ຈຸດສຳຄັນ
- ຕາມປົກກະຕິແລ້ວ ຄນະລູກຂຸນ (Jury) ຈະມີລູກຂຸນ (Jurors)12 ຄົນ, ແຕ່ບາງເທື່ອກໍຫນ້ອຍກວ່ານັ້ນ.
- ວິທີ ທີ່ຄນະລູກຂຸນ (Jury) ທໍາງານ ແມ່ນແຕກຕ່າງກັນ ໃນແຕ່ລະເຂດອຳນາດສານ.
- ໃນບາງກໍຣະນີ ຜູ້ມີສິດເປັນລູກຂຸນ (Candidates) ສາມາດໄດ້ຮັບການຍົກເວັ້ນ.
ຄນະລູກຂຸນ (Jury) ເປັນສ່ວນສໍາຄັນ ຂອງລະບົບກົດຫມາຍ ຂອງອອສເຕຣເລັຍ.
Dr Andrew Burke ເປັນ ອາຈານອາວຸໂສ ທີ່ the Macquarie Law School ແລະ Juris Doctor Director, ກ່າວວ່າ ທີ່ເຮັດໃຫ້ຊຸມຊົນ ມີສ່ວນຮ່ວມ ໃນຂັ້ນຕອນທາງກົດຫມາຍ.
"[ຄນະລູກຂຸນ (Jury)] ກໍເປັນສ່ວນຫນຶ່ງ ຂອງລະບອບປະຊາທິປະໄຕ ຂອງອອສເຕຣເລັຍ. ເມື່ອບາງຄົນຖືກກ່າວຫາວ່າ ມີຄວາມຜິດທີ່ຮ້າຍແຮງ, ຜູ້ຄົນ ທີ່ຈະຕັດສິນວ່າຄົນຜູ້ນັ້ນ ມີຄວາມຜິດ ຫລືບໍ່ນັ້ນ, ບໍ່ແມ່ນທະນາຍຄວາມ ຫລືຜູ້ພິພາກສາ ແຕ່ເປັນສະມາຊິກທັມມະດາ 12 ຄົນໃນຊຸມຊົນ ທີ່ປະກອບກັນ ເປັນຄນະລູກຂຸນ (Jury)."
ຄນະລູກຂຸນ (Jury) ໃນອອສເຕຣເລັຍ ໃຊ້ສໍາລັບ ການພິຈາຣະນາຄະດີບາງປະເພດເທົ່ານັ້ນ.
"ຄນະລູກຂຸນ (Jury) ໃນອອສເຕຣເລັຍ ມີພຽງແຕ່ໃນກໍຣະນີທີ່ຮ້າຍແຮງຫຼາຍເທົ່ານັ້ນ. Jacqui Horan, ຮອງສາດສະດາຈານ ຈາກຄນະກົດຫມາຍ ທີ່ Monash University ອະທິບາຍ.
ພວກເຮົາມີ ຄນະລູກຂຸນ (Jury) ສໍາລັບ ການພິຈາຣະນາຄະດີ ເລື່ອງການລັກຂະໂມຍດ້ວຍອາວຸດ (ການປຸ້ນ) ແລະການພິຈາຣະນາຄະດີ ເລື່ອງການລ່ວງເກີນທາງເພດ. ຄະດີອາຍາ ທີ່ບໍ່ຮ້າຍແຮງ ເຊັ່ນການລັກຂະໂມຍ ຈະຖືກພິຈາຣະນາໂດຍ ບໍ່ມີຄນະລູກຂຸນ (Jury), ແຕ່ແມ່ນໂດຍຜູ້ພິພາກສາ.Jacqui Horan, Associate Professor, Monash University Faculty of Law
ຊື່ຂອງລູກຂຸນ (Juror Candidate)ຈະຖືກສຸ່ມເລືອກ ຈາກລາຍຊື່ຂອງຜູ້ມີສິດເລືອກຕັ້ງຂອງອອສເຕຣເລັຍ (Australian Electoral Roll).
"ຕາມປົກກະຕິແລ້ວ ທ່ານຈະໄດ້ຮັບຈົດຫມາຍ ທີ່ລະບຸວ່າ 'ທ່ານໄດ້ຖືກເອີ້ນໂຕ ໃຫ້ໄປເຮັດຫນ້າທີ່ ຂອງຄນະລູກຂຸນ (Jury). ໃຫ້ໄປຫາເວບໄຊ້ນີ້ແລະຂຽນຂໍ້ມູນ ແລະບອກພວກເຮົາ ກ່ຽວກັບຕົວທ່ານເອງ ແລະບອກພວກເຮົາວ່າ ທ່ານຄິດວ່າ ທ່ານສາມາດນັ່ງຢູ່ໃນການພິຈາຣະນາຄະດີ ແລະເປັນລູກຂຸນ (Juror) ໄດ້ຫລືບໍ່," Mark Nolan ອະທິບາຍ. ລາວເປັນຜູ້ອໍານວຍການ ຂອງສູນກາງກົດຫມາຍ ແລະຄວາມຍຸດຕິທັມ ທີ່ມະຫາວິທະຍາໄລ Charles Sturt.
"ທ່ານອາດຖືກຖາມ ກ່ຽວກັບຄວາມຊໍານານ ດ້ານພາສາອັງກິດຂອງທ່ານ. ບາງເທື່ອ ທ່ານອາດຖືກຖາມ ກ່ຽວກັບວຽກງານຂອງທ່ານ, ຫລືວ່າທ່ານ ຮູ້ຈັກໃຜບາງຄົນທີ່ ມີສ່ວນຮ່ວມໃນຄະດີນັ້ນຫລືບໍ່." Mark Nolan ກ່າວຕື່ມ.

Jury duty summons Source: Getty / P_Wei/Getty Images
ໃນຄະດີອາດຊະຍາກັມທີ່ຮ້າຍແຮງ, ຈໍານວນຂອງລູກຂຸນ (Juror) ບໍ່ໄດ້ເທົ່າກັນ ສເມີໄປ. ມັນຂຶ້ນຢູ່ກັບ ທ່ານອາສັຍຢູ່ສ່ວນໃດ ຂອງອອສເຕຣເລັຍ.
"ໃນບາງບ່ອນ ໃນອອສເຕຣເລັຍ, ເຂົາເຈົ້າ ມີຄນະລູກຂຸນ (Jury) ໃນຄະດີແພ່ງ (Civil Cases) ຄືກັນກັບໃນອາເມຣິກາ," Dr Horan ກ່າວ.
ໃນກໍຣະນີເຫລົ່ານີ້, ຄນະລູກຂຸນ (Jury) ອາດມີພຽງແຕ່ຫົກຄົນເທົ່ານັ້ນ.
ທ່ານສາມາດຖືກຍົກເວັ້ນຈາກຫນ້າທີ່ຂອງຄນະລູກຂຸນ (Jury) ບໍ່?
ຜູ້ມີສິດເປັນລູກຂຸນ (Candidate) ບາງຄົນທີ່ສາມາດຖືກຍົກເວັ້ນພາຍໃຕ້ກົດຫມາຍ ວ່າດ້ວຍຄນະລູກຂຸນ (Jury), ເຊັ່ນພໍ່ແມ່ທີ່ລ້ຽງດ່ຽວ (Single Parent) ຂອງເດັກອ່ອນ, ຫລືຖ້າຫາກ ບາງຄົນເຮັດທຸຣະກິດຂນາດນ້ອຍ ແລະການຂາດວຽກຂອງເຂົາ ກໍຈະສົ່ງຜົນກະທົບ ຕໍ່ທຸຣະກິດ.
"ຍົກຕົວຢ່າງ, ທະນາຍຄວາມ ຖືກຍົກເວັ້ນ ຈາກການເປັນລູກຂຸນ(Juror)," Dr Burke ອະທິບາຍ.
"ຖ້າຫາກທ່ານເປັນຫມໍສຸກເສີນ ຫລືນາຍແພດ ຫຼືນາງພະຍາບານ ໃນໄລຍະໂຣກລະບາດ, ຍົກຕົວຢ່າງ, ທ່ານບໍ່ຈໍາເປັນ ຕ້ອງເປັນລູກຂຸນ(Juror). ຖ້າຫາກທ່ານຕິດຄຸກ, ທ່ານກໍບໍ່ສາມາດ ເປັນລູກຂຸນ (Juror) ໄດ້".
ອີກອັນນຶ່ງ, ຖ້າຫາກບາງຄົນ ມີບັນຫາເລື່ອງການໄດ້ຍິນ, ຖ້າຫາກເຂົາທ່ານມີບັນຫາເລື່ອງສຸຂະພາບ ທີ່ຮ້າຍແຮງ, ຖ້າຫາກເຂົາເຈົ້າ ເປັນຜູ້ດູແລຜູ້ສູງອາຍຸ ແລະເຂົາເຈົ້າບໍ່ສາມາດ ປະຈາກພວກເຂົາໄດ້, ຄົນເຫຼົ່ານັ້ນ ກໍສາມາດໄດ້ຮັບການຍົກເວັ້ນ.
ຖ້າທ່ານ ບໍ່ໄດ້ຮັບການຍົກເວັ້ນຢ່າງເປັນທາງການ, ທ່ານສາມາດຖືກປັບໄໝໄດ້ ຖ້າທ່ານບໍ່ປະຕິບັດ.

Law Courts in Australia Source: Getty / Frogman1484/Getty Images
ໃຊ້ເວລາດົນປານໃດ ໃນການຮັບໃຊ້ຄນະລູກຂຸນ (Jury)?
ຕາມປົກກະຕິແລ້ວ ລູກຂຸນ (Juror) ຈະທຳໜ້າທິ່ ໃນການພິຈາຣະນາຄະດີ ລະຫວ່າງ 7 ເຖິງ 12 ມື້, ແຕ່ວ່າ ສຳລັບເລື່ອງທີ່ຮ້າຍແຮງຫລາຍກວ່າ-ເຊັ່ນເລື້ອງກໍ່ການຮ້າຍ-ອາດໃຊ້ເວລາຫລາຍເດືອນ ຫລືຫລາຍກວ່າຫນຶ່ງປີ.
ລູກຂຸນ (Juror) ມັກຈະຖືກຖາມ ກ່ຽວກັບຄວາມພ້ອມຂອງເຂົາເຈົ້າ ລ່ວງຫນ້າ ຖ້າຫາກເຂົາເຈົ້າ ສາມາດຖືກເລືອກ ໃຫ້ໄປພິຈາຣະນາຄະດີເປັນເວລານານ.
Dr Burke ກ່າວວ່າ ຖ້າຫາກລູກຂຸນ (Juror) ຮູ້ສຶກວ່າ ເຂົາເຈົ້າບໍ່ສາມາດຢູ່ຕລອດໄລຍະການພິຈາຣະນາຄະດີ, ເຂົາເຈົ້າ ຄວນແຈ້ງກ່ອນການພິຈາຣະນາຄະດີ ຈະເລີ່ມຕົ້ນ.
"ໃນຕອນຕົ້ນ ກ່ອນການພິຈາຣະນາຄະດີຈະເລີ່ມຂຶ້ນ, ຜູ້ພິພາກສາ ຫລືອັຍການ ຈະອະທິບາຍສັ້ນໆ ຕໍ່ລູກຂຸນ (Juror) ເຊັ່ນວ່າ 'ນີ້ຄືຂໍ້ກ່າວຫາ, ແລະນີ້ຄືຫລັກຖານທຸກຢ່າງ ທີ່ທ່ານຈະໄດ້ຍິນ'
"ແລະເຂົາເຈົ້າ ຈະເວົ້າວ່າ, 'ຖ້າຫາກຄົນໃດ ໃນພວກທ່ານ ຄິດວ່າທ່ານບໍ່ສາມາດເຮັດສິ່ງນີ້, ບໍ່ສາມາດເປັນກາງ ກ່ຽວກັບຫລັກຖານ, ແລ້ວໃຫ້ເວົ້າໃນຕອນນີ້ ແລະທ່ານຈະບໍ່ຕ້ອງ ໄດ້ເປັນລູກຂຸນ (Juror) '", Dr Burke ກ່າວຕື່ມ.
ມີຫຍັງເກີດຂຶ້ນ ໃນຫ້ອງພິຈາຣະນາຄະດີ?
ເມື່ອການພິຈາຣະນາຄະດີເລີ່ມຂຶ້ນ, ຄນະລູກຂຸນ (Jury) ຕ້ອງໄດ້ຮັບຟັງຫລັກຖານທັງຫມົດ, Dr Burke ອະທິບາຍ.
ຄນະລູກຂຸນ (Jury) ຕ້ອງຢູ່ທີ່ນັ້ນ ເພື່ອຮັບຟັງຫລັກຖານ, ພະຍານທຸກຄົນ ທີ່ໃຫ້ຫລັກຖານ, ເຂົາເຈົ້າເຫັນຮູບພາບ ແລະວິດີໂອຫລື DNA ທັງຫມົດ.... ຫລັກຖານປະເພດນັ້ນ.Dr Andrew Burke, Senior Lecturer, Macquarie Law School
"ແຕ່ເຂົາເຈົ້າ ຕ້ອງອອກໄປຈາກ ເມື່ອມີການໂຕ້ຖຽງກັນ ກ່ຽວກັບກົດຫມາຍ, ແລະແລ້ວ ເມື່ອການໂຕ້ຖຽງນັ້ນໄດ້ຕົກລົງກັນ, ເຂົາເຈົ້າ ຈະກັບຄືນມາ ແລະຜູ້ພິພາກສາ ຈະອະທິບາຍໃຫ້ ຄນະລູກຂຸນ (Jury) ວ່າເຂົາເຈົ້າ ຕ້ອງໃຊ້ກົດຫມາຍໃດ ເພື່ອຕັດສິນວ່າ ມີຄວາມຜິດ ຫລືບໍ່ມີຄວາມຜິດ."

The Jury: Death on the Staircase on SBS and SBS On Demand Source: SBS / SBS
"ເມື່ອພະຍານທຸກຄົນ ໄດ້ໃຫ້ການ ແລະຫລັກຖານທັງຫມົດ ຖືກມອບຕໍ່ສານ, ຖ້າຫາກວ່າ ມີເອກະສານ, ແລ້ວຄນະລູກຂຸນ (Jury) ຈະໄດ້ຮັບເອກະສານເຫລົ່ານັ້ນ ແລະເຂົາເຈົ້າ ຈະໄດ້ຮັບບັນທຶກຂອງຄະດີ. ເຂົາເຈົ້າ ຖືກສົ່ງເຂົ້າໄປໃນ ຫ້ອງພິຈາຣະນາ ຂອງຄນະລູກຂຸນ (Jury) ແລະຂໍໃຫ້ພິຈາຣະນາ, Dr Horan ອະທິບາຍ.
"ນີ້ອາດໃຊ້ເວລາດົນນານ, ອາດເປັນຫລາຍຊົ່ວໂມງ ສໍາລັບ 12 ຄົນ ທີ່ຈະເວົ້າລົມກັນ ກ່ຽວກັບປະເດັນທັງຫມົດ ເພື່ອໃຫ້ແນ່ໃຈວ່າ ເຂົາເຈົ້າພໍໃຈວ່າຈຳເລີຍມີຄວາມຜິດແທ້ ເກີນຂໍ້ສົງສັຍທີ່ສົມເຫດຜົນ, ຫລືຖ້າຫາກເຂົາເຈົ້າບໍ່ແນ່ໃຈ, ກໍພົບວ່າຈຳເລີຍນັ້ນ ບໍ່ມີຄວາມຜິດ."
ການຕັດສິນຄະດີ.
Dr Horan ກ່າວວ່າ ການຕັດສິນ ຕ້ອງເປັນເອກກະສັນ, ຫລືໃນບາງກໍຣະນີ ກໍຍອມຮັບການຕັດສິນຂອງ 11 ຕໍ່ຫນຶ່ງ.
"ໃນຄະດີທີ່ຮ້າຍແຮງ ເຊັ່ນການຄາດຕະກັມ ໃນສ່ວນໃຫຍ່ຂອງອອສເຕຣເລັຍ ຕ້ອງໃຫ້ລູກຂຸນ (Juror) ທັງ 12 ຄົນຕົກລົງກັນ ເປັນເອກກະສັນ, ບາງເທື່ອ ກໍຕ້ອງການພຽງແຕ່ 11 ຄົນໃນ 12 ຄົນ ທີ່ຕ້ອງຕົກລົງກັນ ໃນການຕັດສິນ ທີ່ຜູ້ພິພາກສາຈະຍອມຮັບ," ນາງກ່າວ.
ຖ້າຫາກຄນະລູກຂຸນ (Jury) ບໍ່ສາມາດຕົກລົງກັນໄດ້, ນີ້ຄື ສິ່ງທີ່ເອີ້ນວ່າ ’Hung Jury'.
"ນັ້ນຫມາຍຄວາມວ່າ ຕ້ອງມີການພິຈາຣະນາຄະດີໃຫມ່-ເລີ່ມຕົ້ນໃຫມ່ ດ້ວຍການພິຈາຣະນາຄະດີໃຫມ່ທັງໝົດ ແລະຄນະລູກຂຸນ (Jury) ຊຸດໃໝ່."
ເຮົາຈະໄດ້ຮັບຄ່າຈ້າງ ສໍາລັບຫນ້າທີ່ຂອງຄນະລູກຂຸນ (Jury) ບໍ່?
ລູກຂຸນ (Juror) ໄດ້ຮັບຄ່າຕອບແທນ ຈາກສານ ສໍາລັບເວລາຂອງເຂົາ ເຈົ້າ (ແລະບາງເທື່ອ ຮວມເຖິງຄ່າເດີນທາງ). ຈໍານວນເງິນແມ່ນຂຶ້ນຢູ່ກັບຣັດ ຫຼືເຂດປົກຄອງ, ບໍ່ວ່າທ່ານຈະເຮັດວຽກ ເຕັມເວລາ, ບໍ່ເຕັມເວລາ ຫຼືຊົ່ວຄາວ.
ໃນການພິຈາຣະນາຄະດີ ທີ່ໃຊ້ເວລາດົນນານ, ຕາມປົກກະຕິແລ້ວ ລູກຂຸນ (Juror) ຈະໄດ້ຮັບເງິນຫລາຍກວ່າ ເພື່ອຊົດເຊີຍຄວາມບໍ່ສະດວກ.
ພາຍໃຕ້ ມາດຕະຖານການຈ້າງງານແຫ່ງຊາດ ຂອງ Fair Work Commission (Fair Work Commission’s National Employment Standards), ນາຍຈ້າງທຸກຄົນ ຕ້ອງເພີ່ມຄ່າຈ້າງຂອງພະນັກງານ ໃຫ້ເທົ່າກັບຄ່າແຮງງານທັມມະດາ ໃນ 10 ມື້ທໍາອິດ ຂອງການຮັບໃຊ້ຂອງ ຄນະລູກຂຸນ (Jury), ແຕ່ບໍ່ລວມເຖິງ ຄົນງານຊົ່ວຄາວ. ແຕ່ພະນັກງານຊົ່ວຄາວ ອາດໄດ້ຮັບສິດທິ ພາຍໃຕ້ກົດຫມາຍ ຂອງຣັດ ແລະເຂດປົກຄອງ.
"ມັນເປັນຂໍ້ກຳໜົດ ຂອງນາຍຈ້າງທຸກຄົນ, ທີ່ເຂົາເຈົ້າຕ້ອງຈ່າຍ ຄ່າແຮງງານ ເທົ່າກັບສິ່ງທີ່ (Juror) ຈະໄດ້ຮັບຄ່າຈ້າງ ຕາມປົກກະຕິ ຖ້າຫາກເຂົາເຮັດວຽກ. ແຕ່ຕາມຈິງແລ້ວ ເຂົາເຈົ້າຈະໄປເຮັດໜ້າທີ່ເປັນລູກຂຸນ (Juror)," Dr Horan ກ່າວ.
ປະສົບການຂອງການເປັນລູກຂຸນ (Juror) ເປັນແນວໃດ?
ໃນຕອນຕົ້ນ, ຄົນສ່ວນຫລາຍ ມີຄວາມກັງວົນ ກ່ຽວກັບການຮັບໃຊ້ ຄນະລູກຂຸນ (Jury), ແຕ່ແລ້ວກໍ ຈະເຫັນຄຸນຄ່າຂອງມັນ, Dr Horan ກ່າວ.
ມັນບໍ່ໄດ້ເກີດຂຶ້ນເລື້ອຍໆ ໃນຊີວິດຂອງທ່ານ ທີ່ທ່ານ ຈະມີໂອກາດເຮັດວຽກຂອງຄົນອື່ນ ເປັນເວລາຫນຶ່ງ ຫລືສອງອາທິດ, ແຕ່ໃນກໍຣະນີນີ້ ປະຊາຊົນ ສາມາດເປັນຜູ້ພິພາກສາ ແລະຮຽນຮູ້ວ່າ ລະບົບຍຸດຕິທັມ ທໍາງານແນວໃດ.Jacqui Horan, Associate Professor, Monash University Faculty of Law
"ມັນເປັນປະສົບການ ຄັ້ງນຶ່ງໃນຊີວິດ ທີ່ຫນ້າສົນໃຈຫລາຍ. ແລະການຄົ້ນຄວ້າ ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນມີຄວາມສຸກ ທີ່ຈະເຮັດອີກ."
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.
ເນື້ອເລື່ອງໂດຍ Chiara Pazzano ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao