ມີຢາຫຼາຍຊະນິດສຳລັບຜູ້ຍິງຈະຖືກຕື່ມໃສ່ PBS

Endometriosis campaign

Carla Cressy ອະດີດນາງແບບແລະຜູ້ກໍ່ຕັ້ງ The Endometriosis Foundation ກຳລັງຖືປ້າຍຣົນນະຣົງຂອງອົງກອນ. Credit: David Parry/ PA Media Assignments/PA

ຢາເພື່ອສຸຂະພາບຂອງຜູ້ຍິງ ຫລາຍຊະນິດ ຈະມີລາຄາຖືກລົງ ເມື່ອມັນຖືກຕື່ມໃສ່ ໃນລາຍຊື່ຂອງຢາ ທີ່ໄດ້ຮັບການຊ່ອຍເຫລືອ ຈາກຣັຖບານ, (Pharmaceutical Benefits Schemes-PBS) ເພື່ອໃຫ້ເປັນໄປຕາມມາດຕະການ ດ້ານສຸຂະພາບ ຂອງຜູ້ຍິງ ມູນຄ່າ 50 ພັນລ້ານໂດລາ ທີ່ປະກາດໃນເດືອນກຸມພາ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:

ມີຢາຫຼາຍຊະນິດສຳລັບຜູຍິງຈະຖືກຕື່ມໃສ່ PBS.

ຢາເພື່ອສຸຂະພາບຂອງຜູ້ຍິງ ຫລາຍຊະນິດ ຈະມີລາຄາຖືກລົງ ເມື່ອມັນຖືກຕື່ມໃສ່ ໃນລາຍຊື່ຂອງຢາ ທີ່ໄດ້ຮັບການຊ່ອຍເຫລືອ ຈາກຣັຖບານ, (Pharmaceutical Benefits Schemes-PBS).

ຣັຖບານກາງກ່າວວ່າ ລາຍຊື່ເທື່ອຫຼ້າສຸດ ເປັນໄປຕາມມາດຕະການ ດ້ານສຸຂະພາບ ຂອງຜູ້ຍິງ ມູນຄ່າ 50 ພັນລ້ານໂດລາ ທີ່ປະກາດໃນເດືອນກຸມພາ.

 Hannah Kwon ແລະ SydneyLang ລາຍງານ.

Hoda Hannaway ໃຊ້ຊີວິດຢູ່ກັບຄວາມເຈັບປວດຢ່າງຕໍ່ເນື່ອງ ຈາກEndometriosis.

ນາງເປັນຫນຶ່ງໃນເຈັດຄົນ ຂອງຜູ້ຍິງຊາວອອສເຕຣເລັຍ ທີ່ຖືກພົບວ່າເປັນໂຣກນີ້.

"ຖ້າຫາກຂ້ອຍສາມາດສລຸບໄດ້ໃນຄໍາດຽວ, ການດໍາລົງຊີວິດ ຢູ່ກັບEndometriosis ນັ້ນເປັນແນວໃດ, ຂ້ອຍຈະເວົ້າວ່າ ອາດເປັນຫນ້າຢ້ານກົວຫລາຍຂນາດໃດ, ນັ້ນຈະເປັນຄໍາ ທີ່ບໍ່ອາດຈະອະທິບາຍໄດ້ໃກ້ຄຽງເລີຍ. ນັບແຕ່ຖືກກວດພົບ, ຂ້ອຍແນ່ໃຈວ່າ ຂ້ອຍເປັນໂຣກນີ້ຕັ້ງແຕ່ອາຍຸ 12 ປີ, ແລະຂ້ອຍ ບໍ່ໄດ້ຖືກກວດພົບ ຈົນກວ່າຂ້ອຍມີອາຍຸໄດ້ 18 ປີ. ແຕ່ນັ້ນ ເປັນເພາະມັນເປັນສິ່ງບໍ່ອາດກ່າວເຖິງຫນ້ອຍຫນຶ່ງ ໃນວັດທະນະທັມຂອງຂ້ອຍ ທີ່ຈະເວົ້າເຖິງຄວາມເຈັບປວດ ໃນໄລຍະມີປະຈຳເດືອນ ມັນຈົນກາຍເລື່ອງທັມມະດາ. ທ່ານຮູ້ບໍວ່າ ຄວາມເຈັບປວດໃນໄລຍະມີປະຈຳເດືອນ ເປັນເລື່ອງທັມມະດາສໍາລັບຜູ້ຍິງ."

ອະດີດ ຜູ້ເຂົ້າແຂ່ງຂັນໃນລາຍການ Masterchef ໄດ້ຮັບການຜ່າຕັດ 15 ເທື່ອ ແລະໄດ້ຮັບການຜ່າຕັດມົດລູກ.

ເກີດຂຶ້ນໃນຜູ້ຍິງ ແລະຜູ້ຄົນທີ່ແຕກຕ່າງກັນເລື່ອງເພດ ທີ່ມີມົດລູກ ແລະມັນເກີດຂຶ້ນ ເມື່ອແພຈຸລັງ ທີ່ຄ້າຍຄືກັນກັບຊັ້ນນອກຂອງມົດລູກ ເຕີບໂຕຂຶ້ນໃນບ່ອນອື່ນໃນຮ່າງກາຍ.

ມັນສາມາດສົ່ງຜົນກະທົບ ຕໍ່ການຈະເລີນພັນ ແລະເຮັດໃຫ້ເຈັບປວດ.

ສໍາລັບຫລາຍຄົນ, ຄ່າຢາ ຈະເພີ່ມພາລະຫນັກຫນ່ວງ ໃຫ້ແກ່ອາການທີ່ເຈັບປວດຢູ່ແລ້ວ.

"ຂ້ອຍເຄີຍເຮັດໃນອະດີດ, ຂ້ອຍໄດ້ໃຊ້ຢານີ້ເປັນເວລາຫລາຍເດືອນ, ແລະໃນອະດີດ ຂ້ອຍຕ້ອງຊັກຊ້າໃນການຊື້ມັນ ເພາະລາຄາແພງ, ຂ້ອຍຮູ້ວ່າ ມັນບໍ່ດີທີ່ຈະຢຸດກິນຢາ ແລະກັບມາເລີ່ມໃຊ້ຢາອີກ, ແຕ່ໃນທາງການເງິນ ຂ້ອຍບໍ່ສາມາດເຮັດຫຍັງໄດ້ ກ່ຽວກັບເລື້ອງນີ້."

Ms Hannaway ເປັນຫນຶ່ງ ໃນຈໍານວນ 8,500 ຄົນ ທີ່ຫວັງຈະໄດ້ຮັບຜົນປໂຍດ ເມື່ອຢາ Ryeqo ຖືກບັນທຶກໄວ້ໃນໂຄງການສວັດດີການທາງຢາ (PBS) ໃນວັນທີ 1 ເດືອນພຶດສະພາ.

Ryeqo ເປັນການຮັກສາຄວາມເຈັບປວດໃຫມ່ ສໍາລັບ Endometriosisແລະປັດຈຸບັນນີ້ ມີລາຄາແພງເຖິງ 2,700 ໂດລາຕໍ່ປີ.

Endometriosis Australia ກ່າວວ່າ ລາຍຊື່ຂອງ Ryeqo ຈະເພີ່ມການຮັບເອົາຂອງມັນ ໃນບັນດາຜູ້ຍິງ, ໂດຍສະເພາະ ຜູ້ທີ່ປະເຊີນກັບຄວາມຫຍຸ້ງຍາກທາງການເງິນ ຫລືອາສັຍຢູ່ໃນເຂດຊົນນະບົດ, ເຂດຫ່າງໄກ ແລະໃນຊຸມຊົນຊາວພື້ນເມືອງ.

ນອກເຫນືອໄປຈາກນັ້ນ ກໍມີຢາຄຸມກໍາເນີດ Slinda, ຊຶ່ງຜູ້ຍິງຊາວອອສເຕຣເລັຍ ປະມານ 80,000 ຄົນໃຊ້ ແລະລາຄາປະມານ 320 ໂດລາຕໍ່ປີ.

ພາຍໃຕ້ PBS, ຢາທີ່ບໍ່ມີ Oestrogen ຈະມີລາຄາປະມານ 23 ໂດລາຕໍ່ປີ ສໍາລັບຜູ້ມີບັດຊ່ອຍເຫຼືອ ຈາກຣັຖບານ, ຫລືປະມານ 95 ໂດລາຕໍ່ປີ ສໍາລັບຄົນໄຂ້ທົ່ວໄປ.

Mark Butler ຣັຖມົນຕີສາທາຣະນະສຸກ ຂອງກາງກ່າວວ່າ ການປ່ຽນແປງນັ້ນ ຄວນເກີດຂຶ້ນຕັ້ງແຕ່ນານແລ້ວ.

"ຂ້າພະເຈົ້າ ໄດ້ຍິນມາຫຼາຍ ຈາກຜູ້ຍິງອອສເຕຣເລັຍວ່າ ເຂົາເຈົ້າຮູ້ສຶກວ່າ ເຂົາເຈົ້າບໍ່ໄດ້ຮັບການສນັບສນູນ ທີ່ເຂົາເຈົ້າຕ້ອງການ ແລະເຂົາເຈົ້າສົມຄວນ ທີ່ຈະໄດ້ຮັບ ໃນຫລາຍໆດ້ານ ທີ່ກ່ຽວຂ້ອງກັບສຸຂະພາບຂອງເຂົາເຈົ້າ. ສະພາວະບາງຢ່າງ ເຊັ່ນ Endometriosis ທີ່ມີຜົນກະທົບ ຕໍ່ຜູ້ຍິງຊາວອອສເຕຣເລັຍ ເຖິງ 1 ລ້ານຄົນ, ແຕ່ຍັງມີບັນຫາ ເລື່ອງສຸຂະພາບ ທີ່ບໍ່ສະທ້ອນເຖິງຄວາມເຈັບປ່ວຍຂອງຜູ້ຍິງ, ມັນພຽງແຕ່ສະທ້ອນເຖິງ ຜູ້ຍິງທີ່ເປັນຜູ້ຍິງ ແລະມີຫນ້າທີ່ຮັບຜິດຊອບຕໍ່ການຄຸມກໍາເນີດ, ສໍາລັບສຸຂະພາບ ການສືບພັນ ແລະການເລືອກ ທີ່ຄອບຄົວຈະເຮັດ, ແລະຜ່ານວົງຈອນຂອງຊີວິດ ເຊັ່ນວັຍກ່ອນໝົດປະຈຳເດືອນ (Perimenopause) ແລະວັຍຕອນໝົດປະຈຳເດືອນ (Menopause), ແລະຣັຖບານຂອງເຮົາ ໄດ້ໃຫ້ຄວາມສຳຄັນ ໃນການພະຍາຍາມ ທີ່ຈະຕິດຕາມການລະເລີຍ ຂອງຫລາຍສິບປີນັ້ນ."

The Coalition ກ່າວວ່າ ມັນຄວນເກີດຂຶ້ນ ໄວກວ່ານັ້ນ.

Sussan Ley ຮອງຜູ້ນໍາຝ່າຍຄ້ານກ່າວວ່າ ມັນບໍ່ດີພໍ ທີ່ຣັຖບານ ໄດ້ປ່ອຍໃຫ້ຜູ້ຍິງລໍຖ້າ ຫລາຍກວ່າຫນຶ່ງປີ ສໍາລັບການຫລຸດຄ່າຢາ.

"ໜຶ່ງໃນຢາ ທີ່ລະບຸໄວ້ໃນມື້ນີ້ ສໍາລັບ Endometriosis, ແລະຕາມຈິງແລ້ວ ມັນໄດ້ຖືກແນະນໍາໃຫ້ລະບຸໄວ້ ເມື່ອຫນຶ່ງປີກ່ອນ. ຂ້າພະເຈົ້າເຊື່ອວ່າ ມັນບໍ່ດີພໍ ເມື່ອຂບວນການຜ່ານຄນະກັມມະການທີ່ປຶກສາ ດ້ານຜົນປໂຍດທາງຢາ ແລະທ່ານຮູ້ບໍ່ວ່າ, ການເຊັນອະນຸມັດວ່າຢານີ້ ສາມາດເຂົ້າສູ່ຕລາດໄດ້, ວ່າມັນປອດພັຍ ແລະມີປະສິດທິພາບ. ວ່າຣັຖບານ ຈະລໍຖ້າຫນຶ່ງປີ ກ່ອນຈະຮວມເອົາຢານັ້ນ ເຂົ້າໃນລາຍຊື່? ສະນັ້ນຂ້າພະເຈົ້າ ຈຶ່ງຕິຕຽນເລື່ອງນີ້ຢ່າງຫຼາຍ."

ເມື່ອກ່າວຕໍ່ລາຍການ Sunrise ຂອງຊ່ອງ 7, Mark Butler ກ່າວວ່າ ສຸຂະພາບຂອງຜູ້ຍິງ ຖືກລະເລີຍໂດຍຣັຖບານທີ່ຜ່ານມາ.

"ຕລອດໄລຍະເກົ້າປີ ຂອງຣັຖບານຂອງເຂົາເຈົ້າ, ບໍ່ມີຢາໃຫມ່ຫຍັງ, ບໍ່ມີການປິ່ນປົວ Endometriosis, ບໍ່ມີການປິ່ນປົວ ໄລຍະໝົດປະຈຳເດືອນ (Menopause) ຈັກເທື່ອ. ເຫັນໄດ້ຢ່າງຊັດແຈ້ງວ່າ ພວກເຮົາຕ້ອງທຳການຕົກລົງກັນ ເລື່ອງລາຄາກັບບໍຣິສັດ, ນັ້ນເປັນວິທີທີ່ PBS ໄດ້ດໍາເນີນມາເປັນເວລາ 75 ປີ. ພວກເຮົາໄດ້ເຮັດຫລາຍກວ່າ ໃນຫ້າເດືອນຜ່ານມານີ້ ສໍາລັບສຸຂະພາບຂອງຜູ້ຍິງ ໃນເລື້ອງເຫລົ່ານີ້ ຫລາຍກວ່າທີ່ຣັຖບານອື່ນໄດ້ເຮັດ ເປັນເວລາຫລາຍສິບປີ.

ພາຍໃຕ້ການປ່ຽນແປງ, ຜູ້ຍິງທີ່ມີ Hormones ສືບພັນ ບາງຊະນິດໃນລະດັບຕໍ່າຈະສາມາດເຂົ້າເຖິງ IVF ຊຶ່ງແມ່ນການບຳບັດທີ່ຮູ້ຈັກກັນໃນນາມ Pergoveris.

ແຕ່ລະຮອບທີ່ບໍ່ໄດ້ຮັບເງິນອຸດໜູນ ຈະມີຄ່າໃຊ້ຈ່າຍປະມານ 3,500 ໂດລາ.

ເມື່ອຖືກເພີ່ມເຕີມໃສ່ໃນ PBS, ຜູ້ທີ່ມີສິດ ຈະສາມາດເຂົ້າເຖິງ Pergoveris ໄດ້ໃນລາຄາ $32 ຕໍ່ວົງຈອນ IVF ເທື່ອທໍາອິດຂອງເຂົາເຈົ້າ.

ກ່ອນຫນ້ານັ້ນ, ການຮັກສາ ໄດ້ຮັບການຊ່ອຍເຫລືອ ພຽງແຕ່ໃນວົງຈອນຕໍ່ມາເທົ່ານັ້ນ.

Dr Petra Wale ເປັນປະທານຂອງສະມາຄົມ ການສືບພັນ ຂອງອອສເຕຣເລັຍ ແລະນິວຊີແລນ.

ນາງຫວັງວ່າການປ່ຽນແປງຈະສາມາດຫລຸດຜ່ອນອຸບປະສັກ ສໍາລັບຜູ້ຍິງ ທີ່ຕ້ອງຜ່ານຂັ້ນຕອນນັ້ນ.

"ຂ້ອຍຄິດວ່າ ການປ່ຽນແປງນັ້ນ ເປັນສິ່ງທີ່ດີຫຼາຍ ຈາກທັດສະນະຂອງ PBS, ແລະການເຂົ້າເຖິງການສືບພັນ ແລະ Endometriosis ແລະຢາ Progesterone ເທົ່ານັ້ນ. ເມື່ອເຮົາຈະໄປໄກກວ່ານັ້ນ, ເຮົາເຫັນວ່າ ມີກົດຫມາຍ ແລະອຸບປະສັກຫລາຍຢ່າງ ທີ່ຈະເຂົ້າເຖິງການປິ່ນປົວ ດ້ານການສືບພັນ ສໍາລັບຊາວອອສເຕຣເລັຍທຸກຄົນ. ນັ້ນຄື ບ່ອນທີ່ເຮົາຢາກເຫັນ ຣັຖມົນຕີສາທາຣະນະສຸກ ສນັບສນູນແຜນການ ຈະເຣີນພັນຂອງປະເທດ, ແລະຫລຸດຜ່ອນ ອຸບປະສັກເຫລົ່ານີ້ ແລະອະນຸຍາດໃຫ້ຜູ້ຄົນ ສາມາດເຂົ້າເຖິງ IVF ໄດ້ຖ້າຫາກ ແລະເມື່ອເຂົາເຈົ້າຕ້ອງການ ແລະໂດຍບໍ່ຕ້ອງມີຄ່າໃຊ້ຈ່າຍສູງ."

ຢາເຫຼົ່ານີ້ ຈະຖືກຕື່ມໃສ່ໃນ PBS ໃນເດືອນເມສາ ແລະເດືອນພຶດສະພາ.

ສໍາລັບ Ms Hannaway ແລະຊາວອອສເຕຣເລັຍຫລາຍພັນຄົນ ທີ່ໄດ້ຮັບຜົນກະທົບ, ການປ່ຽນແປງນັ້ນ ເປັນຂັ້ນຕອນທີ່ດີ ທີ່ຈະນໍາໄປສູ່ ການດູແລ ທີ່ລາຄາບໍ່ແພງ ແລະເຂົ້າເຖິງໄດ້ຫຼາຍຂຶ້ນ.

"ແນ່ນອນວ່າ ມັນຈະເຮັດໃຫ້ມັນມີລາຄາຖືກລົງ. ຂ້າພະເຈົ້າຕື່ນເຕັ້ນ ທີ່ໄດ້ຍິນຂ່າວວ່າ ມັນຈະມີຢູ່ໃນ PBS, ແລະມັນບໍ່ພຽງ ແຕ່ສໍາລັບຂ້າພະເຈົ້າເທົ່ານັ້ນ, ເຖິງແມ່ນວ່າ ມັນບໍ່ແມ່ນສໍາລັບຜູ້ຍິງທຸກຄົນ, ແຕ່ແນ່ນອນວ່າ ມັນຈະເປີດປະຕູ ສໍາລັບການປິ່ນປົວໄວຂຶ້ນ ແລະທາງເລືອກການປິ່ນປົວທີ່ດີກວ່າ ສໍາລັບຜູ້ຍິງ, ແລະຂ້າພະເຈົ້າ ກໍເຫັນດີນຳສໍາລັບສິ່ງນັ້ນ."

ເນື້ອເລື່ອງໂດຍ Hannah Kwon ແລະ Sydney Lang  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share