Ramadan ແລະ Eid ແມ່ນຫຍັງ ແລະມີການ ສເລີມສລອງແນວໃດໃນອອສເຕຣເລັຍ?

Lantern With Moon Symbol And Mosque Shape Background. Ramadan Kareem And Islamic New Year Concept.

What are Ramadan and Eid and how are they celebrated in Australia?Play10:34 Credit: Songyuth Unkong / EyeEm/Getty Images

ເນື່ອງຈາກຊາວມຸສລິມ ໃນອອສເຕຣເລັຍ ແລະທົ່ວໂລກ ປະຕິບັດຣາມາດານ, ຊຶ່ງເປັນເວລາຫນຶ່ງເດືອນ ຂອງການອຸທິດຕົນ ແລະຖືສິນອົດເຂົ້າ, ໃນຕອນນີ້ຂອງ Australia Explained, ພວກເຮົາຄົ້ນຫາຄວາມສໍາຄັນທາງສາສນາຂອງເດືອນສັກສິດນີ້.


ຈຸດສຳຄັນ
  • Ramadan ເປັນເດືອນທີ່ສັກສິດທີ່ສຸດໃນສາສນາອິສລາມ ຊຶ່ງແມ່ນໄລຍະທີ່ຜູ້ໃຫຍ່ ຊາວມຸສລິມ ທີ່ມີສຸຂະພາບແຂງແຮງອົດອາຫານຕັ້ງແຕ່ຮຸ່ງເຊົ້າ ຈົນເຖິງຕອນຄໍ່າ.
  • Eid al-Fitr ເປັນການສເລີມສລອງສາມມື້ ຂອງການສິ້ນສຸດ ຂອງເດືອນສັກສິດ ຂອງການອົດອາຫານ.
  • ຊາວມຸສລິມອອສເຕຣເລັຍ ນໍາເອົາການປະຕິບັດທາງວັດທະນະທັມທີ່ ໂດດເດັ່ນຂອງເຂົາເຈົ້າ ມາສເລີມສລອງ Eid.
ອອສເຕຣເລັຍ ເປັນປະເທດທີ່ມີຫຼາຍວັດທະນະທັມ ທີ່ມີປະຊາຊົນຊາວມູສລິມຈຳນວນຫຼາຍ. ທ່ານອາດຈະໄດ້ພົບ, ເປັນເພື່ອນ, ຫຼືເຮັດວຽກຮ່ວມກັບຊາວມຸສລິມ ຖ້າທ່ານອາສັຍຢູ່ໃນເມືອງຫຼວງ ຫຼື ເມືອງໃຫຍ່.

ຄວາມເຂົ້າໃຈ ແລະ ການເຫັນຄຸນຄ່າຂອງສາສນາ ແລະ ວັດທະນະທັມຂອງກັນ ແລະ ກັນ ເປັນພື້ນຖານຂອງສັງຄົມ ທີ່ມີຫຼາຍວັດທະນະທັມທີ່ຜູກພັນກັນ.

ຊາວມຸສລິມ ໃນທົ່ວໂລກ ຮວມທັງຢູ່ໃນອອສເຕຣເລັຍ ປະຕິບັດເດືອນສັກສິດ (Ramadan) ຊຶ່ງກ່ຽວກັບການປະຕິບັດການບຳເພັນສິນ ແລະຖືສິນອົດເຂົ້າ ເປັນເວລານຶ່ງເດືອນ. ມັນເປັນສ່ວນທີ່ສໍາຄັນ ຂອງຄວາມເຊື່ອ ແລະວັດທະນະທັມ ຂອງພວກເຂົາເຈົ້າ ໃນສາສນາອິສລາມ.

Man praying in the sunset (Pixabay).jpg
The Islamic Hijri calendar, is based on the cycles of the moon around the Earth. Credit: Pixabay

ສະນັ້ນ, ຣາມາດານ (Ramadan) ແມ່ນຫຍັງ?

ຣາມາດານ (Ramadan) ເປັນເດືອນທີເກົ້າ ຂອງປະຕິທິນຈັນທະຣະຄະຕິ ຂອງອິສລາມ. ຜູ້ໃຫຍ່ຊາວມຸສລິມ ທີ່ມີສຸຂະພາບແຂງແຮງ ຕ້ອງອົດອາຫານຈາກຕອນຕາເວັນຂຶ້ນ ຈົນເຖິງຕອນຕາເວັນຕົກ ໃນຊ່ວງນີ້.

ສາດສະດາຈານ Zuleyha Keskin ຮອງຫົວຫນ້າ the

ລາວກ່າວວ່າ, ຂະບວນການຮຽນຮູ້ ຫຼືການພັດທະນາ ແລະລະບຽບວິນັຍ ໄດ້ເກີດຂຶ້ນສໍາລັບຊາວມຸສລິມ ໃນລະຫວ່າງເດືອນ Ramadan ນີ້.

Ramadan ຖືວ່າ ເປັນເດືອນສັກສິດທີ່ສຸດຂອງປີ ສໍາລັບຊາວມຸສລິມ, ແລະນັ້ນເຮັດໃຫ້ເປັນເດືອນພິເສດຫຼາຍ.
Professor Zuleyha Keskin, Associate Head of the Centre for Islamic Studies and Civilisation at Charles Stuart University, Melbourne.
ປະຕິທິນອິສລາມ ຊຶ່ງເປັນທີ່ຮູ້ຈັກກັນໃນນາມປະຕິທິນ Hijri ແມ່ນອີງໃສ່ວົງຈອນດວງຈັນ.

ດັ່ງນັ້ນ, ເນື່ອງຈາກວ່າ ມັນເປັນເວລາ 10 ຫາ 12 ວັນສັ້ນກວ່າປີສຸຣິຍະຄະຕິ, ວັນສຳຄັນນີ້ຂອງອິສລາມ ຈຶ່ງແຕກຕ່າງກັນໃນແຕ່ລະປີ. 

ນີ້ຫມາຍຄວາມວ່າ ການເລີ້ມຕົ້ນຂອງ Ramadan ຈະຕ່າງກັນທຸກໆປີ.

Fasting
A meal with loved ones during Ramadan Source: Getty / Getty Images Jasmin Merdan

ເປັນຫຍັງຊາວມຸສລິມຈຶ່ງຕ້ອງອົດອາຫານ?

ການອົດອາຫານ (ຫຼື Sawn ໃນພາສາອາຣັບ) ແມ່ນຫນຶ່ງໃນ 'ຫ້າເສົາ ຂອງສາສນາອິສລາມ' ເຊິ່ງແມ່ນການຍອມຮັບສັດທາ, ການສູດມົນ, ການໃສ່ບາດ, ການອົດອາຫານ ແລະ Hajj ຫຼື ການສແວງບຸນ.

ໃນລະຫວ່າງການຖືສິນອົດເຂົ້າ, ໂດຍສະເພາະຊາວມູສລິມ ຖືກຫ້າມບໍ່ໃຫ້ສູບຢາ, ມີຄວາມສໍາພັນທາງເພດ, ສະແດງຄວາມຄຽດແຄ້ນ, ຫລືມີສ່ວນຮ່ວມ ໃນການໂຕ້ຖຽງກັນ ແລະເຮັດການກະທໍາ ທີ່ຜິດສິນທັມ.

ຊາວມຸສລິມໄດ້ຮັບການຊຸກຍູ້ໃຫ້ປະຕິບັດ ອື່ນໆ ເຊັ່ນ ການບຳເພັນສິນ, ການອ່ານ ແລະເຂົ້າໃຈ Quran, ແລະງານການກຸສົນ.

ຫລັງຈາກເສັດສິ້ນການຖືສິນອົດເຂົ້າ ຂອງພວກເຂົາເຈົ້າ, ຊາວມຸສລິມຫຼາຍຄົນ ເຂົ້າຮ່ວມໂບດ (mosques) ເພື່ອປະຕິບັດ Taraweeh.

ຜູ້ອໍານວຍການ, ສາດສະດາຈານ Karima Laachir ກ່າວວ່າ ຣາມາດານ ແມ່ນກ່ຽວຂ້ອງຫລາຍກວ່າ ພຽງແຕ່ການຫຼີກເວັ້ນຈາກອາຫານ ຫຼືເຄື່ອງດື່ມເທົ່ານັ້ນ.

Laachir ອະທິບາຍວ່າ "ມັນເປັນເດືອນແຫ່ງຈິດວິນຍານ, ມັນເປັນເດືອນຫນຶ່ງກ່ຽວກັບການເຊື່ອມໂຍງ ກັບຄວາມເຊື່ອຂອງຄົນເຮົາ, ກ່ຽວກັບພຣະເຈົ້າ."

ນອກເຫນືອໄປຈາກ ການສວດມົນ ແລະຫນ້າທີ່ທາງສາສນາແລ້ວ, ສາສດາຈານ Laachir ໃຫ້ຂໍ້ສັງເກດວ່າ ຍັງມີຜົນປໂຍດຕໍ່ສຸຂະພາບ ໃນການຖືສິນອົດເຂົ້ານໍາອີກ.

"ຮ່າງກາຍກໍຈະ ມີສຸຂະພາບດີຂຶ້ນຫຼາຍ ເພາະມັນຄວບຄຸມການເຜົາຜານອາຫານຂອງຮ່າງກາຍ, ມັນຊໍາລະສານພິດຕ່າງໆຈາກຮ່າງກາຍ. ດັ່ງນັ້ນ, ມັນໄດ້ພິສູດໃຫ້ເຫັນວ່າ ເປັນຂະບວນການທີ່ດີຕໍ່ສຸຂະພາບຫຼາຍ  ແລະພວກເຮົາຮູ້ ກ່ຽວກັບການອົດອາຫານເປັນບາງເວລາວ່າມີຄວາມສໍາຄັນສໍາລັບຮ່າງກາຍຢ່າງໃດ."
Shot of a young muslim woman pouring drinks for her family
A meal with loved ones during Ramadan. Source: iStockphoto / PeopleImages/Getty Images/iStockphoto

Eid ແມ່ນຫຍັງ?

ຫຼັງຈາກຊາວມຸສລິມ ໄດ້ຜ່ານການອົດອາຫານຕລອດເດືອນ, ແລ້ວກໍແມ່ນ ເທສການ Eid.

Eid ເປັນຄໍາພາສາອາຣັບສໍາລັບ 'ເທດສະການ' ຫຼື 'ງານລ້ຽງ'. ມີສອງ Eids ຫຼັກຢູ່ໃນປະຕິທິນອິສລາມ ຊຶ່ງແມ່ນ Eid al-Fitr ແລະ Eid al-Adha.

Eid al-Fitr, ຍັງຖືກກ່າວວ່າເປັນ 'Eid ນ້ອຍ' ຊຶ່ງເປັນການສເລີມສລອງສາມວັນ ຊຶ່ງເປັນການສິ້ນສຸດຂອງເດືອນຣາມາດານ ຫຼື ຖືສິນອົດອາຫານ.

"Eid al-Fitr ແມ່ນໂອກາດ ທີ່ຈະສເລີມສລອງ ສິ່ງທີ່ໄດ້ບັນລຸໃນຊ່ວງເດືອນ Ramadan." - ດຣ Zuleyha Keskin, ສູນການສຶກສາອິສລາມ ແລະ Civilisation, ມະຫາວິທະຍາໄລ Charles Stuart

ໃນຂນະທີ່ພວກເຂົາຮັບເອົາ Eid, ຊາວມຸສລິມ ຍັງມີພັນທະທີ່ຈະທຳການກຸສົນ, ທີ່ຮູ້ກັນໃນຊື່ Zakat al-Fitr, ດັ່ງນັ້ນຄົນທຸກຍາກ ກໍຍັງສາມາດ ສເລີມສລອງ.

Professor Laachir ກ່າວວ່າ, ຍັງເປັນການສເລີມສລອງ "ຄວາມສາມັກຄີ ແລະ ການໃຫ້ອະພັຍ" ອີກດ້ວຍ. ມັນຟື້ນຟູນໍ້າໃຈຊຸມຊົນ ແລະຊຸກຍູ້ໃຫ້ຊາວມຸສລິມສແວງຫາການໃຫ້ອະພັຍ.

ຍິ່ງໄປກວ່ານັ້ນ, ມັນໃຫ້ ໂອກາດແກ່ເດັກນ້ອຍທີ່ຈະມີຄວາມມ່ວນຊື່ນ, ມີຫມູ່ເພື່ອນໃຫມ່, ແລະຄຸ້ນເຄີຍກັບວັດທະນະທັມ.

ການຊື້ເຄື່ອງນຸ່ງໃຫມ່ ໂດຍສະເພາະສໍາລັບເດັກນ້ອຍ, ທໍາຄວາມສະອາດເຮືອນ ແລະ ການກະກຽມເຄື່ອງຫວານ ແລະອາຫານພິເສດ ແມ່ນສ່ວນສຳຄັນຂອງການກຽມ Eid.

ສ່ວນ Eidal-Adha, ທີ່ຮູ້ກັນອີກວ່າ 'Eid of Sacrifice' ຫລື 'Greater Eid', ມັນມາຫລັງຈາກການເດີນທາງ ໄປ ສແວງບຸນ Hajj ປະຈໍາປີ ແລະສເລີມສລອງ ຄວາມເຕັມໃຈຂອງ Abraham ທີ່ຈະເຊື່ອຟັງຄໍາສັ່ງຂອງພຣະເຈົ້າ ທີ່ຈະເສັຍສລະ Ishmael ລູກຊາຍຂອງລາວ.

Tradicionalni muslimanski roditelji i njihova djeca dijele lepinju tokom iftara u Ramazanu
In most Islamic countries, Eid al-Fitr is a public holiday. Source: iStockphoto / Drazen Zigic/Getty Images/iStockphoto

ຊາວມຸສລິມອອສເຕຣເລັຍ ສເລີມສລອງ Eid ແນວໃດ?

ການສເລີມສລອງ Eid ເລີ່ມຕົ້ນດ້ວຍການສວດມົນພິເສດໃນຕອນເຊົ້າ. ໃນປະເທດອິສລາມ ສ່ວນໃຫຍ່, Eid al-Fitr ແລະ Eid al-Adha ແມ່ນວັນພັກສາທາຣະນະ.

ການສວດມົນສາທາຣະນະ ຈັດຂຶ້ນຢູ່ໃນໂບດທ້ອງຖິ່ນ ແລະສູນຊຸມຊົນ ບ່ອນທີ່ຜູ້ຄົນທັກທາຍເຊິ່ງກັນ ແລະກັນດ້ວຍ 'Eid Mubarak', ຫມາຍຄວາມວ່າ 'Blessed Eid'.

ຄອບຄົວ ແລະຫມູ່ເພື່ອນ ຍັງໄດ້ໄປຢ້ຽມຢາມກັນແລະກັນ, ແລະການເຕົ້າໂຮມຊຸມຊົນ ແມ່ນເປັນເລື່ອງທັມມະດາ ໃນລະຫວ່າງ Eid.

Prof Laachir ກ່າວຕື່ມວ່າ, "ມັນເປັນການສເລີມສລອງຮ່ວມກັນ ຂອງຄອບຄົວຊຶ່ງທຸກຄົນໄປຢ້ຽມຢາມຄົນອື່ນ, ແລະພວກເຂົາເຈົ້າ ຈະດື່ມກິນເປັນເວລາສາມມື້ ຂອງການສເລີມສລອງ Eid al-Fitr ໃນງານລ້ຽງ ແລະອາຫານ, ແລະ cakes ພິເສດຕ່າງໆ.

ເຖິງຢ່າງໃດກໍຕາມ, ຊາວມຸສລິມອອສເຕຣເລັຍ ມາຈາກຫຼາຍປະເທດ ທີ່ມີການປະຕິບັດທາງວັດທະນະທັມ ແລະການສເລີມມສລອງ ທີ່ມີຄວາມແຕກຕ່າງກັນ.

Ali Awan ເປັນຊາວອອສເຕຣເລັຍ ທີ່ມີພູມຫຼັງເປັນຊາວ Pakistani ຊຶ່ງຫຍຸ້ງເປັນພິເສດ ໃນລະຫວ່າງ Eid al-Fitr ທຸກໆປີ. ລາວຈັດງານສເລີມສລອງ Eid ຫຼາຍວັດທະນະທັມ ທີ່ໃຫຍ່ທີ່ສຸດງານນຶ່ງ ຂອງອອສເຕຣເລັຍ.

EID AL FITR  SYDNEY
Members of the muslim community celebrate Eid al-Fitr, marking the end of the month-long fast of Ramadan with prayer at Lakemba Mosque in Sydney, Wednesday, June 5, 2019. Numbers were down due to the bad weather with only a handful of worshippers forced to take prayer outside the mosque. (AAP Image/Dean Lewins) NO ARCHIVING - Source: AAP / DEAN LEWINS/AAPIMAGE
ລາວກ່າວວ່າ ມີຄວາມແຕກຕ່າງທາງດ້ານວັດທະນະທັມ "ຢ່າງຫຼາຍ" ລະຫວ່າງຊາວມຸສລິມ ທີ່ມີພື້ນຖານທີ່ແຕກຕ່າງກັນ. ຫນ້າທີ່ຂອງລາວ ໃນຖານະເປັນປະທານຂອງງານສເລີມສລອງ Multicultural Eid ຂອງອອສເຕຣເລັຍ ແມ່ນເພື່ອນໍາເອົາທຸກຄົນ ມາເຕົ້າໂຮມໃນບ່ອນດຽວ.

"ບາງຄົນແຕ່ງອາຫານທີ່ແຕກຕ່າງກັນ, ແລະພວກເຂົາມີຊຸດທີ່ແຕກຕ່າງກັນ ທີ່ພວກເຂົາໃສ່ໃນວັນ Eid. ແລະຈາກນັ້ນ, ເມື່ອເວົ້າເຖິງການສເລີມສລອງ,  ອາດຈະເປັນໃນແງ່ຂອງກິດຈະກັມບາງຢ່າງ, ການສະແດງບາງຢ່າງ, ບາງວິທີຂອງການຄົ້ນຫາ." Mr Awan ອະທິບາຍ.

"ສິ່ງທີ່ເຮົາເຮັດຕາມປົກກະຕິ ໃນເທດສະການ Eid ຄືເຮົາພະຍາຍາມ ນໍາເອົາການສະແດງ ທີ່ແຕກຕ່າງກັນທັງຫມົດ, ວັດທະນະທັມທີ່ແຕກຕ່າງກັນ ມາຢູ່ບ່ອນດຽວ ແລະນັ້ນຄືຄວາມສວຍງາມຂອງອອສເຕຣເລັຍ"
Ali Awan, Australian Multicultural Eid Festival
ສາດສະດາຈານ Laachir ເຫັນພ້ອມ ໂດຍກ່າວວ່າ ນາງຮູ້ສຶກວ່າ ການສເລີມ ສລອງ Eid ໃນອອສເຕຣເລັຍ ມີຄວາມແຕກຕ່າງກັນ ຫຼາຍກວ່າໃນຫຼາຍປະເທດອິສລາມ.

"ສິ່ງທີ່ສວຍງາມ ກ່ຽວກັບຊຸມຊົນຊາວມຸສລິມ ໃນອອສເຕຣເລັຍ ແມ່ນການ ສເລີມ ສລອງ ສ່ວນຫຼາຍເກີດຂຶ້ນໃນສູນຊຸມຊົນ ແລະໃນໂບດໃນທ້ອງຖິ່ນ,  ເຊິ່ງມີແນວໂນ້ມ  ທີ່ຈະນໍາເອົາຊຸມຊົນເຫຼົ່ານີ້ທັງມາເຕົ້າໂຮມກັນ, ມີພູມຫຼັງທີ່ແຕກຕ່າງກັນ.” ນາງກ່າວ.

ເນື້ອເລື່ອງໂດຍ Sam Alwari ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share