງຄວາມດີໄດ້. ການປະຕິຮູບຍັງດີຢູ່ ເພາະພວກເຂົາເຈົ້າ ປົກປ້ອງຊາວຫນຸ່ມອອສເຕຣເລັຍລຸ້ນຕໍ່ໄປ. ແລະນັ້ນແມ່ນ ສິ່ງທີ່ຕ້ອງເປັນກ່ຽວກັບເລື້ອງນີ້ໃນທີ່ສຸດ."

Anthony Tassone, ຮອງປະທານສະມາຄົມເພສັດ (Pharmacy Guild), ກ່າວວ່າ ພວກເຂົາເຈົ້າ ມີຄວາມປລາດໃຈ ແລະຄຶດບໍ່ເຖິງຕໍ່ການເຄື່ອນໄຫວນັ້ນ.

"Pharmacy Guild ແລະອາຊີບການຢາ ໄດ້ຮູ້ກ່ຽວກັບລາຍລະອຽດຢ່າງຄົບຖ້ວນ ຂອງຂໍ້ຕົກລົງລັບ ລະຫວ່າງຣັຖບານແຮງງານ ແລະພັກGreens ໃນມື້ວານນີ້ ໂດຍຜ່ານຂ່າວປະຊາສຳພັນ ຈາກພັກ Greens,ແລະພວກເຮົາ ກໍມີຄວາມປລາດໃຈ ແລະຫລັງຈາກນັ້ນ, ພວກເຮົາໄດ້ຖາມວ່າ ເປັນຫຍັງ ພວກເຮົາຈຶ່ງບໍ່ໄດ້ມີສ່ວນຮ່ວມ ໃນການສົນທະນາກ່ຽວກັບບັນຫາທີ່ສໍາຄັນນີ້."

ແລະໃນຂນະທີ່ຈໍາເປັນຕ້ອງມີການປະຕິຮູບ ກອກຢາໄຟຟ້າ (Vapes) ທ່ານ Tassone ກ່າວວ່າ ນີ້ບໍ່ແມ່ນວິທີແກ້ໄຂປັນຫາ.

"ພວກເຮົາ ຍິນດີກັບການລິເລີ່ມໃດໆ ທີ່ຈະຫຼຸດຜ່ອນຄວາມເປັນໄປໄດ້ຂອງການມີກອກຢາໄຟຟ້າ (Vapes) ໃນມືຂອງເດັກນ້ອຍ ແລະໄວລຸ້ນ,ເພາະວ່າມີຄວາມກັງວົນ ທາງດ້ານສຸຂະພາບທີ່ຮ້າຍແຮງ ແລະພັຍອັນຕະຣາຍ ຕໍ່ສັງຄົມຂອງພວກເຮົາ. ແຕ່ນີ້ ບໍ່ແມ່ນວິທີແກ້ໄຂປັນຫາ,ດ້ວຍການເຂົ້າເຖິງ ໂດຍບໍ່ມີໃບສັ່ງຈາກນາຍແພດ ແລະຫາໄດ້ຈາກຮ້ານຂາຍຢາຕາມຊຸມຊົນ ບ່ອນທີ່ເຂົາເຈົ້າບໍ່ໄດ້ຖືວ່າ ເປັນສິນຄ້າຮັກສາໂຣກທີ່ແທ້ຈິງ ແຕ່ໂດຍຜູ້ຄວບຄຸມຢາ."

Mark Butler ຣັຖມົນຕີກະຊວງສາທາຣະນະສຸກ ກ່າວວ່າ ວິທີການນີ້ ແມ່ນເປັນທາງເລືອກ ທີ່ຣັຖບານກໍາລັງພິຈາຣະນາຢູ່ສເມີ.

"ພວກເຮົາ ໄດ້ເປີດກວ້າງ ກ່ຽວກັບຄວາມເປັນໄປໄດ້ ຂອງເລື່ອງນີ້ ມາເປັນເວລາດົນນານແລ້ວ, ຂ້າພະເຈົ້າ ໄດ້ເປີດກວ້າງ ກ່ຽວກັບເລື່ອງນີ້ ວ່າເປັນເລື່ອງທີ່ຖືກພິຈາຣະນາຫລາຍ ໃນຕອນຕົ້ນຂອງປີກາຍນີ້. ຂ້າພະເຈົ້າ ໄດ້ສະແດງຄວາມຄິດເຫັນ ຕໍ່ສາທາຣະນະ ກ່ຽວກັບເລື່ອງນັ້ນ ໃນຫລາຍໂອກາດ."

ການປ່ຽນແປງຄັ້ງທໍາອິດ ຈະມີຜົນບັງຄັບໃຊ້ ໃນວັນທີ 1 ກໍລະກົດນີ້-ໂດຍຫ້າມການຂາຍ (Vapes) ທັງຫມົດ ນອກຮ້ານຂາຍຢາ, ແລະຈໍາກັດຣົດຊາດ ໃຫ້ມີພຽງແຕ່ຣົດທັມມະຊາດ, Mint, ແລະMenthol.

ລະຫວ່າງວັນທີ 1 ກໍລະກົດ ຫາວັນທີ 1 ຕຸລາ ທຸກຄົນ ຈະຕ້ອງມີໃບສັ່ງຢາ ເພື່ອຊື້ກອກຢາໄຟຟ້າ (Vapes).

Mr Butler ກ່າວວ່າ ຈະໃຫ້ເວລາ ແກ່ຮ້ານຂາຍຢາ ເພື່ອຕຽມພ້ອມ ສໍາລັບການປ່ຽນແປງນັ້ນ.

"ມັນແມ່ນກ່ຽວກັບການປະຕິບັດຕົວຈິງ, ແລະພວກເຮົາ ສາມາດທີ່ຈະເຮັດໃຫ້ແນ່ໃຈວ່າ ເພສັດສາມາດເຂົ້າເຖິງຄໍາແນະນໍາ ທີ່ດີທີ່ສຸດ ເທົ່າທີ່ເປັນໄປໄດ້ ກ່ຽວກັບວິທີ ທີ່ຈະຮັບມື ກັບກົດຫມາຍໃຫມ່ເຫຼົ່ານີ້."

ຜູ້ທີ່ອາຍຸນ້ອຍກວ່າ 18 ປີ ຍັງຕ້ອງມີໃບສັ່ງຢາ ເພື່ອຊື້ກອກຢາໄຟຟ້າ (Vapes).

Mr Butler ກ່າວວ່າ ການປ່ຽນແປງ ຈະເຮັດໃຫ້ກອກຢາໄຟຟ້າ (Vapes) ບໍ່ດຶງດູດພວກເດັກນ້ອຍ.

"Therapeutic Goods Administration ໄດ້ອອກມາດຕະຖານ ທີ່ຊັດເຈນຫຼາຍ ສໍາລັບປະເພດຂອງກອກຢາໄຟຟ້າ (Vapes) ທີ່ຈະສາມາດຂາຍໄດ້ ໃນອອສເຕຣເລັຍເປັນຜລິດຕະພັນການປິ່ນປົວ. ມັນຈະມີ ປະຣິມານນິໂກຕີນ ທີ່ຖືກກໍານົດໄວ້. ມັນໄດ້ກໍານົດປະຣິມານ ສານເຄມີ.ມັນຖືກອອກແບບຫຸ້ມຫໍ່ ມາເພື່ອເປັນຮູບແບບຢາ, ບໍ່ໄດ້ຖືກນໍາສເນີເປັນຜລິດຕະພັນ ການພັກຜ່ອນຢ່ອນໃຈ ທີ່ດຶງດູດເດັກນ້ອຍ."

ພັກ Coalition ໄດ້ຕອບໂຕ້ ດ້ວຍຈຸດຢືນນະໂຍບາຍໃຫມ່ ກ່ຽວກັບກອກຢາໄຟຟ້າ (Vapes).

ໂຄສົກກະຊວງສາທາຣະນະສຸກ ຂອງຝ່າຍຄ້ານ, Anne Ruston, ກ່າວວ່າ ພວກເຂົາເຈົ້າ ຈະໄດ້ຮັບການປະຕິບັດ ຄືກັບຢາສູບ.

"ຕົວແບບຂອງພວກເຮົາ ຈະເປັນຮູບແບບ ການຂາຍຍ່ອຍ ທີ່ມີການຄວບຄຸມຢ່າງເຄັ່ງຄັດ, ຄ້າຍຄືກັນກັບຮູບແບບ ການຄວບຄຸມຜລິດຕະພັນຢາສູບ ໃນປະເທດນີ້. ການຫຸ້ມຫໍ່ແບບທັມມະດາ, ຂາຍຢູ່ຫຼັງຂອງcounter, ແລະເຮັດໃຫ້ແນ່ໃຈວ່າ ບໍ່ມີໃຜອາຍຸຕໍ່າກວ່າ 18 ປີ ສາມາດເຂົ້າເຖິງ ຜລິດຕະພັນເຫຼົ່ານີ້ໄດ້ ບໍ່ວ່າຢ່າງຖືກຕ້ອງຕາມກົດຫມາຍ ຫຼືຜິດກົດຫມາຍ."

Mr Butler ກ່າວວ່າ ນັ້ນແມ່ນສິ່ງທີ່ຣັຖບານ ໄດ້ພິຈາຣະນາ ແລະປະຕິບັດ, ໂດຍວິພາກວິຈານ ການບໍ່ປະຕິບັດງານ ຂອງພັກຮ່ວມຣັຖບານ ກ່ຽວກັບກອກຢາໄຟຟ້າ (Vapes).

"ນີ້ແມ່ນພັກຮ່ວມຣັຖບານດຽວກັນ ທີ່ບໍ່ໄດ້ເຮັດຫຍັງ ເປັນເວລາເກົ້າປີ.ນີ້ແມ່ນພັກຮ່ວມຣັຖບານດຽວກັນ ທີ່ເມື່ອທ່ານ Greg Hunt ໄດ້ພະຍາຍາມ ທີ່ຈະນຳໃຊ້ກົດລະບຽບ ແລະຄວບຄຸມການນໍາເຂົ້າກອກຢາໄຟຟ້າ (Vapes) ໄດ້ຖືກຄັດຄ້ານ ໂດຍຄນະໃນພັກຂອງທ່ານເອງ ພາຍໃນບໍ່ເທົ່າໃດມື້ ແລະຕ້ອງຍົກເລີກກົດລະບຽບນັ້ນ."

ເນື້ອເລື່ອງໂດຍ Rania Yallop ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share