Vaping: ການແຜ່ລາມ, ຄວາມສ່ຽງ, ແລະການຊ່ວຍໃຫ້ລູກໄວລຸ້ນຂອງທ່ານເລີກສູບ

Australia Explained - Vaping

Most vaping products contain nicotine even if not labelled as such. Credit: StockBird/Getty Images

ການປ່ຽນແປງກົດລະບຽບທີ່ສໍາຄັນ ໃນປີ 2024 ໄດ້ເຮັດໃຫ້ການເຂົ້າເຖິງ ຜລິດຕະພັນກອກຢາໄຟຟ້າ (vapes) ໃນອອສເຕຣເລັຍ ຖືກຈຳກັດ. ຜູ້ຊ່ຽວຊານຄິດວ່າ ການປາບປາມສິ່ງທີ່ເອີ້ນວ່າ "ບັນຫາສາທາຣະນະສຸກທີ່ສໍາຄັນ" ອາດຈະພາໃຫ້ໄວລຸ້ນ ຈໍານວນເພີ່ມຂຶ້ນ ທີ່ສແວງຫາການສນັບສນູນ ເພື່ອເອົາຊນະການຕິດເຊື້ອຢາ (ນິໂກຕີນ-nicotine) ນັ້ນ. ຮຽນຮູ້ກ່ ຽວກັບຄວາມສ່ຽງ ດ້ານສຸຂະພາບ ແລະວິທີ ທີ່ຈະຊ່ວຍໃຫ້ຊາວຫນຸ່ມ ໃນການເຊົາສູບ.


ຈຸດສຳຄັນ
  • Pການແຜ່ລະບາດຂອງ vaping ໃນອາຍຸຕໍ່າກວ່າ 18 ປີແມ່ນມີການບັນທຶກໄວ້ ເປັນຢ່າງດີໃນອອສເຕຣເລັຍ
  • ການຫ້າມການຂາຍຜລິດຕະພັນ vaping ທີ່ຖືກຕ້ອງຕາມກົດຫມາຍ ອາດຈະບໍ່ຂັດຂວາງ ການເຂົ້າເຖິງ ຖ້າຫາກວ່າຍັງສືບຕໍ່ເຂົ້າເຖິງໄດ້ ໃນ ຕລາດມືດ (black market).
  • • ການຕິດນິໂກຕີນ (nicotine) ໂດຍບໍ່ຮູ້ຕົວ ອາດເປັນເຫດຜົນທີ່ເຮັດໃຫ້ໄວລຸ້ນ ເຊົາສູບໄດ້ຍາກ.
ການເຂົ້າເຖິງຜລິດຕະພັນ vape ໄດ້ຖືກຈໍາກັດຫຼາຍຂຶ້ນ ໃນອອສເຕຣເລັຍ.

ທ່ານ Mark  Butler ຣັຖມົນຕີ ກະຊວງສາທາຣະນະສຸກ ໄດ້ອະທິບາຍວ່າ vaping ເປັນ "ບັນຫາດ້ານສາທາຣະນະສຸກທີ່ສໍາຄັນ" ແລະ "ບັນຫາພຶດຕິກັມອັນດັບຫນຶ່ງໃນຫຼາຍໂຮງຮຽນ" ຊຶ່ງໄດ້ສ້າງ "ການເພິ່ງພານິໂກຕິນລຸ້ນໃຫມ່" ("").

ຕາມຂໍ້ມູນຂອງກະຊວງສາທາຣະນະສຸກ (, ຫນຶ່ງໃນສາມ ຂອງນັກຮຽນມັດທະຍົມ ຂອງອອສເຕຣເລັຍ ໄດ້ໃຊ້e-cigarettes) ໃນປີ 2022/2023.

Becky Freeman ເປັນຮອງສາດສະດາອາຈານ ທີ່ the University of Sydney’s School of Public Health..

ນາງແມ່ນຜູ້ນຳໂຄງການ Generation Vape Project, ຊຶ່ງແມ່ນການສຶກສາ ກ່ຽວກັບຄວາມເຊື່ອ ແລະພຶດຕິກັມ ຂອງຊາວຫນຸ່ມ ກ່ຽວກັບ vape ແລະກ່າວວ່າ ການແຜ່ລາມຂອງການໃຊ້ຢາສູບໄຟຟ້າ (e-cigarettes)ໃນໄວລຸ້ນ ແມ່ນໄດ້ຮັບການບັນທຶກເປັນຢ່າງດີ.

"ພວກເຮົາຍັງຮູ້ອີກວ່າ ໂຕເລກນີ້ ໄດ້ຖີບຕົວສູງຂຶ້ນ ໃນຊຸມປີມໍ່ໆມານີ້, ໂດຍສະເພາະ ເມື່ອທ່ານເບິ່ງຕອນກ່ອນ ແລະຫຼັງການລະບາດຂອງ COVID ເມື່ອໂຮງຮຽນຖືກປິດ ແລະຄວາມສົນໃຈດ້ານສາທາຣະນະສຸກ ທັງຫມົດແມ່ນໄດ້ສຸມໃສ່ COVID ແທ້ໆ."

Australia Explained - Vaping
ພວກນັກຊ່ຽວຊານກ່າວວ່າ ອຸດສາຫະກັມ vaping ໄດ້ແນເປົ້າຫມາຍໃສ່ຊາວຫນຸ່ມ ດ້ວຍຜລິດຕະພັນ vape ທີ່ໃຊ້ງ່າຍ ຊຶ່ງມັກຈະມີຣົດຊາດແລະສີ. Credit: Peter Dazeley/Getty Images
ເຖິງແມ່ນວ່າ ຈະມີກົດລະບຽບ ທີ່ຫ້າມຂາຍຜລິດຕະພັນ vape ໃນຮ້ານຂາຍຍ່ອຍ ຢູ່ນອກຮ້ານຂາຍຢາ ແຕ່ຄວາມເປັນຈິງແມ່ນແຕກຕ່າງກັນ, Prof Freeman ອະທິບາຍ, ດ້ວຍການຂາຍໃນຕລາດມືດ (Black market) ເຮັດໃຫ້ການເຂົ້າເຖິງໄດ້ງ່າຍເກີນໄປສໍາລັບໄວລຸ້ນ.

"ຖ້າຫາກວ່າ ເດັກອາຍຸ 14 ປີ ພົບວ່າ ມັນງ່າຍຢ່າງເຫລືອເຊື່ອ ທີ່ຈະຊື້ vape, ນັ້ນມັນບໍ່ແມ່ນຈາກຕລາດມືດ. ມັນເປັນຕລາດທີ່ເປີດກວ້າງຫຼາຍກວ່າ. ແລະດ້ວຍເຫດນີ້ພວກເຮົາຈຶ່ງໃຫ້ຄວາມສຳຄັນ ໃນການແກ້ໄຂການເຂົ້າເຖິງ."

ຜລິດຕະພັນ vape ໄດ້ມີມາ ເປັນເວລາຫຼາຍປີແລ້ວ.

Prof Freeman ເຊື່ອວ່າ ຫນຶ່ງໃນເຫດຜົນທີ່ vape ໄດ້ຮັບ ຄວາມນິຍົມໃນໝູ່ຄົນໄວຫນຸ່ມແມ່ນວ່າ vape ຖືກທຳການຕລາດ ວ່າມັນແຕກຕ່າງກັບຢາສູບ.

"ໂດຍສະເພາະແມ່ນຊາວຫນຸ່ມ, ພວກເຂົາເຈົ້າ ຕໍ່ຕ້ານການສູບຢາແທ້ໆ. ພວກເຂົາເຈົ້າໄດ້ດູດຊຶມຂ່າວສານເຫຼົ່ານັ້ນ [ວ່າ] ຢາສູບມີລາຄາແພງ, ພວກເຂົາມີຄໍາເຕືອນ ກ່ຽວກັບສຸຂະພາບເປັນຮູບພາບໃນຊອງກອກຢາ, ທ່ານບໍ່ສາມາດສູບຢາໄດ້ທຸກບ່ອນ...

"ແຕ່ເມື່ອທ່ານເບິ່ງ vape, ຊາວຫນຸ່ມບໍ່ເຫັນແບບນັ້ນ. ເຂົາເຫັນວ່າ ມັນປອດພັຍ, ເປັນທີ່ຍອມຮັບທາງສັງຄົມ ຫລືເປັນສິ່ງທີ່ມ່ວນຊື່ນ, ແລະອຸດສາຫະກັມ vape ໄດ້ຮັບຜົນສໍາເລັດຢ່າງຍິ່ງໃ ນການໂຄສະນາດ້ວຍຂໍ້ມູນທີ່ຜິດຂອງເຂົາເຈົ້າ ກ່ຽວກັບອັນຕະຣາຍ ແລະເສບຕິດພຽງໃດ ຂອງຜລິດຕະພັນເຫຼົ່ານີ້."

ຄວາມສ່ຽງຕໍ່ສຸຂະພາບຂອງ vape

ສາດສະດາຈານ Nick Zwar ເປັນປະທານຂອງ Royal Australian College of Practitioners Expert Advisory Group ທີ່ໄດ້ຮວບຮວມການຊີ້ນໍາ ສໍາລັບຜູ້ປະຕິບັດງານດ້ານສຸຂະພາບ ທີ່ສນັບ ສນູນປະຊາຊົນໃນການເຊົາສູບຢາ.

ລາວເວົ້າວ່າ ຜລິດຕະພັນ vape ສ່ວນຫຼາຍມີນິໂກຕີນ, ເຖິງແມ່ນວ່າ ໃນເວລາທີ່ພວກເຂົາເຈົ້າບໍ່ໄດ້ບອກໄວ້ໃນຊອງກໍຕາມ.

"ເມື່ອອົງການ the Therapeutic Goods Administration ແລະກຸ່ມອື່ນໆ ໄດ້ທົດສອບອຸປະກອນ vape ທີ່ບອກວ່າບໍ່ມີນິໂກຕິນ,ລະຫວ່າງ 80 ຫາ 90 ເປີເຊັນ ໄດ້ມີນິໂກຕິນຢູ່ໃນນັ້ນ."

Prof Zwar ອະທິບາຍວ່າ ຍັງມີຄວາມສ່ຽງຕໍ່ສຸຂະພາບ ຢູ່ໃນ vape ທີ່ບໍ່ມີນິໂກຕີນ.

Australia Explained - Vaping
ຄາດວ່າ ປະມານ 1/3 ຂອງໄວລຸ້ນ ໃນທົ່ວອອສເຕຣເລັຍ ຢ່າງຫນ້ອຍກໍເຄີຍ ໄດ້ລອງສູບຢາໄຟຟ້າ (e-cigarettes) ຫຼື vape. Source: Moment RF / Daniel Lozano Gonzalez/Getty Images
"ໃນໄລຍະຍາວ ການe-cigarettes) ຫຼື vape ກໍສາມາດສົ່ງຜົນກະທົບບໍ່ດີຕໍ່ປອດ ແລະຕໍ່ລະບົບຫົວໃຈ.

"ຂອບເຂດຂອງອັນຕະຣາຍເຫລົ່ານັ້ນຍັງບໍ່ຊັດເຈນເທື່ອ."

ເມື່ອເວົ້າເຖິງຜລິດຕະພັນນິໂກຕີນ, ນິໂກຕີນແມ່ນໂຕການຫຼັກ, ໂດຍສະເພາະສໍາລັບວັຍຫນຸ່ມ.

Prof Zwar ກ່າວວ່າ "ຄວາມເປັນຫ່ວງອັນໃຫຍ່ຢ່າງຫນຶ່ງ ແມ່ນຜົນກະທົບຂອງມັນ ຕໍ່ລະບົບປະສາດທີ່ກໍາລັງພັດທະນາ ແລະໂດຍສະເພາະແມ່ນສມອງທີ່ກໍາລັງພັດທະນາ.”

ການສນັບສນູນທີ່ມີ

ໃນອອສເຕຣເລັຍ, Quitline ແມ່ນບໍຣິການໃຫ້ຄໍາປຶກສາທາງໂທຣະສັບ ແລະອອນໄລນ໌ ທົ່ວປະເທດ ສໍາລັບການຊ່ວຍເຫຼືອໃນການເຊົາສູບຢາຫຼື vape. ສາຂາດໍາເນີນການຢູ່ແຕ່ລະຣັດ ແລະ ເຂດປົກຄອງ ໂດຍຜ່ານສາຍດ່ວນທົ່ວໄປ 13 QUIT (13 7848).

Rachael Andersen ຜູ້ອໍານວຍການຂອງ Quit Victoria ກ່າວວ່າ ບໍ່ມີວິທີໃດໂດຍສະເພາະ ທີ່ຈະເລີກສູບກອກຢາໄຟຟ້າ (e-cigarettes) ຫຼື vape ໄດ້.

"ຄໍາຕອບງ່າຍໆກໍຄື ມັນເປັນສິ່ງສະເພາະ ສໍາລັບທຸກຄົນ. ແຕ່ຄົນເຮົາມີອາການຄ້າຍຄືກັນ ແລະຂັ້ນຕອນການແງ້ນນິໂກຕີນ ກໍຄ້າຍຄືກັນຫຼາຍທັງໃນສູບກອກຢາໄຟຟ້າ (e-cigarettes) ແລະ vape.

ການສນັບສນູນຂອງເຄືອຂ່າຍ ອາດຈະພຽງພໍ ສໍາລັບຊາວຫນຸ່ມບາງຄົນ, ໃນຂນະທີ່ບາງຄົນ ຕ້ອງການຄວາມຊ່ວຍເຫຼືອ ຈາກຜູ້ຊ່ຽວຊານດ້ານການແພດ ເພື່ອເອົາຊນະການຕິດນິໂກຕີນ, Prof Zwar ອະທິບາຍ.

"ຊາວຫນຸ່ມບາງຄົນ ພຽງແຕ່ຈະຕັດສິນໃຈວ່າ ພວກເຂົາສາມາດຢຸດໄດ້ດ້ວຍການສນັບສນູນຂອງຄອບຄົວ ແລະຫມູ່ເພື່ອນ ຫຼື ຄ່ອຍໆສູບ ໜ້ອຍລົງ, ສ້າງຄວາມສົນໃຈດ້ານອື່ນ, ດື່ມນ້ຳ, ເຮັດສິ່ງອື່ນ, ວິທີການແບບນັ້ນ, ຫຼືຕິດຕໍ່ກັບ Quitline."
Australia Explained - Vaping
Health experts say non-nicotine vapes also impact our health, due to the aerosols produced when vaporising the e-cigarette liquid, consisting primarily of glycerine and propylene glycol. Source: Moment RF / Martina Paraninfi/Getty Images
Ms Andersen ກ່າວວ່າ, ຄວາມກົດດັນຂອງເພື່ອນໃນສັງຄົມ ແລະບໍ່ຮູ້ເຖິງຜົນກະທົບຕໍ່ສຸຂະພາບ ຂອງການສູບກອກຢາໄຟຟ້າ (e-cigarettes) ຫຼື vape ເປັນເຫດຜົນບາງຢ່າງ ທີ່ເຮັດໃຫ້ໄວລຸ້ນ ຍາກທີ່ຈະເລີກເສບ.

"ໂດຍສະເພາະຊາວຫນຸ່ມ, ອາດຈະບໍ່ເຄີຍປະເຊີນກັບນິສັຍ ແລະພຶດຕິກັມ ການເສບຕິດຢ່າງແຮງມາກ່ອນ. ສະນັ້ນ, ເຂົາເຈົ້າອາດຈະບໍ່ຮູ້ເຖິງຜົນສະທ້ອນ ຂອງສິ່ງທີ່ເຂົາເຈົ້າກໍາລັງເຮັດ ເມື່ອເຂົາເຈົ້າເລີ່ມສູບກອກຢາໄຟຟ້າ (e-cigarettes) ຫຼື vape "

ດັ່ງນັ້ນ ທ່ານຈະຊ່ວຍລູກໃຫ້ເລີກສູບໄດ້ແນວໃດ?

Prof Freeman ຈາກມະຫາວິທະຍາໄລ Sydney, ໃນຖານະແມ່ຂອງເດັກອາຍຸ 12 ປີ, ແນະນໍາສອງຂັ້ນຕອນສໍາຄັນຄື: ການຮັກສາການສົນທະນາໃນທາງບວກ ແລະຊອກຫາການສນັບສນູນຈາກຜູ້ຊ່ຽວຊານ.

"ຂ້າພະເຈົ້າຄິດວ່າ ມັນເປັນປໂຍດແທ້ໆ ທີ່ຈະເຫັນຄົນຫນຸ່ມ ເປັນຜູ້ເຄາະຮ້າຍຂອງອຸດສາຫະກັມ vape ແທນທີ່ຈະເປັນພຽງແຕ່ ເປັນໄວລຸ້ນທີ່ມັກມ່ວນ ຫລືຂີ້ດື້ເທົ່ານັ້ນ.

"ຂ້າພະເຈົ້າ ຍັງຊຸກຍູ້ໃຫ້ພໍ່ແມ່ ໄປຫາ GP ຂອງຄອບຄົວຂອງເຂົາເຈົ້າ ຜູ້ທີ່ສາມາດ ໃຫ້ການສນັບສນູນ ຫຼືໄປຫານາຍແພດຂອງໂຮງຮຽນ ຫຼືຜູ້ປະສານງານດ້ານສຸຂະພາບ ທີ່ທ່ານສາມາດເວົ້າລົມນຳໄດ້. ນອກນັ້ນ ຍັງມີຊັບພະຍາກອນ ເຊັ່ນ: Quitline ແລະເວັບໄຊທ໌ iCanQuit."

ພໍ່ແມ່ ຍັງສາມາດໄດ້ຮັບຄໍາແນະນໍາ ຈາກຜູ້ຊ່ຽວຊານດ້ານສຸຂະພາບ ຫຼືການບໍຣິການ ກ່ຽວກັບວິທີ ທີ່ຈະສນັບສນູນລູກໄວລຸ້ນ ໃຫ້ດີທີ່ສຸດໃນການເລີກເສບ.

Ms Andersen ຈາກ Quitline ກ່າວວ່າ ຜູ້ຄົນຄວນຮູ້ສຶກຫມັ້ນໃຈ ວ່າການໂອ້ລົມທາງໂທຣະສັບທັງຫມົດ ຂອງ Quitline ແມ່ນເປັນຄວາມລັບ.

"ພວກເຂົາເຈົ້າ ສາມາດຊ່ວຍໃນການກໍານົດແຜນຊ່ອຍເຫຼືອ ຕາມກໍຣະນີ. ພວກເຂົາສາມາດໃຫ້ຂໍ້ມູນທົ່ວໄປ ກ່ຽວກັບການສນັບສນູນ ທີ່ອາດຈະມີໃຫ້. ເຂົາເຈົ້າຍັງສາມາດໃຫ້ຄໍາແນະນໍາ ກ່ຽວກັບວິທີການເລີ່ມຕົ້ນການສົນທະນາ ແລ້ວວິທີການຊີ້ນໍາໃຫ້ເຂົາເຈົ້າໄປຫາການສນັບສນູນທີ່ເຂົາເຈົ້າຕ້ອງການ."
Australia Explained - Vaping
Ms Andersen ແນະນໍາການຈຳກັດ ການສົນທະນາກັບລູກຂອງທ່ານກ່ຽວກັບ vape ໃນລັກສນະ ທີ່ຊ່ອຍໃຫ້ເຂົາເຈົ້າ ແບ່ງປັນປະສົບການຂອງເຂົາເຈົ້າ ຢ່າງປອດພັຍ ແລະບໍ່ຮູ້ສຶກຖືກຕັດສິນ. Credit: Plan Shooting 2 / Imazins/Getty Images/ImaZinS RF

ການຊ່ວຍເຫຼືອແລະການສນັບສນູນ ໃນການເລີກ vape


ເນື້ອເລື່ອງໂດຍ  Zoe Thomaidou ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share