ຫຼອດດູດ plastic ກຳລັງຈະກັບຄືນມາ (ໃນອາເມຣິກາ)

Single-use plastic straws, cutlery, plates and food containers will be banned in Victoria by 2023.

ຫຼອດດູດ plastic, ມີດ plastic, ກັບໃສ່ takeaway plastic, plastic ທີ່ໃຊ້ເທື່ອດຽວ ຈະຖືກສັ່ງຫ້າມໃຊ້ໃນຣັດ Victoria ພາຍໃນປີ 2023. Source: Pixabay

ນັກສິ່ງແວດລ້ອມ ແລະຜູ້ຊ່ຽວຊານ ໄດ້ເນັ້ນຫນັກ ເຖິງຜົນກະທົບ ຂອງມົນລະພິດຂອງ plastic ວ່າບໍ່ພຽງແຕ່ຕໍ່ສັດເທົ່ານັ້ນ, ແຕ່ຍັງຮວມເຖິງ ສຸຂະພາບຂອງມະນຸດນໍາອີກ.


ຫຼອດດູດ plastic ກຳລັງຈະກັບຄືນມາ.... ໃນອາເມຣິກາ.

ມີການຄຳນວນວ່າ ຊາວອາເມຣິກາ ໃຊ້ຫຼອດດູດ plastic ຫຼາຍເຖິງ 330 ລ້ານຫຼອດຕໍ່ມື້-ຕອນນີ້ ປະທານາທິບໍດີ Trump ໄດ້ປີ້ນຄວາມພະຍາຍາມ ທີ່ຈະກໍາຈັດຫຼອດດູດ plastic.

ແລ້ວມັນມີຜົນກະທົບ ຕໍ່ສະພາບແວດລ້ອມແນວໃດ ແລະອອສເຕຣເລັຍເດ ມີທ່າທີແນວໃດ ໃນການສັ່ງຫ້າມຫຼອດດູດ plastic?

Abbie O’Brien ອະທິບາຍ.


ມີການຄຳນວນວ່າ ຊາວອາເມຣິກາ ໃຊ້ຫຼອດດູດ plastic ຫຼາຍເຖິງ 330 ລ້ານຫຼອດຕໍ່ມື້-ຕອນນີ້ ປະທານາທິບໍດີ Trump ໄດ້ປີ້ນຄວາມພະຍາຍາມ ທີ່ຈະກໍາຈັດຫຼອດດູດ plastic.

ແລ້ວມັນມີຜົນກະທົບ ຕໍ່ສະພາບແວດລ້ອມແນວໃດ ແລະອອສເຕຣເລັຍເດ ມີທ່າທີແນວໃດ ໃນການສັ່ງຫ້າມຫຼອດດູດ plastic?

Abbie O’Brien ອະທິບາຍ.

Donald Trump ໄດ້ກັບຄືນມາແລ້ວ....ແລະ...

"...ຫຼອດດູດ plastic. ແລະຂ້າພະເຈົ້າບໍ່ຄິດວ່າ plastic ຈະມີຜົນກະທົບຕໍ່ປາສລາມຫລາຍປານໃດ ໃນຂນະທີ່ພວກມັນກິນ, ໃນຂນະທີ່ພວກມັນກໍາລັງຫຍ້ຳກິນທຸກຢ່າງ ໃນທະເລ."

ນັ້ນແມ່ນຄຳເວົ້າຂອງ Donald Trump.

ໃນຕົ້ນອາທິດນີ້ ປະທານາທິບໍດີສະຫະຣັດອາເມຣິກາ ໄດ້ປີ້ນແຜນການທີ່ຈະເລີກໃຊ້ ໂດຍຣັຖບານ Biden.

ແຕ່ທັງແວດລ້ອມ ແລະຜູ້ຊ່ຽວຊານ ໄດ້ເນັ້ນຫນັກ ເຖິງຜົນກະທົບ ຂອງມົນລະພິດຂອງ plastic ວ່າບໍ່ພຽງແຕ່ຕໍ່ສັດເທົ່ານັ້ນ, ແຕ່ຍັງຮວມເຖິງ ສຸຂະພາບຂອງມະນຸດນໍາອີກ.

ການຄົ້ນຄວ້າ ທາງວິທະຍາສາດທີ່ເພີ່ມຂຶ້ນ ກໍາລັງພົບວ່າ Microplastics ກໍາລັງຊຶມເຂົ້າໄປໃນສິ່ງແວດລ້ອມ ແລະສົ່ງຜົນຕໍ່ ຮ່າງກາຍຂອງເຮົາເຊັ່ນກັນ.

Dr Cassandra Rauert ເປັນນັກຄົ້ນຄວ້າອາວຸໂສທີ່ Alliance for Environmental Health Sciences ຂອງ the University of Queensland.

"ຫຼອດດູດ plastic, ມີດ plastic, ກັບໃສ່ takeaway plastic, plastic ທີ່ໃຊ້ເທື່ອດຽວທັງຫມົດນັ້ນ ບໍ່ແມ່ນສິ່ງຈໍາເປັນ ແຕ່ມັນເປັນສິ່ງສໍາຄັນທີ່ຈະເປັນຂີ້ເຫຍື້ອທີ່ຝັງດິນ, ແລະແລ້ວມັນຈະເຂົ້າໄປສູ່ສະພາບແວດລ້ອມ, ແລະເມື່ອມັນເຂົ້າໄປໃນສະພາບແວດລ້ອມ, ນັ້ນຄື ຕອນທີ່ມັນແຕກສລາຍເປັນຝຸ່ນຂນາດນ້ອຍໆ ທີ່ເປັນອັນຕະຣາຍແທ້ໆ."

Dr Rauert ຍັງຕັ້ງຂໍ້ສັງເກດວ່າ plastic ສ່ວນຫລາຍ ຖືກສ້າງຂຶ້ນຈາກສານເຄມີ ທີ່ເປັນອັນຕະຣາຍ.

"ມີສານເຄມີ ຫຼາຍພັນຊະນິດ ທີ່ໃຊ້ໃນການຜລິດ plastic. ສານເຄມີເຫຼົ່ານີ້ ຍັງຄົງຢູ່ພາຍໃນ plastic ເຫຼົ່ານັ້ນ. ມັນເຂົ້າໄປໃນຮ່າງກາຍຂອງເຮົາ ແລະເຮົາ ກໍຈະໄດ້ຮັບຜົນກະທົບ ດ້ານສຸຂະພາບທີ່ຮ້າຍແຮງ ຈາກສິ່ງເຫລົ່ານັ້ນ.

ຊາວອາເມຣິກາ ໃຊ້ຫຼອດດູດ plastic ປະມານ 170 ເຖິງ 330 ລ້ານຫຼອດ ໃນແຕ່ລະມື້.

ແລະຕາມການຄາດຄະເນ, ຕົວເລກ ໃນອອສເຕຣເລັຍ ກ່ອນການສັ່ງຫ້າມ ແມ່ນປະມານ 10 ລ້ານຫຼອດ.

Jennifer Macklin ຈາກສະຖາບັນ ການພັດທະນາທີ່ຍືນຍົງ (Sustainable Development Institute) ຂອງ Monash University ກ່າວວ່າ ຫຼອດດູດ plastic ເຫຼົ່ານັ້ນ ບໍ່ຄ່ອຍໄດ້ຖືກນໍາໃຊ້ຄືນໃຫມ່. ສະນັ້ນ, ມັນຈຶ່ງເປັນຂີ້ເຫຍື້ອທີ່ຖືກຝັງຖິ້ມ ຫລືຢູ່ໃນສະພາບແວດລ້ອມ.

"ຫຼອດດູດ plastic, ຕາມເຕັກນິກແລ້ວ ວັດຖຸທີ່ນຳມາເຮັດນັ້ນ ແມ່ນຖືກນໍາມາໃຊ້ຄືນໃຫມ່, ແຕ່ເນື່ອງຈາກຮູບຊົງທີ່ຍາວ ແລະບາງຫຼາຍ, ທີ່ຈິງແລ້ວ ມັນບໍ່ເປັນທີ່ຍອມຮັບ ໃນລະບົບການນໍາໃຊ້ຄືນສ່ວນຫຼາຍຂອງ ເພາະມັນເປັນການນໍາໃຊ້ຄືນ ແບບປົນກັນ (Co-mingled Recycling), ບ່ອນທີ່ທຸກສິ່ງເຂົ້າໄປນໍາກັນ ຕ້ອງຖືກແຍກອອກຈາກກັນ, ແລະຕາມປົກກະຕິແລ້ວ ມັນນ້ອຍເກີນໄປ ທີ່ຈະແຍກອອກ. ສະນັ້ນ, ມັນຈຶ່ງຢູ່ໃນຖັງສີແດງ, ໃນຖັງຂີ້ເຫຍື້ອທົ່ວໄປ."

ຣັດ ແລະເຂດປົກຄອງສ່ວນຫຼາຍ ຂອງອອສເຕຣເລັຍ ໄດ້ບັງຄັບໃຊ້ການຫ້າມຫຼອດດູດ plastic ພ້ອມກັບວັດຖຸ plastic ອື່ນໆ ທີ່ໃຊ້ຄັ້ງດຽວ.

ທັງ Northern Territory ແລະ Tasmania ໄດ້ສເນີໃຫ້ເລີກໃຊ້, ຊຶ່ງຄາດວ່າ ຈະມີຜົນບັງຄັບໃຊ້ໃນປີນີ້.

ຢ່າງໃດກໍຕາມ, ຫຼອດດູດ plastic ຍັງບໍ່ໄດ້ຖືກກໍາຈັດໃຫ້ຫມົດສິ້ນເທື່ອ. ມັນຍັງເປັນທີ່ຕ້ອງການ ໂດຍກຸ່ມທີ່ມີຄວາມຕ້ອງການທາງການແພດ ຫລືການເຂົ້າເຖິງພິເສດ ແລະສະນັ້ນ ມັນຈຶ່ງຍັງສາມາດຊື້ໄດ້ ໂດຍຮ້ານຂາຍຍ່ອຍ, ຮ້ານອາຫານ ແລະຮ້ານກາເຟ.

ແຕ່ Professor Macklin ກ່າວວ່າ ການຫລຸດຈໍານວນລົງນັ້ນ ກໍມີຜົນກະທົບ.

"ຫລາຍຣັດ ໄດ້ທົບທວນການດໍາເນີນງານ ແລະປະສິດທິຜົນ ຂອງການສັ່ງຫ້າມຂອງເຂົາເຈົ້າ ຈົນເຖິງປະຈຸບັນ, ການສັ່ງຫ້າມບາງຢ່າງ ໄດ້ດໍາເນີນໄປ ເປັນເວລາສອງ ຫລືສາມປີ ແລະການສັ່ງຫ້າມທັງຫມົດນີ້ ໄດ້ສະແດງໃຫ້ເຫັນ ຜົນກະທົບໃນທາງບວກ. ສະນັ້ນ, ພວກເຮົາຈຶ່ງເຫັນວ່າ ການສັ່ງຫ້າມເຫລົ່ານີ້ ກໍາລັງຫລຸດຈໍານວນ ຂອງຫຼອດດູດ plastic ທີ່ເຂົ້າໄປ ໃນບ່ອນຖິ້ມຂີ້ເຫຍື້ອ, ຫລືສະພາບແວດລ້ອມ."

ຫຼອດດູດເຈັ້ຍ ເປັນທາງເລືອກນຶ່ງ, ເຖິງແມ່ນວ່າ ບໍ່ແມ່ນນິຍົມຊົມຊອບ ຂອງປະທານາທິບໍດີ ສະຫະຣັດອາເມຣິກາກໍຕາມ:

"ສິ່ງເຫຼົ່ານີ້ບໍ່ໄດ້ຜົນ. ຂ້າພະເຈົ້າ ເຄີຍໃຊ້ມັນຫລາຍເທື່ອ ແລະບາງເທື່ອມັນກໍຫັກ, ມັນລະເບີດ. ຖ້າຫາກແມ່ນຂອງຮ້ອນ, ມັນຈະໃຊ້ໄດ້ບໍ່ດົນປານໃດ, ເຊັ່ນສອງສາມນາທີ, ບາງເທື່ອສອງສາມວິນາທີ. ມັນແມ່ນເລື້ອງຕລົກຫຼາຍ." Donald Trump ກ່າວ.

ຫຼອດດູດເຈັ້ຍ ຖືວ່າເປັນທາງເລືອກທີ່ຍືນຍົງ ເພາະມັນແຕກສລາຍ ໄວກວ່າຫຼອດດູດ plastic, ແຕ່ໃນບາງກໍຣະນີ ມັນກໍອາດມີຂໍ້ບົກພ່ອງ ໄດ້ຄືກັນ.

ການຄົ້ນຄວ້າ ເມື່ອບໍ່ດົນມານີ້ ພົບວ່າບາງຊະນິດ ມີສິ່ງທີ່ເອີ້ນວ່າ 'ສານເຄມີຕລອດໄປ (Forever Chemicals)' ຫລື PFAS.

Judith Enck ເປັນປະທານຂອງ Beyond Plastics, ຊຶ່ງເປັນອົງກອນ ໃນສະຫະຣັດອາເມຣິກາ ທີ່ມີຈຸດປະສົງ ທີ່ຈະຢັບຢັ້ງມົນລະພິດ ຈາກ plastic.

"ຂ້າພະເຈົ້າຄິດວ່າ ການຖົກຖຽງລະຫວ່າງຫຼອດດູດເຈ້ຍ ແລະຫຼອດດູດ plastic ນັ້ນເປັນສິ່ງທີ່ຂາດຈຸດສໍາຄັນ. ທາງແກ້ໄຂທີ່ແທ້ຈິງ ແມ່ນເມື່ອໃດກໍຕາມ ທີ່ເປັນໄປໄດ້, ໃຫ້ຫລີກເວັ້ນຈາກການໃຊ້ຫຼອດດູດ."

ເນື້ອເລື່ອງໂດຍ  Abbie O'Brien ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share