ສາມໃນສີ່ຄົນ ຂອງຊາວອອສເຕຣເລັຍ ດື່ມກາເຟທຸກໆມື້. ມັນຄືເລືອດເນື້ອຊີວິດຂອງເຮົາ.
ວັດທະນະທັມກາເຟ ຂອງອອສເຕຣເລັຍ ສາມາດສືບຢ້ອນກັບຄືນໄປຫາ ຄື້ນຂອງຜູ້ອົບພະຍົບ ຊາວຢູໂຣບຕາເວັນຕົກ ທີ່ໄດ້ນໍາເອົາປະເພນີ ຂອງການຊື່ນຊົມກາເຟ–ແລະເຄື່ອງຊົງກາເຟ ເອສເປຣສໂຊ (Espresso machine).
ເຄື່ອງຊົງກາເຟ(Espresso machine) ສະກັດກາເຟເອສເປຣສໂຊ ທີ່ມີຄວາມເຂັ້ມ/ແກ່ພາຍໃຕ້ແຮງດັນສູງ ເພື່ອສ້າງກາເຟຕ່າງໆ ທີ່ບໍ່ສິ້ນສຸດ. ບໍ່ຫນ້າແປກໃຈ ທີ່ຊື່ກາເຟຫຼາຍຊື່ ມີຕົ້ນກໍາເນີດ ຈາກພາສາອິຕາລຽນ.
ຈາກການດື່ມ Espresso ມາຫຼາຍປີ, ເຮົາຈຶ່ງຕ້ອງການຫມາກກາເຟ ທີ່ມີຄຸນນະພາບດີກວ່າ. ດັ່ງນັ້ນ, ພວກເຮົາຈຶ່ງຊອກຫາມັນ ຈາກທົ່ວໂລກ ແລະທົດລອງເຕັກນິກການຂົ້ວ ແລະການຊົງ.
Santo Buccheri ເຈົ້າຂອງ Map Coffee ກ່າວວ່າ ເອສເປຣສໂຊ (Espresso) ຫຼືທີ່ເອີ້ນກັນວ່າ Short black ນັ້ນ ເປັນພື້ນຖານຂອງກາເຟສ່ວນໃຫຍ່ ແລະ ເປັນລັກສນະທີ່ດີທີ່ສຸດ ວ່າກາເຟມີຣົດຊາດ ແນວໃດແທ້.
ມັນເປັນວິທະຍາສາດ, ແລະ ຜູ້ຊົງກາເຟ (Barista) ທີ່ດີ ຈະໃຊ້ເຄື່ອງ Espresso ຢ່າງຖືກຕ້ອງ.
ເອສເປຣສໂຊ ຫຼື Short black ຖືກສະກັດຈາກກາເຟປະມານ 10–12 ກຣາມ ແລະ ສະກັດນ້ຳກາເຟ 30ml.Santo Buccheri, Map coffee
ທ່ານກ່າວວ່າ "ຢ່າສັບສົນກັບ Ristretto ຊຶ່ງໃຊ້ກາເຟເທົ່າກັນ ແຕ່ສະກັດນ້ຳກາເຟປະມານ 20ml. "
ເນື່ອງຈາກວ່າມັນມີຄວາມ ເຂັ້ມ/ແກ່ ຫຼາຍກວ່າ, Ristretto ໃຫ້ຣົດຊາດທີ່ດີກວ່າ Espresso. ແຕ່- ເຖິງແມ່ນວ່າ ເອສເປຣສໂຊ ຈະກາເຟນຶ່ງຜອງ (ຫຼື Shot) ແຕ່ຮ້ານກາເຟຫຼາຍແຫ່ງ ຈະໃຊ້ສອງເທົ່າ (Double shot).

The long black and latte are Australia’s most popular black and white coffees. (Getty) Source: iStockphoto / Tim Allen/Getty Images
ກາເຟດໍາ
Lily Fairhall ຜູ້ຈັດການຮ້ານກາເຟພິເສດ Melbourne ກ່າວວ່າ ກາເຟດໍາ (Long black) ເປັນກາເຟດໍາ ທີ່ນິຍົມທີ່ສຸດ ໃນປະສົບການຂອງນາງ.
ນາງກ່າວວ່າ "ກາເຟ Long black ແມ່ນພຽງແຕ່ນ້ຳຮ້ອນ ແລະ Espresso ສອງShots.
"ທ່ານຍັງສາມາດສັ່ງ Short black ຊຶ່ງເປັນພຽງເອສເປຣສໂຊເທົ່ານັ້ນ. ນັ້ນສໍາລັບຄົນທີ່ມັກ ຣົດຊາດຂອງກາເຟແທ້ໆ ຫລືຢາກໄດ້ທາດກາເຟ (Caffeine) ຢ່າງໄວ."
ກາເຟດໍາຊະນິດຫນຶ່ງ ທີ່ໄດ້ຮັບຄວາມນິຍົມເທົ່າກັບ Espresso. ກາເຟທີ່ຕອງຫຼື 'Batch brew' ແມ່ນ Drip coffee ແບບເກົ່າ, ແຕ່ດຽວນີ້ມີຣົດຊາດທີ່ດີຂຶ້ນຫຼາຍ.
ກາເຟນົມ
ໂດຍການໃຊ້ກາເຟ ເອສເປຣສໂຊ, ກາເຟນົມ ມີການເພີ່ມນໍ້ານົມ ທີ່ປົກກະຕິແລ້ວ ຈະເຮັດໃຫ້ມີຟອງດ້ວຍອາຍນ້ຳ.
ທີ່ນິຍົມທີ່ສຸດແມ່ນ ກາເຟ Latté ຫຼື ເອີ້້ນສັ້ນໆ ວ່າ Latte, ເຊິ່ງເສີບໃນຈອກ ແລະໃສ່ນົມທີ່ເປັນຟອງ ຢູ່ເທິງ.
Lily Fairhall ກ່າວວ່າ Flat white ມີຕົ້ນກໍາເນີດ ຢູ່ໃນອອສເຕຣເລັຍ ແລະເບິ່ງຄືວ່າເປັນທີ່ນິຍົມທົ່ວໂລກ. ມັນມີນົມຫນ້ອຍກວ່າ Latte.
"ຂ້າພະເຈົ້າບໍ່ຄິດວ່າມັນມີຄວາມແຕກຕ່າງຫຼາຍລະຫວ່າງ Latte ກັບ Flat white, ພຽງແຕ່ປະເພດຂອງຈອກທີ່ທ່ານໃສ່."
ຖ້າຫາກວ່າທ່ານມັກຫວານ, ສັ່ງ Cappuccino Classic ທີ່ມີຟອງນົມ ແລະຝຸ່ນ Chocolate.

Cappuccino art. Credit: pixelfit/Getty Images
Melbourne ມີກາເຟສະເພາະໂຕ ທີ່ຄ້າຍກັບ Piccolo Latte, ສໍາລັບຜູ້ທີ່ຕ້ອງການCaffeine) ທີ່ແຮງແລະ ໄວ. ດ້ວຍນົມຫນ້ອຍກວ່າ Latte, ອັດຕາສ່ວນ ແມ່ນຈະ ໄປທາງຣົດຊາດທີ່ເຂັ້ມ/ແກ່. ມີຫຼາຍຄົນສັ່ງມັນ, ແລະພວກເຮົາໄດ້ຕັ້ງຊື່ມັນວ່າ Magic.
ໃນພາສາອິຕາລຽນ, Macchiato ແປວ່າ 'ຮອຍເປື້ອນ'. ມັນເປັນ Espresso shot ກັບຟອງນົມຢອດນຶ່ງ ເພື່ອເຮັດໃຫ້ຣົດຊາດອ່ອນລົງ .
Ms Fairhall ກ່າວວ່າ "ຂ້ອຍວ່າ ຜູ້ຄົນສັ່ງມັນ ເມື່ອພວກເຂົາເຈົ້າຕ້ອງການ ທາດກາເຟ (Caffeine), ແຕ່ພວກເຂົາເຈົ້າ ບໍ່ຢາກໄດ້ຣົດຊາດ Espresso ທີ່ເຂັ້ມ/ແກ່ເກີນໄປ. ພວກເຂົາ ພຽງແຕ່ຕ້ອງການ ນໍ້ານົມພຽງເລັກນ້ອຍ ເພື່ອຄວາມສົມດຸນຂອງຣົດຊາດ."
ຕອນນີ້ ຮ້ານກາເຟມີທາງເລືອກນົມ ທີ່ບໍ່ມີນົມເຊັ່ນ: ນົມຖົ່ວເຫຼືອງ, ນົມ Oat ແລະນົມ Almond, ແຕ່ຖ້າທ່ານບໍ່ໄດ້ລະບຸການເລືອກ, ທ່ານຈະໄດ້ຮັບນົມງົວ.

Australians are coffee-obsessed, so much so that Melbourne is often called the world's coffee capital. (Getty) Credit: miniseries/Getty Images
ກາເຟທີ່ບໍ່ມີທາດກາເຟ (Caffeine)
ກາເຟ Decaffeinated ຫຼື 'Decaf' ມີຊື່ສຽງບໍ່ດີມາເປັນເວລານານ, ແຕ່ Ms Fairhall ກ່າວວ່າ ມັນບໍ່ສົມຄວນເປັນເຊັ່ນນັ້ນອີກຕໍ່ໄປ.
ຂ້າພະເຈົ້າເຄົາຮົບຜູ້ດື່ມ Decaf ເພາະວ່າພວກເຂົາເຈົ້າ ພຽງແຕ່ດື່ມກາເຟເພື່ອຣົດຊາດ. ພວກເຂົາບໍ່ໄດ້ອາສັຍມັນ ເພື່ອໃຫ້ຜ່ານວັນເວລາຂອງພວກເຂົາ.Lily Fairhall, Melbourne specialty coffee shop manager
ມີການປັບປຸງດີຂຶ້ນຢ່າງໄວ ໃນໄລຍະທົດສະວັດທີ່ຜ່ານມາ. ບັດນີ້, ການໃຊ້ຂະບວນການທີ່ດີກວ່າ ເພື່ອກໍາຈັດທາດກາເຟສ່ວນໃຫຍ່ ອອກຈາກຫມາກກາເຟ ທີ່ມີຄຸນນະພາບສູງ, Decaf ແມ່ນການແຂ່ງຂັນທີ່ໜ້າເກງຂາມ.
ຕົ້ນກໍາເນີດດຽວແມ່ນຫຍັງ?
ບາງຮ້ານກາເຟສເນີທາງເລືອກ ລະຫວ່າງໝາກກາເຟຈາກແຫຼ່ງດຽວ ຫຼືປະສົມ. ຄົນຮັກກາເຟທົດລອງ ກາເຟຈາກແຫຼ່ງ ດຽວເພື່ອປະສົບການທີ່ແຕກຕ່າງ.
Santo Buccheri ຜູ້ຊ່ຽວຊານກາເຟກ່າວວ່າ "ກາເຟຈາກແຫຼ່ງດຽວ ມາຈາກປະເທດໃດຫນຶ່ງ, ແລະຂຶ້ນກັບຮ້ານກາເຟ, ບາງຄັ້ງພວກເຂົາລະບຸທ້ອງຖິ່ນ ແລະແມ່ນແຕ່ສະຖານທີ່ ແລະຊື່ຜູ້ຜລິດ. ດັ່ງນັ້ນ, ມັນຈຶ່ງຫນ້າສົນໃຈແທ້ໆ. ກາເຟປະສົມ ຈະເປັນການປະສົມປະສານຂອງຕົ້ນກໍາເນີດເຫຼົ່ານັ້ນ, ສະນັ້ນຈະໃຫ້ທ່ານມີຣົດຊາດທີ່ສມ່ຳສເມີ."
ທາງເລືອກຫຼາຍເກີນໄປບໍ່?
ດ້ວຍທາງເລືອກຫຼາຍຢ່າງ, ຕາມປົກກະຕິແລ້ວ ຮ້ານກາເຟ ສນອງການເລືອກຂອງທ່ານ, ແຕ່ Lily Fairhall ກ່າວວ່າ ຄໍາສັ່ງບາງຢ່າງກໍໂພດເກີນໄປ.
"ຂ້ອຍໄດ້ມີຄໍາຂໍຮ້ອງ ເມື່ອບໍ່ດົນມານີ້ ສໍາລັບກາເຟ ທີ່ເຄິ່ງຫນຶ່ງ ໃສ່ນົມ Almondແລະເຄິ່ງຫນຶ່ງໃສ່ນົມ Oat–ແລະວ່າຂ້ອຍໄດ້ເວົ້າວ່າ,'ຂ້ອຍບໍ່ເຮັດແບບນັ້ນ!' ເພາະບາງເທື່ອມັນກໍຂຶ້ນກັບປະສິດທິພາບ."
ເຮົາບໍ່ສາມາດລືມ Babycino ໄດ້. ມັນມາໃນເປັນຈອກນ້ອຍໆ ຂອງຟອງນົມພ້ອມກັບຝຸ່ນ Chocolate. Babycino ໄດ້ຖືກອອກແບບມາເພື່ອໃຫ້ເດັກນ້ອຍບໍ່ວ່າງ ໃນຂນະທີ່ພວກເຮົາດື່ມກາເຟຂອງພວກເຮົາ.
ບາງຄົນຄິດວ່າ ມັນເປັນກະກຽມເຂົາເຈົ້າສໍາລັບຊີວິດຂອງການຕິດກາເຟ. ເວລາຈະເປັນເຄື່ອງພິສູດ.
ເນື້ອເລື່ອງໂດຍ Melissa Compagnoni ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌