ເປັນຫຍັງ ການດູແລສຸຂະພາບແຂ້ວ ຈຶ່ງມີລາຄາແພງ ໃນອອສເຕຣເລັຍ?

Dentistry

Medicare would only consider covering dental treatments for teenagers and young children. Source: iStockphoto / Valerii Apetroaiei/Getty Images

ການທຳຄວາມເຂົ້າໃຈ ການດູແລສຸຂະພາບແຂ້ວ ໃນອອສເຕຣເລັຍ ສໍາຄັນຕໍ່ການຮັກສາສຸຂະພາບ ແລະຄວາມເປັນຢູ່ທີ່ດີຂອງທ່ານ. ຮຽນຮູ້ວິທີ ເຂົ້າເຖິງການບໍຣິການ ສຸຂະພາບແຂ້ວ, ຄ່າໃຊ້ຈ່າຍ ທີ່ກ່ຽວຂ້ອງແລະຄໍາແນະນໍາ ດ້ານສຸຂະພາບແຂ້ວ ທີ່ຈໍາເປັນບາງຢ່າງ ເພື່ອເຮັດໃຫ້ທ່ານ ແລະຄອບຄົວຂອງທ່ານ ຍິ້ມຢ່າງແຈ່ມໃສ.


ຈຸດສຳຄັນ
  • Medicare ບໍ່ໄດ້ຄອບຄຸມຄ່າ ໃຊ້ຈ່າຍການດູແລແຂ້ວ ສ່ວນຫລາຍ.
  • ຖ້າຄອບຄົວຂອງທ່ານໄດ້ຮັບເງິນຊ່ອຍເຫຼືອ ຈາກຣັຖບານ, ລູກຂອງທ່ານ ອາດມີສິດໄດ້ຮັບຄ່າໃຊ້ຈ່າຍ ການບໍຣິການແຂ້ວຈາກ Medicare.
  • ຫມໍແຂ້ວທົ່ວໄປ ສາມາດຮັກສາແຂ້ວສ່ວນໃຫຍ່ໄດ້ ຈົນເຖິງຂອບເຂດໃດຫນຶ່ງ ໂດຍສະເພາະ.
ການດູແລສຸຂະພາບແຂ້ວ ຫມາຍເຖິງການຮັກສາແຂ້ວ ແລະປາກ, ຮວມທັງ ເຫືອກ ແລະແພຈຸລັງປາກ (Mouth tissues) ອື່ນໆ.

ເມື່ອກ່າວເຖິງຜູ້ຊ່ຽວຊານ ທີ່ໃຫ້ການດູແລແຂ້ວ, ປະເພດທີ່ມີຫຼາຍທີ່ສຸດ ທີ່ເຮົາໄປຫາໃ ນຖານະຜູ້ປ່ວຍ ແມ່ນຫມໍແຂ້ວທົ່ວໄປ (General dentists). ຫມໍແຂ້ວທົ່ວໄປ (General dentists) ສາມາດເຮັດການຮັກສາແຂ້ວຫຼາຍຢ່າງ ພາຍໃນຂອບເຂດ ການປະຕິບັດຂອງເຂົາ.

Dr Wessam Atteya ເປັນຫມໍແຂ້ວໃນ Melbourne ທີ່ມີປະສົບການຫຼາຍກວ່າ 15 ປີໃນອອສເຕຣເລັຍ.

ລາວກ່າວວ່າ ຫມໍແຂ້ວທົ່ວໄປ ສາມາດຮັກສາແຂ້ວສ່ວນໃຫຍ່ໄດ້ ຈົນເຖິງຂອບເຂດໃດຫນຶ່ງ ໂດຍສະເພາະ. ໃນບາງກໍຣະນີ, ຜູ້ປ່ວຍຈະຖືກສົ່ງໄປຫາຜູ້ຊ່ຽວຊານເລື່ອງແຂ້ວຄົນອື່ນໆ ທີ່ມີຢູ່ໃນອອສເຕຣເລັຍ ເພື່ອຮັບການຮັກສາ ສະເພາະທາງ (Specialised treatments).

"[ໝໍແຂ້ວ] ອາດຕ້ອງສົ່ງທ່ານໄປຫາໝໍແຂ້ວ ທີ່ຊ່ຽວຊານສະເພາະທາງ(), ຜູ້ທີ່ຊ່ຽວຊານໃນດ້ານໃດ ຫນຶ່ງກ່ຽວກັບແຂ້ວ, ເຊັ່ນ: ການຜ່າຕັດ, ການໃສ່ແຂ້ວປອມ, ບາງຄັ້ງການຟື້ນຟູແຂ້ວໝົດທັງປາກ. ເດັກນ້ອຍກໍອາດຕ້ອງການຫມໍແຂ້ວ ທີ່ຊ່ຽວຊານບາງປະເພດ.", Dr Atteya ອະທິບາຍ.

ຍັງມີນັກບຳບັດ ສຸຂະພາບປາກ (Oral Health Therapists) ນໍາອີກ , Dr Atteya ກ່າວ. ຜູ້ຊ່ຽວຊານເຫຼົ່ານີ້ ໄດ້ຮັບການຝຶກອົບຮົມ ໃຫ້ເຮັດຂັ້ນຕອນການປ້ອງກັນ ແລະຟື້ນຟູ ເຊັ່ນການອະນາມັຍແຂ້ວ ແລະການກວດ.

ພວກເຂົາມີບົດບາດສໍາຄັນ ໃນການໃຫ້ຄວາມຮູ້ ແກ່ຜູ້ປ່ວຍ ກ່ຽວກັບວິທີປະຕິບັດ ສຸຂະອະນາໄມປາກ ທີ່ເຫມາະສົມ ແລະການປ້ອງກັນໂຣກ.

Male Patient Receiving Treatment In Clinic
Private practices are where patients pay for treatment out of pocket or with private health insurance. Credit: XiXinXing/Getty Images/Xixinxing

ການຮັກສາແຂ້ວເອກກະຊົນ vs. ສາທາຣະນະ

ການບໍຣິການແຂ້ວ ໃນອອສເຕຣເລັຍ ມີໃຫ້ບໍຣິການໃນ ຢູ່ຄລີນິກເອກກະຊົນ ແລະສາທາຣະນະ. ຄລີນິກສາທາຣະນະ ສເນີ ທີ່ບໍ່ແພງ ແລະບໍ່ແມ່ນເພື່ອຄວາມສວຍສວຍງາມ ທີ່ມີລາຄາຖືກກວ່າ.

Dr Atteya ອະທິບາຍວ່າ ຜູ້ປ່ວຍອາດບໍ່ສາມາດເລືອກຫມໍແຂ້ວ ຖ້າຫາກເຂົາເຈົ້າໄປຫາຫມໍແຂ້ວສາທາຣະນະ.

"ຜູ້ປ່ວຍ ທີ່ໄປຮັບການຮັກສາທີ່ຄລີນິກສາທາຣະນະ ກໍອາດໄດ້ຮັບການຮັກສາ ໂດຍນັກຮຽນໝໍແຂ້ວ ຫລືນັກຮັກສາສຸຂະພາບປາກ, ແຕ່ວ່າພາຍໃຕ້ການຄວບຄຸມຂອງໝໍແຂ້ວ," ລາວກ່າວຕື່ມ.

ຫມໍແຂ້ວ ທີ່ Melbourne ໄດ້ເນັ້ນຫນັກວ່າ ຄລີນິກສາທາຣະນະ ມັກຈະມີຄວາມຕ້ອງການສູງ ຊຶ່ງເຮັດໃຫ້ຕ້ອງລໍຖ້ານັດຫມາຍ ດົນຂຶ້ນ.
ນອກຈາກນັ້ນ ຜູ້ປ່ວຍ ອາດຕ້ອງມີຄ່າໃຊ້ຈ່າຍຫນ້ອຍຫນຶ່ງ ສໍາລັບການບໍຣິການ.

ສິ່ງນີ້ ແຕກຕ່າງຈາກການຮັກສາສ່ວນຕົວ, ບ່ອນທີ່ຕ້ອງຈ່າຍ ຄ່າການຮັກສາເອງ ຫລືໂດຍບໍຣິສັດປະກັນສຸຂະພາບ ເອກກະຊົນ.


"ໃນຄລີນິກເອກກະຊົນ, ຜູ້ປ່ວຍມີໂອກາດເລືອກໝໍແຂ້ວ ທີ່ຈະຮັກສາເຂົາ. ເຂົາຍັງສາມາດ ເຂົ້າເຖິງທາງເລືອກການຮັກສາໄດ້ຫຼາຍຢ່າງ, ຮວມທັງການຮັກສາ ເພື່ອຄວາມສວຍງາມ. ແລະແນ່ນອນວ່າ ເຂົາຈະໄດ້ຮັບເທັກໂນໂລຈີໃຫມ່ ບາງຢ່າງຄືກັນ, ຊຶ່ງອາດບໍ່ມີ ຢູ່ໃນ." Dr Atteya ອະທິບາຍ.

ຕາຕະລາງຜົນປໂຍດແຂ້ວຂອງເດັກນ້ອຍ (Child Dental Benefits Schedule)

ໃນອອສເຕຣເລັຍ, ບໍຣິການດ້ານການດູແລສຸຂະພາບແຂ້ວ ບໍ່ໄດ້ຮັບການຄອບຄຸມ ໂດຍ , ຊຶ່ງເປັນໂຄງການປະກັນ ສຸຂະພາບທົ່ວໄປ ໃນອອສເຕຣເລັຍ ທີ່ດໍາເນີນງານໂດຍ Services Australia, ຫນ່ວຍງານປະກັນສັງຄົມ ແຫ່ງຊາດ.

Dr Atteya ກ່າວວ່າ Medicare ຈະພິຈາຣະນາຄຸ້ມຄອງ ສະເພາະການຮັກສາແຂ້ວ ສໍາລັບໄວລຸ້ນ ແລະເດັກນ້ອຍເທົ່ານັ້ນ ພາຍໃຕ້ໂຄງການ ທີ່ເອີ້ນວ່າ .

ລູກຂອງທ່ານ ສາມາດເຂົ້າເຖິງ CDBS ເມື່ອເຂົາມີສິດໄດ້ຮັບ Medicare,ເຂົາເຈົ້າຕ້ອງມີອາຍຸ 17 ປີຫລືຕ່ຳກວ່າ, ແລະທ່ານ ຫລືເຂົາເຈົ້າ ໄດ້ຮັບເງິນສວັດດີການ ຢ່າງຫນ້ອຍຫນຶ່ງເທື່ອ ໃນປີນັ້ນ.

Justin Bott, ເຈົ້າໜ້າທີ່ຂໍ້ມູນຊຸມຊົນ (Community Information Officer) ຂອງ Services Australia ອະທິບາຍເຖິງຄວາມສໍາຄັນ ຂອງຕາຕະລາງສວັດດີການແຂ້ວ ຂອງເດັກນ້ອຍ (Child Dental Benefits Schedule).

Child Dental Benefits Schedule ມີຈຸດປະສົງ ທີ່ຈະເຮັດການເຂົ້າເຖິງການບໍຣິການດ້ານແຂ້ວ ສໍາລັບເດັກນ້ອຍໃຫ້ດີຂຶ້ນ ເພື່ອຫວັງວ່າ ເຮົາຈະບໍ່ມີບັນຫາເລື່ອງໂຣກທາງປາກອີກ ຕອນເປັນຜູ້ໃຫຍ່.
Justin Bott, Communtiy Information Officer, Services Australia
"ຕອນນີ້, ວິທີທີ່ມັນທໍາງານຄື ເຮົາຄອບຄຸມຄ່າໃຊ້ເຖິງ $1,095 ໃນໄລຍະສອງປີ ສໍາລັບການດູແລແຂ້ວຂັ້ນພື້ນຖານ ພາຍໃຕ້ Child Dental Benefits Schedule," Mr Bott ອະທິບາຍ.

ໄລຍະເວລາສອງປີຂອງ Child Dental Benefits Schedule (CDBS) ເລີ່ມຕົ້ນເມື່ອເດັກນ້ອຍ ຫຼືໄວຮຸ່ນ ມີສິດໄດ້ຮັບການບໍຣິການແຂ້ວ ເປັນເທື່ອທໍາອິດ ແລະເຂົາຕ້ອງປະຕິບັດ ຕາມເງື່ອນໄຂ ຂອງການມີສິດ ຕລອດໄລຍະເວລານັ້ນ.
ສົມມຸດວ່າ ລູກຂອງທ່ານ ຍັງມີສິດຕໍ່ໄປ ຫຼັງຈາກໄລຍະສອງປີທໍາອິດ, ທ່ານຈະໄດ້ຮັບເງິນຊ່ອຍເຫຼືອເພີ່ມເຕີມ ໃນໄລຍະສອງປີຕໍ່ໄປ.

"ສິ່ງນັ້ນ ຈະດໍາເນີນຕໍ່ໄປ ຈົນກວ່າເດັກນ້ອຍ ຈະບໍ່ມີສິດອີກຕໍ່ໄປ. ແລະຈໍານວນເງິນ ຈະຖືກຈັດຂຶ້ນໃນວັນທີ 1 ເດືອນມັງກອນ ໃນຕອນຕົ້ນຂອງໄລຍະສອງປີ ທີ່ທ່ານໄດ້ຮັບ. ບັດນີ້, ສິ່ງທີ່ກ່ຽວກັບມັນຄື ເງິນຊ່ອຍເຫຼືອໃດໆ ທີ່ທ່ານບໍ່ໄດ້ໃຊ້ໃນໄລຍະສອງປີ ທີ່ກ່ຽວຂ້ອງນັ້ນ ມັນຈະບໍ່ຖືກຮັກສາໄວ້. ມັນບໍ່ໄດ້ຖືກສົ່ງຕໍ່ໄປ, ແຕ່ທ່ານຈະໄດ້ຮັບເງິນຈໍານວນໃຫມ່ ໃນໄລຍະສອງປີໃຫມ່," Mr Bott ກ່າວຕື່ມ.

CDBS ລວມເຖິງການກວດ (Check-ups), x-ray, ການທໍາຄວາມສະອາດ, ການອັດຮອຍແຕກ, ການອັດແຂ້ວ, ຮັກສາຮາກແຂ້ວ, ແລະ ການຫຼົກແຂ້ວ, ແລະບໍ່ລວມເຖິງສິ່ງຕ່າງໆເຊັ່ນ ການຈັດແຂ້ວ ຫຼື ການຮັກສາແຂ້ວ ເພື່ອຄວາມສວຍງາມ.

Mr Bott ກ່າວວ່າ ຂັ້ນຕອນທີ່ສໍາຄັນ ໃນການເຂົ້າເຖິງ ຫລືໃຊ້ CDBS ນີ້ຄືການບອກໃຫ້ທ່ານຫມໍແຂ້ວຂອງທ່ານຮູ້ ວ່າທ່ານຈະໃຊ້ປໂຍດ ຈາກຕາລາງນີ້ ກ່ອນຈະໄດ້ຮັບການຮັກສາ.

ທ່ານສາມາດ ກວດເບິ່ງຍອດເງິນທີ່ເຫຼືອ (Balance) ຂອງລູກທ່ານທາງອິນເຕີເນັດ ຜ່ານບັນຊີ ຂອງທ່ານ ຊຶ່ງອະນຸຍາດໃຫ້ທ່ານ ເຊື່ອມໂຍງກັບການບໍຣິການ ຂອງຣັຖບານທັງຫມົດ ທາງອິນເຕີເນັດ ໃນບ່ອນດຽວ ຫລືໂດຍການໂທຫາ ໂຄງການ Medicare.

ທ່ານຫມໍແຂ້ວຂອງທ່ານ ຍັງສາມາດກວດເບິ່ງຜົນປໂຍດທີ່ມີຢູ່ຂອງລູກທ່ານ ແລະເງິນທີ່ຍັງເຫຼືອໄດ້ ຕອນທີ່ທ່ານໄປຮັບການຮັກສາ.
Students Listening To Teacher Talking In Dental Surgery
Dental treatment in Australia is relatively expensive compared to other countries. Credit: Tom Werner/Getty Images

ເປັນຫຍັງການຮັກສາແຂ້ວ ໃນອອສເຕຣເລັຍ ຈຶ່ງມີລາຄາແພງ ເມື່ອທຽບກັບປະເທດອື່ນໆ?

ໃນປະເທດອອສເຕຣເລັຍ ການຮັກສາແຂ້ວສ່ວນໃຫຍ່ ແມ່ນບໍຣິການໃນຄລີນິກເອກກະຊົນ. Dr Atteya ກ່າວວ່າ ການຮັກສາແຂ້ວ ໃນອອສເຕຣເລັຍ ມີລາຄາແພງຫລາຍ ເມື່ອປຽບທຽບໃສ່ກັບປະເທດອື່ນໆ ເນື່ອງຈາກຄ່າໃຊ້ຈ່າຍສູງ ຂອງການດໍາເນີນທຸຣະກິດ ແລະປັດຈັຍອື່ນໆ.

"ທ່ານຫມໍແຂ້ວ ໃຊ້ເວລາຢ່າງຫນ້ອຍຫ້າປີ ໃນການສຶກສາ, ຕາມປົກກະຕິແລ້ວ ຫຼາຍກວ່ານັ້ນ ແລະຂໍ້ກຳໜົດທີ່ ທ່ານຫມໍແຂ້ວຕ້ອງໃຊ້ເງິນຈໍານວນຫຼວງຫຼາຍ ໃນການສຶກສາວິຊາອາຊີບຕໍ່ເນື່ອງ ເພື່ອຮັບປະກັນວ່າ ເຂົາຈະໃຫ້ບໍຣິການ ການຮັກສາແຂ້ວ ທີ່ທັນສມັຍທີ່ສຸດ ແລະ ອີງຕາມຫຼັກຖານຫຼາຍທີ່ສຸດ."

ເພື່ອຫລຸດຜ່ອນ ຄ່າດູແລແຂ້ວ ທີ່ມີລາຄາແພງ ແລະປ້ອງກັນບັນຫາເລື່ອງແຂ້ວໃນອະນາຄົດ, ລາວແນະນໍາ ໃຫ້ມີຄວາມສົນໃຈ ກ່ຽວກັບການດູແລສຸຂະພາບທາງປາກ.
ຂ້ອຍຢາກເນັ້ນຄຳວ່າ ການປ້ອງກັນ ແລະການດູແລ ທີ່ຈະຈັດລໍາດັບຄວາມສໍາຄັນ ຂອງການດູແລປາກ, ໄປຫາຫມໍແຂ້ວເປັນປະຈໍາ, ແລະນັ້ນ ແມ່ນທຸກໆຫົກເດືອນ, ສະນັ້ນ ປີລະສອງເທື່ອ, ກ່ອນທ່ານຈະເລີ່ມຮູ້ສຶກວ່າ ມີບາງຢ່າງຜິດປົກກະຕິເກີດຂຶ້ນ.
Wessam Atteya, Dentist

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບການບໍຣິການແຂ້ວສາທາຣະນະ ສໍາລັບເດັກນ້ອຍ ແລະຜູ້ໃຫຍ່, ການຮັກສາແຂ້ວສຸກເສີນ ແລະ ຂັ້ນຕອນ ສະເພາະໃນແຕ່ລະຣັດ ຫຼືເຂດປົກຄອງ.

ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ [email protected]

ເນື້ອເລື່ອງໂດຍ Maram Ismail ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share