ການປັບປຸງລະບົບເບັ້ຍບໍານານ ໃນອອສເຕຣເລັຍ

Shot of a senior man using a laptop and going through paperwork at home

ຈະບໍ່ມີຄວາມມ່ວນໃຈ ຫາກກະສຽນແລ້ວ ແຕ່ບໍ່ມີເງິນໃຊ້.... Credit: Kobus Louw/Getty Images

ລາຍງານໃຫມ່ ຂອງສະຖາບັນ Grattan ທີ່ຖືກພິມ ໃນວັນທີ 20 ມັງກອນ ໄດ້ສເນີການປ່ຽນແປງຄັ້ງໃຫຍ່ຂອງລະບົບການເງິນບໍານານ ຂອງອອສເຕຣເລັຍ ເພາະຄວາມຊັບຊ້ອນ, ສ້າງຄວາມກົດດັນ ແລະເຮັດໃຫ້ຜູ້ອອກກິນເບັ້ຍບໍານານຫລາຍຄົນ ຢູ່ກິນກັບເງິນ ທີ່ຕ່ຳກວ່າຄວນຈະເປັນ.


ການປັບປຸງລະບົບເບັ້ຍບໍານານ ໃນອອສເຕຣເລັຍ.

ລາຍງານໃຫມ່ ຂອງສະຖາບັນ Grattan ໄດ້ສເນີການປ່ຽນແປງຄັ້ງໃຫຍ່ຂອງລະບົບການເງິນບໍານານ ຂອງອອສເຕຣເລັຍ.

Tee Mitchell ລາຍງານ.

ໂຄງການເງິນເບັ້ຍບໍານານ ຂອງອອສເຕຣເລັຍ ແມ່ນຊັບຊ້ອນ, ສ້າງຄວາມກົດດັນ ແລະເຮັດໃຫ້ຜູ້ອອກກິນເບັ້ຍບໍານານຫລາຍຄົນ ຢູ່ກິນກັບເງິນ ທີ່ຕ່ຳກວ່າຄວນຈະເປັນ.

ນີ້ຄື ການຄົ້ນພົບທີ່ສໍາຄັນ ຂອງລາຍງານໃຫມ່ ຂອງສະຖາບັນ Grattan ທີ່ຖືກພິມ ໃນວັນທີ 20 ມັງກອນ.

Joey Maloney ເປັນຫນຶ່ງຂອງຜູ້ຂຽນລາຍງານນັ້ນ.

"ໂດຍພື້ນຖານແລ້ວ, ບັນຫາກໍຄື ລະບົບເງິນບຳນານ (Superannuation System), ໃນຂນະທີ່ເຮົາເຮັດວຽກຢູ່, ລະບົບໄດ້ຕັດສິນໃຈຫຼາຍຢ່າງທີ່ສໍາຄັນແທ້ໆຕໍ່ເຮົາ. ພວກເຮົາຖືກບັງຄັບ ໃຫ້ເຂົ້າໄປໃນລະບົບ, ພວກເຮົາຖືກບັງຄັບໃຫ້ບໍຣິຈາກສິບເອັດເປີເຊັນເຄິ່ງ ຂອງຄ່າຈ້າງຂອງພວກເຮົາ, ພວກເຮົາສ່ວນຫລາຍ ເຂົ້າໄປໃນຍຸດທະວິທີຂອງການລົງທຶນ ໂດຍອັດຕະໂນມັດ ແທນທີ່ຈະເລືອກມັນ, ແຕ່ເມື່ອພວກເຮົາອອກກິນເບັ້ຍບໍານານ, ລະບົບກໍປ່ອຍຖິ້ມພວກເຮົາ."

ການຄົ້ນຄວ້າ ໂດຍສະຖາບັນ Grattan ພົບວ່າ 80 ເປີເຊັນ ຂອງຊາວອອສເຕຣເລັຍກ່າວວ່າ ລະບົບເບັ້ຍບໍານານ ແມ່ນຊັບຊ້ອນເກີນໄປ, ແລະ 60 ເປີເຊັນ ຄາດວ່າ ການອອກກິນເງິນເບັ້ຍບໍານານ ຈະມີຄວາມກົດດັນທາງການເງິນ.

ຜູ້ອອກກິນເບັ້ຍບໍານານ ໄດ້ຮັບຄຳແນະນໍາຫນ້ອຍເກີນໄປ, ອີງຕາມ Mr Maloney.

"ພວກເຮົາ ມີເງິນກອງນຶ່ງ ແລະພວກເຮົາຕ້ອງຊອກຫາວິທີ ທີ່ພວກເຮົາ ຈະເຮັດໃຫ້ມັນກຸ້ມຕລອດໄລຍະອາຍຸ ຫຼັງຈາກອອກກິນເງິນເບັ້ຍບໍານານ, ໂດຍທີ່ບໍ່ຮູ້ວ່າ ພວກເຮົາຈະມີຊີວິດຢູ່ດົນປານໃດ ຫລືຈະມີຫຍັງເກີດຂຶ້ນ ກັບຜົນຕອບແທນ ຂອງການລົງທຶນຂອງພວກເຮົາ."

Chris Grice, CEO ຂອງ National Seniors Australia, ກ່າວວ່າ ຄໍາຖາມກ່ຽວກັບເງິນບໍານານ ເປັນການສົນທະນາປະຈໍາວັນ ສໍາລັບຜູ້ອາວຸໂສ, ຜູ້ທີ່ມັກຈະດີ້ນລົນ ກັບລະບົບທີ່ມີຢູ່.

"ບໍ່ວ່າ ທ່ານຈະເປັນຜູ້ກິນເງິນບໍານານ (Pensioner), ຜູ້ກິນເບັ້ຍບໍານານສ່ວນນຶ່ງ (Part Pensioner), ຫລືທະຫານຜ່ານເສິກ (Veteran) ມັນເປັນການທ້າທາຍຫລາຍ ທີ່ຈະສາມາດເຂົ້າໃຈ ລະບົບຂອງ, ຊຶ່ງໃນເວລານີ້ ສ່ວນຫລາຍແມ່ນທາງອິນເຕີເນັດ, ມັນຍາກຫລາຍ ທີ່ຈະໄດ້ຮັບການຊ່ອຍເຫຼືອ ແບບໂຕຕໍ່ໂຕ ແລະຂ້າພະເຈົ້າຄິດວ່າ ນອກຈາກວ່າ ທ່ານສາມາດຈ່າຍໄດ້ ໃນການສົນທະນາກັບຜູ້ວາງແຜນການເງິນດ້ວຍຕົວເອງ, ສິ່ງຕ່າງໆ ອາດເປັນເລື່ອງທ້າທາຍຫນ້ອຍຫນຶ່ງ."

ຜົນສະທ້ອນ ຂອງຄວາມຊັບຊ້ອນນີ້ ຄືຜູ້ສູງອາຍຸ ມັກຈະຈັດການເລື່ອງເງິນ ດ້ວຍຄວາມລະມັດລະວັງເປັນພິເສດ.

ລະບົບນີ້ ຈະເຮັດໃຫ້ຜູ້ກິນເງິນບໍານານ ຫລາຍກວ່າສີ່ ໃນຫ້າຄົນ ໃຫ້ເຂົ້າໄປໃນເງິນບໍານານຕາມບັນຊີ (Account-based Pensions)-ຊຶ່ງກຳໜົດໃຫ້ຜູ້ກິນເງິນບໍານານ ຈັດການເລື່ອງການໃຊ້ຈ່າຍ ຂອງເຂົາເຈົ້າເອງ ເພື່ອວ່າເຂົາເຈົ້າ ຈະສາມາດຫລີກເວັ້ນ ຈາກຄວາມສ່ຽງ ທີ່ຈະມີອາຍຸຍືນກວ່າເງິນອອມຂອງເຂົາເຈົ້າ.

ແລະເຄິ່ງຫນຶ່ງ ຂອງຜູ້ທີ່ໃຊ້ເງິນບໍານານຕາມບັນຊີ (Account-based Pensions) ຈະເອົາເງິນບຳນານ ຕາມອັດຕາຂັ້ນຕ່ຳ ຕາມກົດຫມາຍກຳໜົດ ໂດຍເຫຼືອ 65 ເປີເຊັນຂອງຈໍານວນເງິນ ທີ່ບໍ່ໄດ້ໃຊ້ຈ່າຍຕາມອາຍຸສເລັ່ຍຂອງອາຍຸຂັຍ (the Average Age of Life Expectancy).

ແທ້ຈິງແລ້ວ, ຜູ້ກິນເບັ້ຍບໍານານຫລາຍຄົນ ໄດ້ກາຍເປັນຜູ້ທ້ອນເງິນສຸດທິ (Net savers)-ເຫັນຍອດເງິນບຳນານຂອງເຂົາເຈົ້າເຕີບໂຕຂຶ້ນເປັນເວລາຫລາຍສິບປີ ຫລັງຈາກໄດ້ອອກວຽກ, ແທນທີ່ຈະໃຊ້ເງິນອອມຂອງເຂົາເຈົ້າ.

ນັ້ນ ເປັນເງິນທີ່ເຂົາເຈົ້າໄດ້ ຈາກການທໍາງານ, ຊຶ່ງເຂົາເຈົ້າສາມາດຊື່ນຊົມໄດ້.

ສະຖາບັນ Grattan ໄດ້ສເນີການປັບແປງ ນະໂຍບາຍ ທີ່ກ່າວວ່າ ສາມາດຊ່ອຍເຫລືອໄດ້.

"ສະນັ້ນ ເງິນປະຈໍາປີ (Annuity) ຈຶ່ງເປັນສ່ວນສໍາຄັນ ທີ່ເຮົາຕ້ອງໃຫ້ຜູ້ຄົນ ມີຄວາມຫມັ້ນໃຈ ທີ່ຈະໃຊ້ຈ່າຍເງິນບໍານານ ຂອງເຂົາເຈົ້າ ໃນການອອກກິນເບັ້ຍບໍານານ."

Joey Maloney ອີກ.

"ໂດຍພື້ນຖານແລ້ວ, ທ່ານຈະຍອມສລະສ່ວນຫນຶ່ງ ຂອງເງິນບຳນານຂອງທ່ານ-ບໍ່ແມ່ນທັງຫມົດ, ພຽງແຕ່ບາງສ່ວນເທົ່ານັ້ນ-ແລະໃນການຕອບແທນຂອງການສລະເງິນກ້ອນຫນຶ່ງ, ທ່ານຈະໄດ້ຮັບລາຍໄດ້ ທີ່ຮັບຮອງໃນລະດັບໃດຫນຶ່ງ ຕລອດຊີວິດຂອງທ່ານ. ນີ້ແມ່ນການຊ່ອຍກໍາຈັດບັນຫາ ຂອງການພະຍາຍາມຊອກຫາວ່າ ທ່ານຕ້ອງເຮັດໃຫ້ເງິນພໍໃຊ້ໄດ້ດົນປານໃດ ເພາະແທນທີ່ ບັດນີ້ທ່ານຈະໄດ້ຮັບລາຍໄດ້ທີ່ຮັບປະກັນຕລອດຊີວິດຂອງທ່ານ ຕາບໃດທີ່ທ່ານຍັງມີຊີວິດຢູ່. ບັດນີ້, ພວກເຮົາຄິດວ່າ ການຈະມອບສິ່ງນັ້ນ ໃນຂນາດໃຫຍ່ ເປັນສິ່ງທີ່ຈໍາເປັນ ເພື່ອໃຫ້ແນ່ໃຈວ່າ ຜູ້ຄົນມີຄວາມຫມັ້ນໃຈ ທີ່ຈະໃຊ້ຈ່າຍເງິນບໍານານຂອງເຂົາເຈົ້າ ໃນການອອກກິນບໍານານ."

ລາຍງານຂອງສະຖາບັນ Grattan ແນະນໍາວ່າ ຄວນຈັດຕັ້ງຫນ່ວຍງານອິດສຣະ ຂອງຣັຖບານ ເພື່ອດໍາເນີນໂຄງການເງິນປະຈໍາປີ (Annuity Scheme), ແທນທີ່ ຈະເປັນຕລາດເອກກະຊົນ.

ຜູ້ກິນເບັ້ຍບໍານານ ຈະຖືກຊຸກຍູ້ໃຫ້ຈັດແບ່ງ 80 ເປີເຊັນ ຂອງຈໍານວນເງິນບໍານານ ທີ່ສູງກວ່າ $250,000 ສໍາລັບເງິນປະຈໍາປີ-ຊຶ່ງສາມາດເພີ່ມລາຍໄດ້ ຂອງຜູ້ກິນເບັ້ຍບໍານານ ໄດ້ເຖິງ 25 ເປີເຊັນ.

James Koval, ຫົວຫນ້ານະໂຍບາຍຂອງ the Association of Super Funds of Australia, ຍອມຮັບວ່າເງິນປະຈໍາປີມີບ່ອນຢູ່.

"ເງິນງວດປະຈໍາປີ (Annuity) ເປັນທາງເລືອກທີ່ດີ. ຂ້າພະເຈົ້າຄິດວ່າ ນັ້ນເປັນສິ່ງສໍາຄັນ ທີ່ຕ້ອງຈື່ໃສ່ໃຈ. ບໍ່ແມ່ນວ່າ ມັນຈະເຫມາະສົມກັບທຸກຄົນ ແລະມັນຈະບໍ່ແມ່ນຄຳຕອບທີ່ດີທີ່ສຸດ ສໍາລັບທຸກຄົນ, ແຕ່ຖ້າສົງໄສ, ໃຫ້ໂທຫາກອງທຶນເງິນບຳນານຂອງທ່ານ ແລະໄດ້ຮັບຂໍ້ມູນ ແລະຂໍຄໍາແນະນໍາ. ນັ້ນເປັນວິທີທີ່ດີທີ່ສຸດ ທີ່ຈະວາງແຜນ, ເພາະວ່າ ຈະບໍ່ມີໃຜຮູ້ວ່າ ທ່ານຕ້ອງການຫຍັງ ສໍາລັບການອອກກິນເບັ້ຍບໍານານ, ຍົກເວັ້ນແຕ່ຕົວທ່ານເອງ, ຍົກເວັ້ນແຕ່ລະບຸກຄົນ."

Chris Grice, CEO ຂອງ National Seniors Australia ກ່າວວ່າ ມັນເປັນຄວາມຈິງ ທີ່ຂໍ້ມູນສ່ວນຕົວເປັນສິ່ງສໍາຄັນ.

ສະນັ້ນ, ລາວຢາກເຫັນຫຍັງ?

"ຂ້າພະເຈົ້າຄິດວ່າ, ການມີໂຄງຮ່າງ ທີ່ອະນຸຍາດໃຫ້ມີຄໍາແນະນໍາ ແບບປະສົມປະສານ ຈະເປັນການດີ. ການທີ່ມີພຽງແຕ່ ມີຄໍາແນະນໍາແບບອັດຕະໂນມັດ ທີ່ທຸກຢ່າງມີຢູ່ໃນອິນເຕີແນັດ ອາດເປັນເລື່ອງຍາກຫລາຍ, ເພາະມີຫຼາຍຄົນ ທີ່ພົບກັບຄວາມທ້າທາຍ ໃນເວລານີ້ ກ່ຽວກັບຄວາມປອດພັຍທາງອິນເຕີເນັດ ແລະໂດຍສະເພາະ ກ່ຽວກັບເລື້ອງການເງິນຂອງເຂົາເຈົ້າ. ທ່ານບໍ່ຮູ້ສຶກສະບາຍໃຈ ທີ່ຈະແບ່ງປັນຂໍ້ມູນນັ້ນກັບເຄື່ອງຄິດໄລ່ເລກ ທາງອິນເຕີເນັດເທົ່ານັ້ນ. ແລະນັ້ນ ແມ່ນຄວາມໄວ້ວາງໃຈ ກ່ຽວກັບອະນາຄົດຂອງບາງຄົນ, ມັນສໍາຄັນຫລາຍທີ່ສຸດ."

ສະຖາບັນ Grattan ກໍາລັງແນະນໍາຣັຖບານ ໃຫ້ຈັດຕັ້ງບໍຣິການ ໃຫ້ຄໍາແນະນໍາຟຣີ ເພື່ອຊ່ອຍຜູ້ຄົນ ໃຫ້ວາງແຜນລາຍໄດ້ ຫຼັງການອອກກິນເບັ້ຍບໍານານ.

ມັນຍັງຈະຊ່ອຍເຫລືອ ຜູ້ອອກກິນເບັ້ຍບໍານານ ທີ່ມີສິດຈະສມັກຂໍ Age Pension.

ສິ່ງນີ້ ຈະໄດ້ຮັບເງິນທຸນ ຈາກການເກັບພາສີ ຈາກບັນຊີເບັ້ຍບຳນານທັງຫມົດ ແລະມີຄ່າໃຊ້ຈ່າຍ ປະມານ 360 ລ້ານໂດລາ ໃນໄລຍະສີ່ປີທໍາອິດ.

ການສເນີ ສໍາລັບການປັບປຸງລະບົບການເງິນ ທີ່ສໍາຄັນທີ່ສຸດ ຂອງປະເທດ...ຊຶ່ງອາດເຮັດໃຫ້ ການອອກກິນເບັ້ຍບໍານານ ເບິ່ງຄືວ່າບໍ່ເປັນວຽກງານຫນັກ.

ເນື້ອເລື່ອງໂດຍ Tee Mitchell  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share