ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ

BREWERY STOCK

ເບັຍທີ່ສາມາດບອກໄດ້ວ່າມີທາດເຫຼົ້າ ຫຼືບໍ່. Credit: AAPIMAGE

ການສໍາຫຼວດ ສະແດງໃຫ້ເຫັນວ່າ ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ອາດພາໃຫ້ຄົນຫນຸ່ມ ດື່ມເຫລົ້າໃນພາຍຫຼັງ. ນອກນັ້ນ ຍັງມີລາຍງານວ່າ ຫຼາຍກວ່າ ຫນຶ່ງສ່ວນສາມ ຂອງຊາວຫນຸ່ມ ໄດ້ດື່ມເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ, ໂດຍສ່ວນໃຫຍ່ ຍອມຮັບວ່າ ມັນເບິ່ງຄືວ່າ ຫນ້າສົນໃຈ.


ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ.

ລາຍງານໃຫມ່ ຈາກສະພາໂຣກມະເຮັງ (the Cancer Council) ສະແດງໃຫ້ເຫັນວ່າ ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ອາດພາໃຫ້ຄົນຫນຸ່ມ ດື່ມເຫລົ້າໃນພາຍຫຼັງ.

ການສໍາຫຼວດ ສະແດງໃຫ້ເຫັນວ່າ ຫຼາຍກວ່າ ຫນຶ່ງສ່ວນສາມ ຂອງຊາວຫນຸ່ມ ໄດ້ດື່ມເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ, ໂດຍສ່ວນໃຫຍ່ ຍອມຮັບວ່າ ມັນເບິ່ງຄືວ່າ ຫນ້າສົນໃຈ.

Alexander Anyfantis ລາຍງານ.

ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ມີໄວ້ເພື່ອແກ້ໄຂປັນຫາ ສໍາລັບຜູ້ໃຫຍ່ ທີ່ທົນທຸກຈາກການເສບຕິດເຫຼົ້າ ຫຼືສໍາລັບຜູ້ທີ່ຕ້ອງການທາງເລືອກ ທີ່ບໍ່ເປັນອັນຕະຣາຍ ສໍາລັບການອອກສັງຄົມ ຂອງເຂົາເຈົ້າ.

ແຕ່ເບິ່ງຄືວ່າ ມັນອາດຈະມີຜົນກະທົບອື່ນ ທີ່ອັນຕະຣາຍ ແລະຮ້າຍແຮງກວ່າ.

ການສໍາຫຼວດ ໂດຍສະພາມະເຮັງ (the Cancer Council) ສະແດງໃຫ້ເຫັນວ່າ 53 ເປີເຊັນ ຂອງຊາວໜຸ່ມ ທີ່ເຂົ້າຮ່ວມທີ່ມີອາຍຸ 15 ຫາ 17 ປີພົບວ່າ ເຄື່ອງດື່ມທີ່ບໍ່ມີເຫຼົ້ານັ້ນ "ດຶງດູດໃຈ".

ຈາກການສໍາຫຼວດ, ຫຼາຍກວ່າ ຫນຶ່ງສ່ວນສາມ ຫຼື 37 ເປີເຊັນ ຂອງພວກເຂົາເຈົ້າ ໄດ້ດື່ມເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າແລ້ວ.

Dr Leon Booth, ນັກຄົ້ນຄວ້າຢູ່ສະຖາບັນ the George Institute for Global Health ທັງເປັນຜູ້ນໍາຂອງການຄົ້ນຄວ້າ ກ່າວວ່າ ການຄົ້ນພົບເຫລົ່ານີ້ ແມ່ນໜ້າເປັນຫ່ວງ.

"ຫຼາຍກວ່າ 80 ເປີເຊັນ ຈື່ໄດ້ວ່າ ໄດ້ເຫັນຜລິດຕະພັນເຫລົ່ານີ້ ຖືກວາງຂາຍ ແລະເປີເຊັນທີ່ຄ້າຍຄືກັນນີ້ ຈື່ໄດ້ວ່າ ໄດ້ເຫັນການໂຄສະນາ ທີ່ບໍ່ມີທາດເຫລົ້າ. ດັ່ງນັ້ນ, ພວກເຂົາຈຶ່ງເຫັນຜລິດຕະພັນເຫຼົ່ານີ້, ພວກເຂົາກໍາລັງເຫັນການຕລາດ ແລະພວກເຮົາຮູ້ຈາກການຄົ້ນຄວ້າກ່ຽວກັບເຫຼົ້າຫຼາຍສິບປີ ວ່າມັນ ເປັນໄປບໍ່ໄດ້ ທີ່ສິ່ງເຫຼົ່ານີ້ ຈະເປັນສິ່ງທີ່ດີ ແລະມີຄວາມເປັນໄປໄດ້ຫຼາຍ ແມ່ນການໃຊ້ເຫຼົ້າຕາມປົກກະຕິຫຼາຍຂຶ້ນ, ເສີມສ້າງຄວາມເປັນປົກກະຕິຂອງເຫຼົ້າ ໃນສະພາບການທາງສັງຄົມ ແລະນໍາໄປສູ່ຜົນທີ່ກ່ຽວຂ້ອງກັບເຫຼົ້າ ທີ່ຮ້າຍແຮງກວ່າເກົ່າ ສໍາລັບຊາວຫນຸ່ມ."

ການຄົ້ນຄວ້ານີ້ ໄດ້ດໍາເນີນໄປເປັນສອງສ່ວນ, ໂດຍຫນຶ່ງ ແມ່ນອີງໃສ່ການສົນທະນາ ກັບກຸ່ມໄວລຸ້ນ ທີ່ມີອາຍຸ 15 ຫາ 17 ປີ, ແລະອີກສ່ວນຫນຶ່ງ ໄດ້ເອົາຂໍ້ມູນ ຈາກສະມາຊິກ ຂອງກຸ່ມອາຍຸດຽວກັນ ທົ່ວປະເທດ.

ທີມງານສໍາຫຼວດອ້າງວ່າ ການຕລາດເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ ແມ່ນແນໃສ່ຊາວຫນຸ່ມ ໃນຄວາມພະຍາຍາມ ທີ່ຈະເຮັດໃຫ້ເຂົາເຈົ້າ ຄຸ້ນເຄີຍກັບຣົດຊາດຂອງເຄື່ອງດື່ມ ທີ່ມີທາດເຫຼົ້າຫຼາຍຂຶ້ນ ແລະເຮັດໃຫ້ການປ່ຽນໄປດື່ມເຫຼົ້າ ໄດ້ງ່າຍຂຶ້ນ ເມື່ອເປັນຜູ້ໃຫຍ່.

Julia Stafford ຮອງປະທານຄນະກັມມະການ ດ້ານໂພຊະນາການ, ເຫລົ້າ ແລະການອອກກຳລັງກາຍ (Nutrition, Alcohol and Physical Activity Committee) ຂອງສະພາໂຣກມະເຮັງ (Cancer Council) ກ່າວວ່າ ມັນອາດເປັນການຍາກ ທີ່ຈະບອກເຖິງຄວາມແຕກຕ່າງ ລະຫວ່າງເຄື່ອງດື່ມທີ່ມີທາດເຫລົ້າ ແລະບໍ່ມີທາດເຫຼົ້າ ຂອງຍີ່ຫໍ້ດຽວກັນ.

"ຫຼາຍຜລິດຕະພັນ ທີ່ບໍ່ມີທາດເຫຼົ້າ ທີ່ມີຢູ່ໃນ ແມ່ນຖືກຜລິດ ໂດຍບໍຣິສັດເຫຼົ້າຂນາດໃຫຍ່ ແລະຜລິດຕະພັນ ໄດ້ຖືກອອກແບບ ມາໃຫ້ມີລັກສນະ ແລະຣົດຊາດ ທີ່ຄ້າຍຄືກັບຜລິດຕະພັນ ທີ່ມີທາດເຫຼົ້າ."

Ms Stafford ກ່າວວ່າ ການສໍາຜັດກັບເຄື່ອງດື່ມປະເພດນີ້ ສາມາດເຮັດຫນ້າທີ່ ເປັນການໂຄສະນາ ສໍາລັບຜລິດຕະພັນທີ່ມີທາດເຫຼົ້າ.

"ສິ່ງທີ່ພວກເຮົາມີຄວາມກັງວົນ ແລະສິ່ງທີ່ການຄົ້ນຄວ້າຂອງພວກເຮົາ ເບິ່ງຄືວ່າ ຊີ້ໃຫ້ເຫັນ ແມ່ນວ່າ ຊາວຫນຸ່ມກໍາລັງສໍາຜັດ ກັບຜລິດຕະພັນທີ່ບໍ່ມີເຫຼົ້າຫຼາຍ-ເຊັ່ນຜ່ານການໂຄສະນາ, ໂທລະພາບ ແລະສື່ສັງຄົມອອນລາຍ-ແລະການເຫັນຜລິດຕະພັນ ໃນຮ້ານຄ້າ ແລະຮ້ານສະດວກຊື້. ແລະສະນັ້ນ ພວກເຂົາເຈົ້າ ຈຶ່ງສຳຜັດ ກັບການຕລາດຂອງຍີ່ຫໍ້ເຫຼົ້າ ຫຼາຍກວ່າທີ່ເຄີຍມີມາກ່ອນ. ແລະເຮົາຮູ້ວ່າ ມີການຄົ້ນຄວ້າຫລາຍຢ່າງ ທີ່ສະແດງໃຫ້ເຫັນວ່າ ຍິ່ງຄົນຫນຸ່ມໄດ້ສຳຜັດ ກັບການຕລາດເຫຼົ້າຫຼາຍຂຶ້ນເທົ່າໃດ ກໍຍິ່ງມີຄວາມເປັນໄປໄດ້ ທີ່ເຂົາເຈົ້າຈະເລີ່ມດື່ມເຫຼົ້າ ໄວຂຶ້ນ ຫຼືດື່ມໃນລະດັບທີ່ສູງຂຶ້ນ ຖ້າເຂົາເຈົ້າດື່ມເຫລົ້າຢູ່ແລ້ວ."

ຖານສື່ມວນຊົນ (Social media platforms) ເບິ່ງຄືວ່າ ມີບົດບາດ ໃນການແນະນໍາຊາວຫນຸ່ມ ໃຫ້ຮູ້ຈັກກັບເຄື່ອງດື່ມ ເຫຼົ່ານີ້ຫຼາຍຂຶ້ນ.

38 ເປີເຊັນ ຂອງຜູ້ເຂົ້າຮ່ວມ ໃນການສໍາຫລວດ ຂອງສະພາໂຣກມະເຮັງ (the Cancer Council) ກ່າວວ່າ ເຂົາເຈົ້າຈື່ໄດ້ວ່າ ເຫັນໂຄສະນາຜລິດຕະພັນ ທີ່ບໍ່ມີເຫລົ້າ ໃນສື່ມວນຊົນ ຊຶ່ງເປັນຈຸດຫມາຍປາຍທາງ ທີ່ນິຍົມຊົມຊອບ ສໍາລັບສະມາຊິກຂອງກຸ່ມປະຊາກອນ ທີ່ອາຍຸນ້ອຍກວ່າ.

Dr Booth ກ່າວວ່າ ມັນງ່າຍຫຼາຍ ທີ່ຈະແຍກຄົນຫນຸ່ມອອກໄປ ເພື່ອບໍ່ໃຫ້ເຂົາເຈົ້າເຫັນໂຄສະນາ.

"ເມື່ອພວກເຮົາໂຄສະນາສໍາລັບການຄົ້ນຄວ້າ ໃນຖານສື່ສັງຄົມອອນລາຍ (Social media platforms), ມັນງ່າຍພໍສົມຄວນ ທີ່ຈະແນໃສ່ການຄົ້ນຄວ້ານັ້ນ ແລະການເລືອກກຸ່ມອາຍຸ ທີ່ທ່ານຕ້ອງການ. ດັ່ງນັ້ນ, ເຮົາຈຶ່ງສາມາດເວົ້າໄດ້ວ່າ ເຮົາຢາກໃຫ້ຄົນອາຍຸຫຼາຍກວ່າ 65 ປີເຫັນເທົ່ານັ້ນ. ດັ່ງນັ້ນ, ເບິ່ງຄືວ່າມັນຈະເປັນໄປໄດ້ຫຼາຍ ສໍາລັບນັກການຕລາດເຫຼົ້າ ທີ່ຈະເລືອກວ່າ ພວກເຂົາເຈົ້າບໍ່ຕ້ອງການໃຫ້ຄົນອາຍຸຕ່ຳ ທີ່ຈະເຫັນການໂຄສະນາເຫຼົ່ານີ້. ຄວນຈະແນໃສ່ຜູ້ໃຫຍ່ ແລະຜູ້ສູງອາຍຸເທົ່ານັ້ນ."

ແຕ່ວ່າອຸດສາຫະກັມເຫຼົ້າ ໄດ້ວິພາກວິຈານການຄົ້ນພົບ ຂອງການສໍາຫຼວດ.

Alcoholic Beverages Australia (ABA) ແມ່ນກຸ່ມຫຼັກ ທີ່ເປັນຕົວແທນຜູ້ຜລິດ ເຄື່ອງດື່ມທີ່ມີທາດເຫຼົ້າ.

ໃນຖແລງການ ທີ່ເປັນລາຍລັກອັກສອນ ຕໍ່ SBS, ທ່ານ Alistair Coe, ຜູ້ອໍານວຍການໃຫຍ່ຂອງ ABA, ຊີ້ໃຫ້ເຫັນການຫຼຸດລົງ ຂອງອັດຕາການດື່ມ ຂອງຜູ້ທີ່ຍັງບໍ່ທັນບັນລຸນິຕິພາວະ.

ຂໍ້ມູນຂອງ ສະແດງໃຫ້ເຫັນວ່າ ອັດຕາການດື່ມເຫລົ້າ ໄດ້ຫລຸດລົງ ຫລາຍກວ່າເຄິ່ງຫນຶ່ງ ໃນໄວ 14 ຫາ 17 ປີ ພາຍໃນສອງສາມທົດສະວັດຜ່ານມາ, ຫຼຸດລົງຈາກ 69 ເປັນ 31 ເປີເຊັນ.

ທ່ານ Coe ຍັງກ່າວອີກວ່າ ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ແມ່ນຖືກຈັດຂຶ້ນ ຕາມມາດຕະຖານ ການໂຄສະນາ ແບບດຽວກັນກັບ ເຄື່ອງດື່ມທີ່ມີທາດເຫລົ້າ ເພື່ອປົກປ້ອງພວກເຍົາວະຊົນ.

ແຕ່ຜູ້ຂຽນລາຍງານ ໄດ້ຮຽກຮ້ອງໃຫ້ຣັຖບານກາງ, ຣັດ ແລະເຂດປົກຄອງ ເຂົ້າແຊກແຊງ ກ່ອນທີ່ຕົວເລກເຫຼົ່ານີ້ ຈະເລີ່ມປ່ຽນແປງ.

"ມີຫຼາຍຊ່ອງທາງ ທີ່ຊາວຫນຸ່ມ ໃນປະຈຸບັນ ສາມາດສໍາຜັດກັບການ ຕລາດຂອງເຫຼົ້າ ແລະຜລິດຕະພັນເຫຼົ້າ, ແລະບໍ່ວ່າຜູ້ຄຸ້ມຄອງ ໃນລະດັບຣັດ, ເຂດປົກຄອງ ແລະລະດັບຣັຖບານກາງ ສາມາດມີບົດບາດສໍາຄັນ ໃນການແກ້ໄຂບັນຫານີ້. ແລະພວກເຮົາ ຂໍຮ້ອງໃຫ້ພວກເຂົາພິຈາຣະນາຢ່າງຮີບດ່ວນ ວ່າພວກເຂົາຈະໃຫ້ຄວາມສຳຄັນ ຕໍ່ສຸຂະພາບຂອງຊາວຫນຸ່ມອອສເຕຣເລັຍ ກ່ອນຜົນກຳໄລ ຂອງອຸດສາຫະກັມເຫຼົ້າໄດ້ແນວໃດ."

ພວກນັກຊ່ຽວຊານກ່າວວ່າ ມີວິທີແກ້ໄຂງ່າຍໆ ເພື່ອໃຫ້ແນ່ໃຈວ່າ ຊາວຫນຸ່ມ ຈະບໍ່ສຳຜັດກັບຜລິດຕະພັນປະເພດນີ້.

ການວາງເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ໃນສ່ວນອື່ນຂອງຊຸບເປີມາເກັດ ຫຼືໃຫ້ຄໍາເຕືອນ ໃນປ້າຍຂອງເຄື່ອງດື່ມ ແມ່ນພຽງແຕ່ສອງມາດຕະການທີ່ຖືກແນະນໍາ.

Dr Booth ກ່າວວ່າ ພໍ່ແມ່ກໍມີບົດບາດເຊັ່ນກັນ.

"ຊາວຫນຸ່ມ ໄດ້ດື່ມຫນ້ອຍລົງ ໃນໄລຍະທົດສະວັດທີ່ຜ່ານມາ. ເຮົາບໍ່ຢາກປ່ຽນແປງແນວໂນ້ມນັ້ນ. ມັນເປັນການດີ ທີ່ຊາວຫນຸ່ມ ກໍາລັງຕັດສິນໃຈຫລາຍຂຶ້ນເລື້ອຍໆວ່າ 'ທ່ານຮູ້ບໍ່ວ່າແມ່ນຫຍັງ? ເຮົາບໍ່ຈໍາເປັນຕ້ອງດື່ມເຫລົ້າ' ແລະການຕັດສິນໃຈ ໃນການທີ່ຈະມີສຸຂະພາບດີ. ແລະການບໍ່ມີທາດເຫລົ້າ ເບິ່ງຄືວ່າ ເປັນວິທີທີ່ອັນຕະຣາຍ ທີ່ຈະປ່ຽນແປງແນວໂນ້ມນັ້ນ. ສະນັ້ນ, ຂໍຢ້ຳອີກເທື່ອຫນຶ່ງ, ການເສີມສ້າງຄວາມຄິດ ໃຫ້ແກ່ພໍ່ແມ່ວ່າ ມັນອາດຈະເປັນການສລາດທີ່ຈະບໍ່ຈັດຫາ ຜລິດຕະພັນເຫຼົ່ານີ້ ໃຫ້ລູກຫຼານຂອງທ່ານ."

ເນື້ອເລື່ອງໂດຍ    Alex Anyfantis        ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share